ອາຊີບຫັດຖະກຳພື້ນເມືອງຂອງຊາວຫວຽດນາມ

To Tuan
Chia sẻ
ອາຊີບ​ຫັດຖະກຳ​ພື້ນ​​ເມືອງຂອງ​ຊາວ​ຫວຽດນາມ ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​ແຫ່ງ​ການປູກເຂົ້ານາ​ທາມ ​ແລະ ຕິ​ດພັນ​ກັບ​ຊື່​ໝູ່​ບ້ານ​ຫັດຖະກຳ

(vovworld)- ອາຊີບ​ຫັດຖະກຳ​ພື້ນ​​ເມືອງຂອງ​ຊາວ​ຫວຽດນາມ ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​ແຫ່ງ​ການປູກເຂົ້ານາ​ທາມ ​ແລະ ຕິ​ດພັນ​ກັບ​ຊື່​ໝູ່​ບ້ານ​ຫັດຖະກຳ, ຖະໜົນ​ອາຊີບຜະລິດ​ເຄື່ອງ​ຫັດຖະກຳ ​ແລະສະ​ແດງ​ອອກ​ ​ຜ່ານ​ຜະລິດ​ຕະພັນ​ຫັດຖະກຳ​ທີ່​ສວຍ​ງາມ, ​ລະອຽດ​ລະ​ອໍ ​ແລະ ເປັນ​ເອກະລັກ​ສະ​ເພາະ. ອາຊີບ​ຫັດຖະກຳບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຮີດຄອງ​ປະ​ເພນີ, ຈຸດ​ວັດທະນະທຳທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ເຂດ​ບ້ານ​ນາ​ຫວຽດນາມ ອີກ​ດ້ວຍ. ​

        ​ໂດຍ​ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​​ແຫ່ງການ​ປູກ​ເຂົ້ານາ​ທາມ, ບັນດາ​ໝູ່​ບ້ານ​ຫັດຖະກຳ​ຢູ່​ຫວຽດນາມ ​ສ່ວນ​ຫລາຍ​ແມ່ນເຕົ້າ​ໂຮມຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ຢູ່ ຮ່າ​ໂນ້ຍ, ບັກ​ນີງ, ທາຍ​ບີ່​ງ, ນາມ​ດີ້​ງ... ຈາກ​ນັ້ນພັດທະນາ​ຕາມ​ໄລຍະ​ປະຫວັດສາດ​ແຫ່​ງການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່ອນ​ນີ້ ​ເສດຖະກິດ​ຂອງ​ຊາວ​ຫວຽດ​ເດີມ ​ແມ່ນອີງ​ໃສ່​ການ​ປູກ​ເຂົ້ານາ​ທາມ​ເປັນ​ຕົ້ນ, ສະ​ນັ້ນ     ນອກຈາກ​ວຽກ​​ໄຮ່​ການ​ນາ, ​​ເມື່ອ​ມີ​ເວລາ​ຫວ່າງ, ຊາວ​ກະສິກອນ​ເຄີຍ​ຜະລິດ​ເຄື່ອງ​ນຳ​ໃຊ້​ໃນ​ຄອບຄົວ​​ເຮັດດ້ວຍ​​ຫວາຍ, ​ໄມ້ໄຜ່​ຫລື​ຜະລິດ​ອຸປະກອນ​ຮັບ​ໃຊ້ການ​ຜະລິດ​ເຮັດດ້ວຍ​ເຫລັກ, ທອງ. ຜ່ານ​ໄລຍະ​ເວລາ, ບັນດາ​ອາຊີບ​ຫັດຖະກຳ​ໄດ້​ພັດທະນາ​ຕາມ​ຂອບ​ຂະຫນາດ​ຄອບຄົວ ​ແລ້ວຄ່ອຍໆ​ສ້າງ​ເປັນ​ກຸ່ມ​ຜະລິດ​ເຄື່ອງ​ຫັດຖະກຳ, ໝູ່​ບ້ານ​ຫັດຖະກຳ         ຊື່​ງຜະລິດ​ສະ​ເພາະ​ເຄື່ອງ​ຫັດຖະກຳ​ປະ​ເພດ​ຫນ່ຶງ. ​ມີ​ໝູ່​ບ້ານ​​ຜະລິດ​ສະ​ເພາະເຄື່ອງ​ປັ້ນດິ​ນ​ເຜົາ, ຕຳ່ສາດ, ຕຳ່​ແພ​ໄຫມ, ຄວັດ​​​ແກະສະຫລັກ​ໄມ້, ຫລໍ່​ທອງ​ແດງ ​ແລະ​ອື່ນໆ.

