ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າໂລໂລໃນເຂດພູພຽງຫີນດົ່ງວັນ

Vinh Phong
Chia sẻ
ຊົນ​ເຜົ່າ​ໂລ​ໂລ​ດຳລົງ​ຊີວິດ​ຕົ້ນຕໍ​ແມ່ນ​ຢູ່​ແຂວງ​ຮ່າ​ຢາງ ​ແລະ ​ແຂວງ​ກາວ​ບັ່ງເຖິງ​ວ່າ​ຈະ​ແມ່ນໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ຈຳນວນ​ພົນລະ​ເມືອງ​ໜ້ອຍ​ສຸດ​ຂອງ​ຫວຽດນາມ ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນຊາ​ວ​ເຜົ່າ​ໂລ​ໂລ ​ຍັງ​ຄົງ​ຮັກສາ​​ໄດ້ບັນດາ​ຄູນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​​.



(vovworld) - ຊົນເຜົ່າໂລໂລດຳລົງຊີວິດຕົ້ນຕໍແມ່ນຢູ່ແຂວງຮ່າຢາງແລະແຂວງກາວບັ່ງ (ທາງພາກເໜືອຫວຽດນາມ). ​ເຖິງວ່າຈະແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີຈຳນວນພົນລະເມືອງໜ້ອຍສຸດຂອງຫວຽດນາມ ກໍ່ຕາມ, ​ແຕ່ມາຮອດປະຈຸບັນຊາເຜົ່າໂລໂລ ຍັງຄົງຮັກສາ​ໄດ້ບັນດາຄູນຄ່າທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້​​ເໝືອນເດີມ.

ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າໂລໂລໃນເຂດພູພຽງຫີນດົ່ງວັນ - ảnh 1

ນາງສາວຊົນເຜົ່າໂລໂລ

(ພາບ: ອິນເຕີແນດ)

        ຊົນ​ເຜົ່າ​ໂລ​ໂລ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທຳ​ອິດທີ່​ມີ​ຄຸນງາມຄວາມ ດີ​ໃນ​ການ​ບຸກ​ເບີກ​​​ທີ່​ດິນ​ໃນ​ເຂດພູ​ພຽງດົ່ງ​ວັນ, ​ແຂວງ​ບັກ​ກ້ານ. ຊາວ​​ເຜົ່າໂລ​ໂລ ຢູ່​ຮ່າ​ຢາງ ມີ 2 ​ແຊກ​ແມ່ນ​ໂລ​ໂລ​ດຳ ​ແລະ ​ໂລ​ໂລ​ຮວາ. ຊາວ​ເຜົ່າ​ໂລ​ໂລ​ດຳ ດຳລົງ​ຊີວິດ​ຢູ່​ຕາ​ແສງ​ລຸງ​ກູ໋, ສ່ວນ​ກຸ່ມ​ຊ່າວ​ເຜົ່າ​ໂລ​ໂລຮວາ ​ແມ່ນ​ດຳລົງ​ຊີວິດ​ຢູ່​ບັນດາ​ຕາ​ແສງ​ລຸ້ງຕ໋າວ, ສູງ​ລ່າ, ​ເມືອງ​ດົ່ງ​ວັນ ​ແລະ ​ເມືອງ​ແມ່ວວາກ. ​ເຖິງ​ວ່າ​ມີ​ຊື່​ເອີ້ນ​ຕ່າງ​ກັນ ​​ແຕ່ຊາວ​ເຜົ່າ​ໂລ​ໂລ​ດຳ ​ແລະ ຊາວ​ເຜົ່າ​ໂລ​ໂລ​ຮວາ​ ມີ​ແຕ່​ຕ່າງ​ກັນ​ກ່ຽວ​ກັບ​ເຄື່ອງນຸ່ງ​ເທົ່າ​ນັ້ນ, ສ່ວນ​ພາສາ​ເວົ້າ, ຮີດຄອງ​ປະ​ເພນີ​ແມ່ນ​ຄື​ກັນ. ຊາວ​ເຜົ່າ​ໂລ​ໂລ​ ດຳລົງ​ຊີວິດ​ຮ່ວມ​ກັນ​ເປັນ​ບ້ານ, ດ້ວຍ​ບັນດາເຮືອນທີ່​ມີ​ຫຼັງອີງ​ໃສ່ພູ, ໜ້າ​ມຸ່ງ​ໄປ​ສູ່​ຮ່ອມ​ພູ ຫຼື​ທົ່ງ​ນາ. ກໍ່​ເຊັ່ນ​ດຽວ​ກັບ​ຫຼາຍ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ຫີນ​ດົ່ງ​ວັນ, ຊາວ​ເຜົ່າ​ໂລ​ໂລ ກໍ່​ປຸກ​ສ້າງ​ເຮືອນ​ດ້ວຍ​ຝາ​ດິນ ຫຼື​ເຮືອນຮ້ານ, ຮົ້ວ​ຖືກ​ຈັດລຽນ​ດ້ວຍ​ຫີນ, ​ສູງ​ກວ່າ​ໜຶ່ງ​ແມັດ. ທ່ານ ຫຼໍ່​ສີປ໋າວ, ຊາວ​ເຜົ່າ​ໂລ​ໂລ, ​ໃຫ້​ຮູ້​ວ່າ, ​ເຮືອນ​ຂອງ​ຊົນ​ເຜົ່າ​ໂລ​ໂລ ​ບໍ່​ຕ່າງ​ກັບເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ​ອື່ນໆ​ປານ​ໃດ, ​ແຕ່​ເມື່ອ​ສັງ​ເກດ​ການຈັດ​ວາງ, ນຳ​ໃຊ້​ບໍລິ​ເວນ​ໃນ​ເຮືອນ​ຈຶ່ງ​ເຫັນ​ໄດ້​ຄວາມ​ແຕກ​ຕ່າງ​ກັນ:

