ກໍ່ເຊັ່ນດຽວກັບບັນດາຊົນເຜົ່າອ້າຍນ້ອງຢູ່ເຂດສາຍພູຫຼວງ - ໄຕງວຽນ, ຊາວເຜົ່າ H're ມີພື້ນຖານວັດທະນະທຳດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ, ດ້ວຍຫຼາຍຮູບຫຼາຍແບບ. ຊາວເຜົ່າ H're ມີເລື່ອງລາວບູຮານຫຼາຍເລື່ອງ, ເຂົາເຈົ້າມັກແຕ່ງບົດກະວີ ແລະ ນິຍົມຂັບຮ້ອງ. ຊາວເຜົ່າ H're ມີເຄື່ອງດົນຕີເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ, ເປືອກໝາກນຳເຕົ້າແຫ້ງຫຼາຍປະເພດຄື: ພິນ brook, ຂຸ່ຍ Talia, ປີ popel, ຊໍ radang, “ຄ້ອງໄມ້ໄຜ່” ching kala. ສິ່ງພິເສດນັ້ນແມ່ນ, ເຄື່ອງດົນຕີເຫຼົ່ານັ້ນເກືອບທັງໝົດລ້ວນແຕ່ຖືກນຳໃຊ້ໃນການຂັບຮ້ອງເພງພື້ນເມືອງ. ບັນດາບົດເພງພື້ນເມືອງ ແລະ ວິທີຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ H're ມີຈຸດພິເສດ ແລະ ມີສີສັນສະເພາະຂອງຊາວເຜົ່າ H're . ທ່ານ ວີເຕິ໋ນບາວ, ນັກຮຽບຮຽງ, ຄົ້ນຄ້ວາດົນຕີພື້ນເມືອງ, ໃຫ້ຮູ້ວ່າ:
“ໃນໂອກາດບຸນເຕັດ, ງານດອງ ຫຼືໃນການເຄື່ອນໄຫວລະຫຼິ້ນ, ຊາວເຜົ່າ H're ເຄີຍຂັບຮ້ອງທຳນອງເພງ Ka choi, Ka leu… ໃຫ້ກັນຟັງ. ແລະ ຂັບຮ້ອງພ້ອມກັບສຽງຄ້ອງຕາມທຳນອງເອີ້ນວ່າ ຈິງຕົກ ຫຼືຂັບຮ້ອງພ້ອມກັບສຽງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ H're, ບັນດາບົດເພງພືນເມືອງມີເນື້ອໃນຍ້ອງຍໍບ້ານເກີດເມືອງນອນ, ຍ້ອງຍໍການດຳລົງຊີວິດ, ການອອກແຮງງານ, ພິເສດແມ່ນຄວາມຮັກລະຫວ່າງບ່າວສາວ. ຊາວເຜົ່າ H're ຂັບຮ້ອງເພງພື້ນເມືອງເພື່ອແບ່ງປັນອາລົມຈິດ, ແນວຄິດຈິດໃຈໃນການດຳລົງຊີວິດ ແລະ ການຜະລິດ”.
ໃນພື້ນຖານດົນຕີພື້ນເມືອງຂອງຊາວເຜົ່າ H're ນັ້ນ, ທຳນອງດົນຕີ Kaleu, Kachoi (ຂັບຖາມຕອບລະຫວ່າງຍິງຊາຍ) ແມ່ນບັນດາມໍລະດົກທີ່ເປັນເອກະລັກສະເພາະຂອງຊາວເຜົ່າ H're. Kachoi ແມ່ນທຳນອງເພງພື້ນເມືອງທີ່ມີຫຼາຍຈັ່ງຫວະ ແລະ ມີຫຼາຍບົດທີ່ສຸດ, ສ່ວນ Kaleu ພຽງແຕ່ມີທຳນອງດຽວເທົ່ານັ້ນ. ທຳນອງດົນຕີ Kachoi ແມ່ນເຄີຍມີຢູ່ແລ້ວ, ສ່ວນເນື້ອໃນບົດເພງໂດຍຜູ້ຂັບຮ້ອງແຕ່ງເອງຢູ່ກັບທີ່ໃຫ້ເໝາະສົມກັບສະພາບຕົວຈິງ, ດັ່ງນັ້ນສາມາດຂັບຫຼາຍເນື້ອໃນທີ່ແຕກຕ່າງກັນຢ່າງສະບາຍ. ໃນໂອກາດບຸນເຕັດ, ພິທີບູຊາ, ງານດອງ ຫຼືໃນການລະຫຼິ້ນບັນເທິງ. ພາຍຫຼັງດື່ມເຫຼົ້າໄຫແລ້ວ, ຊາວເຜົ່າ H're ເຄີຍຂັບຮ້ອງທຳນອງເພງ Kaleu, Kachoi ເພື່ອແລກປ່ຽນ, ແບ່ງປັນແນວຄິດຈິດໃຈນຳກັນ, ຫຼືສະແດງຄວາມສາມາດຂອງຕົນໃນການຂັບຖາມຕອບກັບທຸກຄົນ. ມີບາງຄູ່ສາມາດຂັບຕະຫຼອດຄືນ, ເຮັດໃຫ້ບັນຍາກາດໃນງານບຸນຍາມລະດູບານໃໝ່ມີຄວາມຟດຟື້ນ, ອົບອຸ່ນ ແລະ ມີຄວາມໝາຍກວ່າ.
