ນັກສິລະປະການYa Tuat
ພາບ: baolam dong.vn)
|
ສຳລັບຊາວເຜົ່າຈູຣູແລ້ວ, ແຫວນເງິນແມ່ນເຄື່ອງເອ້ຢ້ອງປະເພດຫນຶ່ງຊື່ງຜູ້ໃດກໍ່ມີ, ນັບແຕ່ຜູ້ເຖົ້າຜູ້ແກ່ຕະຫລອດຮອດບ່າວສາວ, ບໍ່ຈຳແນກຜູ້ຮັ່ງມີຫລືຜູ້ທຸກຍາກ ແລະ ແມ່ນເຄື່ອງເອ້ຢ້ອງທີ່ຂາດບໍ່ໄດ້ໃນບັນດາງານບຸນສຳຄັນຕ່າງໆຄື: ບຸນເຕັດ, ງານບຸນປະເພນີ, ພິທີສູ່ຂໍ,ງານດອງ.. ຊາວເຜົ່າຈູຣູແມ່ນຖືລະບອບມານດາສິດທິລາດສະນັ້ນເມື່ອຄອບຄົວເຈົ້າສາວໄປສູ່ ຂໍຜົວໃຫ້ລູກສາວ, ເຄື່ອງສິນສອດທີ່ຂາດບໍ່ໄດ້ຕາມຄຳຮຽກຮ້ອງຕ້ອງການຂອງຄອບຄົວເຈົ້າບ່າວນັ້ນແມ່ນແຫວນເງິນ, ຖ້າຫາກບໍ່ມີແຫວນເງິນພິທີສູ່ຂໍຈະບໍ່ອາດປະຕິບັດໄດ້. ສຳລັບເຂົາເຈົ້າແລ້ວ, ແຫວນເງິນນີ້ຄືດັ່ງເຄື່ອງທີ່ລະນຶກສຳຄັນ, ມັນຈະເປັນການພິສູດໃຫ້ເຫັນຄວາມຮັກກໍ່ຄືຄວາມຮັບຜິດຊອບຂອງຜົວເມຍໃນຄອບຄົວ. ທ່ານນາງເລືອງແທງເຊີນ, ນັກຄົ້ນຄ້ວາບັນດາເຜົ່າຢູ່ເຂດໄຕງວຽນແບ່ງປັນວ່າ:
“ແຫວນແຕ່ງງານຄູ່ຫນຶ່ງແມ່ນສະແດງໃຫ້ເຫັນຄວາມຮັກຂອງຄູ່ບ່າວສາວ ແລະ ແມ່ນສິ່ງທີ່ຂາດບໍ່ໄດ້ ໃນການສົມລົດ, ງານດອງ. ຕາມຊາວເຜົ່າ ຈູຣູ ແລ້ວ, ແຫວນແຕ່ງງານ 2 ວົງ ແມ່ນສິ່ງທີ່ຂາດບໍ່ໄດ້ ຖ້າຂາດແຫວນວົງຫນຶ່ງ ການສົມລົດຂອງເຈົ້າບ່າວເຈົ້າສາວອາດຈະພົບພໍ້ກັບສິ່ງຫຍຸ້ງຍາກ.”
ແຫວນແຕ່ງງານຂອງຊາວເຜົ່າຈູຣູ ແມ່ນມີ 2 ແຫວນທີ່ແຕກຕ່າງກັນ ໂດຍມີຊື່ວ່າ: ສະຣີ (ແຫວນແມ່) ແມ່ນແຫວນສະຫງວນໃຫ້ແກ່ເພດຍິງ ແລະ ສະຣະ (ແຫວນຜູ້) ແມ່ນສະຫງວນໃຫ້ແກ່ເພດຊາຍ. ເມື່ອເຈົ້າບ່າວເຈົ້າສາວມອບແຫວນສະຣີ, ສະຣະ ເຮັດດ້ວຍເງິນ ແລະ ໄດ້ຮັບການແກະຄວັດສະຫລັກຢ່າງລະອຽດລະອໍ ໃຫ້ກັນ, ເຂົາເຈົ້າພ້ອມກັນໝັ້ນໝາຍຈະຢູ່ນຳກັນຕະຫລອດຊີວິດ. ເພາະສຳລັບເຂົາເຈົ້າແລ້ວ, ແຫວນເງິນນີ້ແມ່ນສັນຍາລັກຢັ້ງຢືນວ່າ ຄູ່ຜົວເມຍຈະມີຄວາມຜາສຸກຕະຫລອດຊີວິດ. ສະນັ້ນ ແຫວນແຕ່ງງານແມ່ນມີຄຸນຄ່າດ້ານວັດທະນະທຳ, ຈິດໃຈອັນໃຫຍ່ຫລວງ, ເຮັດໃຫ້ນັກທ່ອງທ່ຽວຢູ່ທັງພາຍໃນປະເທດ ແລະ ຕ່າງປະເທດ ຢາກຊອກຮູ້ ແລະ ຄົ້ນຫາ.
