NATO ສ້າງຫຼັກ​ໝັ້ນ​​ແຂງ​ກະດ້າງ​ ​ກັບ​ ຈີນ ຫຼາຍ​ກ່​ວາ​ເກົ່າ

Chia sẻ
(VOVWORLD) -ວັນທີ 14 ມິຖຸນາ, ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ(NATO) ໄດ້ຈັດຕັ້ງກອງປະຊຸມສຸດຍອດຜ່ານທາງອອນລາຍຢູ່ Brussels (ປະເທດ ແບນຊິກ) ໂດຍມີການເຂົ້າຮ່ວມຂອງ ປະມຸກລັດຫຼາຍປະເທດສະມາຊິກ, ໃນນັ້ນມີທ່ານ ປະທານາທິບໍດີ ອາເມລິກາ Joe Biden. ສິ້ນສຸດກອງປະຊຸມ, ບັນດາການນຳ NATO ໄດ້ອອກຖະແຫຼງການຮ່ວມ ໂດຍເຕື້ອງເຖິງຫຼາຍບັນຫາພາຍໃນກຸ່ມ ແລະ ການພົວພັນນອກກຸ່ມ, ໃນນັ້ນ ເປັນໜ້າສົນໃຈທີ່ສຸດ ແມ່ນເນື້ອໃນກ່ຽວຂ້ອງເຖິງຈີນ.

NATO ສ້າງຫຼັກ​ໝັ້ນ​​ແຂງ​ກະດ້າງ​ ​ກັບ​ ຈີນ ຫຼາຍ​ກ່​ວາ​ເກົ່າ - ảnh 1ທ່ານ ເລຂາທິການໃຫຍ່ NATO Jens Stoltenberg ຮຽກຮ້ອງການນຳບັນດາປະເທດສະມາຊິກໃນກຸ່ມຕ້ອງສ້າງນະໂຍບາຍຮ່ວມຢ່າງແຮງກ່ວາສຳລັບ ຈີນ (ພາບ: Getty)

ຕາມວົງການນັກໄຈແຍກແລ້ວ, ດ້ວຍຖະແຫຼງການຮ່ວມ ຖືຈີນແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງ, ສິ່ງທ້າທາຍໃນທຸກດ້ານ, NATO ພວມເນັ້ນໜັກເຖິງຫຼັກໝັ້ນແຂງກະດ້າງຢ່າງແຮງທີ່ບໍ່ເຄີຍມີມາກ່ອນສຳລັບ ຈີນ, ພ້ອມທັງມຸ່ງໄປເຖິງສະພາບການພົວພັນໃໝ່ກັບປັກກິ່ງ ຕາມທິດແຂງກະດ້າງກ່ວາ.

NATO ຖືຈີນ ແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງ, ສິ່ງທ້າທາຍທີ່ມີລັກສະນະເປັນລະບົບ

ໃນຖະແຫຼງການຮ່ວມ, ບັນດາການນຳ NATO ຖື ຈີນ ແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງ, ສິ່ງທ້າທາຍທີ່ມີລັກສະນະລະບົບ, ພ້ອມທັງໃຫ້ຄຳໝັ້ນສັນຍາຕ້ານການລູກຮື້ຂຶ້ນຂອງ ຈີນ. ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ “ບັນດາການກະທຳເດັດດ່ຽວ ແລະ ຄວາມມັກໃຫຍ່ໃຝ່ສູງຂອງຈີນ ໄດ້ກໍ່ບັນດາສິ່ງທ້າທາຍໃນ ທຸກດ້ານຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ຂອງສຳພັນທະມິດ”.

ເນັ້ນໜັກກ່ຽວກັບຫຼັກໝັ້ນນີ້, ທ່ານເລຂາທິການໃຫຍ່ NATO Jens Stoltenberg ໄດ້ຢັ້ງຢືນວ່າ, ເລື່ອງທະຫານຈີນປະກົດຕົວຢູ່ Baltic ຈົນຮອດ ອາບຟຼິກກາ ນັບມື້ນັບເພີ່ມຂຶ້ນ ບັງຄັບໃຫ້ NATO ຕ້ອງມີການກະກຽມວ່າ: “ຈີນພວມຍັບ ເຂົ້າໃກ້ກັບພວກເຮົາ, ພວກເຮົາເຫັນ ຈີນຜ່ານລະບົບອັນເຕີເນັດ, ຢູ່ ອາບຟຼິກກາ ແລະ ກໍ່ເຫັນ ຈີນລົງທຶນເຂົ້າໃນບັນດາພື້ນຖານໂຄງລ່າງສຳຄັນຂອງພວກເຮົາ ພວກເຮົາຕ້ອງພ້ອມກັນຮັບມືຄືສຳພັນທະມິດ”

