ນັກສິລະປະການອາຄາວ ຊາວເຜົ່າ ເຊີດັງ |
ການຮ້ອງລຳທຳເພງແມ່ນການດຳເນີນຊີວິດດ້ານຈິດໃຈຂອງປະຊາຊົນບັນດາເຜົ່າຢູ່ເຂດ ໄຕງວຽນ, ໃນນັ້ນ ມີຊາວເຜົ່າ ເຊີດັງ. ສຽງເພງດັງກ້ອງກັງວານຂຶ້ນເມື່ອໄປເຮັດໄຮ່ໄຖນາ, ຫລືໃນໂອກາດຈັດງານບຸນ, ພິທີສູ່ຂໍ, ງານດອງ, ກ່ອມເດັກນອນ ຫລືໃນເວລາບ່າວສາວນັດພົບກັນ. ເອື້ອຍ ອີມອນ ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ແບ່ງປັນວ່າ:
“ບາງເທື່ອຂ້າພະເຈົ້າກໍ່ໄດ້ຮ້ອງລຳທຳເພງ. ເມື່ອບໍ່ໄດ້ໄປໄຮ່, ເອື້ອຍນ້ອງຢູ່ໃນບ້ານ ເຄີຍຈັດຕັ້ງການຮ້ອງລຳທຳເພງ”
ສຳລັບຊາວເຜົ່າ ເຊີດັງ ແລ້ວ, ບັນດາທຳນອງເພງພື້ນເມືອງຂອງເຂົາເຈົ້າແມ່ນອຸດົມສົມບູນທີ່ສຸດ ແຕ່ເປັນທີ່ນິຍົມແມ່ນບັນດາບົດເພງຂັບກ້ຽວຂອງບ່າວສາວ. ນັກສິລະປະການ ອາຄາວ ເມືອງ ງອກໂຮ່ຍ ແຂວງກອນຕູມ ໃຫ້ຮູ້ວ່າ: ຊາວເຜົ່າ ເຊີດັງ ເຄີຍຂັບກ້ຽວ, ຜູ້ຊາຍຜູ້ຍິງ ຂັບກ້ຽວຕໍ່ກັນເມື່ອໄປໄຮ່ຫລືໃນງານບຸນຕ່າງໆ. ນີ້ກໍ່ແມ່ນວິທີເພື່ອໃຫ້ບ່າວສາວສະແດງອາລົມຈິດ, ຄວາມຮັກແພງກັນ. ນັກສິລະປະການ ອາເພີງ ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ໃຫ້ຮູ້ວ່າ:
“ໃນໝູ່ບ້ານແຕ່ລະແຫ່ງ ລ້ວນແຕ່ມີບົດເພງຍ້ອງຍໍບ້ານເກີດເມືອງນອນຂອງຕົນ, ຍ້ອງຍໍປະເທດຊາດ, ຄວາມຮັກຂອງຄູ່ບ່າວສາວ. ກ່ອນນີ້ ເມື່ອບ່າວສາວຮັກກັນ ເຂົາເຈົ້າເຄີຍແຕ່ງບົດເພງກ່ຽວກັບຄວາມຮັກຂອງຕົນ ແລະ ເມື່ອພົບກັນໃນ ຄືນເດືອນແຈ້ງຈະຮ້ອງເພງໃຫ້ກັນຟັງ.”
ຊາວເຜົ່າ ເຊີດັງ ຍັງມີບັນດາບົດເພງກ່ອມລູກ ດ້ວຍທຳນອງເພງແມ່ນອອນຊອນ ແຕ່ມີຄວາມສະຫນິດຕິດພັນກັບຊີວິດແຫ່ງການອອກແຮງງານທຳການຜະລິດຂອງຊາວຊົນເຜົ່າ. ບັນດາບົດເພງຂອງຊາວເຜົ່າ ເຊີດັງ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງເທົ່ານັ້ນ ຫາກແມ່ນສຽງເວົ້າ, ຄວາມໃນໃຈຂອງເຂົາເຈົ້າຕໍ່ກັບທຸກຄົນໃນບ້ານກ່ຽວກັບຊີວິດຂອງຕົນ, ຂອງໝູ່ບ້ານ.
