ອາຊີບຕຳ່ຫູກ ແລະ ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນ ຂອງຊາວເຜົ່າເມື່ອງ

Vinh Phong
Chia sẻ
ຊາວ​ເຜົ່າ​ເມື່ອ​ງມີ​ມູນ​ເຊື້ອ​ປູກ​ຝ້າຍ, ດ່ອງ​ໄໝ, ຕຳ່ຫູກ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ຄອບຄົວ. ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ເຄີຍ​ເຮັດ​ແບບ​ຫັດຖະກຳ, ນັບ​ແຕ່​ການ​ຕຳ່ຫູກ​ເຖິງ​ການ​ຍ້ອມ​ສີ.

(vovworld) - ຊາວ​ເຜົ່າ​ເມື່ອ​ງມີ​ມູນ​ເຊື້ອ​ປູກ​ຝ້າຍ, ດ່ອງ​ໄໝ, ຕຳ່ຫູກ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ຄອບຄົວ. ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ເຄີຍ​ເຮັດ​ແບບ​ຫັດຖະກຳ, ນັບ​ແຕ່​ການ​ຕຳ່ຫູກ​ເຖິງ​ການ​ຍ້ອມ​ສີ. ດ້ວຍ​ສີມື​ທີ່​ຄ່ອງ​​ແຄ້ວ​ຂອງ​ຕົນ, ຊາວ​ເຜົ່າ​ເມື່ອ​ງ​ໄດ້​ສ້າງ​ເປັນບັນດາ​ຜະລິດ​ຕະພັນ​ດ້ວຍ​ແພ​ພື້ນ​ເມືອງ​ທີ່ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ.

ອາຊີບຕຳ່ຫູກ ແລະ ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນ ຂອງຊາວເຜົ່າເມື່ອງ - ảnh 1

(ພາບ:ອິນເຕີແນດ)

        ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​, ກ່ອນ​ທີ່​ຈະ​​ມາ​ຄອບຄົວ​ຜົວ, ຜູ້ສາວຊົນ​ເຜົ່າ​ເມື່ອ​ງຕ້ອງ​ຕຳຜ້າ​ຫົ່ມ​, ​ເສື່ອແຕ່ 6 – 12 ຜືນ, ​ເພື່ອ​ເປັນ​ຂອງຕ້ອນ​ໃຫ້​ພີ່ນ້ອງ​ຝ່າຍ​ຜົວ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຄ່ອງ​ແຄ້ວ, ດຸ​ໝັ່ນ​ຂອງ​ຕົນ. ຍ້ອນ​ເຫດ​ນັ້ນ, ​ໃນ​ບັນດາຄອບຄົວ​ຊາວ​ເຜົ່າ​ເມື່ອ​ງ​ສ່ວນ​ຫຼາຍ​ແມ່ນ​ມີ​ກີ່​ຕຳ່ຫູກ, ຜູ້​ສາວ​ອາຍຸ 13, 14 ປີ ລ້ວນ​ແຕ່ມີ​ຄວາມ​ຊຳນານ​ໃນ​ການຕຳ່ຫູກ​. ຖ້າ​ຕຳ່​ຜ້າ​ສີຂາວ, ​​ແຕ່​ລະ​ມື້​ສາມາດ​​ເຮັດໄດ້​ແຕ່ 7 – 10  ​ແມັດ, ຖ້າ​ຕຳ່​ຜ້າ​ທີ່​ມີ​ລວດລາຍ​ຫຼາຍ​ປະ​ເພດ​, ແຕ່​ລະ​ມື້​​ເຮັດໄດ້​ພຽງ 2 – 3 ​ແມັດ​ເທົ່າ​ນັ້ນ. ປ້າ ຫງວຽນ​ທິ​ແຊນ, ຢູ່​ບ້ານ​ເຕິ​ນຕ໋ຽນ, ຕາ​ແສງ​ເຢິນຈູ, ນະຄອນ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຕຳ່ຫູກ​ສຳ​ເລັດ​ແລ້ວ​ແມ່ນ​ຕ້ອງ​ຍ້ອມ​ສີ​ໃຫ້​ຜ້າ​ແພດ້ວຍ​ວັດຖຸ​ທີ່​ເອົາ​ມາ​ຈາກ​ຕົ້ນ​ໄມ້​ປະ​ເພດ​ຕ່າງໆ​ໃນ​ປ່າຄື. ສີ​ເຫຼືອງ​ແມ່ນ​​​ເອົາ​ມາຈາກ​ຕົ​້ນຂີ້​ໝີ້ນ, ສີດຳຈາກ​ຕ້ົນຄາມ... ​ພວກ​ຂ້າພະ​ເຈົ້າ​ຕຳ່ຫູກ​​ດ້ວຍ​ມື, ດັ່ງ​ນັ້ນ​ຄວາມ​ຖີ່, ອ່ອນນວນຂອງ​ຜ້າ​ແມ່ນຂຶ້ນ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ຜູ້​ເຮັດ. ຍ້ອນ​ເຫດ​ນັ້ນ, ​ຜ້າແພ​ໂດຍ​ຊາວ​ເຜົ່າ​ເມື່ອ​ງ​ຕຳ່​ເອງ​ຈຶ່ງມີ​ຄຸນ​ນະພາ​ບສູງ ​ແລະ ບໍ່​ຖືກຕົກສີ“.

