EVFTA ຊຸກຍູ້ການຄ້າແລະການລົງທຶນຂອງວິສາຫະກິດເອີລົບຢູ່ຫວຽດນາມ

Thu Hoa
Chia sẻ
(VOVWORLD) -ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແມ່ນ FTA ສະບັບທຳອິດຂອງສະຫະພາບເອີລົບ (ອີຢູ) ກັບປະເທດໜຶ່ງທີ່ພວມພັດທະນາຢູ່ອາຊີ.

EVFTA ຊຸກຍູ້ການຄ້າແລະການລົງທຶນຂອງວິສາຫະກິດເອີລົບຢູ່ຫວຽດນາມ - ảnh 1

(ພາບປະກອບ: vneconomy)

EVFTA ນຳມາເຊິ່ງບັນດາທ່າແຮງ ແລະ ຜົນປະໂຫຍດທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ຫວຽດນາມ ແລະ ອີຢູ, ຫຼາຍກວ່າໝູ່ແມ່ນຈະຊຸກຍູ້ດ້ານການຄ້າ ແລະ ເຮັດໃຫ້ສະພາບການລົງທຶນຂອງວິສາຫະກິດເອີລົບ ຢູ່ຫວຽດນາມ ມີການປ່ຽນແປງ.

        ນອກຈາກສັນຍາການຄ້າເສລີເຊິ່ງຫາກໍ່ໄດ້ຮັບການລົງນາມແລ້ວ, ປະຈຸບັນມີສັນຍາ FTA ອື່ນຕື່ມອີກ 3 ສະບັບທີ່ຮັບການລົງນາມກັບປະເທດຢູ່ພາກພື້ນອາຊີ ແມ່ນສັນຍາການຄ້າເສລີກັບສ.ເກົາຫຼີ, ສັນຍາການຄ້າ ແລະ ການລົງທຶນກັບສິງກະໂປ ແລະ ສັນຍາຄູ່ຮ່ວມມືເສດຖະກິດກັບຍີ່ປຸ່ນ.

ເຮັດໃຫ້ປ່ຽນແປງສະພາບການລົງທຶນຂອງເອີລົບຢູ່ຫວຽດນາມ

        ປີ 2018, ເປັນປີສ້າງຂີດໝາຍບັນດາເຫດການສຳຄັນຂອງ Euro Cham ຫວຽດນາມ. ເປັນຄັ້ງທຳອິດ, ຈຳນວນວິສາຫະກິດສະມາຊິກບັນລຸເລກໝາຍກວ່າ 1.000 ແຫ່ງ, ນຳ Euro Cham ຫວຽດນາມ ກາຍເປັນໜຶ່ງໃນບັນດາສະຫະສະມາຄົມວິສາຫະກິດເອີລົບ ໃຫຍ່ກວ່າໝູ່ໃນໂລກ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ພວມກາຍເປັນຈຸດນັດພົບທີ່ດູດດືມກວ່າສຳລັບບັນດາວິສາຫະກິດເອີລົບ ຍ້ອນການເຕີບໂຕ ແລະ ການພັດທະນາເສດຖະກິດ, ການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ການປະຕິຮູບຢູ່ພາຍໃນປະເທດ. ກ່ອນທີ່ EVFTA ຈະໄດ້ຮັບການລົງນາມ, ມີວິສາຫະກິດເອີລົບ ຫຼາຍແຫ່ງໄດ້ສ້າງຫ້ອງການຕາງໜ້າ ແລະ ສາຂາ, ຫຼື ຊອກຫາຄູ່ຮ່ວມມືຢູ່ຫວຽດນາມ ເພື່ອແນໃສ່ຊົມໃຊ້ຜົນປະໂຫຍດຈາກ EVFTA. ຕາມໝາກຜົນການສຳຫຼວດຂອງ Euro Cham ກັບບັນດາວິສາຫະກິດສະມາຊິກແລ້ວ, ມີ 80% ວິສາຫະກິດຖືວ່າ EVFTA ຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຫຼື ພໍດີພໍງາມເຖິງແຜນການດຳເນີນທຸລະກິດໄລຍະກາງ ແລະ ໄລຍະຍາວຂອງເຂົາເຈົ້າ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າຫວຽດນາມ ເຈິ່ນຕວ໊ນແອັງ, ໃຫ້ຮູ້ວ່າ.

