ຖ້າຫາກເປັນຜູ້ຊາຍເຜົ່າມົ້ງກໍ່ຕ້ອງຮູ້ຈັກເປົ່າແຄນ |
ຢູ່ ບັກຮ່າໃນແຂວງລ່າວກາຍ ບໍ່ພຽງແຕ່ມີຊື່ສຽງດ້ວຍປູຊະນີຍະສະຖານປະຫວັດສາດເຂດເຮືອນວິນລາ ຮວ່າງອາເຕື໋ອງ, ຕະຫຼາດນັດວັນອາທິດທີ່ມີກິ່ນຫອມຫວນຂອງເຫຼົ້າສາລີພ້ອມກັບເຍື່ອງອາຫານຖັງໂກ໊ ທີ່ແຊບນົວເທົ່ານັ້ນດິນແດນເຂດພູສູງແຫ່ງທີ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງດຳລົງຊີວິດນັບແຕ່ໃດໆມານີ້ ຍັງມີເຍື່ອງອາຫານທາງດ້ານຈິດໃຈທີ່ຂ້າບໍ່ໄດ້ ນັ້ນແມ່ນສຽງແຄນຟ້ອນແຄນທີ່ເປັນເອກະລັກສະເພາະແລະດູດດື່ມ.
ຖ້າມີໂອກາດໄປເຂດພູສູງບັກຮ່າແຂກທ່ອງທ່ຽວທັງຫຼາຍຈະໄດ້ຮັບຟັງສຽງແຄນຂອງເຜົ່າມົ້ງ ຮັບຊົມເພດຊາຍພວກຜູ້ບ່າວເຜົ່າມົ້ງຈັບແຄນໂດຍກົ່ງຫຼັງ, ປິ່ນໂຕແບບກົ້ນຫອຍ... ທັງເຂັ້ມແຂງທັງອ່ອນໂຍນແລະເປັນໜ້າຈັບໃຈ. ແຄນຂອງເຜົ່າມົ້ງແມ່ນເປັນໜ້າຈັບໃຈຢູ່ບ່ອນວ່າທັງແມ່ນເຄື່ອງດົນຕີທັງແມ່ນອຸປະກອນສະແດງ ອັນໄດ້ເຮັດໃຫ້ຜູ້ຟັງຜູ້ຊົມຖືກຫຼົງໄຫຼຍ້ອນສຽງແຄນບາດຂຶ້ນບາດລົງເປັນໜ້າຈັບໃຈ. ຈາກຄວາມສຳນຶກ “ຖ້າຫາກເປັນຜູ້ຊາຍເຜົ່າມົ້ງກໍ່ຕ້ອງຮູ້ຈັກເປົ່າແຄນແລະຟ້ອນແຄນໄດ້”. ດັ່ງນັ້ນນັບແຕ່ໃດໆມາແຄນຂອງເຜົ່າມົ້ງຢູ່ບັກຮ່າຍັງຄົງຖຶກສືບທອດກັນມາແລະເສີມຂະຫຍາຍຊ້ຳບໍ່ໜຳມີອາຍຸປະມານພຽງ 10 ປີຢູບັກຮ່າກໍ່ຮູ້ຈັກເປົ່າແຄນມ່ວນທີ່ສຸດ. ລຸງ ຫຼີແຊວຝອງຢູ່ຕາແສງບ໋ານໂຟ໊ ເມືອງບັກຮ່າແຂວງລ່າວກາຍແບ່ງປັນວ່າ:
“ຄວາມໝາຍຂອງສຽງແຄນເຜົ່າ ມົ້ງໝາຍຄວາມວ່າສະຫງວນໃຫ້ແກ່ເພດຊາຍທີ່ມີຄວາມເຂົ້າໃຈແລະມີຄວາມເກັ່ງກ້າສາມາດ.ສຳລັບມວຍແຄນນັບແຕ່ປາງກ່ອນເຂົາເຈົ້າເຄີຍຖືແຄນໄປຕາມໂຕໃນຍາມຄ່ຳຄືນ, ຖ້າຫາກເກີດກໍລະນີໃດເຂົາເຈົ້າສາມາດໃຊ້ແຄນເພື່ອຕໍ່ສູ້”.
