ອາຫານການກິນຂອງຊົນເຜົ່ານຸ່ງ

To Tuan
Chia sẻ
ຊາວ​ເຜົ່າ​ນຸ່ງ​​ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ສູງ, ຊີ​ວິດ​ການ​ເປັນ​ຢູ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ ແລະ ມີ​ປະ​ເພນີ​ປູກຝັງ​ກຸ້ມ​ຕົນ​ເອງ​. ໃນ​ເມື່ອ​ກ່ອນ​ຊາວ​ເຜົ່າ​ນຸ່ງ​​​ເຄີຍເກັບ​ຜັກ​, ໝາກ​ໄມ້​ໃນປ່າ, ລ່າ​ສັດ, ປູກ​ຝັງ, ລ້ຽງ​ສັດ​​ເອງເພື່ອ​ປຸງ​ແຕ່ງ​ອາ​ຫານ.
(vovworld) - ຊາວ​ເຜົ່າ​ນຸ່ງ​​ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ສູງ, ຊີ​ວິດ​ການ​ເປັນ​ຢູ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ ແລະ ມີ​ປະ​ເພນີ​ປູກຝັງ​ກຸ້ມ​ຕົນ​ເອງ​. ໃນ​ເມື່ອ​ກ່ອນ​ຊາວ​ເຜົ່າ​ນຸ່ງ​​​ເຄີຍເກັບ​ຜັກ​, ໝາກ​ໄມ້​ໃນປ່າ, ລ່າ​ສັດ, ປູກ​ຝັງ, ລ້ຽງ​ສັດ​​ເອງເພື່ອ​ປຸງ​ແຕ່ງ​ອາ​ຫານ. ຜ່ານ​ວິ​ວັດ​​ແຫ່ງການ​ພັດ​ທະ​ນາ, ຊາວ​ເຜົ່າ​ນຸ່ງ​ສາມາດປຸງ​ແຕ່ງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຫຼາຍ​ເຍື່ອງ. ປະຈຸ​ບັນ, ອາ​ຫານ​​ບາງ​ເຍື່ອງຂອງ​ຊາວ​ເຜົ່າ​ນຸ່ງ​ ​ໄດ້​ກາຍ​ເປັນ “ເຄື່ອງ​ໝາຍ​ການ​ຄ້າ” ​ຜະລິດ​ຕະພັນທ່ອງ​ທ່ຽວ​ພິ​ເສດໃຫ້​​ແຂວງລ້າງ​ເຊີນ, ​ແຫ່ງທີ່ ​ມີຊາວ​ເຜົ່າ​​ນຸ່ງ​​ຫຼາຍ​ຄົນດຳ​ລົງ​ຊີ​ວິດ. ບົດ​ຂຽນ: “ອາ​ຫານ​ການ​ກິນ​ຂອງ​ຊົນ​ເຜົ່າ​ນຸ່ງ” ຂອງ ໂຕຕ້ວນ ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.
ອາຫານການກິນຂອງຊົນເຜົ່ານຸ່ງ - ảnh 1
(ພາບປະກອບ)

