ຕໍ່ກຳນົດເວລາເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ: ບາດກ້າວເດີນທີ່ໜ້າໄວ້ເນື້ອເຊື່ອໃຈ

Anh Huyen
Chia sẻ
(vovworld)- ອີຣານ ແລະ ກຸ່ມ P5+1 ຫາ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ ດຳ​ເນີນ​ການ​ເຈລະຈາ​ຕື່ມ​ອີກ 4 ​ເດືອນ ​ແນ​ໃສ່​ພະຍາຍາມບັນລຸ​ໄດ້​ ຂໍ້​ຕົກລົງ​ສະບັບ​ສຸດ​ທ້າຍ​ກ່ຽວ​ກັບ ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ

(vovworld)- ອີຣານ ແລະ ກຸ່ມ P5+1(ຊຶ່ງ​ລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຄື: ອັງກິດ, ອາ​ເມ​ລິ​ກາ, ຝະລັ່ງ, ລັດ​ເຊຍ, ຈີນ ພ້ອມ​ກັບ​ເຢຍລະ​ມັນ) ຫາ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ດຳ​ເນີນ​ການ​ເຈລະຈາ​ຕື່ມ​ອີກ 4 ​ເດືອນ ​ແນ​ໃສ່​ພະຍາຍາມບັນລຸ​ໄດ້​ຂໍ້​ຕົກລົງ​ສະບັບ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ. ດ້ວຍ​ບັນຫາ​ການ​ກະທຳ​ທີ່​ຕັ້ງໜ້າ​ໃນ​ມໍ່​ໆມາ​ນີ້ ​ແລະ ປະຈຸ​ບັນ ດ້ວຍ​ການ​ແກ່ຍາວ​ກຳນົດ​ເວລາ​ເຈລະຈາ, ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນດາ​ຝ່າຍ​ລ້ວນ​ແຕ່​ສະ​ແດງ​ເຈດ​ຕະນາ​ດີ​ຢາກ​ກ້າວ​ໄປ​ສູ່ຂໍ້​ຕົງ​ລົງ​ຍາວ​ນານ, ​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ໝັ້ນ​ຄົງ. ​

ຕໍ່ກຳນົດເວລາເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ: ບາດກ້າວເດີນທີ່ໜ້າໄວ້ເນື້ອເຊື່ອໃຈ - ảnh 1
ເຕົາແຍກນິວເຄຼຍທີ່ໂຮງງານໄຟຟ້ານິວເຄຼຍ Bushehr ຂອງອີຣານ


    ຕາມ​ແຈ້ງ​ການ​ຫຼ້າ​ສຸດ​ເມື່ອ​ວັນ​ທີ 23/7 ຈາກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ​ແລ້ວ, ການ​ຕໍ່​ກຳນົດ​ເວລາ​​ເຈລະຈາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນຍາກາດ​ທີ່​ຕັ້ງໜ້າ, ຜ່ານ​ນັ້ນ​ກໍ​ຊີ້​ໃຫ້​ເຫັນ​ແຈ້ງ​ຄວາ​ມຄວາມ​ບໍ່​ລົງ​ລອຍ​ກັນທີ່​ຍັງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ​ເພື່ອ​ໃຫ້​ບັນດາ​ຝ່າຍ​ພ້ອມ​ກັນ​ດັດ​ປັບ, ມຸ່ງໄປ​ສູ່ຂໍ້​ຕົງ​ລົງ​ດ້ານ​ນິວ​ເຄຼຍຮອບດ້ານ. ປະທານາທິບໍດີອີຣານ ກໍສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ທີ່​ສຸດ​ກ່ຽວ​ກັບຂໍ້​ຕົງ​ລົງ​ດ້ານ​ນິວ​ເຄຼຍ. ຊ່ອງ​ໂທລະພາບ Press TV ຂອງ​ອີຣານ​ເມື່ອ​ວັນ​ທີ 22/7 ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ປະທານາທິບໍດີ Rouhani ​ໂດຍ​ຊີ້​ແຈ້ງວ່າ : ການ​ສົນທະນາ​ແມ່ນ​ເສັ້ນທາງ​ພຽງ​ເສັ້ນ​ດຽວ​ໃນ​ສະ​ເພາະ​ໜ້າ ​ແລະ ອີຣານພ້ອມ​ແລ້ວ​ໃຫ້ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ບັນ​ດາ​ຂໍ້​ກຳນົດ​ສາກົນ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ.

