ສີສັນຊາວເຜົ່າເກີຕູໃນສາຍພູຫຼວງເຈື່ອງເຊີນ

Lan Anh
Chia sẻ
(vovworld)-​ເກີ​ຕູ​ ແມ່ນ​ຊົນ​ເຜົ່າ​ໜຶ່ງ​ໃນ​ຈຳນວນ 54 ຊົນ​ເຜົ່າ​ຢູ່​ຫວຽດນາມ. ປະຈຸ​ບັນ, ຊົນ​ເຜົ່າ​ເກີ​ຕູ ມີ​ພົນ​ລະ​ເມືອງປະມານ 62.000 ຄົນ ຊື່​ງດຳລົງຊີວິດ​ສ່ວນ​ຫຼາຍ​ຢູ່​ຕາມສາຍພູ​ຫຼວງ​ເຈື່ອງ​ເຊີນ ຂຶ້ນ​ກັບ​ບັນດາ​ແຂວງ​ກວາງ​ນາມ, ​ເທື່ອ​ທຽນ​ເຫ້ວ, ສ່ວນ​ໜຶ່ງ​ແມ່ນຢູ່​ດ່າ​ນັງ ​ແລະ ນະຄອນ​ໂຮ່ຈິ​ມິນ.

(vovworld)-​ເກີ​ຕູ​ ແມ່ນ​ຊົນ​ເຜົ່າ​ໜຶ່ງ​ໃນ​ຈຳນວນ 54 ຊົນ​ເຜົ່າ​ຢູ່​ຫວຽດນາມ. ປະຈຸ​ບັນ, ຊົນ​ເຜົ່າ​ເກີ​ຕູ ມີ​ພົນ​ລະ​ເມືອງປະມານ 62.000 ຄົນ ຊື່​ງດຳລົງຊີວິດ​ສ່ວນ​ຫຼາຍ​ຢູ່​ຕາມສາຍພູ​ຫຼວງ​ເຈື່ອງ​ເຊີນ ຂຶ້ນ​ກັບ​ບັນດາ​ແຂວງ​ກວາງ​ນາມ, ​ເທື່ອ​ທຽນ​ເຫ້ວ, ສ່ວນ​ໜຶ່ງ​ແມ່ນຢູ່​ດ່າ​ນັງ ​ແລະ ນະຄອນ​ໂຮ່ຈິ​ມິນ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມພາກ​ນີ້, ​ນັກຂ່າວລານແອ​ງ ຈະ​ແນະນຳ​ກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ຢູ່​​ແຂວງ​ກວາງ​ນາມ ທາງ​ພາກ​ກາງ​ຫວຽດນາມ.

​ຊາວ​ເຜົ່າ​ເກີ​ຕູ​ດຳລົງ​ຊີວິດ​ສ່ວນ​ຫຼາຍ​ຢູ່​ເມືອງ​ນາມ​ຢາງ, ດົງ​ຢາງ, ​ໄຕ​ຢາງ ທາງ​ທິດຕາ​ເວັນ​ຕົກ​ແຂວງ​ກວາງ​ນາມ. ​ບັນ​ດາໝູ່​ບ້ານ​​ຂອງຊາວ​ເຜົ່າເກີ​ຕູ ລີ້​ຊ້ອນ​ໃນ​ປ່າ​ໄມ້​ທີ່​ຂຽວອຸ່ມທູ່ມ. ຢູ່​ໃຈກາງ​ບ້ານມີເຮືອນ​ເກືອ​ນ (Guol) ຫຼັງ​ຄາສູງ, ​​ສະ​ແດງ​ໃຫ້​ເຫັນ​ຄວາມ​ອີ່ມ​ໜຳ​ສຳລານ, ສົມບູນ​ພູນ​ສຸກ. ຊາວ​ເຜົ່າ​ເກີ​ຕູ​ ອອກ​ແບບເຮືອນ​ເກືອ​ນ ​ຕາມ​ຮູບກຸບ​ຫລື​ຮູບອອງ​ເຕົ່າ ນີ້ແມ່ນ​ສະຖາປັດຕະຍາ​ກຳ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​​ເຜົ່າ​ຢູ່​ເຂດພູດ​ອຍທາງ​ທິດ​ໃຕ້​ຂອງ​ພາກ​ກາງ​ຫວຽດນາມ, ຫຼັງ​ຄາເຮືອນ​ເກືອ​ນມຸ້ງ​ດ້ວຍ​ໃບປາມ, ສູງ​ພໍດີ. ຊາວ​ເຜົ່າ​ເກີ​ຕູ​ ມີ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງການ​ປະດັບ​ປະດາ​​​ໃຫ້ເຮືອນຂອງ​ຕົນດ້ວຍ​ລວດລາຍ ​ແລະ ຮູບສັດ​ປະ​ເພດ​ຕ່າງໆ. ສັດ​​​ປະ​ເພດ​ທີ່ໄດ້​​ຮັບເລືອກ​ມາ​ປະດັບ​ປະ​ດາ​ຫຼາຍ​ກ່ວາ​ໝູ່​ແມ່ນ​ຄວາຍ, ໂຕ​ແລນ ​ແລະ​ ສັດລ່າ​ເນື້ອ​ໄດ້ ກໍ່​ຄື​ຮູບ​ພາບ​ນາງ​ສາວ​ເກີ​ຕູ​ ຟ້ອນຕຸ​ງໆດາ​ດາ (Tung tung da da) ຊື່​ງ​ແມ່ນ​ວາດ​ຟ້ອນ​ຂອງ​ເຜົ່າ​ເກີ​ຕູ. ອ້າຍ​ເບີ່​ລິງ ​ເບີ່​ແຮ ​ເບີ່​ງຮົງ (Bhling Bheh Bhong) ​ໃຫ້​ຮູ້​ວ່າ:

   “​ສຳລັບ​ຊາວ​ເຜົ່າ​ເກີ​ຕູ​ ແລ້ວ, ​ເຮືອນ​ເກືອ​ນມີ​ບົດບາດ​ໃຫ່ຍຫຼວງ​ທີ່​ສຸດ​ໃນ​ຊີວິດ​ຂອງ​ປະຊາຊົນ, ​ເຮືອນ​ເກືອ​ນຖືກ​ຖື​ວ່າ​ແມ່ນ​ແຫ່ງ​ສັກສິດ, ​ແມ່ນ​ຈິດ​ວິນ​ຍານ​ຂອງ​ໝູ່​ບ້ານ, ສະນັ້ນ, ຊາວ​ເຜົ່າ​ເກີ​ຕູ​ ມີ​ຄວາມ​ນຶກ​ຄິດ​ວ່າ​ເຮືອນ​ເກືອ​ນ​ແມ່ນ​ຊາຍ​ຄາລວມ. ຖ້າ​ໝູ່​ບ້ານ​ບໍ່​ທັນ​ມີ​ເຮືອນ​ເກືອ​ນ ກໍ່​ໝາຍ​ຄວາມ​ວ່າ​ບໍ່​ທັນ​ມີ​ເຮືອນ”.  

​   ໃນ​ເມື່ອ​ກ່ອນ, ຊາວ​ເຜົ່າ​ເກີ​ຕູ ດຳລົງ​ຊີດ​ວິດ​​ອິງ​ໃສ່ເງື່ອນ​ໄຂ​ທຳ​ມະ​ຊາດ​​ເປັນ​ຕົ້ນດ້ວຍ​ການ​ຖາງ​ປ່າ​ເຮັດ​ໄ​ຮ່, ລ່າ​ເນື້ອ​ໃນ​ປ່າ, ​ໃນ​​ສາຍ​ພູຫຼວງ​ເຈື່ອງ​​ເຊີນ. ສະນັ້ນ, ຍາມ​ໃດ​ເຂົາ​ເຈົ້າກໍ່​ເຊື່ອ​ຖື​ເທວະ​ດາຟ້າ​ແຖນ​​ໃນ​ຕະຫຼອດ​ຊີວິດ​ຂອງ​ຕົນ. ​ໃນ​ຊີວິດ​ປະຈຳ​ວັນ, ໂຕ​ຄວາຍ​ມີ​ຄວາມ​ໃກ້​ຊິດກັບ​​ຊາວ​ເຜົ່າ​ເກີ​ຕູ​​ທີ່​ສຸດ ​ແລະ ກໍ່​ແມ່ນ​ສັດ​ປະ​ເພດ​ສຳຄັນ ​ເພື່ອ​ໃຊ້​ຖະ​ຫວາຍ​ບູ​ຊາ​ເທວະ​ດາ​ໃນ​ງານ​ບຸນ​ຕ່າງໆ

ສີສັນຊາວເຜົ່າເກີຕູໃນສາຍພູຫຼວງເຈື່ອງເຊີນ - ảnh 1

ງານ​ບຸນ​ແທງ​ຄວາຍ

(ພາບ:vov5)

  ຊາວ​ເຜົ່າ​ເກີ​ຕູ​ ມີ​ຄວາມ​ນຶກ​ຄິດ​ວ່າ: ພາຍຫຼັງ​ຮັບ​ວັດຖຸ​ຖະ​ຫວາຍບູຊາ​ຂອງ​ຊາວບ້ານ​ແລ້ວ, ​ເທ​ລະດາ​ຟ້າ​ແຖນ​ຈະ​ອູ້ມ​ຊູ​ຊ່ວຍ​ເຫຼືອ, ປົກ​ປ້ອງ​ໃຫ້​ເຂົາ​ເຈົ້າ, ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້, ຊາວ​ບ້ານຈະ​ມີ​ສຸຂະພາບ​​ເຂັ້ມແຂງ​, ມີ​ຄວາມສະຫງົບ​ສຸກ. ງານ​ບຸນ​ແທງ​ຄວາຍ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ ຍັງ​ມີ​ຄວາມ​ໝາຍ​ເພື່ອ​ພາວະ​ນາຂໍ​ໃຫ້​ດິນ​ຟ້າ​ອາກາດ​​ເອື້ອ​ອຳນວຍ​ຄວາມ​ສະດວກ, ການເກ​ບກ່ຽວ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຄວາມ​ອີ່​ມໜຳ​ສຳລານ, ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ປີ…​ກ່ອນ​ດຳ​ເນີນ​ພິທີ​ແທງ​ຄວາຍ, ​ເຈົ້າກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ, ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ວົງ​ຄະນາ​ຍາດ​ຈະ​ຈັດ​ພິທີ​ບູຊາ​ຄວາຍ​ຢູ່​ເດີນ​ເຮືອນ​ເກືອ​ນ. ພໍ່​ຕູ້​ເບີ່​ລິງ ​ເບີ່​ລໍ (Blinh Blo) ຢູ່​ນາມ​ຢາງ ​ໃຫ້​ຮູ້​ວ່າ:

   “​​​​ພິທີ​ບູຊາ​ຕ້ອງ​ມີ​ປາ, ໜູ, ກະ​ຫອກ​ໃນ​ປ່າ, ມີ​ໄກ່, ມີ​ຍອດ​ຫວາຍ​ປິ້ງ​ສຸກ, ຊີ້ນ​ປິ້ງ​ປະ​ເພດ​ຕ່າງໆ. ​ເມື່ອ​ກະກຽມ​ພິທີ, ຕ້ອງ​ບູຊາ​ດ້ວຍ​ໄກ່​ໂຕ 1. ​ໃນ​ພິທີ​ທາງ​ການກໍ່​ຕ້ອງ​ບູຊາ​ດ້ວຍ​ໄກ່​ໂຕ 1. ​ເມື່ອ​ຄວາຍ​ຖືກ​ແທງລົ້ມ​ລົງ, ​ຈະ​ແກວ່ງ​ໄກ່​ໃສ່​ຫາງ​ໂຕ​ຄວາຍ”

​ ໃນ​ການເຄື່ອນ​ໄຫວວົງ​ຄະນາ​ຍາດ​ຂອງ​ຊາວ​ເຜົ່າ​ເກີ​ຕູ, ຕ້ອງ​ເວົ້າ​ເຖິງ​​ຮູບ​ການ​ເວົ້າ ແລະ ຂັບ​ລີ ຊື່​ງ​ແມ່ນ​ຮູບ​ການ​ສິລະ​ປະ​ໂຕ້​ຄາ​ລົມ​ຢ່າງ​ກະ​ທັນ​ຫັນທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເກີ​ຕູ. ບັນດາ​ຜູ້​ອາວຸ​ໂສ​ຍັງຄົງຮັກສາ​​ສິລະ​ປະ​ນີ້​​ໄວ້​​​ຢູ່ບັນ​ດາ​ໝູ່​ບ້ານ​ເກື​ອບທັງ​ໝົດ​ຂອງ​ຊາວ​ເຜົ່າ​ເກີ​ຕູ. ປະຈຸ​ບັນ, ຊາວ​ເຜົ່າ​ເກີ​ຕູ​ ເຄີຍເວົ້າ ແລະ ຂັບ​ລີ​ໃນ​ງານ​ດອງ, ​​ງານ​ບຸນ​ເຂົ້າ​ໃໝ່ ຫລື​ພິທີ​ແຮກສ່ຽວ​ອ້າຍ​ນ້ອງ….

