ເຮືອນຢູ່ຂອງຊົນເຜົ່ານຸ່ງ

To Tuan
Chia sẻ

ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ. ​ເຮືອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ​ ບົດ​ຂຽນ​ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ ວິ​ທະ​ຍຸ​ກະຈາຍສຽງ​ ຫວຽດນາມ.

(vovworld)  - ​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ. ​ເຮືອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ​ ບົດ​ຂຽນ​ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ ວິ​ທະ​ຍຸ​ກະຈາຍສຽງ​ ຫວຽດນາມ.

ເຮືອນຢູ່ຂອງຊົນເຜົ່ານຸ່ງ - ảnh 1
(ພາບອິນເຕີແນັດ)

        ຊາວ​ເຜົ່າ​ນຸ່ງ​ເຄີຍ​ຢູ່​ເຮືອນຮ້ານ, ​ເຮືອນ​ເຄິ່ງຮ້ານ​ເຄິ່ງ​​ດິນ​ ​ແລະ ຢູ່​ບາງ​ແຫ່ງ​ຊາວ​ເຜົ່າ​ນຸ່ງ​ພັດ​ຢູ່​ເຮືອນ​ຝາດິນ, ​ແຕ່​ເຮືອນຮ້ານ​ແມ່ນ​​ເຮືອນ​ທີ່​ເປັນ​ມູນ​ເຊື້ອ. ຊາວ​ເຜົ່າ​ນຸ່ງ​ເຄີຍ​ຕັ້​ງເຮືອນ​ຕາມ​ເນີນ​ພູ, ຢູ່​ບ່ອນ​ທີ່​ມີ​ຕົ້ນ​ໄມ້​ປົກ​ຄຸມ​ຫຼາຍ, ​ເພາະ​ເຂົາ​ເຈົ້າ​ຖື​ວ່າ, ບ່ອນ​ທີ່​ມີ​ຕົ້ນ​ໄມ້​ຫຼາຍ​ລຳ​ນັ້ນ​, ດິນ​ຈະບໍ່​ຖືກ​ເຊາະ​ເຈື່ອນ. ຕາມ​ຫຼັກ “ຫວາງ​ຈຸ້ຍ“ ຂອງ​ຊາວ​ເຜົ່າ ນຸ່ງ, ​ເຮືອນ​ຢູ່​ຕ້ອງ​ມຸ່ງ​ໜ້າ​ໄປ​ສູ່​ທິດ, ບ່ອນ​ທີ່​ມີ​ທັດສະ​ນີຍະ​ພາບສວຍ​ງາມ, ປອດ​ໂປ່​ງ ​ແລະ ກວ້າງຂວາງ. ບໍ່​ຄວນ​ເປີດ​ປະຕູ​ມຸ່ງ​ໄປ​ສູ່​ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ ຫຼື​ຟຸ່ມ​ໄມ້​ທີ່​ມີ​ຮູບ​ແປກ​ປະຫຼາດ. ​ເພາະ​ເຂົາ​ເຈົ້າ​ຖື​ວ່າ​ຈອມ​ພູ​ປຽບ​ເໝືອນ​ລູກ​ທະນູ​ມຸ່ງ​ເຂົ້າ​ເຮືອນ​ເຮັດ​ໃຫ້​ທຸກ​ຄົນ​ເຄີຍ​ປະສົບ​ເຄາະ​ຮ້າຍ. ຟຸ່ມ​ໄມ້​ທີ່​​ເປັນຮູບ​ແປກ​ນັ້ນ, ຈະ​ເຮັດ​ໃຫ້​ສັດລ້ຽງ​ຂອງ​ຄອບຄົວ​ເປັນ​​ໂລກພະຍາດ ​ແລະ ຕາຍ​ໄປ. ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີວິດ​ຕິດ​ກັບ​ທຳ​ມະ​ຊາດ ​ແລະ ມັກ​ຢູ່​ບ່ອນ​ກວ້າງຂວາງ,​​ເພາະສະ​ນັ້ນ, ​ເຮືອນຮ້ານ​ຖືກ​ເຮັດ​ດ້ວຍ​ໄມ້, ​ໄມ້​ໄຜ່, ​ໄມ້​ເຮ້ຍ ​ແລະ ຢູ່​ອ້ອມ​ເຮືອນ​ມີ​ຮົ້ວ ​ແລະ ສວນ​ຜັກ. ທ່ານ ​ເລືອ​ງວັນ​ທຽດ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳຊົນ​ເຜົ່າ, ຢູ່​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ທັງ​ໃຫຍ່, ​ກວ້າງ, ​ເຄີຍ​ມີ​ເສົາ​ເຮືອນ​ແຕ່ 6-8​ເສົາ, ​ເຮືອນ​ມີ​ຫຼາຍ​ຫ້ອງ ​ແລະ ຖືກ​ແບ່ງ​​ເປັນ​ຈຳນວນ​ຄີກ, ບາງ​ເທື່ອ​ແມ່ນ 5, 7 ຫຼື 9 ຫ້ອງ. ອີງ​ໃສ່​ແຕ່​ລະ​ຄອບຄົວ, ຊາວ​ນຸ່ງ​ຖື​ວ່າ​ເລກ​ຄີກ​​​ແມ່ນໃຫ້​ຄົນ​ຍັງ​ມີ​ຊີວິດ, ສ່ວນ​ເລກ​ຄູ່​​ພຽງ​ແຕ່ໃຊ້ເພື່ອ​ສ້າງ​ບ່ອນ​ຝັງ​ໃຫ້​ແກ່ຄົນ​ຕາຍ​ເທົ່າ​ນັ້ນ. ສ່ວນຂັ້ນໄດ​ຂຶ້ນ​ເຮືອນ​ກໍ່ເປັນ​ຈຳນວນ​ຄີກ​ຄື 7, 9 ຫຼື 11.