   ​ໃນ​ຂະນະ​ນັ້ນ, ປະທານ​ກຳມາ​ທິການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ການ​ຕ່າງ​ປະ​ເທດຂອງ​ສະພາ​ແຫ່ງ​ຊາດ​ອີຣານ ທ່ານ Alaeddin Boroujerdi ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເລື່ອງອີຣານ ແລະ ກຸ່ມ P5+1​ ເຫັນ​ດີ​ເປັນ​ເອກະສັນ​​ຕໍ່ກຳນົດ​ເວລາ​ເຈລະຈາ​ກ່ຽວ​ກັບໂຄງການ​ນິວ​ເຄຼຍ​ແຕ່​ວັນ​ທີ 20/7 ຫາ​ວັນ​ທີ 24/11 ນັ້ນ, ​ແມ່ນ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ຂອງ​ທັງ 2 ຝ່າຍ​ກ່ຽວ​ກັບ​ຂໍ້​ຕົກລົງ​ຮອບດ້ານ​ສະບັບ​ໜຶ່ງ.

    ບັນດາ​ສັນຍານ​ທີ່​ຕັ້ງ​ໜ້າ​ຈາກ​ຮອບ​ເຈລະຈາ

   ນັບແຕ່ເມື່ອບັນລຸຂໍ້ຕົກລົງຊົ່ວຄາວ​ເມື່ອ​ທ້າຍ​ປີ 2013, ​ເຖິງ​ວ່າ​ຍັງ​ຄົງ​ຄ້າງ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່​ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ ມີ​ບັນດາ​ພື້ນຖານ​ທີ່​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ຂໍ້​ຕົງ​ລົງ​ສະບັບ​ສຸດ​ທ້າຍ. ກ່ອນ​ອື່ນ​ໝົດ,​ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ຈາກ 2 ຝ່າຍ ຂະນະ​ທີ່​ຖື​ວ່າການ​ສົນທະນາ​ແມ່ນ​ວິທີ​ການ​ແກ້​ໄຂ​ພຽງ​ຢ່າງ​ດຽວ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ ​ເຕ​ເຮຣານ ຊຶ່ງ​​ເຄີຍ​ແກ່ຍາວ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ.

   ກ່ອນ​ຮອບ​ເຈລະຈາ, ອີຣານ​ໄດ້​ສົ່ງ​ສານ​ສະບັບ​ໜຶ່ງ​ທີ່​ແຂງ​ແຮງ​ເຖິງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ທີ່​ວ່າ ອີຣານບໍ່​ສົນ​ໃຈ​ເຖິງ​ການ​ພັດທະນາ​ອາວຸດ​ນິວ​ເຄຼຍ ​ແລະ ​ເຕ​ເຮຣານ ສາມາດ​ຮັບປະກັນ​ການ​ສົ່ງ​ຜົນ​ສະທ້ອນ​ຂອງ​ຕົນ​ໃນ​ພາກ​ພື້ນ ຫາກ​ບໍ່​ຕ້ອງການ​ມີ​ອາວຸດ​ປະ​ເພດ​ນີ້​ໃນ​ກຳມື​ຂອງ​ຕົນ. ​ເຕ​ເຮຣານຈະຍົກອອກ ທຸກໆບາດກ້າວເດີນທີ່ຈຳເປັນເພື່ອເກ້ຍກອມໂລກວ່າ ປະ​ເທດ​ນີ້ ບໍ່​ຂະຫຍາຍ​ອາວຸດປະ​ເພດ​ນີ້​ເຊັ່ນ​ນັ້ນ. ຄວາມ​​ເຊື່ອ​ໝັ້ນຕໍ່​ຖະ​ແຫຼ​ງການ​ຂອງ​ອີຣານນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ຕື່ມ​ອີກ​ຂະນະ​ທີ່​ບົດ​ລາຍ​ງານ​ຂອງ​ອົງການ​ປະລະມານູສາກົນ (IAEA) ປະກາດ​ເມື່ອ​ວັນ​ທີ 21/7 ຊຶ່ງ​ໄດ້​ຢືນຢັນ​ວ່າ ອີຣານຕອບ​ສະໜອງ​ບັນດາ​ຂໍ້​ມາດຕາ​ຂອງ​ຂໍ້​ຕົກລົງ​ຊົ່ວຄາວ​ຢ່າງ​ເຂັ້ມ​ງວດ. ລະອຽດ​ຄື ອີຣານຢຸດຕິ​ການ​ເສີມ​ທາດ​ຢູ​ເຣນຽມດ້ວຍ​ລະດັບ 20% ຊຶ່ງ​ແມ່ນ​ສິ່ງ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ທີ່​ສຸດ​ໃນ​ໂຄງການ​ນິວ​ເຄຼຍ, ພ້ອມ​ກັນ​ນັ້ນ, ກໍ​ສຳ​ເລັດ​ແຜນການຫຼຸດຜ່ອນ​ຄວາມ​ຂຸ້ນຫຼື​ຫັນປ່ຽນ​ສາງ​ສະ​ສົມ​ເຊື້ອ​ໄຟ​ນິວ​ເຄຼຍ​ເກືອບ 210 ກິ​ໂລຣາມ ທີ່​ຍັງ​ເຫຼືອ​ເປັນ OXIDE . ນອກຈາກ​ນັ້ນ, ອີຣານກໍ​ເລີ່​ມຫັນປ່ຽນ​ປະລິມານ​ອາ​ແກັສ ຢູ່​ເຣນຽມ ຈຳນວນ​ໜຶ່ງ ຖືກ​ເສີມ​ດ້ວຍ​ລະດັບ​ຕ່ຳ​ເປັນ OXIDE ​ແລະ ອື່ນໆ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ​ໄດ້​ຍອມ​ຮັບວ່າ ​ເຕ​ເຣຣານ ​ໄດ້​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​​ໃນ​ວິວັດ​ການ​ເຈລະຈາ.