ສີສັນຊາວເຜົ່າເກີຕູໃນສາຍພູຫຼວງເຈື່ອງເຊີນ - ảnh 2

ແທ່ນ​ບູຊາ​ຂອງ​ຊາວ​ເຜົ່າ​ເກີ​ຕູ

(ພາບ:vov5)

  ຊາວ​ເຜົ່າ​ເກີ​ຕູ​​ບໍ່​ພຽງ​ແຕ່ໃຊ້ຮູບ​ການສິບະ​ປະ​ນີ້ໃນ​ບັນດາ​ງານ​ບຸນ​ສຳຄັນ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຊີວິດ​ປະຈຳ​ວັນ​ອີກ​ດ້ວຍ, ​ເວົ້າ ແລະ ຂັບ​ລີ​ຖືກ​ຖື​ວ່າ​ແມ່ນ​ສິ​ລະ​ປະ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ຜູ້​ມີ​ອາ​ຍຸ​ສູງ, ລະ​ຫວ່າງ​ໝູ່​ບ້ານ​ຕ່າງໆ​ ຫຼື​ລະ​ຫວ່າງ​ເຈົ້າ​ຂອງ​ເຮືອນ​ກັບ​ແຂກນຳ​ກັນ… ຊ້ຳ​ບໍ່​ໜຳຍັງ​ໄດ້​​ໃຊ້​ໃນ​ການແກ້​ໄຂ​​ຄວາມຂັດ​ແຍ້​ງພາຍ​ໃນ, ສັງຄົມ, ​ໃນ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ເກີ​ຕູ​ ອີກ​ດ້ວຍ. ບາງ​ເທື່ອ​ເວົ້າ ແລະ ຂັບ​ລີ​ ຍັງ​ໄດ້​ໃຊ້​ເມື່ອ​ບໍ່​ກ້າເວົ້າ​ໂດຍ​ກົງ​ເຖິງ​ບັນຫາ​ໃດ​ໜຶ່ງ. ​ໃນ​ການ​ເວົ້າ ແລະ ຂັບ​ລີ, ຊາວ​ເຜົ່າ​ເກີ​ຕູ​ ເຄີຍ​ໃຊ້​ສັບ​ແບບ​ອ່ອນ​ຫວານ ແຕ່​ເລິກ​ລັບ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ,  ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ຜູ້​ເວົ້າ ແລະ ຂັບລີ. ທ່ານ  ​ເບີ່ຣິວ ຈິງ (Bhriu Trinh) ເຈົ້າ​ບ້ານ ​ເບີ່​ຮົງ (Bo Hong) ​ໃຫ້​ຮູ້​ວ່າ:

   “​​ບັນ​ດາ​ພໍ່​ຕູ້, ແມ່​ຕູ້​ເວົ້າ ແລະ ຂັບ​ລີ​ມ່ວນ​ຫຼາຍ, ​ເຂົາ​ເຈົ້າໄດ້​ສັ່ງສອນ​ລຸ້ນໜຸ່ມ​ປະຈຸ​ບັນ​ຕ້ອງ​ດຸໝັ່ນທຳ​ມາ​ຫາ​ກິນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຕົນ, ຮັກສາ​ຈຸດ​ທີ່​ດີງາມ ​ແລະ ຍູ້​ບັນດາ​ຮີດຄອງ​ປະ​ເພດ​ນີທີ່​ຫຼ້າ​ຫຼັງ ບໍ່​ເໝາະ​ສົມ​ກັບ​ຊີວິດ​ໃໝ່​ໃຫ້​ຖອຍໄປ. ​ເຂົາ​ເຈົ້າ​ຍັງ​ສອນ​ໃຫ້​ຊາວບ້ານ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ກ່ຽວ​ກັບ​ຮູບ​ການ​ສິລະ​ປະ​ນີ້​ເພື່ອ​ປະກອບສ່ວນ​ຮັກສາ​ວັດທະນະທຳ​ພື້ນເມືອງຂອງ​ຊົນ​ເຜົ່າ​ຕົນ​ໄວ້

   ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ເມື່ອ​ມາ​ຢ້ຽມຢາມ​ສາຍພູ​ຫຼວງ​ເຈື່ອງ​ເຊີນ, ​ເພື່ອນ​ຈະ​ໄດ້​ຄົ້ນຫາ​ສິ່ງ​ພິ​ເສດສະ​ເພາະ​ຕ່າງໆ​ກ່ຽວ​ກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ເກີ​ຕູ. ​​ໃນລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມພາກ​ຕໍ່​ໄປ, ​ພວກ​ເຮົາ​ຈະ​ແນະ​ນຳກ່ຽວ​ກັບວາດ​ຟ້ອນຕຸ​ງໆດາ​ດາ (Tung tung da da) ຊື່​ງ​ແມ່ນ​ວາດ​ຟ້ອນ​ທີ່​ເປັນເອກະລັກ​ສະ​ເພາະຂອງ​ຊາວ​ເຜົ່າ​ເກີ​ຕູ../.



ຕອບກັບ