ເດືອນສິງຫາປີ 2020 ສະໂມສອນແຄນເຜົ່າມົ້ງບັກຮ່າໄດ້ສະເໜີໂຕຢ່າງເປັນທາງການເຊິ່ງມີການເຂົ້າຮ່ວມຂອງສະມາຊິກ 20 ຄົນລ້ວນແຕ່ແມ່ນຜູ້ສາມາດເປົ່າແຄນໄດ້ດີຈາກບັນດາໝູ່ບ້ານຢູ່ເຂດພູສູງບັກຮ່າ. ຈາກນັ້ນແຄນເຜົ່າມົ້ງບັກຮ່າກໍ່ສາມາດເຄື່ອນໄຫວໂດງດັງຢູ່ຫຼາຍແຫ່ງສະມາຊິກທີ່ເຂົ້າຮ່ວມໃນສະໂມສອນກໍ່ນັບມື້ນັບເພີ່ມຂຶ້ນ ດ້ວຍຈຳນວນຫຼາຍກວ່າ 100 ຄົນໃນຊ່ວງເວລານີ້ ເຊິ່ງໄດ້ສະແດງບັນດາວາດຟ້ອນແຄນທີ່ດູດດື່ມ. ນ້ອງ ຫຼີແຊວຕວ່ຽນ ສັງກັດສະໂມສອນໃຫ້ຮູ້ວ່າ:
“ຫຼານແມ່ນຊາວເຜົ່າມົ້ງ ຫຼານກໍ່ຢາກຮຽນເປົ່າແຄນທີ່ສຸດເພື່ອເປັນການຮັກສາວັດທະນະທຳຂອງເຜົ່າຕົນ”.
ອ້າຍ ຢ໋າງອາຫ໋າຍ ຫົວໜ້າສະໂມສອນແຄນມົ້ງບັກຮ່າແບ່ງປັນວ່າເຮົາເອງກໍ່ແມ່ນຊາວເຜົ່າມົ້ງດັ່ງນັ້ນກໍ່ມີຄວາມນິຍົມເຄື່ອງດົນຕີພື້ນເມືອງນີ້,ແຄນໄດ້ຮັບຖືວ່າແມ່ນວິນຍານຂອງເຜົາມົ້ງ. ຍິ່ງຄົ້ນຄວ້າຍິ່ງຊອກຮູ້ກ່ຽວກັບແຄນ ອ້າຍຢ໋າງອາຫ໋າຍກໍ່ຍິ່ງໄດ້ເຫັນເຖິງຄວາມໝາຍໃນສີສັນຂອງເຜົ່າຕົນ. ຈາກນັ້ນກໍ່ເຫັນໄດ້ເຖິງຄວາມຮັບຜິດຊອບແມ່ນຕ້ອງໄດ້ອະນຸລັກຮັກສາແລະແຜ່ກະຈາຍວັດທະນະທຳເປົ່າແຄນເພື່ອໃຫ້ຫຼາຍຄົນຮູ້ຈັກ. ອ້າຍຢ໋າງອາຫ໋າຍເວົ້າວ່າ:
“ສະໂມສອນພວກຂ້າພະເຈົ້າຕ້ອງກຳນົດວ່າຕ້ອງນຳສຽງແຄນຂຶ້ນສະແດງບົນເວທີແລະໄປສະແດງຢູ່ບັນດາສະຖານທີ່ທ່ອງທ່ຽວເພື່ອຮັບໃຊ້ມວນຊົນພິເສດແມ່ນແຂກທ່ອງທ່ຽວຊາວຕ່າງປະເທດ. ຜ່ານນັ້ນສາມາດເພີ່ມລາຍຮັບໃຫ້ແກ່ບັນດາສະມາຊິກໃນສະໂມສອນເອງ”.
ສຽງແຄນໄດ້ຕິດພັນໃນຕະຫຼອດຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ ທັງຊ່ວຍເຊື່ອມຕໍ່ກັບເທວະດາຟ້າແຖນ ບັນພະບູລຸດ ທັງແມ່ນສຽງດົນຕີທີ່ມ່ວນຊື່ນເພື່ອບັນເທົາຄວາມອິດເມື່ອຍ ຄວາມເປັນຫວ່ງເປັນໃຍ ເຊື່ອມຕໍ່ວົງຄະນາຍາດແລະ ສ້າງຄວາມຮັກໃຫ້ຄູ່ບ່າວສາວ. ໃນທ່າມກາງເຂດພູຜາປ່າໄມ່ ເຕິຍບັກ ສຽງແຄນໄດ້ດັງກ້ອງກັງວານຂຶ້ນປະສານກັບວາດຟ້ອນທີ່ເປັນໜ້າຈັບໃຈນີ້ແມ່ນຫຼັກຖານທີ່ຈະແຈ້ງທີ່ສຸດໃຫ້ແກ່ວັດທະນະທຳຫຼາກຫຼາຍສີສັນທັງແມ່ນຄວາມເອກອ້າງທະນົງໃຈທີ່ມີມາແຕ່ດົນນານຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງບັກຮ່າ.