ເຮືອນຝາດິນຂອງຊາວເຜົ່າມົ້ງ ຢູ່ເມືອງ ຊີມາກາຍ ແຂວງ ລ່າວກາຍ

Ngoc Anh
Chia sẻ
(VOVWORLD) -ເຮືອນຝາດິນຂອງຊາວເຜົ່າມົ້ງ ຢູ່ເມືອງ ຊີມາກາຍ ແຂວງ ລ່າວກາຍ ມີສະຖາປັດຕະຍາກຳທີ່ເປັນເອກະລັກ ແມ່ນການສົມທົບຢ່າງກົມກຽວລະຫວ່າງຝາດິນ ແລະ ຮ່າງຂອງເຮືອນເຮັດດ້ວຍໄມ້ ເຊິ່ງສະແດງໃຫ້ເຫັນເຕັກນິກການກໍ່ສ້າງເຮືອປະເພນີຂອງຊາວເຜົ່າມົ້ງ ເພື່ອແທດເໝາະກັບພູມມີສັນຖານທີ່ທຸລະກັນດານ ແລະ ດິນຟ້າອາກາດທີ່ຮ້າຍແຮງຢູ່ເຂດພູສູງ
ເຮືອນຝາດິນຂອງຊາວເຜົ່າມົ້ງ ຢູ່ເມືອງ ຊີມາກາຍ ແຂວງ ລ່າວກາຍ - ảnh 1ເຮືອນຝາດິນຂອງຊາວເຜົ່າມົ້ງ ຢູ່ເມືອງ ຊີມາກາຍ ແຂວງ ລ່າວກາຍ

    ເຮືອນຝາດິນຂອງຊາວເຜົ່າມົ້ງ ຖືກກໍ່ສ້າງຈາກວັດສະດຸທີ່ມີຢູ່ແລ້ວໃນທຳມະຊາດຄື ດິນດາກ, ໄມ້, ໄມ້ໄຜ່ ໄມ້ເຮ້ຍ. ລຸງ ຢ່າງອາຈ໊າງ ຢູ່ຕາແສງ ສິນຈາງ ເມືອງ ຊິມາກາຍ ເລົ່າສູ່ຟັງວ່າ:

   “ເຮືອນຝາດິນຂອງຊາວເຜົ່າມົ້ງຖືກເຮັດດ້ວຍດິນ ສະແດງໃຫ້ເຫັນສີສັນວັດທະນະທຳຂອງເຜົ່າມົ້ງ. ແຕ່ປາງກ່ອນ ພວກຜູ້ເຖົ້າຜູ້ແກ່ໄດ້ປຸກເຮືອນດ້ວຍດິນ”.

ຊາວເຜົ່າມົ້ງປຸກເຮືອນໃນເດືອນ 10 ຫຼື ເດືອນ 11 ໄລ່ຕາມຈັນທະປະຕິທິນ ເພາະວ່າຊ່ວງເວລານີ້ ລະດູການຜະລິດໄດ້ສຳເລັດແລ້ວ  ແລະ ມີເວລາເພື່ອປຸກເຮືອນ. ຕາມປະເພນີແລ້ວ ກ່ອນທີ່ຈະປູກເຮືອນ, ເຈົ້າຂອງເຮືອນຕ້ອງເລືອກເອົາທີ່ຕັ້ງດິນທີ່ດີ ແລ້ວກໍ່ທຳພິທີໄຫວ້ບູຊາເຈົ້າຖິ່ນເຈົ້າຖານ ແລ້ວຈຶ່ງລົງມືປຸກເຮືອນ. ລຸງ ທ໋າວອາເວິ່ນ ຢູ່ຕາແສງ ສິນຈາງ ເມືອງ ຊິມາກາຍໃຫ້ຮູ້ວ່າ:

 “ເມື່ອປຸກເຮືອນກໍ່ຕ້ອງເລືອກເອົາມື້ສັນວັນດີ ຈຶ່ງເລີ່ມລົງມືກໍ່ສ້າງ. ຕ້ອງອີງໃສ່ອາຍຸຂອງເຈົ້າຂອງເຮືອນຈຶ່ງເລືອກເອົາວັນເລີ່ມລົງມືກໍ່ສ້າງ ເຮັດແນວໃດໃຫ້ເໝາະກັບອາຍຸຈຶ່ງປະຕິບັດ”.

 ເມື່ອເລືອກເອົາທີ່ດິນເພື່ອປຸກເຮືອນແລ້ວ, ເຈົ້າຂອງເຮືອນຈຶ່ງເລືອກເອົາທິດເພື່ອເຮັດປະຕູຂອງເຮືອນ ແລະ ບ່ອນຕັ້ງແທ່ນບູຊາບັນພະບູລຸດ. ລຸງ ວ່າງອ໊າແລງ ຢູ່ຕາແສງ ສິນຈາງ ໃຫ້ຮູ້ວ່າ:

 “ເມື່ອເຮັດພື້ນເຮືອນເຂົາເຈົ້າກໍ່ໄດ້ເລືອກເອົາທິດ ເພື່ອຕັ້ງແທ່ນບູຊາຢູ່ບອ່ນໃດ,  ແລະ ປະຕູເຮືອນກໍ່ຕ້ອງມຸ່ງໄປສູ່ທິດໃດ. ໂດຍທົ່ວໄປແລ້ວປະຕູເຮືອນເມື່ອມຸ່ງໄປສູ່ທິດໃດນັ້ນ ແທ່ນບູຊາກໍ່ຕ້ອງມຸ່ງໄປສູ່ທິດນັ້ນ”.

