ການເລືອກງຕັ້ງຢູ່ ອັງກິດ: ການປ່ຽນແປງຢ່າງໃຫ່ຍຫຼວງສຳລັບປະເທດ ອັງກິດ ພາຍຫຼັງ 14 ປີ

Quang Dung
Chia sẻ
(VOVWORLD) -ດ້ວຍເລື່ອງໄດ້ຮັບຈຳນວນບັດສະໜັບສະໜູນທັງໝົດປະມານ 40% ຂອງຈຳນວນຜູ້ມີສິດເລືອກຕັ້ງ ອັງກິດ ໃນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ຊື່ງໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດທີ່ຜ່ານມານັ້ນ, ພັກແຮງງານຢູ່ ອັງກິດ ໄດ້ຮັບໄຊຊະນະ ແລະ ຈະສ້າງຕັ້ງລັດຖະບານໃໝ່ ຢຸດຕິ 14 ປີທີ່ພັກຮັກສາເດີມໄດ້ກຳສິດອຳນາດ. ເຫດການນີ້ອາດຈະເປັນຂີດໝາຍແຫ່ງການປ່ຽນແປງໃຫ່ຍ ໃນນະໂຍບາຍການພົວພັນພາຍໃນ ແລະ ຕ່າງປະເທດຂອງປະເທດ ອັງກິດ.
ການເລືອກງຕັ້ງຢູ່ ອັງກິດ:  ການປ່ຽນແປງຢ່າງໃຫ່ຍຫຼວງສຳລັບປະເທດ ອັງກິດ ພາຍຫຼັງ 14 ປີ - ảnh 1

ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ພັນລະຍາ ພາຍຫຼັງການປ່ອນບັດຢູ່ ລອນດອນ ເມື່ອວັນທີ  4/7/2024. (ພາບ: Reuters/TTXVN)

   ຕາມໝາກຜົນໃນເບື້ອງຕົ້ນ ໂດຍຄະນະກຳມະການເລືອກຕັ້ງແຫ່ງຊາດ ອັງກິດ ປະກາດໃນຕອນເຊົ້າວັນທີ 5 ກໍລະກົດ, ພັກແຮງງານໄດ້ຮັບຈຳນວນບັດສະໜັບສະໜູນປະມານ 40% ເທົ່າກັບ 410 ທີ່ນັ່ງຢູ່ສະພາຕ່ຳ ອັງກິດ ໃນອາຍຸການຈະມາເຖິງ, ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດ ແລະ ລື່ນກາຍຕົວເລກ 326 ທີ່ນັ່ງທີ່ຈຳເປັນ ເພື່ອໄດ້ສ້າງລັດຖະບານ. ພັກຮັກສາເດີມກຳອຳນາດຂອງທ່ານນາຍົກລັດຖະມົນຕີ Rishi Sunak ຢືນອັນດັບທີສອງດ້ວຍ 140 ທີ່ນັ່ງ ຊື່ງແມ່ນໝາກຜົນການເລືອກຕັ້ງທີ່ຕ່ຳທີ່ສຸດໃນປະຫວັດສາດຂອງພັກນີ້.

ການເລືອກງຕັ້ງຢູ່ ອັງກິດ:  ການປ່ຽນແປງຢ່າງໃຫ່ຍຫຼວງສຳລັບປະເທດ ອັງກິດ ພາຍຫຼັງ 14 ປີ - ảnh 2

ການນຳພັກແຮງງານ ອັງກິດ Keir Starmer ໃນບັ້ນຫາສຽງເລືອກຕັ້ງເມື່ອວັນທີ 2/7/2024. (ພາບ: Reuters/TTXVN)

 ໝາກຜົນໄດ້ຄາດຄະເນກ່ອນແລ້ວ

    ໝາກຜົນການເລືອກຕັ້ງທົ່ວປະເທດ ອັງກິດ ບໍ່ແມ່ນສິ່ງທີ່ແປກປະຫຼາດຍ້ອນວ່າ ໃນ 2 ປີຜ່ານມາ, ການຢັ່ງຫາງສຽງທັງໝົດຢູ່ ອັງກິດ ກໍ່ພາໄປເຖິງຂໍ້ສະຫລຸບລວມທີ່ວ່າ ພັກ ແຮງງານຝ່າຍຄ້ານ ຈະຍາດໄດ້ໄຊຊະນະຕໍ່ພັກຮັກສາເດີມກຳອຳນາດ ໃນການເລືອກຕັ້ງທົ່ວປະເທດ. ຕາມວົງການນັກສັງເກດການແລ້ວ, ສາຍເຫດພາໄປເຖິງສິ່ງດັ່ງກ່າວ ແມ່ນວິວັດການຊຸດໂຊມທີ່ເປັນລະບົບຂອງພັກຮັກສາເດີມ ໃນຕະຫຼອດເວລາເກືອບ 1 ທົດສະວັດທີ່ຜ່ານມາ, ເລີ່ມຈາກເລື່ອງທ່ານອະດີດນາຍົກລັດຖະມົນຕີ David Cameron ດຳເນີນການລົງປະຊາມະຕິ ກ່ຽວກັບເລື່ອງຖອນຕົວອອກຈາກສະຫະພາບ ເອີລົບ (EU) - Brexit ເມື່ອປີ 2016.

