ຄວາມງາມໃນພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ ຂອງຊາວເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ກາວບັງ.

Ngoc Anh
Chia sẻ
(VOVWORLD) -ທ້າຍເດືອນ 4 ແລະ ຕົ້ນເດືອນ 5 ໄລ່ຕາມຈັນທະປະຕິທິນ ຊາວເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ກາວບັງ ກໍ່ໄດ້ຮ່ວມກັນຈັດພິທີພາວະນາໃຫ້ລະດູການຜະລິດໃຫ້ໄດ້ຮັບຜົນດີ ພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ທຸກໆຄົນໃນໝູ່ບ້ານມີຊີວິດອີ່ມໜຳສຳລານ ແລະ ຜາສຸກ. ນີ້ແມ່ນປະເພນີທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳພື້ນເມືອງ, ປະສານສົມທົບຢ່າງກົມກຽວລະຫວ່າງຊີວິດທາງດ້ານຈິດວິນຍານ ແລະ ຈິດໃຈສາມັກຄີທົ່ວປວງຊົນທັງຊາດ. 
ຄວາມງາມໃນພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ ຂອງຊາວເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ກາວບັງ. - ảnh 1ພິທີພາວະນາຍັງແມ່ນໂອກາດເພື່ອໃຫ້ຊາວບ້ານ ພ້ອມກັນໄດ້ພົບປະຮັບປະທານອາຫານໂອ້ລົມແລກປ່ຽນບົດຮຽນໃນການຜະລິດ

     ຢູ່ບ້ານ ຈີເຟືອງ ຕາແສງ ຫງອກເດົ້າ ເມືອງ ກວ໋າງຮວ່າ ແຂວງ ກາວບັງ. ນາງ ມາທິຮ໋າວ ນາຍບ້ານ ພວມພ້ອມກັບປະຊາຊົນໃນບ້ານກະກຽມຈັດພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ. ປະເພນີ້ແລ້ວ ຮອດວັນຈັດພິທີຊາວບ້ານພ້ອມກັນກະກຽມເຄື່ອງຂອງຖວາຍບູຊາເທວະດາຟ້າແຖນ ແລະ ເຈົ້າຖິ່ນເຈົ້າຖານ. ນາງ ຮ໋າວ ໃຫ້ຮູ້ວ່າ:

 “ແຕ່ດົນນານມາແລ້ວບ້ານ ຈີເຟືອງ ໄດ້ມີປະເພນີຈັດພິທີພາວະນາ ເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວບ້ານທຳມາຫາກິນໄດ້ດີ ລະດູການຜະລິດໄດ້ຮັບຜົນດີ. ຊາວບ້ານແຕ່ລະຄອບຄົວ ໄດ້ເຜີຍບໍລິຈາກເງິນໄປຊື້ເຄື່ອງຂອງຖວາຍບູຊາ. ໃນພິທີແຕ່ລະຄອບຄົວກໍ່ແຕ່ງຕັ້ງຄົນໜຶ່ງ ທັງບ້ານກໍ່ມີປະມານ 40 ຄອບຄົວປະກອບສ່ວນ”.

       ພິທີໄຫວ້ບູຊາເຈົ້າຖິ່ນເຈົ້າຖານໂດຍແມ່ນນາຍບ້ານເປັນຜູ້ປະຕິບັດ. ພາເຂົ້າຖວາຍປະກອບດ້ວຍ ຫົວໝູ, ຊີ້ນໝູ, ເຂົ້າໜຽວ ແລະ ເຫຼົ້າ. ພາຍຫຼັງພິທີຖວາຍບູຊາ, ເຈົ້ົ້າພາບພິທີຈະຂໍໃຫ້ເທວະດາຟ້າແຖນ ຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກລະດູການຜະລິດໄດ້ຮັບຜົນດີ    

