ຟຶື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ - ປາໂກ

To Tuan
Chia sẻ
(VOVWORLD) -ອາຊີບຕ່ຳແຜ່ນແພພື້ນເມືອງ ໄດ້ຕິດພັນກັບການດຳລົງຊີວິດ ຂອງພໍ່ແມ່ພີ່ນ້ອງເຜົ່າເວິນກ່ຽວ - ປາໂກ ຢູ່ເມືອງ ດັກຣົງ ເຊິ່ງແມ່ນເມືອງພູດອຍໃນແຂວງ ກວ໋າງຈິ ນັບແຕ່ໃດໆມາ. ມີບາງໄລຍະ, ອາຊີບນີ້ໄດ້ຖືກສູນຫາຍໄປ ຍ້ອນທ່າອ່ຽງແຟຊັນ ດ້ວຍບັນດາຊຸດອາພອນປະຈຳເຜົ່າ ທີ່ທັນສະໄໝ. ປັດຈຸບັນອາຊີບຕ່ຳແຜ່ນແພພື້ນເມືອງພວມໄດ້ຮັບການຟື້ນຟູ. ບັນດາຊຸດອາພອນປະຈຳເຜົ່າ ທີ່ເຮັດດ້ວຍແຜ່ນແພພື້ນເມືອງ ແມ່ນມີຄວາມເປັນເອກະລັກສະເພາະ ບໍ່ພຽງແຕ່ຮັບໃຊ້ໃນບັນດາງານບຸນເທົ່ານັ້ນ ຫາກຍັງຖືກນຸ່ງຖືຢູ່ຕາມຫ້ອງການສຳນັກງານ ຫຼື ໃນວັນບຸນເຕັດຢູ່ທ້ອງຖິ່ນອີກດ້ວຍ
ຟຶື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ - ປາໂກ  - ảnh 1 ອາຊີບຕ່ຳແຜ່ນແພພື້ນເມືອງຄວນໄດ້ຮັບການອະນຸລັດຮັກສາໄວ້

ຕາແສງ ອາບຸງ ແມ່ນແຫ່ງທີ່ມີອາຊີບຕ່ຳແຜ່ນແພພື້ນເມືອງ ພັດທະນາດີທີ່ສຸດ ຢູ່ເມືອງ ດັກຣົງ, ແຂວງ ກວ໋າງຈິ, ທ້ອງຖິ່ນນີ້ໄດ້ສ້າງຕັ້ງ 4 ໜ່ວຍງານຜະລິດດ້ວຍ 25 ຄົນ ປະກອບສະເພາະອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າປາໂກ. ເພື່ອຕ່ຳແຜ່ນແພໄດ້ຜືນໜຶ່ງທີ່ມີຄວາມງາມ ແລະ ມີຄຸນນະພາບກໍ່ຕ້ອງໃຊ້ເວລາແຕ່ 3 ຫາ 5 ວັນ, ແລະ ຕ້ອງໃຊ້ເວລາຕື່ມອີກ 2 ຫາ 3 ວັນຕັດຫຍິບ ຈຶ່ງຈະສຳເລັດຊຸດອາພອນປະຈຳເຜົ່າດັ່ງຫວັງ. ນາງ ດວ່ານທິງາ ຢູ່ຕາແສງ ອາບຸງ, ເມືອງ ດັກຣົງ ໃຫ້ຮູ້ວ່າ ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າເວິນກ່ຽວ - ປາໂກ ແມ່ນມີຄວາມລຽບງ່າຍ ມີຄວາມໝາຍ ແລະ ສີສັນສະເພາະ. ອາຊີບຕ່ຳແຜ່ນແພພື້ນເມືອງ ໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວເປັນປົກກະຕິ ທັງເປັນການຖ່າຍທອດ ໃຫ້ຄົນລຸ້ນຫຼັງ.  ຕາມນາງ ດວ່ານທິງາ ແລ້ວ, ອາຊີບຕ່ຳແຜ່ນແພພື້ນເມືອງ ບໍ່ພຽງແຕ່ຕ່ຳໃຫ້ໄດ້ແຜ່ນແພທີ່ມີຄວາມງາມ ເພື່ອນຳໃຊ້ໃນຊີວິດປະຈຳວັນເທົ່ານັ້ນ ຫາກຍັງບັນຈຸຈິດວິນຍານຂອງຊາວເຜົ່າ ປາໂກ ນັບແຕ່ໃດໆມາອີກດ້ວຍ.       ນາງ ດວ່ານທິງາ ເວົ້າວ່າ:

     “ນີ້ແມ່ນອາຊີບທີ່ມີມາແຕ່ດົນນານຂອງເຜົ່າປາໂກ ໂດຍປູ່ຍ່າຕາຍາຍປະໄວ້ໃຫ້. ເຮົາຟື້ນຟູແມ່ນຍ້ອນຢ້ານອາຊີບນີ້ ຖືກສູນຫາຍໄປ ແລະ ທັງແມ່ນຄວາມເມົາມົວຊົມຊອບອາຊີບນີ້ອີກດ້ວຍ”.