ກໍ່ເຊັ່ນດຽວກັນກັບບັນດາເຜົ່າສ່ວນຫນ້ອຍອື່ນຢູ່ ເຂດໄຕງວຽນ, ຊາວເຜົ່າ ເຊີດັງ ໄດ້ນຳໃຊ້ເຄື່ອງດົນຕີຫລາຍປະເພດ ເພື່ອຮັບໃຊ້ຄວາມຕ້ອງການໃນການຮ້ອງລຳທຳເພງ. ຊີວິດແມ່ນຕິດພັນກັບພູຜາປ່າໄມ້ ສະນັ້ນ ບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າເຊີດັງ ນອກຈາກກອງຄ້ອງແລ້ວ, ລ້ວນແຕ່ແມ່ນເຮັດດ້ວຍຕົ້ນໄມ້ໃນປ່າຄື: ໄມ້, ໄມ້ເຮ້ຍ. ເຄື່ອງດົນຕີ ຂອງຊາວເຜົ່າ ເຊີດັງ ມີ ຫລາຍປະເພດຄື: ເຄື່ອງດົນຕີ ເຕີຣຶງ, ຂຸ່ຍ, ກລົງປຸດ, ກອງ, ຄ້ອງ ແລະອື່ນໆ.
ໃນບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າ ເຊີດັງ ນັ້ນ ພົ້ນເດັ່ນທີ່ສຸດແມ່ນກອງຄ້ອງ. ຊາວເຜົ່າ ເຊີດັງ ຖືກອງຄ້ອງ ແມ່ນສັນຍາລັກໃນຊີວິດຂອງຊົນເຜົ່າ. ພຽງແຕ່ຮັບຟັງສຽງກອງສຽງຄ້ອງ, ຊາວເຜົ່າ ເຊີດັງ ກໍ່ສາມາດຮັບຮູ້ໄດ້ວ່າ ວົງຄະນາຍາດພວມປະຕິບັດພິທີກຳຫລືການເຄື່ອນໄຫວວັດທະນະທຳໃດຫນຶ່ງ. ທ່ານນາງ ລີງງາ Nie Kdam ນັກຄົ້ນຄ້ວາ ວັດທະນະທຳບັນດາເຜົ່າຢູ່ໄຕງວຽນ ໃຫ້ຮູ້ວ່າ: ຊຸດຄ້ອງຂອງຊາວເຜົ່າ ເຊີດັງ ມີຫລາຍຂະຫນາດໃຫຍ່ນ້ອຍແຕກຕ່າງກັນ ແລະ ມີກອງຫນ່ວຍຫນຶ່ງເພື່ອປະສານສຽງໃຫ້ຄ້ອງ. ຕາມປະເພນີ ຂອງຊາວເຜົ່າ ເຊີດັງ ແລ້ວ, ກອງແມ່ນ ເຄື່ອງດົນຕີທີ່ໄດ້ນຳໃຊ້ໃນຂັ້ນຕອນທຳອິດ ປະສົມປະສານກັບສຽງຄ້ອງສ້າງເປັນສຽງດົນຕີມ່ວນ ໃນບັນດາງານບຸນ. ທ່ານນາງ ລີງງາ Nie Kdam ໃຫ້ຮູ້ວ່າ:
“ຊາວ ເຜົ່າ ເຊີດັງ ມີຊຸດ ຄ້ອງ ແຕ່ 10 -11 ຫນ່ວຍ ແລະ ເຄີຍໄດ້ນຳໃຊ້ໃນງານບຸນຕ່າງໆ, ທຸກຄົນຍ່າງອ້ອມຕົ້ນໄມ້ໄຜ່ ແລະ ມີແມ່ຍິງຫລາຍຄົນສະແດງວາດຟ້ອນໄປນຳ.”