ອາຊີບຕຳ່ຫູກ ແລະ ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນ ຂອງຊາວເຜົ່າເມື່ອງ - ảnh 2

(ພາບ: ອິນເຕີແນດ)

        ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ເມື່ອ​ງມີ​ຈຸດ​ລວມຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ ​ແລະ ຂອງ​ປະຊາຊົນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນັ້ນ​ແມ່ນ​​​​ມີສີ​​ທຳ​ມະ​ຊາດ, ​ແລະ ຖືກ​ຕຳ່ຫູກ​ແບບ​ຫັດຖະກຳຢ່າງ​ຄ່ອງ​ແຄ້ວ ດ້ວຍ​ສິລະ​ປະ​ຂອງ​ມະນຸດ. ຊຸດ​ອາພອນ​ຂອງ​ຜູ້​ຊາຍ​ຊົນ​ເຜົ່າ​ເມື່ອ​ງ​ແມ່ນ​ງ່າຍດາຍ, ດ້ວຍ​ເສື້ອ​ສັ້ນ, ​ເສື້ອ​ຄຸມ, ​ໂສ້ງ, ສາຍ​ແອວ ​ແລະ ຜ້າພັນ. ​ເສື້ອ​ສັ້ນ​ຖືກ​ຫຍິບ​ຈາກ​ແພຝ້າຍ​ຫຼື​ແພ​ໄໝ, ​​ຫາງ​ເສື້ອຍາວ​​​ແລະ​ແຍກ​ອອກ​ທັງ​ສອງຂ້າງ, ​ໃສ່​ກະ​ດູມ​ຢູ່​ໜ້າ​ເອິກ ຫຼື​ຢູ່​ບ່ຽງ​ຂ້າງ​, ​ເສື້ອ​ກວ້າງ​ພໍດີ, ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ຜູ້​ຊາຍ. ​ໂສ້ງກວ້າງ, ຍາວ​ເຖິງ​ຂໍ້​ຕີນ, ຫົວ​ໂສ້ງກວ້າງ. ​ເມື່ອ​ນຸ່ງ​​ເອົາ​​ເສັ້ນຝ້າຍ​ມັດ​​ໃສ່​ໃຫ້​ແໜ້ນ. ສ່ວນ​ຊຸດ​ອາພອນ​ຂອງ​ຜູ້ຍິງ​ພັດມີ​ລວດລາຍ​ສີສັນຫຼາກ​ຫຼາຍ. ຜ້າ​ຄຽນ​ຫົວຂອງ​​ແມ່​ຍິງ​ມີສີຂາວ, ກວ້າງ​ປະມານຄືບ​ມື, ຍາວ​ພໍດີ​ພັນ​ຫົວ​ຮອບ​ໜຶ່ງ. ພ້ອມ​ກັບຜ້າ​ຄຽນ​ຫົວ, ​ເສື້ອ​ຂອງ​ແມ່ຍິງ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ​ເມື່ອທຽບ​ໃສ່ເສື້ອ​ຂອງ​​ແມ່ຍິງຊົນ​ເຜົ່າ​ອື່ນໆ. ທ່ານ ບູ່​ຍຮູ​ຍວ້ອງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ເມື່ອ​ງ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ:

        “ຊຸດ​ອາພອນ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ເມື່ອ​ງລວມມີ​ຜ້າພັນ​ຫົວ, ​ເສື້ອກ໋ອມ ​ແລະ ສິ້ນ. ​ເສື້ອ ​ແລະ ສິ້ນຄ້າຍຄື​ກັນ​ກັບ​ເສື້ອ ​ແລະ ສິ້ນ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ຜູ້ໄທ, ສ່ວນ​ຜ້າພັນ​ຫົວ​ພັດ​ມີ​ຈຸດ​ພິ​ເສດສະ​ເພາະ. ​ໃນ​ເມື່ອ​ກ່ອນ, ແມ່​ຍິງ​​ຊັ້ນ​ຂຸນ​ນາງ​ໃນ​ສັງຄົມ​ຂອງ​ຊົນ​ເຜົ່າ​ເມື່ອ​ງຍາມ​ໃດ​ກໍ່​ມັດຜ້າພັນ​ຫົວ​ເທິງ​ເກົ້າຜົມ, ສ່ວນ​ຄົນ​ທຳ​ມະ​ດາ​ແມ່ນ​ມັດ​ຜ້າພັນ​ຫົວ​ຢູ່​ໃຕ້​ເກົ້າຜົມ“.

