ພວກນາງສາວເຜົ່າໄທດຳ |
ເຖິງວ່າເງິນແມ່ນໂລຫະປະເສີດ ມີຄ່າກໍ່ຕາມ, ແຕ່ຊາວເຜົ່າຜູ້ໄທບໍ່ເຄີຍໃຊ້ເງິນ ເພື່ອແລກປ່ຽນຊື້ຂາຍສິນຄ້າ, ຊຶ່ງຕົ້ນຕໍແມ່ນໃຊ້ເພື່ອເຮັດເຄື່ອງເອ້ຢ້ອງ, ຂອງຂວັນ, ສິນສອດ. ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທກໍ່ເຄີຍໃສ່ສາຍຄໍທີ່ເຮັດດ້ວຍເງິນ ຫຼື ປະລັກແຂນທີ່ເຮັດດ້ວຍເງິນ ເພື່ອກັນພະຍາດ. ລຸງ ຕ່ອງວັນເຮ້ຍ ໝໍພອນຢູ່ບ້ານ ມອງ, ຕະແສງ ຫົວລາ, ນະຄອນເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ເງິນແມ່ນໂລຫະປະເສີດ ມີຄ່າ ແລະ ໃນສັງຄົມເມື່ອກ່ອນນີ້, ກໍ່ເຄີຍແລກປ່ຽນຊື້ຂາຍສິນຄ້າ ດ້ວຍ ເງິນຫຼຽນເງິນ, ແຕ່ບໍ່ແມ່ນຜູ້ໃດກໍ່ມີເງິນຫຼຽນເງິນ. ໃນວັນນີ້ເຖິງວ່າ ການນຳໃຊ້ເງິນຫຼຽນເງິນ ເພື່ອແລກປ່ຽນຊືື້ຂາຍສິນຄ້າ ກໍ່ຫຼຸດໜ້ອຍລົງກໍ່ຕາມ, ແຕ່ເມື່ອໄດ້ເປັນເງິນປະເສີດ ທີ່ມີມາແຕ່ປາງກ່ອນນັ້ນ, ຄອບຄົວໃດກໍ່ຢາກມີເງິນຫຼຽນເງິນໃນເຮືອນຄືດັ່ງຂອງແຮ່ໄວ້, ຄືວັດຖຸປະເສີດ ເພື່ອຮັກສາສຸຂະພາບ, ແລະ ຄອບຄົວມີຄວາມສະຫງົບສຸກ. ຍົກຕົວຢ່າງຄືເມື່ອເດັກນ້ອຍຖືກເປັນໄຂ້ເປັນຫວັດ ຕາມບົດຮຽນຂອງຊາວທ້ອງຖິ່ນ, ພໍ່ແມ່ພີ່ນ້ອງກໍ່ເຄີຍນຳເອົາເງິນຫຼຽນເງິນມາຫໍ່ກັບໄຂ່ຂາວຂອງໄຂ່ໄກ່ທີ່ໄດ້ຕົ້ມສຸກ ພ້ອມກັບຜົມເລກນ້ອຍເພື່ອຂູດລົມ”.
ຕາມປະເພນີຂອງຊາວເຜົ່າຜູ້ໄທແລ້ວ, ເມື່ອລູກຊາຍແຕ່ງງານ, ນອກຈາກຕ້ອງຮັບຜິດຊອບງານດອງຢູ່ຝ່າຍເຈົ້າສາວແລ້ວ, ຝ່າຍເຈົ້າບ່າວກໍ່ຕ້ອງນຳເອົາເງິນຫຼຽນເງິນ ມາທຳພິທີສູ່ຂໍ ແລະ ໃຊ້ເປັນຂອງຂວັນໃຫ້ແກ່ພໍ່ເຖົ້າແມ່ເຖົ້າ. ດັ່ງນັ້ນເມື່ອກ່ອນນີ້, ຄອບຄົວໃດມີຂອງຂວັນ ທີ່ຖືກເຮັດດ້ວຍເງິນຂາວ ນຳມາມອບໃຫ້ເຈົ້າສາວ, ພໍ່ແມ່ຂອງເຈົ້າສາວ ເນື່ອງໃນໂອກາດງານດອງ, ກໍ່ສາມາດຢັ້ງຢືນໄດ້ວ່າ ຄອບຄົວນັ້ນ ແມ່ນຄອບຄົວຮັ່ງມີ. ແລະ ຂອງຂວັນເຫຼົ່ານີ້ ໄດ້ຮັບຖືວ່າແມ່ນວັດຖຸທີ່ສັກກະລະບູຊາ, ເມື່ອເຈົ້າສາວ ຫຼື ພໍ່ແມ່ເຈົ້າສາວເສຍຊີວິດໄປ ກໍ່ຈະນຳໄປຝັງນຳສົບເລີຍ. ພໍ່ແມ່ພີ່ນ້ອງບໍ່ພຽງແຕ່ຖືເປັນສຳຄັນການນຳໃຊ້ເງິນຫຼຽນເງິນໃນເວລາທີ່ຍັງມີຊີວິດຢູ່ເທົ່ານັ້ນ, ຫາກຍັງຮອດເວລາເຖິງແກ່ມໍລະນະກຳ ກໍ່ຕ້ອງມີເງິນຫຼຽນເງິນ ເພື່ອໃຊ້ຕາມຮີດຄອງປະເພນີຂອງຊົນເຜົ່າຕົນ. ລຸງ ຕ່ອງວັນເຮ້ຍ ໃຫ້ຮູ້ວ່າ:
“ຕາມຮີດຄອງປະເພນີແລ້ວ, ເມື່ອຜູ້ບ່າວຊາວເຜົ່າຜູ້ໄທແຕ່ງງານ, ຢູ່ຄອບຄົວຝ່າຍເຈົ້າບ່າວກໍ່ຕ້ອງກະກຽມຜົມເກົ້າ, ປິ່ນເກົ້າຜົມເຮັດດ້ວຍເງິນ ເພື່ອທຳພິທີຕັ້ງຜົມເກົ້າໃຫ້ແກ່ເຈົ້າສາວ. ນອກຈາກນັ້ນກໍ່ຕ້ອງມີປະຫລັກແຂນຄູ່ໜຶ່ງ ເຮັດດ້ວຍເງິນ, ແຫວນເງິນຄູ່ໜຶ່ງ, ຖ້າຫາກວ່າຄອບຄົວໃດມີເງື່ອນໄຂ ກໍ່ຕ້ອງມອບປອກແຂນ, ຫຼື ສາຍຄໍ, ສາຍແອວເຮັດດ້ວຍເງິນໃຫ້ແກ່ເຈົ້າສາວຕື່ມອີກ. ສ່ວນຂອງຂວັນໃຫ້ພໍ່ແມ່ເຈົ້າສາວ ກໍ່ຕ້ອງມີເງິນຫຼຽນເງິນຢ່າງເດັດຂາດ. ປະເພນີນີ້ ກໍ່ອີງໃສ່ແຕ່ລະແຫ່ງ, ແຕ່ຄອບຄົວເຈົ້າບ່າວ ເຖິງວ່າທຸກຍາກແນວໃດກໍ່ຕາມ ກໍ່ຕ້ອງຊອກຫາ ເງິນຫຼຽນເງິນສອງສາມຫຼຽນ ໃຫ້ໄດ້”.
ເງິນຂາວກໍ່ແມ່ນວັດຖຸໃຊ້ເປັນເຄື່ອງເອ້ຢ້ອງ ເພື່ອສ້າງຄວາມງາມໃຫ້ແກ່ແມ່ຍິງຊາວເຜົ່າໄທດຳ. ພົ້ນເດັ່ນຂຶ້ນແມ່ນເຄື່ອງເອ້ຢ້ອງຂອງແມ່ຍິງ ຊາວເຜົ່າໄທດຳຄື ປິ່ນເກົ້າຜົມ, ແຫວນ, ປະຫລັກແຂນ, ສາຍຄໍ, ປອກຄໍ, ສາຍແອວເຮັດດ້ວຍເງິນ… ນາງ ກວ໋າງທິເລີ້ຍ ຢູ່ບ້ານ ຢ໋າງຫຼັກ, ຕາແສງ ກວຽດຖັງ ນະຄອນເຊີນລາ ໃຫ້ຮູ້ວ່າ:
“ເອື້ອຍນ້ອງແມ່ຍິງ ຊາວເຜົ່າຜູ້ໄທພວກຂ້າພະເຈົ້າ ກໍ່ຕ້ອງມີເຄື່ອງເອ້ຢ້ອງຄື ປະຫລັກແຂນ, ແຫວນ, ປິ່ນເກົ້າຜົມເຮັດດ້ວຍເງິນ, ໂດຍສະເພາະເມື່ອໄປຮ່ວມວັນບຸນຕ່າງໆ ຫຼື ເຕົ້າໂຮມກັນຊຸມແຊວມ່ວນຊື່ນ, ກໍ່ຕ້ອງມີສາຍຄໍ ຫຼື ສາຍແອວເຮັດດ້ວຍເງິນ”.
ສັງຄົມນັບມື້ນັບພັດທະນາ, ໃນທ້ອງຕະຫຼາດ ກໍ່ນັບມື້ນັບມີໂລຫະປະເສີດ, ເຄື່ອງເອ້ຢ້ອງຢ່າງ ຫຼວງຫຼາຍທີ່ມີຄ່າ ເຊັ່ນ ຄຳ, ເງິນ, ຫີນປະເສີດ, ແຕ່ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ ຢູ່ເຂດທາງທິດຕາເວັນຕົກສຽງເໜືອແລ້ວ, ເງິນຍັງມີມູນຄ່າເໝືອນເດີມ ແລະ ຂາດບໍ່ໄດ້ໃນຊີວິດຂອງພໍ່ແມ່ປະຊາຊົນ.