ຄວາມສາມັກຄີຊົນຊາດ, ສາສະຫນາເພື່ອພັດທະນາປະເທດຊາດ

Thu Hoa
Chia sẻ

(VOVWORLD) -ວັນທີ 12 ຕຸລາ, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄັ້ງທີ 8, ສະແດງໃຫ້ເຫັນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ແລະ ຄວາມສາມັກຄີຊົນຊາດ, ສາສະຫນາ ຂອງພັກ ແລະ ລັດຫວຽດນາມ. ແຕ່ກ່ອນມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢັ້ງຢືນ ສາສະຫນາແມ່ນຄວາມຕ້ອງການທາງດ້ານຈິດໃຈຂອງປະຊາຊົນພາກສ່ວນຫນຶ່ງ ແລະ ໄດ້ຄົງຕົວຢ່າງຍາວນານພ້ອມກັບການພັດທະນາຂອງສັງຄົມ. ລະບົບກົດໝາຍຂອງຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນທັດສະນະລຸລ່ວງ ສະເຫມີຕົ້ນສະເຫມີປາຍ ຂອງພັກ,  ລັດ ຫວຽດນາມ ກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ.

ຄວາມສາມັກຄີຊົນຊາດ, ສາສະຫນາເພື່ອພັດທະນາປະເທດຊາດ - ảnh 1ໄຂ ກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພາບ: TTXVN

ແຕ່ລະໄລຍະແຫ່ງການພັດທະນາຂອງປະເທດຊາດ, ພິເສດແມ່ນໄລຍະປ່ຽນແປງໃຫມ່ແຕ່ປີ 1990 ມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງ, ມະຕິຫຼາຍສະບັບ ຮັບປະກັນສິດເສລີໃນການເຊື່ອຖື ສາສະໜາອັນຊອບທຳຂອງປະຊາຊົນ. ໃນຈຳນວນນັ້ນ, ໄວກວ່າໝູ່ແມ່ນມະຕິເລກທີ 25/NQ/TW (2003) ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານສາສະໜາໃນສະພາບການໃໝ່. ມະຕິດັ່ງກ່າວໄດ້ຊີ້ແຈ້ງວ່າ: “ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ສັງຄົມຍຸດຕິທຳ, ປະຊາທິປະໄຕ ສີວິໄລແມ່ນຈຸດຄ້າຍຄືກັນເພື່ອຜູກມັດປະຊາຊົນເຊື່ອຖືບັນດາສາສະໜາກັບພາລະກິດລວມ. ພົນລະເມືອງທຸກຄົນ, ບໍ່ຈຳແນກເຊື່ອຖືສາສະໜາໃດກໍ່ລ້ວນແຕ່ມີສິດ ແລະ ພັນທະໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

ລະບົບນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາ

ໃນ 20 ປີທີ່ຜ່ານມາ, ມີເອກະສານນິຕິກຳກວ່າ 30 ສະບັບທີ່ໄດ້ກຳນົດການເຄື່ອນໄຫວດ້ານຄວາມເຊື່ອຖື, ສາສະໜາ ຫຼື ປັບປຸງຂໍ້ກຳນົດກ່ຽວກັບສິດເສລີໃນການເຊື່ອຖື, ສາສະໜາກໍ່ໄດ້ປະກາດໃຊ້. ພົ້ນເດັ່ນແມ່ນລັດຖະທຳມະນູນປີ 2013, ມາດຕາ 24 ໄດ້ກຳນົດວ່າ: “ທຸກຄົນມີສິດເສລີໃນການເຊື່ອຖື, ສາສະໜາ, ເຊື່ອຖືຫຼືບໍ່ຖືສາສະໜາໃດໜຶ່ງ. ທຸກສາສະຫນາລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ. ລັດເຄົາລົບແລະປົກປ້ອງສິດເສລີໃນການເຊື່ອຖື ສາສະໜາ. ບໍ່ມີໃຜສາມາດລ່ວງລ້ຳສິດເສລີໃນການເຊື່ອຖືສາສະຫນາຫຼືສວຍໃຊ້ການເຊື່ອຖືສາສະຫນາ

ເພື່ອລະເມີດກົດຫມາຍ.”