    ເລື່ອງໃຊ້ຫຼາຍແຫຼ່ງກຳລັງ ແລະ ດ້ານການເມືອງເຂົ້າໃນ  Brexit ແລະ ການເຈລະຕາຄັ້ງຕ່າງໆທີ່ແກ່ຍາວເປັນເວລາ 3 ປີກັບ EU ກ່ຽວກັບຂໍ້ຕົກລົງຫຼັງ Brexit ໄດ້ເຮັດໃຫ້ ຄວາມສາມາດບໍລິຫານ ຂອງລັດຖະບານພັກຮັກສາເດີມລຸ້ນຕ່າງໆຫລຸດລົງ. ຄຽງຂ້າງນັ້ນ, ການຕ້ານໂລກລະບາດທີ່ບໍ່ມີປະສິດທິຜົນ ແລະ ເລື່ອງສ່ວນຕົວບໍ່ດີ ໃນໄລຍະເກີດໂລກລະບາດ COVID-19 (ສະໄໝຂອງທ່ານ Boris Johnson) ຫຼືຍຸດທະສາດເສດຖະກິດຜິດພາດ (ສະໄໝຂອງທ່ານນາງ Liz Truss) ກໍ່ໄດ້ຍູ້ອິດທິພົນຊື່ສຽງຂອງພັກນີ້ ຫລຸດລົງໃນລະດັບຕ່ຳສຸດໃນຫຼາຍທົດສະວັດ ຊື່ງໄດ້ເຮັດໃຫ້ຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ຫັນໄປສູ່ການສະໜັບສະໜູນພັກ ແຮງງານຝ່າຍຄ້ານ. ທ່ານສາດສະດາຈານ Mark Shanahan ຂອງມະຫາວິທະຍາໄລ  Surrey (ອັງກິດ) ຕີລາຄາວ່າ:

     ຂ້າພະເຈົ້າບໍ່ຄິດວ່າ ພັກແຮງງານໄດ້ມີການພັດທະນາທີ່ດີ ແຕ່ພັດຖືວ່າ ພັກຮັກສາເດີມໄດ້ອ່ອນເພຍລົງຢ່າງຈະແຈ້ງ ແລະ ສິ່ງທີ່ເກີດຂຶ້ນໃນປະຈຸບັນ ພຽງແຕ່ແມ່ນເລື່ອງປະເທດ ອັງກິດ ໄດ້ໄປຮອດໄລຍະສຸດທ້າຍຂອງຮອບເລືອກຕັ້ງ ທີ່ໄດ້ນຳພັກຮັກສາເດີມຂຶ້ນກຳອຳນາດໃນເວລາ 14 ປີທີ່ຜ່ານມາ. ໄລຍະນີ້ ໄດ້ຜ່ານສະໄໝຂອງບັນດາການນຳຄື: ທ່ານ David Cameron ທ່ານນາງ Theresa May, ທ່ານ Boris Johnson, ທ່ານນາງ Liz Truss ຕະຫຼອດຮອດທ່ານ Sunak ແລະ ທຸກສິ່ງທຸກຢ່າງກໍ່ບໍ່ມີຫຍັງດີຂຶ້ນ. ດັ່ງນັ້ນ, ທຸກຄົນຕ່າງກໍ່ເຫັນວ່າ ເຖິງເວລາແລ້ວທີ່ປະເທດ ອັງກິດ ຕ້ອງໄດ້ປ່ຽນແປງ.

ການປ່ຽນແປງໃດແດ່ໃຫ້ແກ່ປະເທດ ອັງກິດ?

     ສຳລັບພັກແຮງງານ, ໄຊຊະນະປີນີ້ ແມ່ນໜຶ່ງໃນບັນດາໄຊຊະນະໃຫ່ຍທີ່ສຸດໃນປະຫວັດສາດຂອງພັກນີ້, ຊື່ງໄດ້ຊ່ວຍພັກແຮງງານ ກັບຄືນກຳອຳນາດພາຍຫຼັງ 14 ປີ. ດ້ວຍບັ້ນຫາສຽງເລືອກຕັ້ງສຸມໃສ່ຄຳຂວັນໜຶ່ງດຽວຄື “ປ່ຽນແປງ”. ພັກແຮງງານ ໄດ້ໝັ້ນໝາຍຈະປະຕິບັດບັນດານະໂຍບາຍປ່ຽນແປງປະເທດ ອັງກິດ ຢ່າງຮອບດ້ານ. ທ່ານ Keir Starmer ການນຳພັກແຮງງານ ຜູ້ທີ່ຈະຮັບຜິດຊອບຕຳແໜ່ງນາຍົກລັດຖະມົນຕີ ອັງກິດ  ໃນອາຍຸການຈະມາເຖິງ ຖະແຫຼງວ່າ:

   ປະຊາຊົນໃນທົ່ວປະເທດ ອັງກິດ ໄດ້ອອກສຽງແລ້ວ ແລະ ເຂົາເຈົ້າພ້ອມແລ້ວທີ່ຈະມີການປ່ຽນແປງ, ເພື່ອຢຸດຕິລະບອບການເມືອງທີ່ຫວັງຜົນງານ ແລະ ກັບຄືນລະບອບການເມືອງຮັບໃຊ້ມະຫາຊົນ. ບັນດາຜູ້ມີສິດເລືອກຕັ້ງໄດ້ປ່ອນບັດແລ້ວ ແລະ ປະຈຸບັນແມ່ນເວລາທີ່ພວກຂ້າພະເຈົ້າຕ້ອງປະຕິບັດ.

    ທ່ານ Matthew Johnson, ສາດສະດາຈານນະໂຍບາຍພາກລັດ ມະຫາວິທະຍາໄລ Northumbria ຢູ່ Newcastle (ອັງກິດ) ໃຫ້ຮູ້ວ່າ: ບັນດາການຄົ້ນຄ້ວາຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ອັງກິດ ໃຫ້ເຫັນວ່າ: ຜູ້ມີສິດເລືອກຕັ້ງ ອັງກິດ ແຕ່ 65-75% ພວມມຸ່ງຫວັງຈະມີການປ່ຽນແປງນະໂຍບາຍໃນບັນດາບັນຫາຄື: ການປະຕິຮູບລະບົບສາທາລະນະສຸກ, ຊີວິດສັງຄົມ; ຍຸດທະສາດປ່ຽນແປງໄປ net-zero ແຕ່ຍັງຮັກສາສິດຜົນປະໂຫຍດແຮງງານໄວ້ໄດ້; ລາຍຮັບພື້ນຖານ…ດັ່ງນັ້ນ, ກຳລັງກົດດັນໃນໄລຍະທີ່ຈະມາເຖິງຂອງພັກ ແຮງງານ ຍິ່ງໃຫ່ຍຫຼວງກ່ວາ:

    ສິ່ງທີ່ພວກເຮົາອາດຈະເຫັນປະຈັກຕາໃນປີໜ້າ ແມ່ນລັດຖະບານອາຍຸກການໃໝ່ ຕ້ອງຕິດພັນການກະທຳ ກັບບັນດາປານປ່ຽນແປງ ໃນບັນດານະໂຍບາຍດັງກ່າວ ເພື່ອຮັກສາການສະໜັບສະໜູນຂອງ ປຊຊ. ເລື່ອງບໍ່ເຮັດຫຍັງແມ່ນສິ່ງບໍ່ໄດ້ ໃນສຳພາຕ່ຳອາຍຸການໃໝ່. ເຖິງເວລາແລ້ວທີ່ຕ້ອງມີການກະທຳ.

   ກ່ຽວກັບນະໂຍບາຍການຕ່າງປະເທດ, ລັດຖະບານໃໝ່ຂອງພັກຄອງເກດ ອາດຈະຕ້ອງດຳເນີນຫຼາຍການປ່ຽນແປງໃໝ່. ໃນການພົບປະກັບສື່ມວນຊົນຕ່າງປະເທດເມື່ອວັນທີ 1 ກໍລະກົດ, ທ່ານ David Lammy, ວ່າທີ່ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ລັດຖະບານຂອງພັກ ແຮງງານ ຈະດຳເນີນ “3 ການປະຕິບັດຄືນໃໝ່” ໃນນະໂຍບາຍການຕ່າງປະເທດຂອງ ອັງກິດ, ລວມມີ: ສ້າງການພົວພັນກັບ ອີຢູ ຄືນໃໝ່ ດ້ວຍພື້ນຖານແມ່ນສົນທິສັນຍາວ່າດ້ວຍການປ້ອງກັນຄວາມໝັ້ນຄົງສະບັບໃໝ່ລະຫວ່າງ ອັງກິດ ແລະ ອີຢູ; ສ້າງນະໂຍບາຍດ້ານດິນຟ້າອາກາດຄືນໃໝ່ ເພື່ອໃຫ້ ອັງກິດ ແມ່ນປະເທດນຳໜ້າ  ໃນບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ; ສ້າງການພົວພັນລະຫວ່າງ ອັງກິດ ແລະ ໂລກພາກໃຕ້ ແລະ ບັນດາປະເທດມະຫາອຳນາດຂະໜາດກາງໃນໂລກຄືນໃໝ່ ໃນສະພາບໂລກ ທີ່ນັບມື້ນັບມີຫຼາຍຂົ້ວ ແລະ ບົດບາດຂອງປະເທດ ອັງກິດ ໃນໂລກ ໄດ້ມີການປ່ຽນແປງຫຼາຍຢ່າງໂດຍພື້ນຖານ./.

ຕອບກັບ