        ໃນ​ການ​ຜະ​ລິດ, ຊາວ​ເຜົ່າ​ນຸ່ງ​​ປູກ​ເຂົ້າ​ຈ້າວ, ເຂົ້າ​ໜຽວ​ເປັນ​ຕົ້ນຕໍ. ​ໃນຄາບ​ເຂົ້າ​ປະຈຳ​ວັນ​, ​ຊາວ​ເຜົ່າ​ນຸ່ງມັກກິນ​ເຂົ້າ​ຈ້າວ​ກັບ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ປຸງ​ແຕ່ງ​ຈາກ​ໝາກ​ຖົ່ວ, ຜັກ​ປ່າ. ​ໃນ​ລະ​ດູ​ຮ້ອນ, ຄາບ​ເຂົ້າ​ຕອນ​ທ່ຽງ​ຂອງ​ຄອບ​ຄົວ​ຊາວ​ເຜົ່າ​ນຸ່ງ ​ເຄີຍມີ​ເຂົ້າ​ປຽກ​ຕື່ມ​ອີກ. ຊາວ​ເຜົ່າ​ນຸ່ງຍັງ​ກິນ​ເຂົ້າ​ໜຽວ​ (ທີ່​ປຸງ​ແຕ່ງ​ຈາກ​ເຂົ້າ​ໜຽວ​ໄຮ່​) ນຳອີກ. ຈາກ​ເຂົ້າ​ໜຽວ​, ຊາວ​ເຜົ່າ​ນຸ່ງ​ຍັງ​​ປຸງ​ແຕ່ງ​ເປັນ​ອາ​ຫານ​, ​ເຂົ້າ​ໜົມຫຼາຍ​​ເຍື່ອງ​ທີ່​ແຕກ​ຕ່າງ​ກັນ. ໃນ​ປີ​ໜຶ່ງ, ຊົນ​ເຜົ່າ​ນຸ່ງ​ມີຫຼາຍ​ວັນ​ບຸນ, ແຕ່​ລະ​ວັນ​ບຸນ​ຊາວ​ເຜົ່າ​ນຸ່ງ​ກໍ່​ປຸງ​ແຕ່ງ​ອາ​ຫານ​, ເຂົ້າ​ໜົມ​ຫຼາຍ​ເຍື່ອງ​ຈາກ​ເຂົ້າ​ໜຽວ, ທີ່​ມີ​ສີ​ສັນ​ເປັນເອ​ກະ​ລັກ​ສະ​ເພາະ, ມີ​ລົດ​ຊາດ ແລະ ຄວາມ​ໝາຍ​ຕ່າງ​ກັນ. ຊາວ​ເຜົ່າ​ນຸ່ງ​ກິນ​ເຍື່ອງ​ອາ​ຫານ​ປະ​ເພດ​ຕົ້ມ​ໜ້ອຍ​ທີ່​ສຸດ, ບັນ​ດາ​​ເຍື່ອງ​ອາ​ຫານ​ປະ​ເພດຜັກ, ຫົວ​ຜັກສ່ວນ​ຫຼາຍແມ່ນ​ຂົ້ວ​ລ້າໆກັບ​ນ້ຳ​ມັນ​. ເມື່ອ​ເຮັດ​ແກງ​ມີ​ແຕ່​ຖອກນ້ຳ​ໃສ່​ຕື່ມ. ບັນ​ດາ​ອາ​ຫານ​ທີ່​ປຸງ​ແຕ່ງ​ຈາກ​ຊີ້ນ, ປາ ສ່ວນຫຼາຍແມ່ນ​​ເຍື່ອງຈືນ, ຊາວ​ເຜົ່າ​ນຸ່ງ​​ເຮັດເຍື່ອງ​ອາ​ຫານ​ຕົ້ມ​ເຄັມໜ້ອຍ​ທີ່​ສຸດ. ຊາວ​ເຜົ່າ​ນຸ່ງບໍ່​ກິນ​ຊີ້ນ​ຄວາຍ, ຊີ້ນ​ງົວ.

        ​ວັດ​ທະ​ນະ​ທຳ​ດ້ານ​ອາ​ຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ນຸ່ງ ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ພາ​ເຂົ້າ​​ສະຫຼອງວັນ​ບຸນ, ເປັນ​ຕົ້ນ​ແມ່ນ​ຄາບ​ເຂົ້າ​ທ້າ​ຍປີ​ເພື່ອປັດ​ເປົ່າ​ບັນ​ດາ​ລາງຮ້າຍ​​ໃນປີ. ນີ້​ແມ່ນ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ນຸ່ງ. ພາ​ເຂົ້າ​ທ້າຍ​ປີ​ຂອງ​ຊາວ​ເຜົ່າ​ນຸ່ງ ຟ່ານ​ຊິ່ງ ຢູ່​ລ້າງ​ເຊີນ​ມີ​ເຍື່ອງ​ອາ​ຫານ​ທີ່​​ປຸງ​ແຕ່ງ​ດ້ວຍ​ຊີ້ນ, ໜໍ່​ໄມ້, ຜັກ ແຕ່ເຍື່ອງ​ອາ​ຫານ​ທີ່ປຸງ​ແຕ່ງ​ດ້ວຍ​ຊີ້ນ​ເປັດ ​ແມ່ນ​ຂາດບໍ່​ໄດ້​​. ທ່ານ ເລື່ອງວັນ​ແບັກ ຊົນ​ເຜົ່າ​ນຸ່ງ​ຢູ່​ແຂວງ​ລ້າງ​ເຊີນ, ໃຫ້​ຮູ້​ວ່າ:

        “ ຊາວ​ເຜົ່າ​ນຸ່ງ ຟ່ານ​ຊິ່ງ ຢູ່​ລ້າງ​ເຊີນຍັງ​ຮັກ​ສາ​ປະ​ເພ​ນີ​ຕ້ອນຮັບ​ບຸນປີ​ໃໝ່ໄວ້ຢູ່. ຄາບ​ເຂົ້າ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ມີ​ອາ​ຫານຫຼາຍ​ເຍື່ອງ, ແຕ່​ອາຫານ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ນັ້ນ​ແມ່ນເຍື່ອງ​ອາ​ຫານ​ຊີ້ນ​ເປັດ, ເພາະ​ວ່າ​ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ນຸ່ງ​ແລ້ວ ນີ້ແມ່ນ​ເຍື່ອງ​ອາ​ຫານ​​ເພື່ອ​ສິ້ນ​ສຸດ​​ໜຶ່ງ​ປີ. ຊາວ​ເຜົ່າ​ນຸ່ງ​ໃນ​ເມື່ອ​ກ່ອນ​ກິນ​ຊີ້ນ​ເປັດ​ເພື່ອ​ປັດ​ເປົ່າ​ບັນ​ດາ​ລາງຮ້າຍ  ​ເພື່ອ​​ໄດ້ຮັບ​ແຕ່​ໂຊກ​ໝານໃນ​ປີ​ໃໝ່”.

        ຊີ້ນ​ເປັດ​ໃນ​ພາ​ເຂົ້າ​ສົ່ງທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຍັງ​ຖືກ​ປຸງ​ແຕ່ງ​ເປັນ​ອາຫານ​ຫຼາຍ​ເຍື່ອງ, ​ແຕ່​ພິ​ເສດ​ທີ່​ສຸດ​ແມ່ນ​ເຍື່ອງ​ອາຫານ​ເປັດ​ປຸງ​ແຕ່ງກັບໜໍ່​ໄມ້ສົ້ມ. ປະ​ຈຸ​ບັນ, ມີ​ອາຫານ​ອື່ນ​ຫຼາຍ​ເຍື່ອງ​ເຊັ່ນ: ໜໍ່​ໄມ້​ໝາກ​ເຜັດສົ້ມ, ມັນ​ເຜືອກ, ​ໄສ້ກອກ, ກໍ່​ຄື​ອາຫານບາງ​ເຍື່ອງຂອງ​ຊາວ​ເຜົ່າ​ໄຕ - ນຸ່ງ​ໄດ້​ກາຍ​ເປັນ​ອາຫານ​ພິ​ເສດ, ຄື ​“ເຄົາ​ຍຸກ“,  ​ເຊິ່ງ​ແມ່ນ​ເຍື່ອງ​ອາຫານ​ທີ່​ເຮັດ​ດ້ວຍ​ຊີ້ນ​ສາມ​ຊັ້ນ, ມັນ​ຄ້າຍຄື​​ເຍື່ອງ​ອາຫານຊີ້ນຕົ້ມ​ເຄັມ, ​ແຕ່​ໄດ້​ໜື້ງກັບ​​ເຄື່ອງ​ເທດ​ຕ່າງໆ​ເຊັ່ນ: ​ແປ້ງ​ຫອມ​ 5 ຢ່າງ, ຫົວ​ຜັກທຽມ​, ໝາກ​ເຜັດ, ​ເຫຼົ້າ, ນ້ຳ​ສົ້ມ, ​ແປ້ງ​ນົວ, ໝາກ​ຜິ​ກ​ໄທ… ດັ່ງ​ນັ້ນ​ຈຶ່ງ​ມີ​ລົດ​ຊາດ​ພິ​ເສດ. ​ເຄົາ​ຍຸກ ​ແມ່ນ​ອາຫານ​ທີ່​ຂາດ​ບໍ່​ໄດ້​​ໃນ​ພາ​ເຂົ້າ​ຕ້ອນຮັບ​ແຂກ ​ແລະ ພາ​ເຂົ້າ​ໃນ​ງານ​ດອງ, ພາ​ເຂົ້າ​ບູຊາ ​ແລະ ງານ​ບຸນອວຍພອນ​ອາຍຸ​ຍືນ​ຂອງ​ຊາວ​ເຜົ່າ​ນຸ່ງ.

ອາຫານການກິນຂອງຊົນເຜົ່ານຸ່ງ - ảnh 2
ເຄົາ​ຍຸກ“ ​ເຊິ່ງ​ແມ່ນ​ເຍື່ອງ​ອາຫານ​ທີ່​ເຮັດ​ດ້ວຍ​ຊີ້ນ​ສາມ​ຊັ້ນ
(ພາບປະກອບ)

        ກໍ່​ເຊັນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ, ​ເມື່ອ​ເວົ້າ​ເຖິງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ນຸ່ງ, ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ເຍື່ອງ​ອາຫານ​ເປັດ​ປີ້ງ, ໝູ​ປີ້ງ​ທີ່​ຍັດ​ໃບ ​ແລະ ໝາກ ໝັກເມິ​ດ, ​​ເຊິ່ງແມ​່ນຕົ້ນ​ໄມ້​​ໃຊ້ເປັນ​ເຄື່ອງ​ເທດ, ພຽງ​ແຕ່​ມີ​ຢູ່​ບັນດາ​ແຂວງ: ລ້າງ​ເຊີນ, ກາວ​ບັ່ງ, ບັກ​ກ້ານ​ເທົ່າ​ນັ້ນ. ໝັກເມິ​ດໝາຍ​ຄວາມ​ວ່າ (ໝາກ​ຫວານ), ​ນີ້ແມ່ນ​ເຄື່ອງ​ເທດ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ປຸງ​ແຕ່ງ​ເຍື່ອງ​ອາຫານ​ຕ່າງໆ​ຂອງ​ຊາວ​ເຜົ່າ​ນຸ່ງ, ລ້າງ​ເຊີນ. ກິ່ນຫອມທຳມະ ຊາດຂອງໃບໝັກເມິດ ໄດ້ສ້າງເປັນເຄື່ອງໝາຍໃຫ້ເຍື່ອງອາຫານຊີ້ນປິ່ນລ້າງເຊີນ. ອ້າຍນົງວັນຈີ໋,   ຊົນເຜົ່ານຸ່ງ ຢູ່ລ້າງເຊີນ, ໃຫ້ຮູ້ວ່າ:

        “​ໃບ​ໝັກ​ເມິ​ດນີ້​ແມ່ນ​ຂາດ​ບໍ່​ໄດ້​ໃນ​ບັນດາ​ເຍື່ອງ​ອາຫານ​ປິ່ນ, ​ພິ​ເສດ​ແມ່ນ​ໝູປິ່ນ, ເປັດ​ປິ່ນ, ​ເພາະວ່າ​ໃບ​ໝັກ​ເມິ​ດນີ້​ມີ​ກິ່ນ​ຫອມ​ທີ່​ສຸດ. ​ຖ​້າຂາດ​ໃບ​ໝັກ​ເມິ​ດ, ​ໝູ​ປິ່ນຈະ​ບໍ່​ແຊບ. ​ເມື່ອ​ເອົາ​ໃບ​ຫຼື​ໝາກ​ໝັກ​ເມິ​ດຍັດ​ໃສ່​ທ້ອງ​ໂຕ​ໝູ​ແລ້ວ​ເອົາໄປປິ່ນ, ​ເມື່ອ​ສຸກ​ໃບ​ໝັກ​ເມິ​ດຍັງ​ສົດ​ແຕ່​ພັດ​ມີ​ກິນ​ຫອມ​ພິ​ເສດສະ​ເພາະ“.

        ​ໝູ​ປິ່ນຢູ່​ລ້າງ​ເຊີນ​ມີ​ກິ່ນ​ຫອມ​ພິ​ເສດ, ໜັງ​ມີສີ​ເຫຼືອງ​ເຂັ້ມ​ຂອງ​ນ້ຳ​ເຜິ້ງປ່ານີ້ ​ແມ່ນ​ເຂັດ​ລັບ​ຂອງ​ຊາວ​ໄຕ່​-ນຸ່ງ. ​ເຍື່ອງ​ອາຫານ​ໝູ​ປປິ່ນບໍ່​ພຽງ​ແຕ່​ແມ່ນ​ອາຫານ​ພິ​ເສດ​ເທົ່າ​ນັ້ນ​, ຫາກ​ຍັງ​ແມ່ນ​​ເຍື່ອງ​ອາຫານ​ທີ່​ຂາດ​ບໍ່​ໄດ້​ໃນ​ງານ​ດອງ​ອີກ.

        ​ໃນ​ງານ​ບຸນ, ງານ​ດອງ, ບຸນວັນ​ເກີດ, ​ແລະ​ໃນ​ການ​ຕ້ອນ​ຮັບ​ແຂກ​ມາ​ຈາກ​ທາງ​ໄກ, ​ເຫຼົ້າ​ແມ່ນ​ເຄື່ອງ​ດື່ມ​ທີ່​ຂາດ​ບໍ່​ໄດ້. ​ເຫຼົ້າ​ຂອງ​ຊາວ​ເຜົ່າ​ນຸ່ງ​ແມ່ນ​ຕົ້ມ​ຈາກ​ເຂົ້າໜຽວ ​ແລະ ມີ​ເຊື້ອ​ສະ​ເພາະ. ຊາວ​ເຜົ່າ ນຸ່ງ​ມີ​ປະ​ເພນີ​ດື່ມ​ເຫຼົ້າ​ໄຂວ່​ຈອກ, ​ໄຂວ່​ແຂນ: ສອງ​ຄົນ​ນັ່ງ​ເຊິ່ງໜ້າ​ກັນ​ຍົກ​ຈອກ​ເຫຼົ້າ​ຂຶ້ນແລ້ວ​ແຂນໄຂວ່​ກັນ, ​ຂໍ້ສອກ​ຂອງ​ຜູ້​ນີ້​ອີງ​ໃສ່ໜ້າ​ເອິກ​ຂອງ​ຜູ້​ນັ້ນ​ແລ້​ວພ້ອມ​ກັນ​ດື່ມ​ເຫຼົ້າ​ໃຫ້​ໝົດ. ນີ້​ແມ່ນ​ປະ​ເພນີ​ດ້ວຍຄວາມ​ໝາຍວ່າ​ສອງ​ຄົນ​ຈະ​ຢູ່​ໃກ້​ກັນ​ຕະຫຼອດ​ໄປ. ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ຊາວ​ເຜົ່າ​ ​ໄຕ - ນຸ່ງ - ​ຜູ້ໄທ ຢູ່​ທາງ​ທິດ​ເໜືອ, ປະ​ເພນີ​ດື່ມ​ເຫຼົ້າ​ໄຂ່ວ່​ແຂນ​ກັນ​ເຄີຍ​ສະ​ແດງ​ອອກ​ໃນ​ການ​ຕ້ອນຮັບ​ແຂກ​ຜູ້​ມີ​ກຽດ.

        ຜ່ານ​ການ​ເວລາ, ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ນຸ່ງ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ​ໄວ້. ​ໃນ​ໄລຍະ​ແຫ່ງ​ການ​ເຊື່​ອມ​ໂຍງ​ປະຈຸ​ບັນ​ນີ້, ບັນດາ​ຄຸນຄ່າ​ນັ້ນ​ຂອງ​ຊາວ​ເຜົ່າ​ນຸ່ງພວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່ານຸ່ງ​ ຍັງ​ປະກອບສ່ວນ​ສ້າງ​ເປັນ​ເຄື່ອງໝາຍ​ການທ່ອງທ່ຽວ​ຂອງ​ແຂວງ​ລ້າງ​ເຊີນ ​ແລະ ຂອງ​ທົ່ວ​ປະ​ເທດ.

 

 

ຕອບກັບ