        “ຖ້າຫາກສັນຍາ EVFTA ໄດ້ໃຫ້ສັດຕະຍາບັນ, ອາດເວົ້າໄດ້ວ່າສະພາບແວດລ້ອມແຫ່ງການລົງທຶນ ແລະ ເງື່ອນໄຂດຳເນີນທຸລະກິດ ແລະ ການລົງທຶນໃຫ້ແກ່ບັນດາວິສາຫະກິດເອີລົບ ຢູ່ຫວຽດນາມ ຈະໄດ້ຮັບການປັບປຸງຫຼາຍພໍສົມຄວນ ແລະ ບັນດາບັນຫາໃຫຍ່ກ່ຽວຂ້ອງເຖິງກົນໄກປົກປ້ອງອາລັກຂາການລົງທຶນ ກໍ່ຄືເພື່ອແກ້ໄຂບັນດາການຂັດແຍ້ງກັນໃນການລົງທຶນ ຈະໄດ້ຮັບການສ້າງ ແລະ ຈັດຕັ້ງປະຕິບັດ ໂດຍອີງໃສ່ກົດໝາຍສາກົນ, ເໝາະສົມກັບກົດໝາຍຫວຽດນາມ ກໍຄືຂອງເອີລົບ. ດ້ວຍເລື່ອງຫັນການຄ້າໃຫ້ມີຄວາມສະດວກນັ້ນ, ບັນດານັກລົງທຶນເອີລົບ ມີເງື່ອນໄຂຫຼາຍຢ່າງເພື່ອສືບຕໍ່ລົງທຶນເຂົ້າຮ່ວມພັດທະນາບັນດາຂະແໜງອຸດສາຫະກຳ ທີ່ມີເງື່ອນໄຂຂຸດຄົ້ນບັນດາທ່າແຮງພໍສົມຄວນຢູ່ຫວຽດນາມ ໃນປະຈຸບັນ ແລະ ໃນນັ້ນມີບັນດາຄວາມສາມາດບົ່ມຊ້ອນພັດທະນາໃນອະນາຄົດ”.

        EVFTA ເຮັດໃຫ້ຫວຽດນາມ ກາຍເປັນສະຖານທີ່ດູດດື່ມກວ່າ, ຍ້ອນສັນຍາດັ່ງກ່າວຈະເປີດກວ້າງຄວາມສາມາດສຳຜັດກັບຕະຫຼາດທີ່ພວມພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ ໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນເອີລົບ. EVFTA ກໍ່ຈະນຳຫວຽດນາມ ກາຍເປັນໃຈກາງການລົງທຶນຂອງບັນດາວິສາຫະກິດເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຊຸກຍູ້ດ້ານການຄ້າລະຫວ່າງຫວຽດນາມ - ອີຢູ

        ສຳລັບ EVFTA, ຫວຽດນາມ ຈະລົບລ້າງ 65% ພາສີນຳເຂົ້າສຳລັບສິນຄ້າທີ່ອີຢູ ສົ່ງອກມາຍັງ ຫວຽດນາມ ໃນທັນທີ ເມື່ອສັນຍາມີຜົນສັກສິດ. ບັນດາພາສີທີ່ຍັງເຫຼືອຈະຄ່ອຍໆຍົກເລີກເທື່ອລະໜ້ອຍໃນເວລາຫຼາຍສຸດແມ່ນ 10 ປີ. ນອກນັ້ນ, ບັນດາບໍລິສັດຂອງອີຢູ ກໍ່ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກຄຳໝັ້ນສັນຍາອື່ນໆຂອງຫວຽດນາມ ຄື: ຫຼຸດຜ່ອນຈຳນວນຮົ້ວກີດຂວາງປອດພາສີໃນຂະແໜງລົດໂອໂຕ, ຄຳໝັ້ນສັນຍາກ່ຽວກັບການປົກປ້ອງຊີ້ບອກພູມມີປະເທດແບບອັດຕະໂນມັດໃຫ້ແກ່ 169 ຜະລິດຕະພັນສະບຽງອາຫານ ແລະ ເຄື່ອງດື່ມຂອງອີຢູ, ຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດຊື້ຂາຍພາກລັດ… ແລກເອົາສິ່ງນັ້ນ, ອີຢູ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 71% ພາສີນຳເຂົ້າສຳລັບສິນຄ້າຈາກຫວຽດນາມ ນັບແຕ່ເມື່ອສັນຍາມີຜົນສັກສິດ. ບັນດາພາສີທີ່ຍັງເຫຼືອຈະຄ່ອຍຫຼຸດລົງຕາມໄລຍະເວລາຫຼາຍສຸດແມ່ນ 7 ປີ ແລະ ນຳໃຊ້ໂກຕາພາສີສຳລັບບາງສິນຄ້າພິເສດ. ອີຢູ ກໍໃຫ້ຄຳໝັ້ນສັນຍາອາລັກຂາຊີ້ບອກພູມມີປະເທດອັັດຕະໂນມັດໃຫ້ 39 ຜະລິດຕະພັນຂອງຫວຽດນາມ. ທ່ານລັດຖະມົນຕີຕີກະຊວງອຸດສາຫະກຳ, ການຄ້າຫວຽດນາມ ເຈິ່ນຕວ໊ນແອງ, ໃຫ້ຮູ້ຕື່ມອີກວ່າ.