        ການ​ດຳ​ເນີນ​ຊີວິດ​ໃນ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ແມ່ນ​ຄື​ກັນ​ໂດຍ​ພື້ນຖານ, ຢູ່​ກ້ອງ​ລ່າງ​ແມ່ນ​ບ່ອນ​ລ້ຽງສັດ, ​ບ່ອນ​ໃຫ້​ແມ່​ຍິງ​ຍ້ອມ​ຜ້າ, ທັງ​ແມ່ນ​ບ່ອນ​ເພື່ອ​ໃຫ້​ຜູ້​ຊາຍ​ລັບມີດ, ສ້ອມ​ແປງ​ອຸປະກອນ​ເຮັດ​ກະສິກຳ. ບັນດາ​ຫ້ອງ​ໃນ​ເຮືອນ​ຖື​ກຂັ້ນ​ດ້ວຍ​ຝາ​ໄມ້ ​ແລະ ​ແບ່ງ​ເປັນ 2 ​ເຂດຢ່າງ​ຈະ​ແຈ້ງ. ສ່ວນ​ຢູ່​ນອກ​ແມ່ນ​ສະຫງວນ​​ໃຫ້ຜູ້​ຊາຍ​, ​ແມ່ນ​ບ່ອນ​ຕັ້ງ​ແທ່ນ​ບູຊາ​ບັນພະບຸລຸດ, ​ເປັນ​ບ່ອນຢູ່​ຂອງ​ເຈົ້າ​ຂອງ​ເຮືອນ, ລູກ​ຊາຍ​ບໍ່​ທັນ​ສ້າງ​ຄອບຄົວ, ທັງ​ເປັນ​ບ່ອນ​ຕ້ອນຮັບ​ແຂກ. ສ່ວນ​ຢູ່ໃນ, ​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ຂອງ​ຜູ້ຍິງ, ​ພ້ອມ​​ຫ້ອງຄົວ. ​ໃນ​ຫ້ອງ​ຄົວ​ຂອງ​ຊາວ​ເຜົ່າ​ນຸ່ງ​ຍາມ​ໃດ​ກໍ່​ມີ​ແທ່ນ​ບູຊາ​ໝໍ​ຕຳ່​ແຍ, ​ເພື່ອ​ພາວະນາ​ຂໍ​ໃຫ້​ຂະຫຍາຍ​​ແຜ່ພັນ, ​ເດັກນ້ອຍ​ໃນ​ເຮືອນ​ມີ​ສຸຂະພາບ​ເຂັ້ມ​ແຂງ.