ຕໍ່ຈາກນັ້ນ, ສະພາແຫ່ງຊາດຊຸດທີ XIV ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຊື່ອຖື ສາສະໜາ (2016), ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 162/2017/NĐ-CP (2017) ໂດຍກຳນົດລະອຽດບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການເຊື່ອຖືສາສະໜາ. ຮອດປີ 2021, ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ຢືນຢັນວ່າ: “ຂົນຂວາຍ, ສ້າງຄວາມສາມັກຄີ, ເຕົ້າໂຮມບັນດາອົງການສາສະໜາ, ຜູ້ມີຍົດສັກ, ສາສະນິກະຊົນ “ຢູ່ໃນສິນ ກິນໃນທຳ”, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດ. ຮັບປະກັນໃຫ້ບັນດາອົງການຈັດຕັ້ງສາສະຫນາເຄື່ອນໄຫວຕາມຂໍ້ກຳນົດຂອງກົດຫມາຍແລະກົດບັດ, ຂໍ້ກຳນົດກົດລະບຽບໂດຍລັດຮັບຮູ້". ຖະແຫຼງການກ່ຽວກັບນະໂຍບາຍສິດເສລີໃນການເຊື່ອຖືສາສະໜາຂອງຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:

“ໂດຍແມ່ນປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາຍສາສະໜາ ດ້ວຍຊີວິດການເປັນຢູ່ທາງສາສະໜາທີ່ອຸດົມສົມບູນ, ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍຢ່າງສະເຫມີຕົ້ນສະເໝີປາຍ ນັ້ນແມ່ນ ຮັບປະກັນສິດເສລີໃນການເຊື່ອຖື ສາສະໜາ ແລະ ຮັບປະກັນສິດເສລີໃນການບໍ່ເຊື່ອຖືສາສະຫນາຂອງປະຊາຊົນ, ຮັບປະກັນຄວາມສະເໝີພາບ, ບໍ່ມີການຈຳແນກການປະພຶດຍ້ອນ ສາເຫດເຊື່ອຖືສາສະຫນາແລະປົກປ້ອງບັນດາກິດຈະກໍາຂອງອົງການຈັດຕັ້ງສາສະຫນາດ້ວຍກົດຫມາຍ. ສິ່ງດັ່ງກ່າວໄດ້ລະບຸໄວ້ຢ່າງຈະແຈ້ງໃນລັດຖະທຳມະນູນ, ໃນກົດໝາຍວ່າດ້ວຍການເຊື່ອຖືສາສະໜາ ແລະ ບັນດາເອກະສານນິຕິກຳທີ່ກ່ຽວຂ້ອງ, ຊື່ງໄດ້ຮັບປະກັນການເຄົາລົບໃນຕົວຈິງ”

ການເຄື່ອນໄຫວ, ການເຊື່ອຖືສາສະຫນາໄດ້ຮັບປະກັນໃນຕົວຈິງ

ສະພາບຕົວຈິງຢູ່ ຫວຽດນາມ ໄລຍະ 20 ປີທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ມີຍົກສັກ ຕຳແໜ່ງ, ຮາກຖານໄຫວ້ບູຊາຂອງບັນດາສາສະຫນາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໄລ່ຮອດປີກາຍນີ້, ລັດ ຫວຽດນາມໄດ້ຮັບຮູ້ 43 ອົງການທີ່ຂຶ້ນກັບ 16 ສາສະໜາ, ມີສາສະນິກະຊົນ 27 ລ້ານຄົນ, ຜູ້ມີຍົດສັກຕຳແຫນ່ງ 55.000 ກວ່າຄົນ, ແລະຮາກຖານໄຫວ້ບູຊາກ່ວາ 29 ພັນແຫ່ງ.

