ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ຖ໋າຍອານ, ເມືອງ ກວ໋ານບະ, ແຂວງ ຮ່າຢາງ, ແຕ່ຄາວຍັງນ້ອຍ ທ່ານ ມາຄ໋າຍຊໍ່ ໄດ້ມີຄວາມຕິດພັນກັບແຄນຂອງຊາວເຜົ່າມົ້ງ, ສືບທອດຈັງຫວະທຳນອງສຽງແຄນຈາກປູ່ ແລະ ພໍ່ຂອງຕົນ. ເມື່ອມີອາຍຸ 15 ປີ ທ່ານກໍ່ຮູ້ຈັກເປົ່າແຄນດ້ວຍຈັງຫວະເດີມ (ຊາວເຜົ່າມົ້ງ ເອີ້ນວ່າ jax ntir) ເຊິ່ງເມື່ອຮຽນເປົ່າແຄນ ໃຜກໍຕ້ອງຮຽນຜ່ານທຳນອງສຽງແຄນນີ້. ໃນຊຸມປີທີ່ທ່ານເປັນພະນັກງານຢູ່ແນວໂຮມ, ພໍ່ຂອງທ່ານ ຊໍ່ ກໍ່ເປັນນັກສິລະປະການຜູ້ໜຶ່ງທີ່ເກັ່ງກ້າຢູ່ໃນໝູ່ບ້ານ, ຍາມໃດກໍ່ຍາດເວລາໄປສອນໃຫ້ລູກຊາຍຕົນວິທີເປົ່າແຄນ ແລະ ຟ້ອນຕາມຈັ່ງຫວະສຽງແຄນຂອງຊາວເຜົ່າມົ້ງນີ້. ເມື່ອເຖິງເວລາພັກບຳນານ, ທ່ານ ມາຄ໋າຍຊໍ່ ກໍ່ຄົ້ນຄວ້າກ່ຽວກັບແຄນຂອງຊາວເຜົ່າມົ້ງ, ຮຽນເປົ່າເປັນບົດສຽງແຄນ. ທ່ານ ມາຄ໋າຍຊໍ່ ເລົ່າສູ່ຟັງກ່ຽວກັບຕົ້ນກຳເນີດຂອງແຄນຊາວເຜົ່າມົ້ງວ່າ:
“ເລື່ອງມີຢູ່ວ່າ ມີອ້າຍນ້ອງ 7 ຄົນເປົ່າແຄນເກັ່ງທີ່ສຸດ, ເມື່ອພໍ່ແມ່ເສຍຊີວິດ ແຕ່ລະຄົນນັ່ງຢູ່ແຈໃຜແຈລາວ ຮ້ອງໄຫ້ຫາພໍ່ແມ່, ບໍ່ມີໃຜເຮັດໜ້າທີ່ວຽກງານໃດໃນງານສົບເລີຍ. ເມື່ອເຫັນເປັນຄືແນວນັ້ນ, ທັງ 7 ອ້າຍນ້ອງກໍ່ນັ່ງປຶກສາຫາລືກັນ ແລ້ວໂຮມໄມ້ໄຜ່ 7 ບັ້ງເຂົ້າໃສ່ກັນເປັນອັນດຽວ ເພື່ອໃຫ້ຜູ້ໜຶ່ງເປົ່າ ນັ້ນເອີ້ນວ່າ ແຄນ (kênhx). ໃນເວລານັ້ນ ໃນອ້າຍນ້ອງ 7 ຄົນມີຜູ້ໜຶ່ງເສຍຊີວິດ, ສະນັ້ນ ແຄນຂອງຊາວເຜົ່າມົ້ງຈຶ່ງຍັງເຫຼືອໄມ້ໄຜ່ 6 ບັ້ງໂຮມເຂົ້າກັນ ເຊິ່ງມີລະດັບຄວາມສັ້ນຍາວທີ່ແຕກຕ່າງກັນ, ເປັນສັນຍາລັກໃຫ້ 6 ອ້າຍນ້ອງ. ແຄນກໍກຳເນີດເກີດຂຶ້ນນັບແຕ່ນັ້ນເປັນຕົ້ນມາ”.
ແລະກໍ່ຕາມການເລົ່າຂອງທ່ານ ຊໍ່, ຊາວເຜົ່າມົ້ງມັກເປົ່າແຄນ, ມັກຟ້ອນ ແລະ ຟັງສຽງເປົ່າແຄນ, ຍ້ອນແຄນສະແດງໃຫ້ເຫັນປະຫວັດຄວາມເປັນມາຂອງຊົນເຜົ່າ, ຄວາມຮັກລະຫວ່າງແມ່ ແລະ ລູກ, ຄວາມຮັກແພງລະຫວ່າງອ້າຍນ້ອງ ແລະ ວິຖີຊີວິດຂອງຊາວເຜົ່າມົ້ງ.
