ໝາກຜົນດ້ານເສດຖະກິດໃນ 6 ເດືອນຕົ້ນປີ: ເປັນການພິສູດໃຫ້ເຫັນບັນດາລັດຖະນະໂຍບາຍບໍລິຫານອັນຖືກຕ້ອງ

Hong Van
Chia sẻ

(VOVWORLD) - ໃນສະພາບການເສດຖະກິດໂລກ ມີການຜັນປ່ຽນຫລາຍຢ່າງ ແລະ ບັນດາສິ່ງທ້າທາຍພາຍໃນ, ໝາກຜົນການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີນີ້ຂອງ ຫວຽດນາມ ບັນລຸ 6,42% ແມ່ນລະດັບເປັນຫນ້າປະທັບໃຈ. ໝາກຜົນນີ້ສະແດງໃຫ້ເຫັນຄວາມມານະພະຍາຍາມໃຫຍ່ຈາກອຳນາດການປົກຄອງ, ປະຊາຄົມວິສາຫະກິດໃນຕະຫລອດໄລຍະຜ່ານມາ ພ້ອມທັງຢັ້ງຢືນລັກສະນະອັນຖືກຕ້ອງໃນນະໂຍບາຍບໍລິຫານເສດຖະກິດຂອງ ຫວຽດນາມ.

ໝາກຜົນດ້ານເສດຖະກິດໃນ 6 ເດືອນຕົ້ນປີ: ເປັນການພິສູດໃຫ້ເຫັນບັນດາລັດຖະນະໂຍບາຍບໍລິຫານອັນຖືກຕ້ອງ - ảnh 1ກຳປັ່ນສາກົນ ແລກຫ້ວຽນ ຢູ່ ຫາຍຟ່ອງ. ພາບປະກອບ: Đức Nghĩa/TTXVN

ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີຂອງ ຫວຽດນາມ ສືບຕໍ່ຕາມທ່າອ່ຽງຕັ້ງຫນ້າ, ລະດັບການເຕີບໂຕ  GDP 6 ເດືອນຜ່ານມາບັນລຸ 6,42% ແມ່ນລະດັບສູງທີ 2 ໃນຮອບເວລາ 5 ປີມານີ້, ພຽງແຕ່ຖັດຈາກລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ 2022.

ລະອຽດ: ເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການກວມເອົາອັດຕາສ່ວນສູງສຸດ ແມ່ນກຳລັງຫນູນໃຫ້ແກ່ພື້ນຖານເສດຖະກິດ. ໃນຂະນະນັ້ນ, ມູນຄ່າເພີ່ມໃນທົ່ວຂະແຫນງອຸດສາຫະກຳ 6 ເດືອນຜ່ານມາ ບັນລຸ 7,54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ການເຄື່ອນໄຫວນຳເຂົ້າສົ່ງອອກດຳເນີນໄປຢ່າງຟົດຟື້ນ, ມູນຄ່າສົ່ງອອກເກີນດຸນຄາດວ່າບັນລຸກວ່າ 11,6 ຕື້ USD, ເປັນຫນ້າສົນໃຈ ອຸດສາຫະກຳການຜະລິດຕິດພັນກັບການສົ່ງອອກ, ຊື່ງແມ່ນຂົງເຂດເຕີບໂຕເປັນຫລັກຂອງພື້ນຖານເສດຖະກິດຫວຽດນາມ ໄດ້ຟື້ນຕົວຄືນໃຫມ່.

ການຜະລິດອຸດສາຫະກຳເພີ່ມຂຶ້ນຢ່າງແຮງ ເຮັດໃຫ້ການນຳເຂົ້າແຫລ່ງວັດຖຸດິບຫລັກກໍ່ເພີ່ມຂຶ້ນໄປນຳ ເປັນຕົ້ນແມ່ນກຸ່ມວິສາຫະກິດຢູ່ພາຍໃນປະເທດ.

ໃນສະພາບຄວາມກົດດັນໄພເງິນເຟີ້ຂອງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຍັງຄົງຜັນແປສັບສົນ, ອັດຕາດອກເບ້ຍຢູ່ໃນລະດັບສູງ, ຄວາມຕ້ອງການຂອງພື້ນຖານເສດຖະກິດໂລກບໍ່ມີບາດກ້າວກະໂດດ. ຫວຽດນາມ ຍັງຄົງຮັກສາລະດັບການດຶງດູດການລົງທຶນຂອງຕ່າງປະເທດ (FDI) ເປັນຢ່າງດີ. ເງິນລົງທຶນໂດຍກົງຂອງຕ່າງປະເທດຢູ່ ຫວຽດນາມ ຄາດວ່າ ບັນລຸ 10,84  ຕື້ USD, ເພີ່ມຂຶ້ນ 8,2% ແມ່ນລະດັບສູງສຸດໃນໄລຍະ 6 ເດືອນຕົ້ນປີໃນຮອບເວລາ 5 ປີມານີ້. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລ້າງ, ຄູສອນຢູ່ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ:

          “ກ່ອນນີ້ 4-5 ເດືອນ, ມີຫລາຍຄົນຄິດວ່າ ສະພາບການເສດຖະກິດ ຫວຽດນາມ ອາດຈະມືດມົວ. ແຕ່ມາຮອດປະຈຸບັນ ແມ່ນມີສັນຍານດີຂຶ້ນແລ້ວ. ຂ້າພະເຈົ້າຄິດວ່າ GDP ປີນີ້ ອາດຈະບັນລຸ 6,5-6,8%.”