ແຕ່ລະປີ, ໃນທົ່ວປະເທດໄດ້ຈັດ  8.000 ງານບຸນສາສະໜາ ດ້ວຍສາສະນິກກະຊົນນັບໝື່ນຄົນເຂົ້າຮ່ວມ. ແຕ່ປີ 2013 – 2023, ອົງການມີບົດບາດຫນ້າທີ່ ໄດ້ມອບເນື້ອທີ່ດິນຫຼາຍຮ້ອຍເຮັກຕາເພື່ອກໍ່ສ້າງຮາກຖານໄຫວ້ບູຊາ. ນັ້ນແມ່ນຫລັກຖານຢ່າງມີຊີວິດຊີວາຂອງການຮັບປະກັນສິດເສລີໃນການເຊື່ອຖື ສາສະໜາຢູ່ຫວຽດນາມ.

ແຜນນະໂຍບາຍ, ນະໂຍບາຍທີ່ຖືກຕ້ອງຂອງຫວຽດນາມ ກ່ຽວກັບການເຊື່ອຖື ສາສະໜາໄດ້ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີຊົນຊາດ, ສ້າງສະພາບແວດລ້ອມເພື່ອໃຫ້ປະຊາຄົມບັນດາສາສະໜາຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ. ທ່ານ ເຈິ່ນຊວນແມ້ງ, ປະທານຄະນະກຳມະການສາມັກຄີ ກາໂຕລິກຫວຽດນາມ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ໃຫ້ກຳລັງໃຈທຸກຄົນ “ບໍ່ວ່າຜູ້ເຊື່ອຖື ຫລືບໍ່ເຊື່ອຖືສາສະຫນາ ກາໂຕລິກຕ້ອງ  ສາມັກຄີກັນ” ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ; ມີຄວາມເອກອ້າງທະນົງໃຈທີ່ຕົນເອງແມ່ນ ຊາວຫວຽດນາມ ແລະ ມີຄວາມສຸກເມື່ອປະເທດຊາດເອີ້ນຊື່ຕົນ; ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດຊາດ, ເຕືອນໃຫ້ລຸ້ນໜຸ່ມຈົ່ງພະຍາຍາມ  ໃຫ້ກຳລັງໃຈພໍ່ແມ່ປະຊາຊົນເຂົ້າຮ່ວມໃນວຽກງານທ້ອງຖິ່ນເຊັ່ນ: ການບໍລິຈາກທີ່ດິນເພື່ອກໍ່ສ້າງເສັ້ນທາງ ຫຼື ເຂົ້າຮ່ວມບັນດາກອງທຶນສົ່ງເສີມການສຶກສາ ແລະ ຜູ້ມີຄວາມເກັ່ງກ້າສາມາດ”

ສິດເສລີໃນການເຊື່ອຖືສາສະໜາຂອງປະຊາຊົນບັນດາຊົນເຜົ່າຢູ່ ຫວຽດນາມ ໄດ້ຮັບການຫັນເປັນລະອຽດບົນຫຼັກການ ລັດຖະທຳມະນູນໄດ້ກຳນົດບັນດາທັດສະນະຂອງພັກ ແລະ ກາຍເປັນ ການປະຕິບັດຕົວຈິງ, ບັນລຸໄດ້ເປົ້າໝາຍສູງສຸດ ນັ້ນແມ່ນເສີມຂະຫຍາຍສິດເປັນເຈົ້າການຂອງປະຊາຊົນ, ຕອບສະຫນອງ, ແກ້ໄຂຄວາມຕ້ອງການໃນການເຊື່ອຖືສາສະຫນາອັນຊອບທຳ ຂອງ ປະຊາຊົນ ແລະ ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ./.

ຕອບກັບ