ເຮືອນຢູ່ຂອງຊົນເຜົ່ານຸ່ງ - ảnh 2
(ພາບອິນເຕີແນັດ)

        ​ເມື່ອ​ເຕື້ອງ​ເຖິງ​ສະຖາປັດຕະຍະກຳ​ເຮືອນ​ຢູ່​ຂອງ​ຊົນ​ເຜົ່າ​ນຸ່ງ, ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່​ເຂດ​ຊາຍ​ແດນ​ແຂວງ ລ້າງ​ເຊີນ. ​ເຮືອນ​ຝາ​ດິນ​ມີ​ສອງ​ປະ​ເພດ, ທີ​ໜຶ່ງ​ແມ່ນ​ເຮືອນ​ເພື່ອ​ດຳລົງຊີວິດ​ແບບ​ທຳ​ມະ​ດາ, ​ແລະ ທີ​ສອງ​ແມ່ນ​ເຮືອນ​ແບບ “ປ້ອມ​ໝັ້ນ“ ​ເຮືອນ​ທັງ​ສອງ​ປະ​ເພດ​ນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ຕິດ​ພັນ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່ທີ່​ນີ້. ທ່ານ ຫງວຽນ​ວັນ​ປ໋າວ, ພະນັກງານ​ວັດທະນະທຳ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ເຮືອນ​ຝາ​ດິນ​ໄດ້​ຮັບ​ການ​ປຸກ​ສ້າງ​ດ້ວຍ​ວັດຖຸ​ອຸປະກອນ​ຢູ່​ກັບ​ທີ່​ຄື: ດິນ, ​ໄມ້​ຫຍ້າ, ​ເຟືອງ ​ແລະ ມຸງ​ດິນຂໍ “ບວກ​ລົບ“. ຝາ​ເຮັດ​ດ້ວຍ​ດິນດາກ, ໜາ​ແຕ່ 50-70 cm, ດັ່ງ​ນັ້ນ​ເຮືອນ​ຈຶ່ງ​ສາມາດ​ຄົງ​ຕົວ​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ​ໄດ້“.

        ພື້ນ​ເຮືອນຝາ​ດິນ​ເຮັດ​ດ້ວຍ​ຫີນ​ດັ່ງ​ນັ້ນ​ດັ່ງ​ນັ້ນ​ຈຶ່ງສາມາດ​ທົນກັບ​ກຳລັງ​ດັນ​ໄດ້ ​ແລະ ​ແໜ້ນ​ແກ່ນ. ​​ເພື່ອ​ເຮັດ​ຝາ​ດິນ, ​ເຂົາ​ເຈົ້າ​ຕ້ອງເອົາ​ດິນດາກ​ຍັດ​ໃສ່​ຂອບ​ຝາ​ເຮືອນ​ທີ່​ເຮັດດ້ວຍ​ໄມ້, ​ແລ້ວ​ໃຊ້​​ສາກ​ຕໍາ​ໃສ່​​ໃຫ້​ແໜ້ນຈົນ​ຮອດ​ເວລາ​ກາຍ​ເປັນ​ຝາ​ເຮືອນ​ທີ່​ແໜ້ນ​ແກ່ນ. ​ເສົາ​ຄຳ້​ຢູ່ 4 ​ແຈ​​ເຮືອນແມ່ນ​ໄມ້​ໃຫຍ່ 4 ລຳ​ເພື່ອ​ທົນ​ກັບ​ກຳລັງ​ດັນ​ຂອງ​ເຮື​ອນ​ ​ເຮືອນຝາ​ດິນ​ມີ​ໂຄງ​ປະກອບ​ທີ່​ໝັ້ນຄົງ, ສ້າງ​ຄວາມ​ອົບ​ອຸ່ນ​ໃນ​ຍາມໜາວ ​ແລະ ຄວາມ​ເຢັນ​ໃນ​ຍາມ​ຮ້ອນ.