(ພາບປະກອບ)
ຊາວເຜົ່າ H're ເຄີຍຂັບຮ້ອງເພງພື້ນເມືອງເພື່ອສະແດງຄວາມຮັກ, ຄວາມໃນໃຈ, ແຮກສ່ຽວ, ຫຼືແລກປ່ຽນເນື້ອໃນວຽກງານໃດໜຶ່ງ. ຜ່ານການຂັບຖາມຕອບ, ຄຳກາບກອນ, ດົນຕີເພື່ອສະແດງອາລົມຈິດຂອງຕົນ. ພິເສດ, ຖ້າຫາກທັງສອງຄົນລ້ວນແຕ່ຮູ້ເປົ່າປີ່, ທັງຂັບຮ້ອງ, ທັງເປົ່າປີ່ໄດ້, ຈະສ້າງຄວາມດຶງດູດ ແລະ ເປັນເອກະລັກສະເພາະກວ່າ.
ຜ່ານການເວລາ, ບັນດາຮູບການເຄື່ອນໄຫວວັດທະນະທຳ, ພິທີງານບຸນ, ດົນຕີພື້ນເມືອງຂອງຊາວເຜົ່າ H're ພວມຄ່ອຍໆເສື່ອມເສຍໄປ. ຈຳນວນນັກສິລະປະການຊາວເຜົ່າ H're, ຜູ້ທີ່ຮູ້ຂັບຮ້ອງ, ດົນຕີແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບດົນຕີ ແລະ ບັນດາທຳນອງເພງພື້ນເມືອງນັບມື້ນັບໜ້ອຍລົງ. ເຖິງຢ່າງໃດກໍ່ຕາມ, ໃນປະຊາຄົມຊາວເຜົ່າ H're ຍັງມີນັກສິລະປະການ ດິງງອກຊູ, ຢູ່ເມືອງ ເຊີນຮ່າ, ແຂວງ ກວາງຫງາຍ ມີຄວາມສາມາດທັງປະດິດເຄື່ອງດົນຕີ, ທັງຫຼິ້ນດົນຕີຫຼາຍປະເພດ, ທັງຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ H're ໄດ້, ທ່ານກໍ່ແມ່ນຜູ້ທີ່ຍັງຈື່ຈຳ ແລະ ຮຽບຮຽງບົດເພງພື້ນເມືອງເກົ່າຂອງຊາວເຜົ່າ H're ໄດ້ຫຼາຍບົດ. ຍ້ອນເຫດນັ້ນ, ບັນດານັກຄົ້ນຄ້ວາວັດທະນະທຳພື້ນເມືອງໄດ້ຕີລາຄາ ບັນດານັກສິລະປະການຄືທ່ານ ດິງງອກຊູ ຄືດັ່ງເພັດມະນີອັນລ້ຳຄ່າ. ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ ດິງງອກຫວູ, ໃຫ້ຂໍ້ສັງເດກວ່າ:
“ນັກສິລິປະການ ດິງງອກຊູ ແມ່ນຜູ້ຮັກສາວີນຍານໃຫ້ຊົນເຜົ່າ H're , ທ່ານສາມາດຂັບຖາມຕອບກັນມ່ວນທີ່ສຸດ. ພິເສດ, ທ່ານຍັງປະດິດແຕ່ງເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າ H're ໄດ້ຫຼາຍປະເພດ. ຂະແໜງວັດທະນະທຳພວມສົມທົບກັບທ່ານເພື່ອເປີດບັນດາຊຸດຮຽນກ່ຽວກັບການປະດິດເຄື່ອງດົນຕີ ແລະ ວິທີນຳໃຊ້ເຄື່ອງດົນຕີປະເພດຕ່າງໆ, ກໍ່ຄືຂັບຮ້ອງບັນດາທຳນອງເພງພື້ນເມືອງຂອງຊົນເຜົ່າ H're “.
ໃນງານປະກວດຂັບຮ້ອງເພງພື້ນເມືອງທົ່ວປະເທດໃນຊຸມປີມໍ່ໆມານີ້, ບັນດາທຳນອງເພງພື້ນເມືອງ ແລະ ສຽງດົນຕີຂອງຊາວເຜົ່າ H're ໄດ້ສ້າງຄວາມ ດູດດື່ມໃຫ້ແກ່ຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ນັກສິລະປະການ ດິງງອກຊູ ໄດ້ຮັບຄຳເຊີນເຂົ້າຮ່ວມລາຍການສະແດງຂັບຮ້ອງເພງພື້ນເມືອງ ແລະ ເສບເຄື່ອງດົນຕີຂອງຊາວເຜົ່າ H're ຢູ່ ສເກົາຫຼີ. ຢູ່ທີ່ນີ້ທ່ານໄດ້ຮັບການຕີລາຄາສູງຈາກຜູ້ຊົມປະເທດຕ່າງໆ. ເລື່ອງອະນຸລັກຮັກສາ, ເສີມຂະຫຍາຍ ແລະ ພັດທະນາສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວເຜົ່າ H're ມີຄວາມໝາຍສຳຄັນທີ່ສຸດ. ບັນດາຄວາມມານະພະຍາຍາມຂອງຂະແໜງວັດທະນະທຳ ແລະ ນັກສິລະປະການ ດິງງອກຊູ ໄດ້ປະກອບສ່ວນສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຊາດ.