ການສະແດງຂັບກໍເຫຼົາ ຍາມຕົ້ນລະດູບານໃໝ່ |
ເມື່ອກ່ອນນີ້ ຂັບກໍເຫຼົາຖືກດຳເນີນພ້ອມກັບພິທີສູ່ຂໍງານດອງ ເພາະວ່ານີ້ແມ່ນພິທີສຳຄັນປະກອບສ່ວນສ້າງຄວາມຟົດຟື້ນມ່ວນຊື່ນໃນງານດອງ. ສຽງຂັບກໍເຫຼົາຖືກກັງວານຂຶ້ນນັບແຕ່ເວລາໄປຂໍເຈົ້າສາວຕະຫຼອດຮອດເວລາເຈົ້າສາວໄປຢູ່ເຮືອນຜົວ ແລະຮອດມື້ຕໍ່ມາ ເມື່ອງານດອງໄດ້ສິ້ນສຸດ. ວຽກງານທຸກຢ່າງຈະໄດ້ປຶກສາຫາລືຕົກລົງຜ່ານການຂັບກໍເຫຼົາຄືຄອບຄົວເຈົ້າບ່າວຂໍເຈົ້າສາວ ຂັບຮ້ອງ ຢ້ຽມຢາມຖາມຂ່າວທຸກໆຄົນຢູ່ທັງສອງກ້ຳສອງຝ່າຍຄອບຄົວ, ຂັບຮ້ອງຂໍອະນຸຍາດດຳເນີນບັນດາຂັ້ນຕອນໃນງານດອງ. ຂັບກໍເຫຼົາຖືກແບ່ງເປັນສອງໄລຍະ, ໄລຍະທີໜຶ່ງແມ່ນຂັບຕອນກາງເວັນ ໄລຍະທີສອງແມ່ນຂັບຕອນກາງຄືນ. ຂັບຕອນກາງເວັນມີລັກສະນະພິທີກຳເຊິ່ງຕົ້ນຕໍ່ໂດຍແມ່ນແມ່ສື່ພວກເພື່ອນເຈົ້າບ່າວເຈົ້າສາວສະແດງ; ສ່ວນຂັບຮ້ອງຕອນການຄືນແມ່ນຂັບກ້ຽວທີ່ສະຫງວນໃຫ້ແກ່ທຸກໆຄົນ ພິເສດແມ່ນຊາວໜຸ່ມ ບ່າວສາວທີ່ເປັນເພື່ອນມິດຂອງເຈົ້າບ່າວ ແລະເຈົ້າສາວ. ເນື້ອໃນຂອງບົດເພງກໍ່ເລັ່ງຫົວເລື່ອງຄວາມຮັກລະຫວ່າງ ບ່າວສາວ ນອກຈາກນັ້ນຂັບກໍເຫຼົາຍັງໄດ້ຮັບຖືວ່າແມ່ນລະບົບທຳນອງເພງທີ່ມີລັກສະນະສຶກສາອົບຮົມສູງ. ເນື້ອໃນຂອງບົກເພງກໍ່ໄດ້ສິດສອນໃຫ້ມະນຸດຈົ່ງດຳລົງຊີວິດທີ່ດີ ມຸ່ງໄປສູ່ຄວາມສຸຈະຫຼິດ ບອກສອນໃຫ້ລູກໄພ້ລູກເຂີຍຮູ້ຈັກກ່ຽວກັບວິທີການປະພຶດໃນຊີວິດໃໝ່. ນາງລັງທິໃບ ຢູ່ບ້ານນ່າແມ ຕາແສງກວາງຫຼາກ ນະຄອນລ້າງເຊີນເຊິ່ງເປັນນັກຮ້ອງໃນໂອກາດຈັດງານດອງຂອງຊາວເຜົ່ານຸ່ງຟ່ານສະລິ່ງໃຫ້ຮູ້ວ່າ:
“ຂ້າພະເຈົ້າຍັງຈື່ດີວ່າ ຄາວຍັງເປັນໄວໜຸ່ມກໍ່ເປັນເພື່ອນຂອງເຈົ້າສາວ ພວກຊາວໜຸ່ມຂັບກ້ຽວຕໍ່ກັນຕະຫຼອດຄືນ. ຝ່າຍນີ້ຂັບກ້ຽວ ສ່ວນຝ່າຍອື່ນຂັບຕອບກັນ ຖ້າຫາກຜູ້ໃດສາມາດຂັບຮ້ອງທຳນອງເພງກໍເຫຼົານີ້ ດ້ວຍພອນສະຫວັນ ແລະສາມາດຕອບໄວຈຶ່ງໄດ້ຮັບການເຊີນໄປຂັບຮ້ອງ”.
ຂັບກໍເຫຼົາແມ່ນປະເພດຂັບກາບກອນ ດັ່ງນັ້ນບາງຄັ້ງກໍ່ຖືກປະພັນຕາມແບບກາບກອນເສລີ ສະແດງໃຫ້ເຫັນຄວາມສາມາດຕອບໂຕ້ຢ່າງຄ່ອງຕົວຂອງນັກຮ້ອງແລະ ວິທີສົມທຽບທີ່ເຂັ້ມຂົ້ນໄປດ້ວຍຄຸນຄ່າສິລະປະໃນສີສັນວັດທະນະທຳເຜົ່ານຸ່ງ. ນັກສິລະປະການ ຮວ່າງຈ໊ອງຢູ່ນະຄອນລ້າງເຊີນແບ່ງປັນວ່າ:
“ໃນບັນດາທຳນອງເພງພື້ນເມືອງ, ຊາວເຜົ່ານຸ່ງກໍ່ມີຂັບກໍເຫຼົາ ທີ່ເປັນເອກະລັກ. ນີ້ແມ່ນທຳນອງເພງທີ່ສະແດງໂດຍບໍ່ຕ້ອງການດົນຕີ, ຕາມປະເພດກາບກອນ. ໃນມື້ທຳມະດາກໍ່ບໍ່ມີໃຜຂັບຮ້ອງທຳນອງເພງນີ້ຈັກເທື່ອ, ເຂົາເຈົ້າພຽງແຕ່ຂັບຮ້ອງໃນຊຸມມື້ເບີກບານມ່ວນຊື່ນຂອງໝູ່ບ້ານ ເປັນຕົ້ນແມ່ນໃນພິທີສູ່ຂໍງານດອງ”.
ປັດຈຸບັນແຂວງລ້າງເຊີນພວມຍູ້ແຮງວຽກງານເກັບກຳ, ບັນທຶກ ຫັນເນື້ອໃນບັນດາບົດເພງກໍເຫຼົາເປັນເອກະສານ ອະນຸລັກຮັກສາທຳນອງເພງກໍເຫຼົາແລະວິທີການສະແດງ; ມີກົນໄກນະໂຍບາຍ ແລະ ລົງທຶນເພື່ອສ້າງແລະຮັກສາບັນດາສະໂມສອນວັດທະນະທຳສິລະປະບັນດາເຜົ່າຢູ່ໝູ່ບ້ານຕາແສງຕ່າງໆ; ຂະຫຍາຍຂະບວນການສິລະປະວັນນະຄະດີມະຫາຊົນ, ຈັດຕັ້ງບັນດາງານແຂ່ງຂັນ, ງານສະແດງ ຂັບລຳທຳເພງພື້ນເມືອງ; ເປີດຊຸດອົບຮົມຖ່າຍທອດໃຫ້ແກ່ໄວໜຸ່ມແລະຜູ້ນິຍົມເພງພື້ນເມືອງ ແນໃສ່ຮັກສາສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍ. ນັກສິລະປິນປະຊາຊົນ ຈ້ຽວທຸ໋ຍຕຽນ ຮອງປະທານສະມາຄົມອະນຸລັກເພງພື້ນເມືອງບັນດາເຜົ່າແຂວງລ້າງເຊີນໃຫ້ຮູ້ວ່າ:
“ປັດຈຸບັນຢູ່ຕາແສງກວາງຫຼາກ ທຳນອງເພງກໍເຫຼົາໃນງານດອງຂອງຊາວເຜົ່ານຸ່ງຟ່ານສະລິ່ງ. ຂ້າພະເຈົ້າຫວັງວ່າລັດມີວິທີການໜູນຊ່ວຍຮັກສາຟື້ນຟູທຳນອງເພງພື້ນເມືອງຂອງເຜົ່ານຸ່ງທີ່ເປັນເອກະລັກນີ້ເພື່ອຖ່າຍທອດໃຫ້ແກ່ໄວໜຸ່ມ ປະກອບສ່ວນອະນຸລັກຮັກສາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ”.
ໃນຊຸມປີມໍ່ໆມານີ້ ຂັບກໍເຫຼົາ ພວມຄ່ອຍໆໄດ້ຮັບການຟື້ນຟູໃນບັນດາເຫດການຂອງຊາວ ເຜົ່ານຸ່ງໃນແຂວງລ້າງເຊີນ. ດ້ວຍການຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງທ້ອງຖິ່ນແລະປະຊາຊົນ, ປະເພດວັດທະນະທຳພື້ນເມືອງ ທີ່ເປັນເອກະລັກນີ້ ໄດ້ ແລະພວມໄດ້ຮັບການອະນຸລັກຟື້ນຟູ ແລະ ເສີມຂະຫຍາຍແນໃສ່ຖ່າຍທອດໃຫ້ຄົນລຸ້ນຫຼັງ.