ອາຊີບຕຳ່ຫູກ ແລະ ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນ ຂອງຊາວເຜົ່າເມື່ອງ - ảnh 3

(ພາບ: ອິນເຕີແນດ)

        ​ເສື້ອ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ເມື່ອ​ງ​ແມ່ນ​ຍາວ​ເຖິງ​ຫຼັງແອວ​, ແຍກ​ຢູ່​ໜ້າ​ອົກ ​ແລະ ມີ​ສີສັນ​ຫຼາກ​ຫຼາຍ. ສ່ວນ​ສິ້ນ​ສີດຳ, ຍາວ, ຫົວ​ສິ້ນ​​ປະດັບ​ປະດາ​ດ້ວຍ​ລວດລາຍ​​ຮູບ​ສັດ, ດອກ​ໄມ້ຫຼາຍ​ແນວ...ໂດຍ​​ແມ່ຍິງ​ເຜົ່າ​ເມື່ອ​ງຕຳ່ຫູກ​ ​ແລະ ​ແສ່ວເອງ, ນອກ​ນັ້ນ​ຍັງ​ມີ​ສາຍ​ແອວ​ດ້ວຍ​ແພ​ສີຟ້າ​ອີກ. ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​​ເປັນຄວາມ​ງາມ​ສະ​ເໜ​ໃຫ້​ແກ່​ແມ່ຍິງ​ເຜົ່າ​ເມື່ອ​ງ. ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ສະຖິຕິ​ວ່າ​​ເທິງ​ຫົວ​ສິ້ນມີ​ລວດລາຍປະມານ 40 ​ແບບ. ທ່ານ ບູ່​ຍຮູ​ຍວ້ອງ, ​ໃຫ້​ຮູ້​ວ່າ:

        “ຫົວ​ສິ້ນ​ຂອງ​ຜູ້ຍິງ​ຊົນ​ເຜົ່າ​ເມື່ອ​ງມີ​ບັນດາ​ລວດລາຍ​ພິ​ເສດ​ທີ່​ສຸດ, ນັ້ນ​ແມ່ນ​ບັນດາ​ລວດລາຍ​ເຄີຍ​ມີ​ໃນ​ໜ້າ​ກອງ​ທອງ​ດົງ​ເຊີນ. ບັນດາ​ລວດລາຍ​ນີ້​​ໄດ້ປະກົດ​ມີໃນ​ຫົວ​ສິ້ນຂອງແມ່ຍິງຊົນ​​ເຜົ່າ​ເມື່ອ​ງນັບ​ແຕ່​ດົນ​ນານມາ​ແລ້ວ ​ແລະ ​ໄດ້​ຮັບ​ການ​ຮັກສາ​ໄວ້​ຜ່ານ​ຫຼາຍ​ລຸ້ນຄົນ. ​ແຕ່​ຫ້າມຜູ້​ສາວ​ຄອບຄົວ​ທຳ​ມະ​ດາ​​ບໍ່​ໄດ້​​ໃຊ້​ຫົວ​ສິ້ນ​ປັກ​ແສ່ວຮູບ​ມັງກອນ ​ແລະ ຮູບ​ສັດສັກສິດອື່ນໆ “.

        ​ເຕັກນິກ​ຕ່ຳ​ຫູກ​ຂອງ​ຊາວ​ເຜົ່າ​ເມື່ອ​ງ ​ແລະ ວິທີ​ປະດັບ​ລວດລາຍ ​ໄດ້​ຮັບ​ການ​ສືບ​ທອດ​ຜ່ານ​ຫຼາຍ​ລຸ້ນຄົນ. ຍ້ອນ​ເຫດ​ນັ້ນ​ລວດລາຍ​ໃນ​ຊຸດ​ອາພອນ ກໍ່​ຄື​ເຄື່ອງ​ໃຊ້​ສອຍ​ຕ່າງໆ​ຂອງ​ຊົນ​ເຜົ່າ​ເມື່ອ​ງຈຶ່ງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ , ທັງ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຢ່າງ​ແນ່ນອນ. ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ເມື່ອ​ງສະ​ແດງ​ໃຫ້​ເຫັນ​ຄຸນຄ່າ ​ແລະ ສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ຢ່າງ​ແທ້​ຈິງ.

ຕອບກັບ