ເຮືອນຝາດິນຂອງຊາວເຜົ່າມົ້ງ ສ່ວນຫຼາຍຖືກອອກແບບຄ້າຍຄືກັນ ມີສາມຫ້ອງ ຫຼື ຫ້າຫ້ອງ. ຢູ່ ຊີມາກາຍ ກໍ່ລ້ວນແຕ່ອອກແບບເຮືອນນ້ອຍ ມີຮູບສີ່ຫຼ່ຽມສາກ. ແຕ່ກໍ່ຍັງມີບາງຄອບຄົວມີເງື່ອນໄຂເສດຖະກິດກໍ່ປຸກເຮືອນໃຫຍ່ສອງຊັ້ນ ຫຼື ສາມຊັ້ນດ້ວຍຫຼາຍຫ້ອງນອນ ແທດເໝາະກັບຄອບຄົວທີ່ມີຫຼາຍລຸ້ນຄົນດຳລົງຊີວິດຢູ່ຮ່ວມກັນ. ໂດຍທົ່ວໄປແລ້ວ ຫ້ອງນອນກໍ່ຖືກຈັດແຈງຢູ່ຊັ້ນໜຶ່ງ ສ່ວນຊັ້ນສອງແມ່ນບ່ອນເກັບມ້ຽນສະບຽນອາຫານເຄື່ອງຂອງ. ໃນໂອກາດບຸນເຕັດ ຫຼື ວັນບຸນຕ່າງໆຢູ່ຊັ້ນຂອງເຮືອນ ກໍ່ກາຍເປັນບ່ອນເພື່ອໃຫ້ທຸກໆຄົນຢືນຮັບຊົມລາຍການສະແດງສິລະປະ ທີ່ຖືກຈັດຂຶ້ນຢູ່ເດີ່ນເຮືອນ. ລຸງ ຢ່າງອາຢ່າ ຢູ່ຕາແສງ ສິນຈາງ ເມືອງ ຊີມາກາຍ ໃຫ້ຮູ້ວ່າ:

   “ເຮືອນຂອງຊາວເຜົ່າມົ້ງສ່ວນຫຼາຍກໍ່ມີປະຕູໃຫຍ່ ແລະ ປະຕູນ້ອຍ. ເມື່ອກ່ອນນີ້ເຂົາເຈົ້າເຄີຍໃຊ້ປະຕູນ້ອຍສະຫງວນໃຫ້ແມ່ຍິງ, ແຂກເຂົ້າມາເຮືອນ ຖ້າຫາກເປັນແມ່ຍິງກໍ່ຕ້ອງຍ່າງຜ່ານປະຕູນ້ອຍ. ຄອບຄົວມັກຕັ້ງປະຕູນ້ອຍຢູ່ທິດໃດກໍ່ໄດ້”.

   ສຳລັບຮ່າງຂອງເຮືອນຝາດິນຖືກເຮັດດ້ວຍໄມ້, ຫຼັງຄາຖືກມຸງດ້ວຍດິນຂໍ. ຊາວເຜົ່າມົ້ງເຄີຍໃຊ້ໄມ້ແປ້ນຕິດຕໍ່ກັນເປັນຂອບ ແລະ ຖອກດິນດາກໃສ່ ແລະ ໃຊ້ສາກຕຳ ເພື່ອສ້າງຄວາມໜຽວໃຫ້ດິນ, ຝາເຮືອນເຄີຍມີຄວາມໜາແຕ່ 60 ຫາ 70 ຊັງຕີແມັດ ຊ່ວຍໃຫ້ເຮືອນມີຄວາມອຸ່ນໃນລະດູໜາວ ແລະ ເຢັນສະບາຍໃນລະດູຮ້ອນ. ນັບແຕ່ໃດໆມາຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ເຕັກນິກການເຮັດເຮືອນຝາດິນຂອງຊາວເຜົ່າມົ້ງມາຮອດປັດຈຸບັນ ກໍ່ບັນລຸລະດັບຍອດຍິ່ງ. ເຮືອນຝາດິນຂອງຊາວເຜົ່າມົ້ງຖືກປຸກສ້າງຂຶ້ນກໍ່ມີຄວາມໜັກແໜ້ນປຽບເໝືອນກຳແພງ ມີຄວາມງາມ ເຢັນສະບາຍ ແລະ ແປກປະຫຼາດ ກາຍເປັນມໍລະດົກຂອງຊົນເຜົ່າມົ້ງ

ຕອບກັບ