ອາຊີບຫັດຖະກຳພື້ນເມືອງຂອງຊາວຫວຽດນາມ - ảnh 1
ຖະຫນົນຮ່າງບາກ
ພາບ:internet

        ນະຄອນຫລວງ ຮ່າ​ໂນ້ຍ ດ້ວຍ​ປະຫວັດສາດ​ນັບ​ພັນປີ​ແຫ່ງ​ທັງ​ລອງ ດົງ​ໂດ ​    ຊື່​ງແມ່ນ​ບ່ອນ​ເຕົ້າ​ໂຮມ​ຫລາຍ​ໝູ່​ບ້ານຫັດຖະກຳ, ​ໃນ​ນັ້ນ​ມີ​ໝູ່​ບ້ານຫັດຖະກຳ​ດ້ວຍປະຫວັດສາດ​ດົນ​ນານ​ກວ່າ​ໝູ່​​ໃນ​ທົ່ວ​ປະ​ເທດ. ພິ​ເສດ ຮ່າ​ໂນ້ຍມີ​ຖະໜົນ​ເກົ່າ​ 36 ສາຍ, ຊື່​ງ ຊື່​ເອີ້ນ​ຂອງ​ແຕ່​ລະສາຍ​ນັ້ນ​ແມ່ນ​ເລີ່​ມຈາກ​ສັບ​ທີ່ວ່າ: ຮ່າງ ​ແມ່ນ​ເວົ້າ​ເຖິງ​ອາຊີບ​ຜະລິດ​ເຄື່ອງຫັດຖະກ​ຳ​ປະ​ເພດຫນຶ່ງ. ນີ້​ແມ່ນ​ບັນດາ​ຕາ​ແສງ​ຜະລິດ​ເຄື່ອງ​ຫັດຖະກຳ​ມີ​ຕົ້ນ​ກຳ​ເນີ​ດຈາກ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ​ຢູ່​ຫລາຍ​ທ້ອງ​ຖິ່ນ​​ໃນ​ປະ​ເທດ​ຫວຽດນາມ​ມາ​ເຕົ້າ​ໂຮມ​​ຢູ່​ເຂດ​ດິນ​ແດນ ທັງ​ລອງ​ເພື່ອ​​ທຳ​ມາ​ຫາ​ກິນ. ​ປະຈຸ​ບັນ ມີ​ຖະຫນົນ​ຫລາຍ​ສາຍ​ຍັງ​ຄົງ​ຮັກສາ​ຊື່​ເອີ້ນ​ພ້ອມ​ກັບ​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ຄື: ຮ່າງ​ບາກ ​ແມ່ນຜະລິດ​ຄຳ​ເງິນ, ຮ່າງ​ທຽກ ​ແມ່ນ​ຕີ​ເຫລັກ, ຮ່າງ​ດົງ ​ແມ່ນ​ຫລໍ່​ທອງ​ແດງ. … ​ແຕ່​ບາງ​ຖະຫນົນ​ຍັງ​ຮັກສາ​ຊື່​​​ເອີ້ນເດີມ​ຄື: ຖະຫນົນ​ຮ່າງ​ບ່ວມ, ຮ່າງ​ເກີນ, ຮ່າງ​ກວາດ​ຫລື ຮ່າງ​ລ້ອງ ​ແຕ່​ອາຊີບ​ຫັດຖະກຳ​​ຖືກ​ສູນ​​ເສຍ​ໄປ​ແລ້ວ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ບັນດາ​ຖະຫນົນ​​ດັ່ງກ່າວ​ຍັງ​ຄົງ​ຮັກສາ​ຮ່ອງຮອຍ​ວັດທະນະທຳ, ປະຫວັດສາດ​ທີ່ກ່ຽວຂ້ອງ​ເຖິງ​ບັນດາ​ກຸ່ມ, ໝູ່​ບ້ານ​ຜະລິດ​ເຄື່ອງ​ຫັດຖະກຳ​ພື້ນ​ເມືອງມາ​ແຕ່​ດົນ​ນານ. ສາດສະດາຈານ, ດຣ ​ໂງ​ດືກທີ້ງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ໃຫ້​ຮູ້​ວ່າ:

        “ມີ​ບາງ​ຖະຫນົນ​ບໍ່​ຜະລິດ​ເຄື່ອງ​ຫັດຖະກຳ​ອີກ​ແລ້ວ ຕົວຢ່າງ​ຄື: ຖະຫນົນ​ຮ່າງ​ກວາດ(ວີ) ບໍ່ຜະລິດ​ວີ​ ​ແຕ່​ຊື່​ເອີ້ນ​ຍັງເຮັດ​ໃຫ້​ທຸກ​ຄົນຈື່​ຈຳ​ໄດ້ວ່າ​​ໃນ​ເມື່ອ​ກ່ອນຢູ່​ແຫ່ງ​ນີ້​ແມ່ນ​ຜະລິດ​ວີ​, ​ແລະ ຍັງ​ຄົງ​ຮັກສາ​ວິຖີ​ຊີວິດ​ຂອງ​ໝູ່​ບ້ານ​ຫັດຖະກຳໃນ​ເມື່ອ​ກ່ອນ.”

        ຍ້ອນ​ຈຸດ​ພິ​ເສດ​​ແມ່ນຜະລິດ​ກະສິກຳ ​ແລະ ມີການ​ພົວພັນ​ລະຫວ່າງ​ບ້ານ​ຕາ​ແສງ, ຊາວ​ກະສິກອນ​ຫວຽດນາມ ​ເຄີຍ​ເຊີດ​ຊູ​ລັກສະນະ​ກຸ້ມ​ຕົນ​ເອງ​ເພິ່ງ​ຕົນ​ເອງ, ມີ​ຄວາມ​ສາມັກຄີ​ໃນ​ວົງ​ຄະນາ​ຍາດ, ສະ​ນັ້ນ ໝູ່​ບ້ານ​ຫລາຍ​ແຫ່ງ​ໄດ້​ສ້າງ​ບັນດາ​ອາຊີບ​ຫັດຖະກຳ​ທີ່​ເປັນ​ເອກະລັກ​​ດ້ວຍ​ເຄັດ​ລັບ​ສະ​ເພາະ. ​ເຄັດ​ລັບ​ຂອງ​ໝູ່​ບ້ານ​ຫັດຖະກຳ​ນັ້ນ​ໄດ້​ສືບ​ທອດ​ຈາກ​ຄົນ​ລຸ້ນນີ້​ໄປ​ສູ່​ຄົນ​ລຸ້ນອື່ນ, ສະ​ນັ້ນ​ ຜ່ານ​ຫລາຍ​ຮ້ອຍ​ປີ, ມີ​ຫລາຍອາຊີ​ບຫັດຖະກຳ​ພື້ນ​ເມືອງບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັກສາ​ໄວ້​ເທົ່າ​ນັ້ນ ຫາກ​ຍັງພັດທະນາ​ອີກ​ດ້ວຍ. ປະຈຸ​ບັນ ຫວຽດນາມ ຍັງ​ມີ​ຫລາຍ​ໝູ່​ບ້ານ​​ພວມ​ຮັກສາ​ອາຊີບ​ຫັດຖະກຳ​ຕົ້ນຕໍ​ຄື: ຜະລິດ​ພາບຂັດ​ມັນ​, ​ເຄື່ອງ​ປັ້ນດິນ​ເຜົາ, ຫຍິບ​ປັກຖັກ​ແສ່ວ, ຈັກສານ, ຕຳ່​ແຜ່ນ​, ຜະລິດພາບ​ພື້ນ​ເມືອງ, ​ໄມ້, ຫີນ. ​ໃນ​ນັ້ນ​ມີ​​ໝູ່​ບ້ານ​ຫັດຖະກຳຫລາຍ​ແຫ່ງ​ທີ່ພົ້ນ​ເດັ່ນ​ຄື: ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ບາດ​ຈ່າງ, ໝູ່​ບ້ານ​ຕຳ່​ແພ​ໄຫມ ວ້ານຟຸກ, ໝູ່​ບ້ານ​ຟອກ​ຄຳ​ເງິນ ກຽວ​ກີ້ (ຢູ່ຮ່າ​ໂນ້ຍ), ໝູ່​ບ້ານ​ຜະລິດ​ພາບ​ດົງ​ໂຮ່, ໝູ່​ບ້ານ​ຄວັດ​​ແກະສະຫລັກ​ໄມ້ ດົ່ງ​ກີ້​(​ແຂວງ​ບັກ​ນີງ), ໝູ່​ບ້ານ​ຜະລິດ​ພາບຂັດ​ມັນ ກາດ​ດັ່ງ (​ແຂວງ​ນາມ​ດີ້​ງ), ໝູ່​ບ້ານ​ຫີນ​ສິລະ​ປະ ນອນ​ເນືອ​ກ(ດາ​ຫນັງ). ທ່ານ ຫງວຽນ​ຫື​ວນາມ, ​ເຈົ້າ​ຂອງ​ຮາກ​ຖານ​ຟອກ​ເງິນ​ຄຳ​ຢູ່​ໝູ່​ບ້ານ ກຽວ​ກີ້ ​ໃຫ້​ຮູ້​ວ່າ:

        “ອາຊີ​ບນີ້​ແມ່ນ​ອາຊີບ​ພື້ນ​ເມືອງ​ຂອງ​ຄອບຄົວ​ມີ​ມາ​ແຕ່​ປູ່ຍ່າ​ຕາ​ຍາຍຂອງ​ພວກ​ຂ້າພະ​ເຈົ້າ, ມາ​ຮອດ​ປະຈຸ​ບັນ ຂ້າພະ​ເຈົ້າ​ກຳ​ໄດ້​ເຕັກ​ໂນ​ໂລ​ຊີ​ຟອກ​ເງິນ​ຄຳ​ຂອງ​ທ້ອງ​ຖິ່ນ ​ແລະ ຂ້າພະ​ເຈົ້າ​ກໍ​ໄດ້​ສອນ​ອາຊີບ​ນີ້​ໃຫ້​ແກ່​ລູກ​ຫລານ​ໃນ​ຄອບຄົວ​ແລ້ວ.”

ອາຊີບຫັດຖະກຳພື້ນເມືອງຂອງຊາວຫວຽດນາມ - ảnh 2
ນັກທ່ອງທ່ຽວຊົມນາຍຊ່າງຕີເງິນຄຳຢູ່ຖະຫນົນຮ່າງບາກ
ພາບ: internet

        ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ຫັດຖະກຳ​ບໍ່​ພຽງ​ແຕ່​ແມ່ນ​ການ​​ແລກປ່ຽນ​ສິນຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ, ປະຫວັດສາດອີກ​ດ້ວຍ. ​ໃນ​ນັ້ນ ມີ​ໝູ່​ບ້ານ​ຫັດຖະກຳ, ຕາ​ແສງ​ຫັດຖະກຳ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ດູດ​ດື່ມ​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ປະຫວັດສາດ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ໝູ່​ບ້ານ​ຫັດຖະກຳ.

        ປະຈຸ​ບັນ ຢູ່ ຫວຽດນາມ ມີ​ໝູ່​ບ້ານ​ອາຊີບ 4.500 ​ແຫ່ງ, ​ໃນ​ນັ້ນ​ມີ​ໝູ່​ບ້ານອາຊີບ​ຫັດຖະກຳ 400 ​ແຫ່ງ. ບັນດາ​ໝູ່​ບ້ານ​ດັ່ງກ່າວ​ພວມ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ປະມານ 12 ລ້ານ​ຄົນ, ນອກ​ນັ້ນ ຍັງ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​​ເມື່ອ​ສິ້ນ​ສຸດລະດູ​ການນັບ​ລ້ານ​ຄົນ. ຜະລິດ​ຕະພັນ​ໂດຍ​ບັນດາ​ນາຍ​ຊ່າງ​ຂອງ​ໝູ່​ບ້ານ​ຫັດຖະກຳ​ຜະລິດ ​ໄດ້​ປະກອບສ່ວນ​ນຳ​ວົງ​ເງິນ​ສົ່ງ​ອອກ​ຂຶ້ນ​ເຖິງ​ກວ່າ 1 ຕື້ USD/ປີ. ບັນດາ​ຜະລິດ​ຕະພັນ​ຫັດຖະກຳພື້ນ​ເມືອງ​ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ວັດທະນະທຳ​ຂອງ​ມະນຸ​ດອີກ​ດ້ວຍ. ມີ​ໝູ່​ບ້ານ​ຫັດຖະກຳ​ຫລາຍ​ແຫ່ງ​ບໍ່​ພຽງ​ແຕ່​ຜະລິດ​​ເປັນສິນຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ຜະລິດ​ເຄື່ອງ​ສິລະປະ​ຫັດຖະກຳ​ມີ​ລັກສະນະ​ວັດທະນະທຳ​ພື້ນ​ເມືອ​ງທີ່​ເປັນ​ເອກະລັກ​ຄື: ໝູ່​ບ້ານ​ຜະລິດ ຕໍ່​ແຮ(​ເຄື່ອງລະ​ຫລິ້ນ ​ໃຫ້​ແກ່ເດັກນ້ອຍ ​ເຮັດ​ດ້ວຍ​ດິນ​​) ຢູ່ ຮ່າ​ໂນ້ຍ ຫລື ໝູ່​ບ້ານແກະຄວັດສະຫລັກ​, ຜະລິດ​ຕຸກກະຕາ ຢູ່ ​ແຂວງ ນາມ​ດີ້​ງ, ທາຍ​ບີ່​ງ… ບັນດາ​ໝູ່​ບ້ານ​ຫັດຖະກຳ​​ແມ່ນ​ສະຖານ​ທີ່​ອະນຸລັກຮັກສາ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ແລະ ມີ​ຮູບ​ຮ່າງກໍ​ຄື​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດມາ​ຢ້ຽມ​ຊົມ.

ຕອບກັບ