ເດັກນ້ອຍຊາວເຜົ່າ ເຊີດັງ ສະແດງເຄື່ອງດົນຕີພື້ນເມືອງ |
ຄວາມທີ່ເປັນເອກະລັກສະເພາະໃນບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າ ເຊີດັງ ນັ້ນແມ່ນ ເຄື່ອງດົນຕີ ກລົງປຸດ. ເຄື່ອງດົນຕີປະເພດນີ້ແມ່ນເຮັດດ້ວຍໄມ້ເຮ້ຍ ແລະສຽງດົນຕີດັງກ້ອງກັງວານພາຍຫລັງສຽງຕົບມືໃສ່ປາກບັ້ງໄມ້ເຮ້ຍ. ເມື່ອຊາວເຜົ່າເຊີດັງ ສະແດງເຄື່ອງດົນຕີປະເພດນີ້, ເຂົາເຈົ້າເອົາບັ້ງໄມ້ເຮ້ຍກ່າຍຂຶ້ນລຳຕົ້ນໄມ້ປະເພດອື່ນ ແລະ ດ້ວຍສີມືອັນຄ່ອງແຄ້ວ, ອ່ອນຊ້ອຍຂອງແມ່ຍິງ ຊາວເຜົ່າ ເຊີດັງ, ສຽງເຄື່ອງດົນຕີ ກລົງປຸດ ດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້ຢູ່ເຂດໄຕງວຽນ. ນັກສິລະປະການ ອາຄາວ, ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ໃຫ້ຮູ້ວ່າ:
“ກ່ອນນີ້ ເມື່ອຈັດຕັ້ງບຸນເຂົ້າໃຫມ່, ຊາວເຜົ່າ ເຊີດັງ ເຄີຍໄປເຂົ້າປ່າຫາໄມ້ເຮ້ຍ ຫລັງຈາກນັ້ນກໍ່ປະໃຫ້ແຫ້ງໃນເວລາ 1 ປີ ຈຶ່ງຕັດເປັນບັ້ງເຄື່ອງດົນຕີ. ໄມ້ເຮ້ຍ ຕ້ອງແມ່ນຕົ້ນໄມ້ແກ່ຈຶ່ງຮັກສາຢ່າງຍາວນານໄດ້. ແລະ ພຽງແຕ່ແມ່ຍິງຈຶ່ງສະແດງເຄື່ອງດົນຕີ ກລົງປຸດ ມ່ວນ.”
ເມື່ອໄປຢ້ຽມຢາມບັນດາໝູ່ບ້ານ ເຊີດັງ ໃນລະດູບານໃຫມ່ ຫລື ງານບຸນຕ່າງໆ ພວກເຮົາສາມາດຮັບຟັງສຽງຄ້ອງສຽງກອງສູງຕ່ຳປະສົມປະສານກັບສຽງເຄື່ອງດົນຕີ ເຕີຣຶງ, ກລົງປຸດ.. ດັງກ້ອງກັງວານໄປ. ຄຽງຂ້າງໄຫເຫລົ້າ, ບັນດາຄູ່ບ່າວສາວຊາວເຜົ່າ ເຊີດັງ ຈັບມືກັນພ້ອມກັນສະແດງວາດຟ້ອນ ຫລື ຮ້ອງລຳທຳເພງ ກ່ຽວກັບບັນດາບົດເພງຍ້ອງຍໍບ້ານເກີດເມືອງນອນ, ໝູ່ບ້ານ, ຄວາມຮັກຂອງຄູ່ບ່າວສາວ ແລະ ມີຄວາມຫວັງວ່າ ຊີວິດຈະມີຄວາມອີ່ມຫນຳສຳລານສົມບູນພູນສຸກ.