    ການປະຕິບັດພິທີຕ້ອງປະຕິບັດຢ່າງສົມກຽດຖືກຕາມປະເພນີ ເຊິ່ງຄົນລຸ້ນກ່ອນໄດ້ປະຕິບັດນັບແຕ່ໃດໆມາ. ພິທີໄຫວ້ບູຊາຖືກປະຕິບັດ ເພື່ອໃຫ້ພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານຮັບຮອງຜ່ານການຂໍຈົກສະຫຼາກສາມຄັ້ງ. ນາງ ຟານທິແອັ໊ງ ຢູ່ບ້ານ ຈີເຟືອງ ຕາແສງ ຫງອກເດົ້າ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຢູ່ນີ້ແຕ່ລະປີ ປັກດຳ ພຽງລະດູການໜຶ່ງເທົ່ານັ້ນ ສ່ວນລະດູການຕໍ່ໄປພັດປູກສາລີ ດັ່ງນັ້ນທັງປີກໍ່ພໍຢູ່ພໍກິນ. ເພາະສະນັ້ນປີໃດກໍ່ຕ້ອງທຳພິທີ. ເມື່ອໄຫວ້ບູຊາເຈົ້າຖິ່ນເຈົ້າຖານແລ້ວ ທຸກໆຄົນໃນບ້ານຈະນັ່ງໂອ້ລົມນຳກັນ ແລະ ພ້ອມກັນຮັບປະທານອາຫານຢ່າງເບີກບານມ່ວນຊື່ນ”.

ພິທີແມ່ນປະເພນີທີ່ຂາດບໍ່ໄດ້ໃນຊີວິດການຜະລິດກະສິກຳຂອງ ຊາວເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ກາບັງ. ນີ້ບໍ່ພຽງແຕ່ແມ່ນການຮ່ວມຊີວິດທາງດ້ານຈິດວິນຍານການເຫຼື້ອມໃສເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ຊາວບ້ານ ພ້ອມກັນໄດ້ພົບປະຮັບປະທານອາຫານໂອ້ລົມແລກປ່ຽນບົດຮຽນໃນການຜະລິດ ສະແດງໃຫ້ເຫັນຄວາມສາມັກຄີ ແລະ ຄວາມຮັບຜິດຊອບຂອງປະຊາຊົນໃນບ້ານ. ອ້າຍ ນົງຕ໊ຽນເຢືອກ ຢູ່ຕາແສ ຫງອກເດົ້າ ເມືອງ ກວ໋າງຮວ່າ ແບ່ງປັນວ່າ:

 “ພໍ່ແມ່ພີ່ນ້ອງໃນບ້ານທຸກໆຄົນກໍ່ໍລໍຖ້າຮອດວັນນີ້ ເພາະວ່ານີ້ແມ່ນໂອກາດເພື່ອໃຫ້ຊາວບ້ານໄດ້ພົບປະແລກປ່ຽນນຳກັນ ເຮັດແນວໃດເພື່ອ ການຜະລິດໄດ້ຮັບຜົນດີ ພິເສດແມ່ນພ້ອມກັນຮັກສາຈຸດວັດທະນະທຳອັນດີງາມຂອງເຜົ່າຕົນອີກດ້ວຍ”.

(ເທບ). ພາຍຫຼັງພິທີຖືກປະຕິບັດສຳເລັດ ກໍ່ຮອດຂັ້ນຕອນ ສະແດງຟ້ອນສິງໂຕໃນທ່າມກາງສຽງດົນຕີຄຶກຄື້ນມ່ວນຊື່ນປະສານກັບສຽງ ຂັບເລື້ອນ ຂັບແທນ ທີ່ປະທັບໃຈຢູ່ທົ່ວທຸກແຫ່ງ. ພິທີພາວະນາຢູ່ແຂວງ ກາວບັງ ໄດ້ກາຍເປັນການ ເຫຼື້ອມໃສພື້ນເມືອງ ແມ່ນຂົວຕໍ່ທາງດ້ານຈິດວິນຍານລະຫວ່າງດິນຟ້າ ແລະ ມະນຸດ ສະແດງໃຫ້ເຫັນ ຄວາມຄາກຫວັງພິຊິດທຳມະຊາດຂອງ ຊາວເຜົ່າໄຕ່ ເຜົ່ານຸ່ງ.ນີ້ກໍ່ແມ່ນຄວາມງາມ ທາງດ້ານວັດທະນະທຳ ເພື່ອເພີ່ມທະວີນ້ຳໃຈສາມັກຄີລະຫວ່າງບັນດາເຜົ່າພ້ອມທັງປະກອບສ່ວນສຶກສາອົບຮົມລຸ້ນໜຸ່ມ ກ່ຽວກັບມູນເຊື້ອອັນດີງາມຂອງປູ່ຍ່າຕາຍາຍປະໄວ້ໃຫ້.

ຕອບກັບ