          ນະໂຍບາຍບໍລິຫານທີ່ເປັນເອກະພາບ, ລຸລ່ວງ

ບັນດາການນຳ ຫວຽດນາມ ໄດ້ກຳນົດວ່າ ພ້ອມກັບການຮັກສາສະຖຽນລະພາບດ້ານການເມືອງ, ເລື່ອງຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແມ່ນສວມບົດບາດຈຸດສຸມໃນການພັດທະນາເສດຖະກິດ ຫວຽດນາມ.

ວິວັດການຟື້ນຕົວຂອງພື້ນຖານເສດຖະກິດໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຂີດໝາຍທີ່ຫນ້າປະ ທັບໃຈຂອງບັນດາຄວາມມານະພະຍາຍາມໃນການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ ຂະແຫນງການ ແລະ ບັນດາທ້ອງຖິ່ນ.

          ຂີດໝາຍ ນັ້ນແມ່ນບັນດາການກະທຳຢ່າງທັນການໃນການແກ້ໄຂບັນດາບັນຫາ “ຮ້ອນເຮັ່ງ”, ແກ້ໄຂຮົ້ວກີດຂວາງ ເພື່ອແນໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ເລື່ອງມານະພະຍາຍາມໃນການຜັນຂະຫຍາຍບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມ ໃນ 3 ຂົງເຂດ ແມ່ນ ທາງບົກ, ທາງລົດໄຟ ແລະ ທາງອາກາດ, ປະກອບສ່ວນສ້າງສະພາບການພັດທະນາໃຫມ່,ເຂດຕົວເມືອງ, ການບໍລິການ, ອຸດສາຫະກຳໃຫມ່, ຫລຸດຜ່ອນລາຍຈ່າຍ logistics, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ, ວິສາຫະກິດ ແລະ ສິນຄ້າ.

         ທ່ານນາຍົກລັດຖະມົນຕີ ພ້ອມກັບຫນ່ວຍປະຕິບັດງານຂອງລັດຖະບານ ໄດ້ລົງກວດກາ, ເລັ່ງລັດ ຄວາມຄືບຫນ້າບັນດາກິດຈະກຳ, ໂຄງການຈຸດສຸມໃນທົ່ວປະເທດເປັນປະຈຳ.ນີ້ບໍ່ພຽງແຕ່ແມ່ນການໃຫ້ກຳລັງໃຈ, ລະດົມດ້ານຈິດໃຈສຳລັບຖັນແຖວພະນັກງານ, ກຳມະກອນຜູ້ອອກແຮງງານໂດຍກົງຢູ່ບັນດາກິດຈະກຳເທົ່ານັ້ນ ຫາກທ່ານນາຍົກລັດຖະມົນຕີ ຍັງຍົກອອກບັນດາຄຳຊີ້ນຳ, ການກຳນົດທິດເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລ້າງ ຍັງໃຫ້ຮູ້ຕື່ມອີກວ່າ:

“ການບໍລິຫານເສດຖະກິດຂອງ ຫວຽດນາມ ບັນລຸໝາກຜົນດີ. ພິເສດ ແມ່ນບັນດານະໂຍບາຍກ່ຽວຂ້ອງເຖິງອັດຕາດອກເບ້ຍ, ກະຕຸ້ນຍອດຄວາມຕ້ອງການ, ນະໂຍບາຍກ່ຽວຂ້ອງເຖິງການລົງທຶນ, ເພີ່ມທະວີການຮ່ວມສຳພັນ”

       ທ່ານນາງ ຫງວຽນທິເຮື່ອງ, ຫົວຫນ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ:

“ເລື່ອງເຊື່ອມຕໍ່ການຕອບສະຫນອງ - ຄວາມຕ້ອງການ, ຊຸກຍູ້ຄວາມຕ້ອງການພາຍໃນປະເທດ ແລະ ຮັກສາໄດ້ຄວາມຕ້ອງການສາກົນ ພວມເພີ່ມຂຶ້ນສູງ. ນັ້ນແມ່ນບັນດາທ່າໄດ້ປຽບ. ພວກເຮົາສົມທົບ ນະໂຍບາຍ ຢ່າງກົມກຽວເພື່ອຮັບປະກັນສະຖຽນລະພາບດ້ານມະຫາພາກ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ”

ຄວາມບົ່ມຊ້ອນເພື່ອຮັກສາການເຕີບໂຕເສດຖະກິດໃຫ້ດີໃນປີ 2024 ແມ່ນພວມມີຢູ່ແລ້ວ. ເລື່ອງບໍລິຫານຢ່າງທັນການຂອງລັດຖະບານ ແລະ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ສືບຕໍ່ໄດ້ຮັກສາ ຈະຊ່ວຍເສີມຂະຫຍາຍບັນດາປັດໄຈຕັ້ງຫນ້າ, ປະກອບສ່ວນສຳເລັດເປົ້າໝາຍພັດທະນາຂອງທົ່ວປະເທດໃນປີນີ້.

ຕອບກັບ