ອະ​ນາ​ຄົດ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ

Chia sẻ
(VOVWORLD) - ວັນທີ 3 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການ (30/6 – 3/7), ຕາມການເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo. ໝາກຜົນຂອງການຢ້ຽມຢາມໄດ້ຕັ້ງພື້ນຖານສຳຄັນໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ສ.ເກົາຫຼີ, ພິເສດແມ່ນເສດຖະກິດ
ອະ​ນາ​ຄົດ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ (ພາບ: VOV)

ການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບຄວາມສົນໃຈ ແລະ ຄາດຫວັງຂອງວົງການເຈົ້າໜ້າທີ່ ແລະ ວິສາຫະກິດສອງປະເທດ, ໃນສະພາບການສອງປະເທດລ້ວນແຕ່ສຸມໃສ່ເຂົ້າການຮ່ວມມືດ້ານເສດຖະກິດ ແລະ ຖືນີ້ແມ່ນເສົາຄ້ຳແທດຈິງໃນການພົວພັນສອງຝ່າຍ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ: ຈຸດສຸມຂອງການຢ້ຽມຢາມ

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ສ.ເກົາຫຼີ. ເສດຖະກິດໄດ້ກຳນົດແມ່ນເສົາຄ້ຳສຳຄັນໃນການຮ່ວມມືສອງຝ່າຍ ຫວຽດນາມ - ສ.ເກົາຫຼີ. ແຜນການເຄື່ອນໄຫວສະແດງໃຫ້ເຫັນຢ່າງຈະແຈ້ງຈຸດສຸມເຊິ່ງຜູ້ນຳລັດຖະບານປາດຖະໜາຢາກຊຸກຍູ້ໃນການຮ່ວມມືກັບຄູ່ຮ່ວມມືການຄ້າ, ການລົງທຶນແຖວໜ້າຂອງ ຫວຽດນາມ. ໃນຈຳນວນ 30 ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຢູ່ ສ.ເກົາຫຼີ, ມີເຖິງກ່ວາເຄິ່ງໜຶ່ງແມ່ນເຫດການທີ່ກ່ຽວຂ້ອງເຖິງເສດຖະກິດ.

ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ 3 ເວທີປາໄສ: ເວທີປາໄສ ວິສາຫະກິດ, ເວທີປາໄສສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືວັດທະນະທຳ, ເວທີປາໄສແຮງງານ ຫວຽດນາມ - ສ.ເກົາຫຼີ. ຜູ້ນຳລັດຖະບານ ຫວຽດນາມ ກໍ່ເຂົ້າຮ່ວມ 2 ການໂອ້ລົມສົນທະນານັ້ນແມ່ນ: ການໂອ້ລົມສົນທະນາກັບການນຳບັນດາອົງການຈັດຕັ້ງເສດຖະກິດ ສ.ເກົາຫຼີ ແລະ ການໂອ້ລົມສົນທະນາບັນດານັກປັນຍາຊົນ, ນັກວິທະຍາສາດສ.ເກົາຫຼີກ່ຽວກັບຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງໃຫ້ການຕ້ອນຮັບການນຳກຸ່ມບໍລິສັດເສດຖະກິດແຖວໜ້າສ.ເກົາຫຼີຈຳນວນໜຶ່ງພວມມີຄວາມປາດຖະໜາຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດຄື: ເຕັກໂນໂລຢີຊີວະສາດ, ເຫຼັກກ້າ, ພະລັງງານ, ການຄ້າ…

ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ການນຳລັດຖະບານ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ເປັນເຈົ້າການສຳຜັດ, ຮັບຟັງ, ແກ້ໄຂບັນດາຈຸດອຸດຕັນ, ຮົ້ວກີດຂວາງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດສ.ເກົາຫຼີ ເຄື່ອນໄຫວທຳການຜະລິດ, ດຳເນີນທຸລະກິດຢ່າງມີສະຖຽນລະພາບ ແລະ ສະດວກ ຢູ່ ຫວຽດນາມ. ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ເຂົ້າມາລົງທຶນຢູ່ ຫວຽດນາມ, ພວກກເພື່ອນຈະໄດ້ຮັບປະກັນສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມສະເໝີພາບໃນການດຳເນີນທຸລະກິດ, ໃນການຜະລິດ. ພວກເຮົາພ້ອມກັນຂຸດຄົ້ນ, ພ້ອມກັນພັດທະນາແລະ ສ້າງມູນຄ່າໃໝ່ໃຫ້ແກ່ສອງປະເທດ.