“ແຫວນແຕ່ງງານລ້ວນແຕ່ແມ່ນຊາວເຜົ່າ ຈູຣູ ຕີເອງ. ປະຈຸບັນ ມີໝູ່ບ້ານອາຊີບຫນຶ່ງຕີແຫວນແຕ່ງງານ. ຊາວເຜົ່າ ຈູຣູ ຖື ແຫວນຜູ້ ແຫວນແມ່ ຖືວ່າປຽບເໝືອນ ປອກແຂນສິນສອດຂອງບັນດາເຜົ່າອື່ນຢູ່ເຂດໄຕງວຽນ.”
ແຫວນເງິນໂດຍຊາວເຜົ່າ ຈູຣູ ຕີເອງ
ພາບ:vanhien.vn
|
ປະຈຸບັນ ຊາວເຜົ່າ ຈູຣູ ຍັງຄົງຮັກສາອາຊີບທີ່ເປັນມູນເຊື້ອ ແລະ ນັບມື້ນັບມີຫລາຍຄົນສືບທອດອາຊີບຕີແຫວນເງິນຂອງຊາວເຜົ່າຈູຣູ, ໃນນັ້ນ ມີ ນັກສິລະປະການ Ya Tuat ຢູ່ຕາແສງ ຕູຈາ ເມືອງ ເດີນເຢືອງ ແຂວງ ເລີມດົງ. ນັກສິລະປະການ Ya Tuat ໃຫ້ຮູ້ວ່າ: ຂັ້ນຕອນຍາກທີ່ສຸດໃນການຕີແຫວນແມ່ນຂັ້ນຕອນເຮັດເບົ້າ. ອາຊີບຕີແຫວນຍາກຢູ່ບ່ອນວ່າ ຜູ້ຕີແຫວນຕ້ອງມີສີມືອັນຄ່ອງແຄ້ວ. ນັກສິລະປະການ Ya Tuat ແບ່ງປັນວ່າ: ທ່ານເອງໄດ້ຕີແຫວນມາເປັນເວລາ 20 ປີແລ້ວ, ໃນນັ້ນ ຕ້ອງຮຽນ 3 ປີ ຈຶ່ງຕີແຫວນທຳອິດສຳເລັດໄດ້.
“ຊີວິດຂອງຂ້າພະເຈົ້າແມ່ນຕິດພັນກັບອາຊີບຕີແຫວນ. ຂ້າພະເຈົ້າກໍ່ໄດ້ຖ່າຍທອດອາຊີບນີ້ໃຫ້ບັນດາຄົນລຸ້ນຫນຸ່ມ ແລະ ເຂົາເຈົ້ານັບມື້ນັບສະຫນິດຕິດພັນກັບອາຊີບຕີແຫວນ.”
ນອກຈາກແຫວນແຕ່ງງານ 2 ວົງແລ້ວ ຫລື ແຫວນຄູ່ຫນຶ່ງທີ່ສະຫງວນໃຫ້ແກ່ບັນດາຄູ່ບ່າວສາວມີຄວາມຮັກນຳກັນ, ສຳລັບຊາວເຜົ່າ ຈູຣູ ແລ້ວ, ແຫວນເງິນແມ່ນເຄື່ອງເອ້ຢ້ອງປະເພດຫນຶ່ງຊື່ງຜູ້ໃດກໍ່ຢາກມີ. ຊາວເຜົ່າ ຈູຣູ ມີຄວາມເຊື່ອໝັ້ນຕໍ່ປັດໃຈດ້ານຈິດວິນຍານຂອງແຫວນ ສະນັ້ນ ເຂົາເຈົ້າພວມນັບມື້ນັບພ້ອມກັນຮັກສາອາຊີບຕີແຫວນ ກໍຄືຮັກສາຮີດຄອງປະເພນີອັນດີງາມໃນການສົມລົດຂອງເຜົ່າຕົນໄວ້.