        “ນັ້ນແມ່ນຕົວຢ່າງກ່ຽວກັບການຫຼຸດຜ່ອນພາສີ, ສ່ວນການສຳຜັດກັບຕະຫຼາດຍັງໃຫຍ່ຫຼວງກວ່ານີ້ອີກ. ນີ້ແມ່ນສັນຍາຮອບດ້ານ, ມີເຖິງ 17 ພາກ ແລະ 2 ດຳລັດ ແລະ ກວມເອົາທຸກຂົງເຂດ ພ້ອມທັງດ້ານການຄ້າ, ການບໍລິການ, ສິນຄ້າ, ການລົງທຶນ, ບັນດາເງື່ອນໄຂໃຫ້ບຸລິມະສິດ… ສິ່ງດັ່ງກ່າວໝາຍຄວາມວ່າ, ຖ້າຫາກພວກເຮົາປະຕິບັດ ແລະ ໄດ້ຮັບບັນດາເງື່ອນໄຂເຊິ່ງບັນດາຄູ່ຮ່ວມມືຂອງເອີລົບ ສະຫງວນໃຫ້ຕະຫຼາດຂອງພວກເຮົານັ້ນ, ພວກເຮົາຈະມີບັນດາເງື່ອນໄຂ ບໍ່ພຽງແຕ່ແມ່ນຍົກສູງວົງເງິນສົ່ງອອກ - ນຳເຂົ້າ ແລະ ການຄ້າ 2 ສົ້ນລະຫວ່າງຫວຽດນາມ ກັບບັນດາປະເທດໃນສະຫະພາບເອີລົບ ເທົ່ານັ້ນ, ຫາກພວກເຮົາຍັງມີເງື່ອນໄຂສືບຕໍ່ສ້າງສຳເລັດ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດອີກດ້ວຍ”.

        ນອກຈາກນັ້ນ, EVFTA ມີຫຼາຍເນື້ອໃນກ່ຽວກັບການສ້າງຄວາມສະດວກດ້ານການຄ້າໃຫ້ແກ່ຫວຽດນາມ ແລະ ອີຢູ, ກໍຄືຄຳໝັ້ນສັນຍາກ່ຽວກັບພາສີ ແລະ ຄວາມສະດວກໃນການຫັນເປັນການຄ້າ, ກ່ຽວກັບການຮັບຮູ້ທີ່ທຽບເທົ່າກັນລະຫວ່າງຫວຽດນາມ ແລະ ອີຢູ ສຳລັບບັນດາມາດຕະການສຸຂະອະນາໄມ ແລະ ກັກກັນໂລກພະຍາດ, ຜັກພືດ SPS, ຄຳໝັ້ນສັນຍາກ່ຽວກັບການຕິດເຄື່ອງໝາຍການຄ້າໃສ່ສິນຄ້າ.

        ຖ້າຫາກ EVFTA ມີຜົນສັກສິດ ຈະຊຸກຍູ້ດ້ານການຄ້າລະຫວ່າງຫວຽດນາມ ແລະ ອີຢູ ຫຼາຍພໍສົມຄວນ. ປະຈຸບັນ, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ອີຢູ ໄດ້ເພີ່ມຂຶ້ນທົບ 10 ເທົ່າໃນໄລຍະເກືອບ 10 ປີຜ່ານມາ ແລະ ບັນລຸໄດ້ປະມານ 53 ຕື້ USD ໃນປີ 2018. ອີຢູ ແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 3 ຂອງຫວຽດນາມ; ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ຢືນອັນດັບທີ 19 ຂອງອີຢູ ໃນທົ່ວໂລກ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພຽງແຕ່ຖັດຈາກສິງກະໂປ ເທົ່ານັ້ນ.

ຕອບກັບ