ບຸນຄວັນວາຍ - ວັນບຸນສົມມະນາຄຸນໂຕຄວາຍຂອງຊາວເຜົ່າໄຕ່ ເຜົ່ານຸ່ງ

Vinh Phong
Chia sẻ
(VOVWORLD) -ບຸນເອີ້ນຂວັນຄວາຍ ຫຼື ເອີ້ນວ່າບຸນເຕັດວັນທີ 6 ເດືອນ 6 ໄລ່ຕາມຈັນທະປະຕິທິນໂດຍຊາວເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ກາວບັ່ງ ບັກກ້ານ ລ້າງເຊີນ ຈັດຂຶ້ນ ພາຍຫຼັງທີ່ໄດ້ປັກດຳລະດູການຜະລິດສຳເລັດ ດ້ວຍຄວາມໝາຍສົມມະນາຄຸນໂຕຄວາຍທີ່ໄດ້ຊ່ວຍມະນຸດຜະລິດເຂົ້າສານ ເພື່ອລ້ຽງຕົນເອງ. ນີ້ທັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ເຜົ່ານຸ່ງ ແລະ ທັງແມ່ນໂອກາດເພື່ອໃຫ້ລູກຫຼານໃນຄອບຄົວເຕົ້າໂຮມກັນພາຍຫຼັງລະດູການຜະລິດດ້ວຍຄວາມອິດເມື່ອຍ
ບຸນຄວັນວາຍ - ວັນບຸນສົມມະນາຄຸນໂຕຄວາຍຂອງຊາວເຜົ່າໄຕ່ ເຜົ່ານຸ່ງ - ảnh 1ເມື່ອປັກດຳສຳເລັດ ກໍແມ່ນຊ່ວງເວລາທີ່ຊາວເຜົ່າໄຕ ເຜົ່ານຸ່ງ ເຮັດບຸນຄວັນວາຍ

     ສຳລັບຊາວເຜົ່າໄຕ່ ເຜົ່ານຸ່ງແລ້ວ, ໂຕຄວາຍແມ່ນຊັບສົມບັດອັນໃຫຍ່ຫຼວງ. ການປູກເຂົ້າຂອງປະຊາຊົນ ແມ່ນຢູ່ຕາມເນື້ອທີ່ນາຂັ້ນໄດ ດັ່ງນັ້ນບໍ່ອາດນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດໄດ້. ເພາະສະນັ້ນການສົມມະນາຄຸນໂຕຄວາຍໃນຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ ແມ່ນປະເພນີເພື່ອຮັບຮູ້ຄຸນງາມຄວາມດີຂອງສັດປະເພດນີ້ ເຊິ່ງໄດ້ຊ່ວຍໃຫ້ມະນຸດມີລະດູການຜະລິດໄດ້ຮັບຜົນດີ. ນາງ ຮວ່າງທິຍ້ວນ ສັງກັດສະມາຄົມວັນນະຄະດີສິລະປະພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:

 “ຊາວເຜົ່າໄຕ່ ເຜົ່ານຸ່ງຕິດພັນກັບການຜະລິດກະສິກຳເຂົ້ານາທາມ. ແຕ່ປາງກ່ອນຄວາຍຖືກນຳໃຊ້ ເພື່ອລາກແກ່ໃນລະດູການຜະລິດ. ຮອດວັນທີ 6 ເດືອນ 6 ໄລ່ຕາມຈັນທະປະຕິທິນ ເມື່ອປັກດຳລະດູການສຳເລັດແລ້ວ, ຄວາຍຖືກພັກຜ່ອນ ພໍ່ແມ່ພີ່ນ້ອງເຜົ່າໄຕ່ ເຜົ່ານຸ່ງກໍ່ໄດ້ຈັດຕັ້ງວັນບຸນເອີ້ນຂວັນຄວາຍ ເພາະວ່າເຂົາເຈົ້າມີຄວາມສຳນຶກວ່າ ພາຍຫຼັງລະດູການຜະລິດດ້ວຍຄວາມລຳບາກ, ຄວາຍລາກແກ່ຄັນໄຖທີ່ມີຄວາມອິດເມື່ອຍ. ໃນໂອກາດນີ້ຄອບຄົວໃດກໍ່ເຮັດເຂົ້າປຸ້ນ ເຂົ້າໜົມ ເຊິ່ງເປັນສັນຍາລັກໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ເພື່ອໃຫ້ລະດູການຜະລິດໄດ້ຮັບຜົນດີ”.

  ນາງ ນົງທິແຮ້ງ ຢູ່ຕາແສງ ມ້າບາ ແລະ ນາງ ນົງທິແອັງ ຢູ່ຕາແສງ ຮົ່ງສີ ໃຫ້ຮູ້ວ່າ ເຖິງວ່າເຂດ ລຸກຄູ ເມືອງ ຮ່າກວ໋າງ ແຂວງ ກາວບັ່ງ ຖືກແຫ້ງແລ້ງຕະຫຼອດປີບໍ່ມີເນື້ອທີ່ນາເພື່ອປັກດຳ ກໍຕາມ, ແຕ່ໂຕຄວາຍຍັງຄົງຕິດພັນກັບຊາວເຜົ່ານຸ່ງຢູ່ແຫ່ງນີ້ ແລະ ບຸນຄວັນວາຍ ຍາມໃດກໍ່ແມ່ນເຫດການສຳຄັນສຳລັບປະຊາຊົນ.                                  

      “ຮອດວັນທີ 6 ເດືອນ 6 ຄອບຄົວໃດກໍ່ເຮັດເຂົ້າຕົ້ມ ຄອບຄົວໃດມີເປັດກໍ່ເຮັດຊີ້ນເປັດ ມີໄກ່ກໍ່ເຮັດຊີ້ນໄກ່. ພວກຂ້າພະເຈົ້າຍັງຄົງຮັກສາປະເພນນີ ນັບແຕ່ປາງກ່ອນມາຮອດປັດຈຸບັນ. ປະຊາຊົນໃນບ້ານໄດ້ຈັດວັນບຸນດ້ວຍຂອບຂະໜາດໃຫຍ່ຄື ບຸນວັນເພງເດືອນ 7 ແລະ ນີ້ແມ່ນປະເພນີທີ່ຂາດບໍ່ໄດ້”.

 ເຄື່ອງຂອງຖວາຍບູຊາໃນໂອກາດວັນບຸນຄວັນວາຍລວມມີຊີ້ນເປັດ, ເຂົ້າຕົ້ມ, ເຂົ້າໜົມ, ເຂົ້າຄາວຍ, ເຂົ້າປຸ້ນ, ເຫຼົ້າ ແລະ ໝາກໄມ້ຊະນິດຕ່າງໆໃນສວນ. ຕອນເຊາວັນທີ 6 ເດືອນ 6 ເຈົ້າຂອງຄອບຄົວໄດ້ກະກຽມເຄື່ອງຂອງຖວາຍບູຊາ ແລະ ລໍຖ້າຮອດຊ່ວງເວລາແຕ່ 7 ຫາ 9 ໂມງເຊົ້າ ເພື່ອໄຫວ້ບູຊາ ດ້ວຍຄວາມຫວັງຢາກໃຫ້ເທວະດາຟ້າແຖນຊວຍໃຫ້ຝູງຄວາຍແຂງແຮງເພື່ອລະດູການຜະລິດໜ້າສືບຕໍ່ຊ່ວຍຊາວບ້ານຜະລິດເຂົ້າ. ພາຍຫຼັງພິທີໄຫວ້ບູຊາສຳເລັດ ເຈົ້າຂອງຄອບຄົວກໍ່ຈູງຄວາຍ ແລະ ແບກຄັນໄຖໄປຍັງແມ່ນ້ຳ ຫ້ວຍນ້ຳ ເພື່ອອາບນ້ຳໃຫ້ຄວາຍ ແລະ ລ້າງຄັນໄຖໃຫ້ສະອາດ. ຮອດເວລາກິນເຂົ້າທ່ຽງ ຄອບຄົວໃດກໍ່ໃຫ້ຄວາຍກິນກ່ອນ ເຂົາເຈົ້າພ້ອມກັນຂັບຮ້ອງເຊື້ອເຊີນຄວາຍກິນ. ນາງ ຮ່າທິອີ ຊາວເຜົ່າໄຕ່ ຢູ່ບ້ານ ນ່າຍື່ ຕາແສງ ເຢິນຈູ໋ ເມືອງ ຮ່ວາອານ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

   “ແຕ່ປາງກ່ອນກໍ່ໄດ້ເຫັນພວກພໍ່ຕູ້ແມ່ຕູ້ເວົ້າວ່າ ວັນບຸນວັນທີ 6 ເດືອນ 6 ແມ່ນບຸນເຕັດຄວັນວາຍ. ຊາວເຜົ່າໄຕ່ຢູ່ບ້ານພວກຂ້າພະເຈົ້າກໍ່ເຮັດເຂົ້າຕົ້ມ, ເຂົ້າປຸ້ນເພື່ອກິນນຳກັນ ແຕ່ບໍ່ເຮັດພາເຂົ້າໄຫວ້ບູຊາ ເມື່ອປັກດຳແລ້ວກໍ່ຈັດຕັ້ງໃຫ້ກິນຄາບໜຶ່ງ ເພື່ອຊຸມແຊວນຳກັນ ຫຼັງຈາກນັ້ນຄວາຍຈະຖືກພັກຜ່ອນ”.

   ດ້ວຍຄວາມຫວັງຢາກສົມມະນາຄຸນເທວະດາຟ້າແຖນ ຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ໂຕຄວາຍທີ່ໄດ້ຊ່ວຍໃຫ້ຊາວບ້ານສຳເລັດລະດູການຜະລິດ. ບຸນຄວັນວາຍ ໄດ້ກາຍເປັນວັນປະເພນີທີ່ຂາດບໍ່ໄດ້ຂອງຊາວເຜົ່າໄຕ່ ເຜົ່ານຸ່ງ. ນີ້ກໍ່ແມ່ນໂອກາດເພື່ອຜູກຮັດຄວາມຮັກແພງລະຫວ່າງບັນດາສະມາຊິກໃນຄອບຄົວ ແລະ ຊາວບ້ານປະກອບສ່ວນຮັກສາຈຸດວັດທະນະທຳທີ່ເປັນເອກະລັກ ໃນສະພາບການທີ່ບັນດາຈຸດວັດທະນະທຳພື້ນເມືອງພວມຄ່ອຍໆຖືກສູນຫາຍໄປຄືໃນປັດຈຸບັນ. 

ຕອບກັບ