      ເມືອງ ດັກຣົງ ໃນປັດຈຸບັນມີສອງຕາແສງ ປະກອບສະເພາະແຕ່ອາຊີບຕ່ຳແຜ່ນແພພື້ນເມືອງ ແລະ ຕັດຫຍິບຊຸດອາພອນປະຈຳເຜົ່າຂອງຊາວເຜົ່າປາໂກ ແລະ ໜຶ່ງຕາແສງຕ່ຳແຜ່ນແພພື້ນເມືອງ ແລະ ຕັດຫຍິບຊຸດອາພອນປະຈຳເຜົ່າຂອງຊາວ ເວິນກ່ຽວ. ນັບແຕ່ປີກາຍ, ລັດຖະກອນທັງໝົດໃນຕາແສງ ອາບຸງ ເມືອງ ດັກຣົງ ໄດ້ຕັດຫຍິບຊຸດອາພອນດ້ວຍແຜ່ນແພພື້ນເມືອງ ເພືຶ່ອນຸ່ງໃນວັນຈັນຕົ້ນອາທິດ ໃນໂມງລັດຖະການ. ເພດຊາຍກໍ່ນຸ່ງເສື້ອ, ເພດຍິງກໍ່ນຸງ່ເສື້ອ ນຸ່ງສິ້ນ. ວຽກງານນີ້ໄດ້ປະກອບສ່ວນສ້າງຂອດຈຳໜ່າຍ ຜະລິດຕະພັນ, ຊຸກຍູ້ຂະແໜງຕ່ຳແຜ່ນແພພື້ນເມືອງພັດທະນາ. ທ່ານ ໂຮ່ວັນຮ່ຽນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ອາບຸງ ເມືອງ ດັກຣົງ ໃຫ້ຮູ້ວ່າ, ຊຸດອາພອນປະຈຳເຜົ່າບໍ່ພຽງແຕ່ປະກົດຕົວໃນບັນດາງານບຸນຂອງຊົນເຜົ່າຄື ອາຣິວປິງ, ບຸນເຂົ້າໃໝ່, ພິທີສູ່ຂໍ ແລະ ງານດອງ. ປັດຈຸບັນບັນດາຜະລິດຕະພັນແຜ່ນແພພື້ນເມືອງ ພວມໄດ້ຮັບການນຳໃຊ້ຢ່າງກວ້າງຂວາງໃນຊີວິດ ປະຈຳວັນຂອງປະຊາຊົນ. ທ່ານ ຮ່ຽນ ເວົ້າວ່າ:

     “ນອກຈາກການພັດທະນາເສດຖະກິດ ເມື່ອເຮັດໄຮ່ໄຖນາແລ້ວ, ໃນຍາມມີເວລາວ່າງ, ເອື້ອຍນ້ອງແມ່ຍິງ ກໍ່ໄດ້ສະຫຼະເວລານັ່ງຕ່ຳແຜ່ນ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ. ທາງຕາແສງກໍ່ໄດ້ສົ່ງເສີມໃຫ້ພະນັກງານ, ປະຊາຊົນ ພວກນ້ອງນັກຮຽນ, ຄູອາຈານເພື່ອຕັດຫຍິບ ແລະ ນຸ່ງຊຸດອາພອນປະຈຳເຜົ່າ ໃນບັນດາງານບຸນ ແລະ ນຸ່ງໃນວັນຈັນປະຈຳອາທິດ ຢູ່ຕາມຫ້ອງການສຳນັກງານອີກດ້ວຍ”.

      ນາງ ໂຮ່ທິກີມກຸກ ຮອງປະທານຄະນະກຳມະການປະຊາຊົນເມືອງ ດັກຣົງ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ ການຊ່ວຍໜູນຂອງບັນດາໜ່ວຍ, ອົງການຈັດຕັ້ງກໍ່ໄດ້ສ້າງເງື່ອນໄຂ ຊ່ວຍຟື້ນຟູບັນດາໝູ່ ບ້ານອາຊີບ ຫັດຖະກຳຂອງທ້ອງຖິ່ນ, ໃນນັ້ນມີອາຊີບຕ່ຳແຜ່ນແພພື້ນເມືອງ. ນາງ ກຸກ ເວົ້າວ່າ:

     “ອາຊີບຕ່ຳແຜ່ນແພພື້ນເມືອງໃນຊຸມປີກ່ອນນີ້  ກໍ່ໄດ້ຖືກຫຼັງລືມໄປ. ເພື່ອສືບຕໍ່ປະຕິບັດ ການຮັກສາຈຸດວັດທະນະທຳທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນ ຂອງບັນດາເຜົ່າ, ເມືອງ ດັກຣົງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງຈົ່ງໃຫ້ການຊ່ວຍໜູນ ເພື່ອເສີມຂະຫຍາຍ, ນຳໃຊ້ບັນດາທ່າແຮງບົ່ມຊ້ອນ, ທ່າໄດ້ປຽບນີ້ ເພື່ອໃຫ້ພໍ່ແມ່ພີ່ນ້ອງສືບຕໍ່ພັດທະນາອາຊີບຕ່ຳແຜ່ນແພພື້ນເມືອງ”.

    ຕາມທ່ານນາງ ໂຮ່ທິກີມກຸກ ແລ້ວການຟື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງ  ໄດ້ນຳລາຍຮັບມາສູ່ພໍ່ແມ່ນພີ່ນ້ອງເຜົ່າປາໂກ - ເວິນກ່ຽວ. ທາງທ້ອງຖິ່ນພວມມານະພະຍາຍາມຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫຼັງ ເພື່ອໃຫ້ສີສັນວັດທະນະທຳ ຂອງຊົນເຜົ່າບໍ່ຖືກສູນຫາຍໄປ .

ຕອບກັບ