ບັນດາຂໍ້ຕົກລົງຮ່ວມມືຢ່າງລະອຽດ

ໝາກຜົນພົ້ນເດັ່ນທີ່ສຸດໃນການຮ່ວມມືສອງຝ່າຍຜ່ານການຢ້ຽມຢາມຄັ້ງນີ້ແມ່ນຄວາມເຫັນດີເປັນເອກະພາບສູງຂອງການນຳສອງປະເທດເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນປັດຈຸບັນ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 100 ຕື້USD ໃນປີ 2025 ແລະ 150 ຕື້ USDໃນປີ 2030ຕາມທິດສົມດູນ, ຍືນຍົງໂດຍໄວ. ເພື່ອບັນລຸໄດ້ເປົ້າໝາຍນີ້, ສອງຝ່າຍເຫັນດີເປັນເອກະພາບກັນໃນການຮ່ວມມືຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນບັນດາກົນໄກຮ່ວມມືເສດຖະກິດສອງຝ່າຍແລະ ຫຼາຍຝ່າຍ, ໃນນັ້ນມີການເຊັ່ນຂໍ້ຕົກລົງຮັບຮອງເຊິ່ງກັນແລະກັນ (MRA) ກ່ຽວກັບໂຄງການວິສາຫະກິດບຸລິມະສິດ(AEO)  ໃນປີ 2024.     

ອະ​ນາ​ຄົດ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືດ້ານວັດທະນະທຳ ຫວຽດນາມ - ສ.ເກົາຫຼີ (ພາບ: TTXVN)

ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ເພື່ອເປີດປະຕູໃຫ້ແກ່ສິດຄ້າປະເພດໝາກກ້ຽງໃຫຍ່ຂອງ ຫວຽດນາມ ແລະ ໝາກ ເມລອນ ຂອງສ.ເກົາຫຼີ ແຊກຊຶມເຂົ້າຕະຫຼາດຂອງກັນໃນປີ 2024. ນອກຈາກນັ້ນ, ຫວຽດນາມ ແລະ ສ.ເກົາຫຼີ ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຂົງເຂດກະສິກດຳສິນໃນນ້ຳ; ຊຸກຍູ້ການແລກປ່ຽນຄ້າຂາຍຜະລິດຕະພັນສັດລ້ຽງ ແລະ ສິນໃນນ້ຳ; ເຫັນດີເປັນເອກະພາບສົ່ງເສີມບັນດາວິສາຫະກິດສ.ເກົາຫຼີເປີດກວ້າງການລົງທຶນເຂົ້າຫວຽດນາມ, ໃນບັນດາຂະແໜງອຸດສາຫະກຳປາຍແຫຼມ, ອຸດສາຫະກຳອະນາຄົດ…

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຈະຮ່ວມມືຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຢ່າງສະດວກ ແລະ ມີປະສິດທິຜົນບັນດາໂຄງການຮ່ວມມືພັດທະນາລະຫວ່າງສອງປະເທດດ້ວຍຂອບຂະໜາດ 52 ລ້ານ USD ໃນປີ 2024. ສອງຝ່າຍໄດ້ເຫັນດີເປັນເອກະພາບມານະພະຍາຍາມເປີດກວ້າງຂອບຂະໜາດ ແລະ ຂະແໜງອາຊີບຕ້ອນຮັບແຮງງານ ຫວຽດນາມ ມາເຮັດວຽກຢູ່ສ.ເກົາຫຼີ, ສືບຕໍ່ເປີດກວ້າງຂອບຂະໜາດຕ້ອນຮັບແຮງງານມີລະດັບວິຊາການເຕັກນິກໃນຂົງເຂດ ຕໍ່ກຳປັນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການບໍລິການ.

ເນື່ອງໃນໂອກາດມາຢ້ຽມຢາມສ.ເກົາຫຼີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ບັນດາກະຊວງ, ຂະແໜງການສອງປະເທດໄດ້ເຊັ່ນເອກະສານຮ່ວມມື 9 ສະບັບໃນບັນດາຂົງເຂດຄື: ການພັດທະນາ, ການຄ້າ - ການລົງທຶນ, ວິສາຫະກິດຂະໜາດກາງແລະນ້ອຍ - ປ່ຽນແປງໃໝ່ - ເລີ່ມຕົ້ນທຸລະກິດ, ສິ່ງແວດລ້ອມ, ແກ້ງແຍ້ງ ແລະ ປົກປ້ອງຜູ້ຊົມໃຊ້, ການສຶກສາ.

ການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະສົບຜົນສຳເລັດຢ່າງດີງາມ. ໝາກຜົນຂອງການຢ້ຽມຢາມໄດ້ວາງພື້ນຖານສຳຄັນໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່ໃນການພົວພັນສອງຝ່າຍພ້ອມກັນນັ້ນກໍ່ຢັ້ງຢືນ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ.

ຕອບກັບ