        ສ່ວນ​ເຮືອນ​ດິນ​ແບບ “ປ້ອມໝັ້ນ“ ​ແມ່ນ​ການ​ສົມທົບ​ລະຫວ່າງ​ເຮືອນຮ້ານ​ກັບ​ເຮືອນ​ດິນ. ຍ້ອນ​ເຫດ​ນັ້ນ, ​ເຮືອນ​ແບບ​ນີ້​ເຄີຍ​ມີ​ສອງ​ຊັ້ນ. ​ໃນ​ເມື່ອ​ກ່ອນ​ຊາວ​ເຜົ່າ​ນຸ່ງ​ປຸກ​ສ້າງ​ເຮືອນ​ແບບ​ນີ້​ເພື່ອ​ແນ​ໃສ່​ຕ້ານ​​ໂຈນປຸ້ນ, ຂີ້ລັກ​. ຝາ​ເຮືອນ​ໜາ 40-60 cm, ຍັງ​ມີ​ປະ​ໂຫຍ​ດຕ້ານ​ລູກປືນ​ອີກ. ເຮືອນ​ດິນ​ແບບ “ປ້ອມໝັ້ນ“ ປະກອບ​ດ້ວຍ​ຫຼາຍ​ຫ້ອງ​ທີ່​ຕິດ​ກັນ. ຊັ້ນ​ສອງ​ຂອງ​ເຮືອນ​ແມ່ນ​ບ່ອນ​ບູຊາ​ບັນພະບຸລຸດ, ປະຕູ​ຫຼັກ​ຮອງ​ຮັບ​ແສງ​ສະຫວ່າງ​ເຂົ້າ​ຫ້ອງ. ຢືນ​ຢູ່​ທີ່​ນີ້​ສັງມາ​ດສັງ​ເກດ​ບໍລິ​ເວນ​ທັງ​ໝົດ​ຕໍ່ໜ້າ​ເຮືອນໄດ້. ຢູ່​ໜ້າ​ເຮືອນ​​ແບບ​ນີ້​ມີ​ຮົ້ວ​​ເຮັດດ້ວຍ​ຫີນທີ່​ແໜ້ນໜາ​​ແລະ​ໝັ້ນຄົງ​ເພື່ອ​ປ້ອງ​ກັນບໍ່​ໃຫ້​​ໂຈນປຸ້ນ, ຂີ້​ລັກ​ເຂົ້າ​ເຮື​ອນ.

        ປະຈຸ​ບັນ, ​ເຖິງ​ວ່າ​ໄດ້​ຜ່ານ​ການ​ເວລາ​ນັບ​ຮ້ອຍ​ປີ​ແລ້ວກໍ່ຕາມ, ​ແຕ່ບັນດາ​ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢູ່​ບັນດາ​ເມືອງ​ໃນ​ເຂດ​ພູດ​ອຍ​ແຂວງ ລ້າງ​ເຊີນ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ຢູ່. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີ​ນັກ​ທ່ອງ​ທ່ຽວ, ນັກ​ຖ່າຍຮູບ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມາ​ຢ້ຽມຢາມ ​ແລະ ຖ່າຍຮູບ​ບັນດາ​ຫຼັງຄາ​ເຮືອນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຊິ່ງ​ແມ່ນ​ຈຸດ​ວັດທະນະທຳ​​ເກົ່າ​ແກ່​ໃນ​ຍຸກ​ທີ່​ທັນ​ສະ​ໄໝ.