        “​ເຮືອນ​ຕ້ອງ​ມີ 3 ຫ້ອງ. ຫ້ອງ​ຢູ່​ເບື້ອງ​ຂວາ​ແມ່ນ​ບ່ອນຢູ່​ຂອງ​ພໍ່​ເຖົ້າ​ແມ່​ເຖົ້າ ​ແລະ ພໍ່​ແມ່, ຫ້ອງ​ໃຈກາງ​ແມ່ນ​ເພື່ອ​ຮັບ​ແຂກ ​ແລະ ຈັດ​ງານ​ດອງ, ງານ​ສົບ, ຫ້ອງ​ຢູ່​ເບື້ອງ​ຊ້າຍ​ແມ່ນ​ບ່ອນຢູ່​ຂອງ​ລູກ​ຊາຍ, ລູກ​ໃພ້, ລູກ​ເຂີຍ. ສ່ວຍ​ຊັ້ນ​ລອຍ​ແມ່ນ​ສະຫງວນ​ໃຫ້​ແຂກ ​ແລະ ​ໃຊ້​ເປັນ​ມ່ອນມ້ຽນ​ສາລີ, ມັນ​ຕົ້ນ“.

        ຫ້ອງ​ໃຈກາງ​ໃນ​ເຮືອນ​ຂອງ​ຊົນ​ເຜົ່າ​ໂລ​ໂລ ​ແມ່ນ​ຫ້ອງ​ກວ້າງ​ກວ່າ​ໝູ່. ​ໃນ​ຫ້ອງ​ຕັ້ງ​ແທ່ນ​ບູຊາ​ບັນພະບຸລຸດຢູ່​ແປະ​ຝາ​ເຮືອນ, ກົງກັນຂ້າມ​ກັບ​ປະຕູ​ໃຫຍ່. ​ເທິງ​ແທ່ນ​ບູຊາ​ມີ​ຮູບ​ຄົນ​ເຮັ​ດດ້ວຍ​ໄມ້​ ຫຼື ກ້ານ​ໝາກໄມ້​ໄຜ່, ​ເປັນ​ສັນຍາ​ລັກ​ບັນພະບຸລຸດລຸ້ນຕ່າງໆ​ທີ່​ພວມ​ໄດ້​ຮັບ​ການ​ບູຊາ​. ພິ​ເສດ, ຊາວ​ເຜົ່າໂລ​​ໂລ ຍັງ​ບູຊາ​ປະທານ ​ໂຮ່ຈີ​ມິນ ອີກ.