ຖະແຫຼງການຮ່ວມຂອງ NATO ໄດ້ຍົກອອກມາພາຍຫຼັງກຸ່ມ G7 ດ້ວຍສະມາຊິກເກືອບທັງໝົດແມ່ນບັນດາປະເທດຂຶ້ນກັບ NATO ໄດ້ຍົກອອກຖະແຫຼງການກ່ຽວກັບບັນດາບັນຫາ ທີ່ກ່ຽວຂ້ອງເຖິງຈີນຄື: ບັນຫາສິດທິມະນຸດຢູ່ເຂດ ຊີນຈຽງ, ເພີ່ມທະວີຄວາມເປັນເຈົ້າຕົນເອງຂອງ ຮົ່ງກົງ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນຊ່ອງແຄບ ໄຕຫວັນ. ນີ້ລ້ວນແຕ່ໄດ້ຮັບຖືວ່າແມ່ນບັນດາບັນຫາສະດຸ້ງໄວ ແລະ ຍາມໃດກໍ່ປະສົບກັບປະຕິກິລິຍາຢ່າງແຮງຂອງຈີນ.

ກ່ອນໜ້ານັ້ນ, ຢູ່ກອງປະຊຸມກັບລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ສະມາຊິກ NATO ໃນວັນທີ 23 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ກໍ່ໄດ້ຮຽກຮ້ອງໃຫ້ “NATO ຈົ່ງສຸມໃສ່ບາງສິ່ງທ້າທາຍ ເຊິ່ງ ຈີນ ໄດ້ສ້າງຂຶ້ນຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ”. ສ່ວນໃນວາລະອະພິປາຍຕໍ່ສະພາສູງ ອາເມລິກາ ເມື່ອເດືອນເມສາປີ 2021, ທ່ານ ພົນເອກ ຜູ້ບັນຊາການກອງບັນຊາການໃຫຍ່ ອາບຟຼິກກາ ຂອງ ອາເມລິກາ (AFRICOM) ໄດ້ເນັ້ນໜັກວ່າ, ຄວາມມານະພະຍາຍາມສ້າງຕັ້ງຖານທີ່ໝັ້ນກອງທັບເຮືອ ຈີນ ຢູ່ທາງຕາເວັນຕົກ ອາບຟຼິກກາ ແມ່ນ “ຄວາມສົນໃຈແຖວໜ້າໃນການແກ້ງແຍ້ງທົ່ວໂລກ ລະຫວ່າງບັນດາປະເທດມະຫາອຳນາດ”.

ຕາມວົງການນັກໄຈແຍກແລ້ວ, ດ້ວຍບັນດາບາດກ້າວເດີນນີ້, NATO ພາຍໃຕ້ການນຳພາຂອງ ອາເມລິກາ ພວມນັບມື້ນັບກຳນົດຫຼັກໝັ້ນແຂງກະດ້າງກັບ ຈີນ ຫຼາຍກ່ວາອີກ. ເພາະສະນັ້ນ, ເຖິງວ່າທ່ານ ເລຂາທິການໃຫຍ່ NATO ຢັ້ງຢືນວ່າ ຈີນ “ບໍ່ແມ່ນຄູ່ແຂ່ງ ຫຼື ສັດຕູ” ຂອງ NATO ແລະ ເຈົ້າໜ້າທີ່ NATO ຫຼາຍທ່ານກໍ່ເນັ້ນໜັກວ່າ ນີ້ພຽງແຕ່ແມ່ນການກະທຳທີ່ມີລັກສະນະປ້ອງກັນຂອງກຸ່ມ, ດັ່ງນັ້ນປະຕິກິລິຍາຂອງ ຈີນ ແມ່ນສິ່ງ ຍາກທີ່ຈະຫຼີກລ້ຽງໄດ້.

