ອາຊີບເຮັດຢາພື້ນເມືອງຂອງຊາວເຜົ່າຢ້າວແດງ ໃນແຂວງ ກາວບັ່ງ

Ngoc Anh
Chia sẻ
(VOVWORLD) - ຊາວເຜົ່າຢ້າວແດງ ຢູ່ຕາແສງ ຟານແທັງ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ ແຕ່ດົນນານມາແລ້ວ ໄດ້ມີວິທີນຳໃຊ້ຢາພື້ນເມືອງທີ່ດີທີ່ສຸດ ສາມາດປົວໄດ້ຫຼາຍພະຍາດ. ປັດຈຸບັນຢູ່ທ້ອງຖິ່ນ ມີຫຼາຍຄອບຄົວຍັງສາມາດຮັກສາບັນດາ ສູດຢາພື້ນເມືອງນີ້
ອາຊີບເຮັດຢາພື້ນເມືອງຂອງຊາວເຜົ່າຢ້າວແດງ ໃນແຂວງ ກາວບັ່ງ - ảnh 1ຊາວເຜົ່າຢ້າວແດງເຂົ້າໄປປ່າເດັດເອົາຕົ້ນຢາສະໝູນໄພ

     ພໍ່ແມ່ພີ່ນ້ອງຊາວເຜົ່າຢ້າວແດງ ສະສົມໄດ້ຫຼາຍ ສູດຢາພື້ນເມືອງຈາກຄົນລຸ້ນກ່ອນໆ. ຄອບຄົວ ຊາວເຜົ່າຢ້າວແດງ ສ່ວນຫຼາຍກໍ່ລ້ວນແຕ່ສາມາດປິ່ນປົວພະຍາດທົ່ວໄປໃຫ້ແກ່ຍາດພີ່ນ້ອງໃນຄອບຄົວຕາມບົດຮຽນຂອງຄອບຄົວວົງຕະກຸນ. ແຕ່ລະໝູ່ບ້ານກໍ່ລ້ວນແຕ່ມີໝໍຢາເກັ່ງສາມາດປິ່ນປົວພະຍາດໄດ້. ວັດສະດຸເພື່ອເຮັດຢາພື້ນເມືອງກໍ່ລ້ວນແຕ່ເກັບມາຈາກປ່າ, ແຄມຫ້ວຍ. ເຂົາເຈົ້າຊອກຫາລຳຕົ້ນໄມ້, ເປືອກ, ໃບໄມ້, ຮາກໄມ້ຂອງຕົ້ນໄມ້ຫຼາຍຊະນິດ ແລ້ວມາປຸງແຕ່ງຕາມເຄັດລັບຂອງຄອບຄົວ. ນາງ ຟຸ່ງມຸ່ຍວ້ຽນ ຢູ່ຕາແສງ ຟານແທັງ ໃຫ້ຮູ້ວ່າ:

 “ຊາວເຜົ່າຢ້າວມີຢາພື້ນເມືອງຫຼາຍຊະນິດ. ຊື່ຂອງຢາກໍ່ລ້ວນແຕ່ໃຊ້ຕາມພາສາເຜົ່າຢ້າວ”.

ຊາວເຜົ່າຢ້າວເຄີຍອີງໃສ່ສະພາບອາການພະຍາດ, ສຸກຂະພາບ, ອາຍຸຂອງຄົນເຈັບຈຶ່ງວາງຢາພື້ນເມືອງເພື່ອປິ່ນປົວ. ການປຸງແຕ່ງຢາເພື້ນເມືອງກໍ່ອີງຕາມແຕ່ລະຊະນິດ, ມີບາງຊະນິດກໍ່ຕົ້ມກິນ ແຕ່ກໍ່ມີບາງຊະນິດຕ້ອງຕ່ຳໃຫ້ແຫຼກ, ມີບາງຊະນິດກໍ່ນຳໄປຕົ້ມເອົານ້ຳ ເພື່ອອາບລ້າງຄື ພະຍາດຜິວໜັງ. ນາງ ຫຼີມຸ່ຍຊິງ ຢູ່ຕາແສງ ຟານແທັງ ໃຫ້ຮູ້ວ່າ:

 “ຢາພື້ນເມືອງຂອງຊາວເຜົ່າແດງ ສາມາດປິ່ນປົວໄດ້ຫຼາຍພະຍາດ. ຍົກຕົວຢ່າງຄື ພະຍາດເສັ້ນປະສາດຂາ, ເຈັບທ້ອງ, ເຈັບກະດູກ… ຢາຊ່ວຍປົວແປງສຸຂະພາບ ແລະ ເປັນການດີຕໍ່ສຸຂະພາບ”

ເມື່ອກ່ອນນີ້ບັນດາຕົ້ນຢາສະໝູນໄພ ເຄີຍຖືກຊາວເຜົ່າຢ້າວນຳໃຊ້ແບບກິນສົດ ຫຼື ຕາກແຫ້ງ ສ່ວນໃນປັດຈຸບັນຢາທີ່ເອົາມາຈາກປ່າ ຈະຖືກປຸງແຕ່ງເປັນຫຼາຍຊະນິດຄື ຢາແຫ້ງ, ກາວ, ຢາຢອດເປັນນ້ຳ… ອ້າຍ ບ່ານແຊັ່ງຫວັງ ຢູ່ຕາແສງ ຟາແທັງ ໃຫ້ຮູ້ວ່າ:

 “ກ່ອນໜ້ານີ້ ພວກຂ້າພະເຈົ້າເຮັດຢາແບບກະແຈກກະຈາຍ ຍັງບໍ່ທັນເປັນລະບົບຜະລິດເປັນສິນຄ້າ ແລະ ປິ່ນປົວພະຍາດໃຫ້ພໍ່ແມ່ພີ່ນ້ອງຊາວບ້ານເທົ່ານັ້ນ. ປັດຈຸບັນຜະລິດຕະພັນຢາພື້ນເມືອງຂອງພວກຂ້າພະເຈົ້າໄດ້ກາຍເປັນສິນຄ້າ ແລະ ຖືກຈຳໜ່າຍຢູ່ຫຼາຍແຫ່ງ”.

ເມື່ອບໍ່ດົນມານີ້ ໃນວັນທີ 10 ມີນາ ປີ 2024 ຢູ່ບ້ານ ບິ່ງເດື່ອງ ຕາແສງ ຟານແທັງ ໄດ້ຈັດພິທີເປີດຕົວວົງຄະນາຍາດຊາວເຜົ່າຢ້າວແດງ ແນໃສ່ອະນຸລັກ ແລະ ພັດທະນາຕົ້ນຢາສະໝູນໄພຂອງຊາວເຜົ່າຢ້າວແດງ ຕິດພັນກັບການຮັກສາສີສັນຊົນເຜົ່າ ແລະ ໄດ້ເປັນເອກະພາບກັນ ແຕ່ລະຄອບຄົວຈະມີສວນຕົ້ນຢາສະໝູນໄພ ທີ່ເອົາມາຈາກປ່າເພື່ອປູກຢູ່ສວນເຮືອນ. ທ່ານ ບານດຶກຖັງ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນ ຕາແສງ ຟານແທັງ ຫົວໜ້າວົງຄະນາຍາດຊົນເຜົ່າຢ້າວແດງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຮັກສາບັນດາ ສູດຢາພື້ນເມືອງທີ່ສືບທອດກັນມາຈາກລຸ້ນປູ່ຍ່າຕາຍາຍ. ນອກຈາກນັ້ນກໍ່ຍັງມີປຶ້ມແນະນຳວິທີເຮັດຢາພື້ນເມືອງອີກດ້ວຍ. ພວກຂ້າພະເຈົ້າມີສະມາຊິກ 35 ຄົນ ແລະ ໃນອະນາຄົດຈະມີຕື່ມອີກ. ໜ້າທີ່ຕົ້ນຕໍຂອງພວກຂ້າພະເຈົ້າ ແມ່ນອະນຸລັກພັດທະນາບັນດາວິທີນຳໃຊ້ຢາພື້ນເມືອງ ແລະ ນອກຈາກນັ້ນກໍ່ຕິດພັນກັບການພັດທະນາການທ່ອງທ່ຽວ”.

ປັດຈຸບັນເມືອງ ງວຽນບິ່ງ ໄດ້ອະນຸຍາດໃຫ້ວິສາຫະກິດແຫ່ງໜຶ່ງລົງທຶນປູກທົດລອງຕົ້ນຢາສະໝູນໄພຈຳນວນໜຶ່ງທີ່ມີຄ່າຫາຍາກໃນເນື້ອທີ່ປະມານ 6.000 ຕາແມັດ. ນາງ ຮວ່າງທິຮົ່ງເວືອງ ຢູ່ຕາແສງ ຟານແທັງ ໃຫ້ຮູ້ວ່າ:

“ວົງຄະນາຍາດ ຊາວເຜົ່າຢ້າວແດງ ຫາກໍ່ເຂົ້າສູ່ການເຄື່ອນໄຫວ ດັ່ງນັ້ນບັນດາຜະລິດຕະພັນຢາພື້ນເມືອງຍັງບໍ່ທັນມີຫຼາຍເທື່ອ. ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າຈະພະຍາຍາມເຮັດຜະລິດຕະພັນຢາຕື່ມອີກຫຼາຍຊະນິດ. ສູດຢາພື້ນເມືອງພວກຖືກພິຈາລະນາ ເພື່ອນຳເຂົ້າຜະລິດຕະພັນ OCOP ໝາຍເຖິງໂຄງການແຫ່ງຊາດ ແຕ່ລະຕາແສງມີຜະລິດຕະພັນ”.

 ພໍ່ແມ່ພີ່ນ້ອງເຜົ່າຢ້າວແດງ ຢູ່ຕາແສງ ຟານແທັງ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ ໄດ້ຮັກສາບັນດາສູດຢາພື້ນເມືອງອັນລ້ຳຄ່າ ເພື່ອບໍ່ປະໃຫ້ສູນຫາຍໄປ. ພ້ອມກັນນັ້ນກໍ່ພັດທະນາອາຊີບເຮັດຢາພື້ນເມືອງ. ພ້ອມກັນນັ້ນກໍ່ສ້າງວຽກເຮັດງານທຳເພື່ອຫາເງິນລ້ຽງຊີບ ແລະ ປົວແປງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ. 

ຕອບກັບ