        “​ໃນ​ໂອກາດ​ງານ​ບຸນ, ບຸນປີ​ໃໝ່, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຈູດ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ. ຊົນ​ເຜົ່າໂລ​ໂລ ຖື​ປະທານ ​ໂຮ່ຈີ​ມິນ ​ແມ່ນ​ບັນພະບຸລຸດ​ຂອງ​ຄອບຄົວ​ຕົນ, ບໍ່​ມີ​ປະທານ ​ໂຮ່ຈີ​ມິນ ​ແມ່ນບໍ່​ມີ​ທຸກ​ວັນ​ນີ້“.

        ຊາວ​ເຜົ່າ​ໂລ​ໂລ ດຳລົງ​ຊີວິດ​ສາມັກຄີ, ປອງ​ດອງ​ກັບ​ຊົນ​ເຜົ່າ​ອື່ນໆ, ​ແຕ່​ຊີວິດ​ຂອງ​ເຂົາ​ເຈົ້າ​ຍັງ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊົນ​ເຜົ່າ​ຕົນ. ຊາວ​ໜຸ່ມ​ຊາຍ, ຍິງ​ຊົນ​ເຜົ່າ​ໂລ​ໂລ ມີ​ສິດ​ເສລີ​ໃນ​ການ​ສົມລົດ. ​ເມື່ອ​ຄູ່​ບ່າວ​ສາວ​ຕົກລົງ​​ແຕ່ງດອງ, ຄອບຄົວ​​ເຈົ້າ​ບ່າວ​ຕ້ອງ​ເຊີນ 4 ຄົນ​ມາ​ເປັນ​ພໍ່​ສື່​ແມ່​ສື່ (ສອງ​ຄູ່​ຍິງ​ຊາຍ). ຊາວ​ເຜົ່າ​ໂລ​ໂລ ​ເຄີຍ​ນຳ​ເອົາ​ເຄື່ອງ​ດອງ​ຂອງ​ໝັ້ນ​ມາ​ຄອບຄົວນ້າ​ບ່າວ, ຫາກ​ບໍ່​ນຳ​ມາ​​ເຮືອນພໍ່​ແມ່​ເຈົ້າ​ສາວ. ຊາວ​ເຜົ່າ​ໂລ​ໂລ​ຖື​ບົດບາດ​ຂອງ ນ້າ​ບ່າວເປັນ​ສຳຄັນ​ທີ່​ສຸດ, ​ເພາະນ້າ​ບ່າວ​ເປັນ​ຜູ້​ຕົກລົງ​ເລື່ອງ​ສົມລົດ ​ແລະ ​ແບ່ງປັນ​ຊັບ​ສົມບັດ.

        ​ເມື່ອ​ພໍ່​ແມ່​ເຖິງ​ແກ່​ມໍລະນະ​ກຳ, ພາຍຫຼັງ 1 ປີ ລູກ​ຈຶ່ງ​ໄດ້​ສ້າງ​ຄອບຄົວ. ຊາວ​ເຜົ່າ​ໂລ​ໂລ ບູຊາ​ບັນພະບຸລຸດ​ໃນ​ໂອກາດ​ວັນ​ເພງ​ເດືອນ 7 , ບຸນປີ​ໃໝ່. ໜຶ່ງໃນ​ບັນດາ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ໂລ​ໂລ ນັ້ນ​ແມ່ນ​ຊຸດ​ກອງ​ທອງ​ບູຮານ ​ເຊິ່ງຊົນ​ເຜົ່າ​ນີ້​ນຳ​ໃຊ້​ໃນ​ໂອກາດ​ບູຊາ​​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ ​ແລະ ​ໃນ​ງານ​ສົບ. ຊາວ​ເຜົ່າ​ໂລ​ໂລຖື      ກ​ອງທອງ​ແມ່ນ​ຊັບ​ສິນ​ອັນ​ລຳ້​ຄ່າ ​ແລະ ສັກກະລະ​ບູຊາ ​ເຊິ່ງລຸ້ນກ່ອນ​ໄດ້​ປະ​ໄວ້.

ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າໂລໂລໃນເຂດພູພຽງຫີນດົ່ງວັນ - ảnh 2

ເຮືອນຝາດິນຂອງຊົນເຜົ່າໂລໂລ

(ພາບ: ອິນເຕີແນດ)

        ຊາວ​ເຜົ່າ​ໂລ​ໂລ ​ມີ​ຫຼາຍ​ງານ​ບຸນ​ເຊັ່ນ​ງານ​ບຸນ​​​ເກ​ບ​ສາລີ; ງານ​ບຸນ ​ໂດດ​ຕົ້ນ​ໄມ້ … ຖືກ​ຈັດ​ຕັ້ງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ. ທ່ານ ຫຼໍ່​ສີປ໋າວ, ຊົນ​ເຜົ່າ​ໂລ​ໂລ, ​ໃຫ້​ຮູ້​ວ່າ:

        “​​ໃນ​ເດືອນ 3 ເມື່ອອາກາດ​ແຫ້ງ​ແລ້ງ ບໍ່​ມີ​ຝົນຕົກ​ຈະ​ຈັດ​ງານ​ບຸນ ພາວະນາ​ຂໍ​ໃຫ້​ຝົນຕົກ. ງານ​ບຸນ​ໂດຍ​ປະຊາຊົນ​ທຸກ​ຄົນ​ປະກອບ​ຈຶ່ງ​ສາມາດ​ພາວະນາ​ໄດ້, ​ເພາະວ່າ​ນັ້ນ​ແມ່ນ​ຄວາມ​ຫວັງ​ຂອງ​ປະຊາຊົນ​ທັງ​ບ້ານ. ມີ​ບາງ​ປີ​ຊາວ​ເຜົ່າ​ໂລ​ໂລ ​ໄດ້​ຮ່ວມ​ກັບ​ຊົມ​ເຜົ່າ​ອື່ນໆ​ຈັດ​ງານ​ບຸນ​ນີ້. ​ເພາະວ່າ​ເມື່ອ​ຝົນຕົກ, ທົ່ວ​ເຂດ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້“.   

​ຊຸດ​ອາພອນປະຈຳ​ເຜົ່າ​ຂອງ​ຊົນ​ເຜົ່າ​ໂລ​ໂລ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊຸດ​ອາພອນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ສີສັນ​ຫຼາກ​ຫຼາຍ, ດ້ວຍ​ການ​ປະດັບ​ປະດາ​ລວດລາຍຢ່າງ​ລະອຽດຄ່ອງ​ແຄ້ວ. ​ຊຸດ​ອາພອນ​ຂອງ​ຜູ້​ຊາຍ​ແມ່ນ​ເສື້ອສີດຳຍາວ​​ເຖິງ​ຫົວ​ເຂົ່າ, ​ແຍກ​ອອກ​​ເປັນ​ສອງ​ປີກ, ​ໃສ່​ກະ​ດຸມຢູ່​ຂີ້​ແຮ້​ເບື້ອງ​ຂວາ, ຫົວ​ໃຊ້​ຜ້າບ່ຽງ. ສ່ວນ​ເສື້ອຂອງ​ແມ່ຍິງ​ຊົນ​ເຜົ່າ​ໂລ​ໂລ​ດຳ, ມີຄໍ​​ເສື້ອ​ເປັນຮູບ​ມົນທົນ ​​ແລະ ປະດັບ​ປະດາ​ດ້ວຍລວດລາຍ​ຮູບ​ໂຕ​ນົກ, ​ແຂນ​ເສື້ອ​ກວ້າງ ​ຫຍິບດ້ວຍ​ແພ​ຫຼາຍ​ສີ​ໃສ່​ກັນ, ຂາ​​ໃສ່​ແພ​ພັນ. ​ໃນ​ຂະນະ​ນັ້ນ, ​​ເສື້ອ​ຂອງແມ່ຍິງ​ຊາວ​ເຜົ່າ​ໂລ​ໂລ​ຮວາ ​ພັດມີ​ຄໍ​ເສື້ອ​ມົນ, ​ແຍກ​ອອກ​ຢູ່​ໜ້າ​ເອິກ. ​ແຂນ​ເສື້ອ​ກໍ່​ໄດ້​ຫຍິບ​ດ້ວຍ​ແພ​ທີ່​ມີ​ສີ​ຕ່າງ​ກັນ. ​ໂດຍ​ຕ່າງ​ກັບ​ຊາວ​ເຜົ່າ​ໂລ​ໂລ​ດຳ, ​ແມ່ຍິງ​ຊາວ​ເຜົ່າ​ໂລ​ໂລ​ຮວາ​ ນຸ່ງ​ໂສ້ງ​ທີ່​ປະດັບ​ປະດາ​ດ້ວຍ​ລວດລາຍ. ​ເອື້ອຍ ລຸ່ງທິມິ​ງ, ຢູ່​ບ້ານ ສາງ​ປາ​ອາ, ​ເທດສະບານ ​ແມ່ວວາກ, ​ໃຫ້​ຮູ້​ວ່າ:

        “​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງຊົນ​ເຜົ່າ​ໂລ​ໂລ​ ເຮັດ​ຍາກ​ຫຼາຍ, ຕ້ອງ​ໃຊ້​ເວລາ 2, 3 ປີຈຶ່ງ​ເຮັດ​ສຳ​ເລັດ. ສີ​ຕົ້ນຕໍ​ແມ່ນ​ສີ​ແດງ, ຖັດຈາກ​ນັ້ນ​ແມ່ນ​ສີຂາວ, ສີ​ບົວ. ​ໂສ້ງ​ຂອງ​ຜູ້​ຊາຍ ​ແລະ ຜູ້​ຍິງ​ຄື​ກັນ, ພຽງ​ແຕ່​ຕ່າງ​ກັນ​ຢູ່​ບ່ອນ​ວ່າ, ​ໂສ້ງ​ຜູ້​ຊາຍ​ໃຊ້​ສາຍ​ແອ​ວ, ສ່ວນ​ໂສ້ງ​ຜູ້ຍິງ​ມີ​ອ້ຽມຢູ່​ທາງ​ຫຼັງ“.

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ​ຊາວ​ເຜົ່າ​ໂລ​ໂລ ​ໄດ້​ມີ​ຕົວ​ໜັງສື​ສະ​​ເພາະ ​ແລະ ​ເຄີຍ​ຂຽນ​ໃສ່​ໜັງ​ສັດ, ​ໄມ້. ນອກ​ນັ້ນ​ຊາວ​ເຜົ່າ​ໂລ​ໂລ ​ຍັງ​ມີ​ວັດທະນະທຳ​ພື້ນ​ເມືອງ​ທີ່​ອຸດົມສົມ​ບູນ​ອີກ, ທີ່ສະ​ແດງ​ອອກ​ຜ່ານ​ວາດ​ຟ້ອນ, ທຳນອງ​ເພງ​ພື້ນ​ເມືອງ​ຍ້ອງຍໍ​ຄວາມ​ຮັກ, ຊີວິດການ​ເປັນ​ຢູ່, ທຳ​ມະ​ຊາດ ​ແລະ  ​ເລື່ອງ​ນິທານ​ທີ່​ເ​ວົ້າ​ເຖິງ​ທັດສະນະ​ຂອງ​ຊົນ​ເຜົ່າ​ຕໍ່​ປະກົດ​ການ​ທຳ​ມະ​ຊາດ ​ແລະ ສັງຄົມ, ​ເຊິ່ງປະຈຸ​ບັນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້, ອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ສາງ​ວັດທະນະທຳ​ພື້ນ​ເມືອງ​ຊາດ​ຫວຽດນາມ.

ຕອບກັບ