    ​ເພື່ອ​ຕອບ​ຄືນ​ຕໍ່​ເຈດ​ຕະນາ​ດີ​ຂອງ​ອີຣານ, EU ​ໄດ້​ແກ່​ຍາວ​ຂໍ້​ຕົກລົງ​ໂຍະຍານ​ມາດ​ຕະການ​ລົງ​ໂທດ​ສຳລັບ​ອີຣານ​ເຖິງ​ວັນ​ທີ 24/11, ຊຶ່ງ​ແມ່ນ​ກຳນົດ​ສຸດ​ທ້າຍ​ເພື່ອ​ສິ້ນ​ສຸດການເຈລະຈາກ່ຽວ​ກັບ ​ໂຄງການ​ນິວ​ເຄຼຍ. ຂໍ້​ຕົກລົງ​ໃໝ່​ຂອງ EU ອະນຸຍາດ​ໃຫ້​ປະຕິບັດ​ການ​ປະກັນ​ໄພ ​ແລະ​ ຂົນ​ສົ່ງທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ການ​​ພົວພັນ​ຄ້າຂາຍນ້ຳມັນ​ດິບ​ລະຫວ່າງ ອີຣານ ​ແລະ ບັນດາ​ລູກ​ຄ້າ​ໃນ​ປະຈຸ​ບັນ, ນຳ​ເຂົ້າ, ຊື້​ຫຼື​ຂົນ​ສົ່ງ​ບັນດາ​ຜະລິດ​ຕະພັນ​ນ້ຳມັນ​ຂອງ​ອີຣານ, ກໍ​ຄື​ບັນດາ​ການ​ພົວພັນ​ແລກປ່ຽນ​ຄ້າຂາຍ​ຄຳ ​ແລະ ຫີນ​ປະ​ເສີດກັບ​ລັດຖະບານ​ອີຣານ.  ​ແລະ ກໍ​ຕາມ​ຂໍ້​ຕົກລົງ​ນີ້, ລະດັບ​ເພີ່ມ​ມູນ​ຄ່າ​ແລກປ່ຽນ​ການ​ເງິນ​ກັບ​ອີຣານສືບ​ຕໍ່​ມີ​ຜົນ​ສັກສິດ​ໃນ​ຮອບ 4 ​ເດືອນ​ຂ້າງ​ໜ້າ.

    ການ​ສົນທະນາ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ.

  ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ປະ​ເອີ​ບ​ໃຈຕໍ່​ຂໍ້​ຕົກລົງ​ຍາວ​ນານ​ລະຫວ່າງ​ອີຣານກັບ​ບັນດາ​ປະ​ເທດມະຫາ​ອຳນາດ, ​ແນ​ໃສ່​ສິ້ນ​ສຸດ​ສະພາບ​ບໍ່​ມີ​ທາງ​ອອກ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍທີ່​ແກ່ຍາວ​ເປັນ​ເວລາ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ການ​ຕໍ່​ກຳນົດ​ເວລາ 4 ​ເດືອນ, ​ແນ່ນອນ​ວ່າ ຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ​ໃນ​ວິວັດທະນາ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ. ປະຈຸ​ບັນ, ການ​ໂຕ້​ຖຽງ​ກັນ​ທີ່​ຮຸນ​ແຮງ​ທີ່​ສຸດຍັງ​ຄົງ​ຕົວ ນັ້ນ​ແມ່ນ​ກ່ຽວ​ກັບ ​ໂຄງການ​​ເສີມ​ທາດ​ຢູ​ເຣນຽນ​ຂອງ​ເຕ​ເຮຣານ. ອີຣານອະທິບາຍ​ວ່າ ​ເຂົາ​ເຈົ້າ​ຄວນ​ສືບ​ຕໍ່​ເປີດ​ກ້ວາງ​ຂອບ​ຂະໜາດ ເສີມ​ທາດ​ຢູ​ເຣນຽນ ​ເພື່ອ​ໃຊ້​ເປັນ​ເຊື້ອ​ໄຟ​ໃຫ້​ແກ່​ບັນດາ​ໂຮງງານ​ໄຟຟ້ານິວ​ເຄຼຍ. ​ແຕ່ກຸ່ມ P5+1, ​ເປັນ​ຕົ້ນ​ແມ່ນ​ອາ​ເມລິກາ ມີ​ຄວາມ​ວິຕົກ​ກັງ​ວົນ​ວ່າ ​ເຕ​ເຮຣານອາດ​ຈະ​ສວຍ​ໃຊ້​ການເປີດ​ກ້ວາງ​ຂອບ​ຂະໜາດ ເສີມ​ທາດ​ຢູ​ເຣນຽນນີ້ ​ເພື່ອ​ມຸ່ງ​ໄປ​ສູ່​ການ​ຜະລິດ​ເຊື້ອ​ໄຟ​ຮັບໃຊ້​​ໃຫ້​ແກ່​ການ​ຜະລິດ​ລະ​ເບີດ​ນິວ​ເຄຼຍ. ອີກ​ບັນຫາ​ໜຶ່ງ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ ​ແມ່ນ​ໃນ​ຂະນະ​ທີ່​ອີຣານຢາກ​ໃຫ້​ທຸກໆ​ຂໍ້ຄວາມ​ຈຳກັດ​ທີ່​ມີ​ຕໍ່ ​ໂຄງການ​ນິວ​ເຄຼຍຂອງປະ​ເທດ​ນີ້​ຕ້ອງ​ຖືກ​ຍົກ​ເລີກ​ພາຍຫຼັງ 3 ຫາ 7 ປີ, ​ແຕ່​ຝ່າຍ​ອາ​ເມ​ລິ​ກາ​ພັດ​ຢາກ​ຮັກສາ​ບັນດາ​ມາດ​ຕະການ​ຈຳກັດ​ທີ່​ສາມາດ​ຄວບ​ຄຸມ​ໄດ້ ​ໃນ​ເວລາ​ກວ່າ​ທົດ​ສະ​ວັດ.

   ​ແຕ່​ດ້ວຍ​ບັນ​ດາ​ຄວາມຄືບໜ້າທີ່​ຕັ້ງໜ້າ​​ໃນ​​ໄລຍະ​ທີ່​ຜ່ານ​ມາ, ຫາງສຽງ​ຖື​ວ່າ 4 ​ເດືອນ​ແມ່ນ​ໄລຍະ​ເວລາ​ທີ່​ພຽງພໍ​​ເພື່ອ​ໃຫ້​ທຸກ​ຝ່າຍ​ໄປ​ສູ່​ຂໍ້​ຕົກລົງ​ສຸດ​ທ້າຍ. ການ​ສົນທະນາ​ຈະ​ແມ່ນ​ວິທີ​ການ​ແກ້​ໄຂ​ພຽງ​ຢ່າງ​ດຽວ​ເພື່ອ​ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ, ​ເປັນ​ຕົ້ນ​ແມ່ນ​ກັບ​ອີຣານ. ​ເຖິງ​ເວລາ​ແລ້ວ, ປະ​ເທດ​ນີ້​ຕ້ອງ​ມີ​ການ​ເລືອກ​ເຟັ້ນ, ຕົກລົງ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ​ເພື່ອ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ ​ແທນ​ທີ່ຍອມ​ຖືກ​ຕົກ​ຢູ່​ໂດດ​ດຽວ

ຕອບກັບ