ປະຕິກິລິຍາຢ່າງຂ້ຽວຂາດຂອງຈີນ

ຄວາມຈິງແລ້ວ, ພາຍຫຼັງ NATO ອອກຖະແຫຼງການຮ່ວມໃນວັນທີ 14 ມິຖຸນາ, ຄະນະຕາງໜ້າຂອງ ຈີນ ປະຈຳສະຫະພາບເອີລົບ (EU) ໄດ້ອອກຖະແຫຼງການຢ່າງທັນການ ຊຶ່ງຮຽກຮ້ອງໃຫ້ NATO ຄວນສັງເກດການພັດທະນາຂອງຈີນ ແລະ ຢຸດຕິການເວົ້າເກີນຄວາມຈິງ “ທິດສະດີກ່ຽວກັບໄພນາບຂູ່ຂອງຈີນ” ໃນທຸກຮູບແບບ. ໂຄສົກຄະນະຜູ້ຕາງໜ້າຂອງ ຈີນ ໄດ້ຢັ້ງຢືນວ່າ ເລື່ອງ NATO ຖືວ່າ ຈີນຕ້ອງ “ສ້າງສິ່ງທ້າທາຍທີ່ມີລັກສະນະເປັນລະບົບ” ແມ່ນ ການ“ໃສ່ຮ້າຍປ້າຍສີ” ຕໍ່ການພັດທະນາສັນຕິພາບຂອງປະເທດນີ້, ແມ່ນການສັນນິຖານທີ່ຜິດພາດກ່ຽວກັບສະພາບການສາກົນ ແລະ ບົດບາດຂອງເຂົາເຈົ້າ, ກໍ່ແມ່ນການສືບຕໍ່ຈິນຕະນາການສົງຄາມເຢັນ ແລະ ການທຳລາຍຂອງຈິດຕະການການເມືອງຕາມກຸ່ມ. ຈີນ ເດີນຕາມນະໂຍບາຍປ້ອງຊາດທີ່ມີລັກສະນະປ້ອງກັນຕົວ ແລະ ເລື່ອງປະເທດນີ້ດຳເນີນການສ້າງດ້ານການປ້ອງກັນຊາດ ແລະ ທະຫານເປັນທັນສະໄໝ ແມ່ນຊອບທຳ, ເໝາະສົມ, ເປີດເຜີຍໂປ່ງໄສ. ຈີນ ໃຫ້ຄຳໝັ້ນສັນຍາພັດທະນາສັນຕິພາບ ແຕ່ຍາມໃດກໍ່ຮັກສາສິດປົກປັກຮັກສາສັນຕິພາບ ຢ່າງສະເໝີຕົ້ນສະເໝີປາຍ ຄືການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດພັດທະນາຂອງຕົນຢ່າງເດັດຂາດ. ພິເສດ, ຈີນ ຈະຕິດຕາມບັນດາການປັບປຸງຍຸດທະສາດຂອງ NATO ຢ່າງໃກ້ຊິດ, ກໍ່ຄືບັນດາການປັບປຸງນະໂຍບາຍສຳລັບ ຈີນ, ພ້ອມທັງກ່າວເຕືອນວ່າ ຖ້າຜູ້ໃດຢາກ “ມີການທ້າທາຍຢ່າງເປັນລະບົບ” ສຳລັບ ຈີນ, ປະເທດນີ້ ຈະບໍ່ເມີນເສີຍ.

ກ່ອນໜ້ານັ້ນ, ປັກກິ່ງກໍ່ໄດ້ອອກສຽງໃນທັນທີ ເພື່ອໂຕ້ຕອບຖະແຫຼງການຮ່ວມຂອງ G7 ກ່ຽວກັບບັນດາບັນຫາຂອງຈີນ, ຖືນີ້ແມ່ນການກະທຳແຊກແຊງເຂົ້າວຽກງານພາຍໃນ ແລະ ຮຽກຮ້ອງໃຫ້ NATO “ຢຸດຕິການເສກສັນປັ້ນແຕ່ງ”.

ຕາມວົງການນັກໄຈແຍກແລ້ວ, ເຖິງວ່າການໂຕ້ຖຽງກັນ ແລະ ການຕຳໜິຕິຕຽນ ລະຫວ່າງ NATO ແລະ ຈີນ ໄດ້ດຳເນີນໄປເປັນແນວໃດກໍ່ຕາມ, ການພົວພັນລະຫວ່າງສອງຝ່າຍກໍ່ໄດ້ປ່ຽນໄປສູ່ສະພາບການໃໝ່ຊຶ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ແລະຕາມນັ້ນແລ້ວ, ຄວາມສ່ຽງເກີດຂຶ້ນສຳລັບການພົວພັນນີ້ ກໍ່ໄດ້ຮັບການຍູ້ຂຶ້ນລະດັບສູງກ່ວາ.

ຕອບກັບ