“ມາຮອດປັດຈຸບັນ ຍັງບໍ່ທັນມີຜູ້ໃດນັບໄດ້ວ່າມີບົດເປົ່າແຄນເທົ່າໃດບົດ. ຜ່ານການເລົ່າຂານປາກຕໍ່ປາກ, ຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ ສຽງແຄນມີ 4 ປະເພດ, ເໝາະສົມກັບຈັງຫວະທຳນອງສຽງແຄນ 4 ປະເພດນັ້ນ ເຂົາເຈົ້າກໍ່ແບ່ງບົດຂັບອອກເປັນ 4 ປະເພດ ຄື: ຂັບເດີມ, ຂັບກ້ຽວ, ຂັບໃນງານສົບ ແລະ ຂັບເສັ້ນໄຫວ້ງົວຄວາຍ, ໃນນັ້ນ ຂັບເດີມ ແມ່ນສຳຄັນທີ່ສຸດ, ບໍ່ວ່າຢູ່ບ່ອນໃດໃນໂລກກໍ່ເປົ່າແຄນແບບດຽວກັນ. ແຄນ ມີມາແຕ່ລະບອບຂ້າທາດ, ແຕ່ຍັງບໍ່ທັນໄດ້ຮັບການພັດທະນາ, ເມື່ອປ່ຽນມາເປັນລະບອບສັກດີນາ ແຄນຂອງຊາວເຜົ່າມົ້ງເລີ່ມຕົ້ນໄດ້ຮັບການພັດທະນາ ຈຶ່ງໄດ້ມີບັນດານັກອອກແບບປະດິດສ້າງແຄນເຜົ່າມົ້ງຂຶ້ນ”.
ທ່ານມາຄ໋າຍຊໍ່ອາຍຸ 89 ປີ
|
ປີນີ້ເຖິງວ່າມີ ອາຍຸ 89 ປີແລ້ວກໍຕາມ ແຕ່ ທ່ານ ມາຄ໋າຍຊໍ່ ຍັງຢາກຮັກສາວັດທະນະທຳຊົນເຜົ່າໂດຍຜ່ານສຽງແຄນຢູ່ສະເໝີ. ນອກຈາກຊາວໝຸ່ມ 20 ຄົນຢູ່ໃນບ້ານທີ່ທ່ານໄດ້ສອນເປົ່າ ແລະ ຟ້ອນໃຫ້ແລ້ວ, ທ່ານ ມາຄ໋າຍຊໍ່ ຍັງເຂົ້າຮ່ວມຫ້ອງສອນເປົ່າແຄນຢູ່ບັນດາທ້ອງຖິ່ນພາຍໃນແຂວງ, ດ້ວຍຈຳນວນຜູ້ມາຮຽນເປົ່າແຄນປະມານ 100 ຄົນນຳອີກ. ທ່ານກໍ່ສິດສອນ ແລະ ເຝິກໃຫ້ບັນດາຜູ້ເຂົ້າຮ່ວມແຂ່ງຂັນທີ່ຕາງໜ້າໃຫ້ແຂວງ ຮ່າຢາງ ໄປແຂ່ງຂັນໃນວັນບຸນວັດທະນະທຳຊົນເຜົ່າມົ້ງທົ່ວປະເທດທີ່ຜ່ານມາ.
ມາຮອດປັດຈຸບັນ ມີຫຼາຍຄົນເປົ່າແຄນ ແລະ ຟ້ອນຕາມຈັ່ງຫວະສຽງແຄນເຜົ່າມົ້ງໄດ້ຢ່າງຄ່ອງແຄ້ວ ເມື່ອໄດ້ຮັບການບອກສອນຈາກທ່ານ. ອ້າຍ ວ່າງຊ່າວຮຸ່ງ, ຢູ່ຕາແສງ ແທງເວີນ, ເມືອງ ກວ໋ານບະ, ແຂວງ ຮ່າຢາງ ເຊິ່ງເປັນໜຶ່ງໃນບັນດາລູກສິດຂອງທ່ານ ຊໍ່ ໃຫ້ຮູ້ວ່າ:
“ໂດຍແມ່ນໄວໜຸ່ມຜູ້ໜຶ່ງ, ຂ້າພະເຈົ້າມັກວັດທະນະທຳເປົ່າແຄນຂອງຊົນເຜົ່າຕົນທີ່ສຸດ. ທ່ານ ມາຄ໋າຍຊໍ່ ໄດ້ສອນໃຫ້ຂ້າພະເຈົ້າເປົ່າແຄນ, ຂ້າພະເຈົ້າມັກທີ່ສຸດ. ຂ້າພະເຈົ້າຈະຮຽນບັນດາບົດສຽງແຄນທັງໝົດ ເພື່ອສືບຕໍ່ຮັກສາບັນດາບົດສຽງແຄນເຫຼົ່ານີ້ໄວ້. ຍ້ອນບັນດາບົດສຽງແຄນນີ້ມີຄວາມສຳຄັນທີ່ສຸດຕໍ່ວົງຄະນະຍາດຊາວເຜົ່າມົ້ງ ແລະ ຈະໄດ້ສືບທອດໃຫ້ຄົນລຸ້ນຫຼັງ. ຂ້າພະເຈົ້າຂໍຂອບໃຈທ່ານ ຊໍ່ ທີ່ໄດ້ບອກສອນໃຫ້້ຂ້າພະເຈົ້າຢ່າງສຸດຈິດສຸດໃຈ”.
ບັນດາບົດສຽງແຄນຂອງຊາວເຜົ່າມົ້ງແມ່ນມີຄວາມດູດດື່ມໃຈທີ່ສຸດ, ເມື່ອເວລາໂສກເສົ້າຫງ່ວມເຫງົາ ຫຼື ມ່ວນຊື່ນ ຊາວເຜົ່າມົ້ງ ລ້ວນແຕ່ນຳແຄນມາເປົ່າ. ສຽງແຄນທີ່ອ່ອນຊອນໃຈນັ້ນ ຈະດັງກ້ອງກັງວານໄປທົ່ວພູຜາປ່າໄມ້ຕະຫຼອດໄປ ເມື່ອມີບັນດາລູກຫຼານຂອງວົງຄະນະຍາດຊາວເຜົ່າມົ້ງຄືນັກສິລະປະການ ມາຄ໋າຍຊໍ່ ທີ່ຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ການຮັກສາ ແລະ ສືບທອດວັດທະນະທຳຂອງຊົນເຜົ່າ.