ລຸງຈິວຈັນຫຼີ ອາຍຸ 56 ປີ (ຢືນຢູ່ກາງ)ຢູ່ແຄມປ່າ ເປັນເວລາ 40 ປີແລ້ວ |
ເພື່ອໄປຮອດບ້ານນາຮັກ ແຫ່ງທີ່ມີເຮືອນ 30 ຫຼັງຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ຕັ້ງຢູ່ແຄມປ່າດົງດິບກໍ່ແມ່ນຄວາມທົດສອບ ແລະ ຄວາມມານະພະຍາຍາມທີ່ສຸດ ໂດຍສະເພາະແມ່ນໃນຊຸມມື້ຝົນຕົກ. ບໍ່ນັບລວງຍາວຂອງເສັ້ນທາງ 15 ກິໂລແມັດດ້ວຍການຂີ່ລົດຈັກຈາກໃຈກາງຕາແສງ, ພວກຂ້າພະເຈົ້າກໍ່ຕ້ອງຍ່າງເປັນເວລາກວ່າເຄິ່ງຊົ່ວໂມງ ແລະ ລຸຍຂ້າມ 5 ຫ້ວຍນ້ຳ. ເສັ້ນທາງດິນຫຼາຍຕອນກໍ່ພໍດີໃຫ້ຄົນໜຶ່ງສາມາດຍ່າງໄດ້. ລຸງຈິວຈັນຫຼີ ປີນີ້ອາຍຸ 56 ປີໃຫ້ຮູ້ວ່າ:
“ຢູ່ນີ້ກໍ່ມີ ຕົ້ນຮັງ,ຕົ້ນເໝີຍມີມູນຄ່າ. ປີກາຍນີ້ ເຂົາເຈົ້າມານີ້ໃຫ້ເຮົາເງິນແຕ່ເຮົາບໍ່ເອົາ.ແລ້ວເຂົາເຈົ້າກໍ່ເຂົ້າໄປປ່າເພື່ອຕັດເອົາຕົ້ນໄມ້ ແຕ່ຂ້າພະເຈົ້າໄດ້ໂທລະສັບຫາຕາແສງແລະເຂົາເຈົ້າຕ້ອງໜີໄປ”.
ຄຽງຂ້າງເນື້ອທີ່ເຂົ້ານາທາມຫຼາຍກວ່າ 1.300 ຕາແມັດ ພວມປັກດຳ, ອ້າຍຈິວວັນຈັນໃຫ້ຮູ້ວ່າເນື້ອທີ່ປ່າດົງດິບຢູ່ໄກ້ໆນີ້ ມີຕົ້ນດຸມຫີນໃຫຍ່ຫຼາຍຕົ້ນພ້ອມກັບສັດປ່າແລະນົກຫຼາຍຊະນິດແຕ່ເດັດຂາດບໍ່ໃຫ້ຜູ້ໃດເຂົ້າມານີ້ຕັດໄມ້ ລ່າສັດພຽງແຕ່ມາເກັບໝາກຫວາຍຫຼືໃບຂອງຕົ້ນຢາສະໝູນໄພເທົ່ານັ້ນ. ອ້າຍຈັນໃຫ້ຮູ້ວ່າ:
“ປ່າປ້ອງກັນນອນຢູ່ຂ້າງເຮືອນເຮົາ. ຢູ່ທີ່ນີ້ບໍ່ໃຫ້ຜູ້ໃດເຂົ້າທຳລາຍປ່າ.ຜູ້ໃດທຳລາຍປ່າກໍ່ຈະຖືກໝູ່ບ້ານກ່າວປະນາມ. ນາຍບ້ານຍາມໃດກໍ່ເວົ້າກັບພວກເຮົາວ່ານີ້ແມ່ນປ່າປ້ອງກັນບໍ່ໄດ້ທຳລາຍບໍ່ໄດ້ຕັດໄມ້ຢ່າງເດັດຂາດ”.
ນັບແຕ່ປີ 2015 ເປັນຕົ້ນມາໂດຍໄດ້ຮັບການລົງທຶນຈາກລັດ, ມີຂົວເບຕົງຫຼາຍແຫ່ງຕັ້ງຂ້າມຫ້ວຍຮ່ອງຕ່າງໆ ອັນໄດ້ຊ່ວຍໃຫ້ເສັ້ນທາງເຂົ້າໄປບ້ານ ດວ່ານເກັດມີຄວາມສະດວກຫຼາຍຂຶ້ນ. ແຕ່ເສັ້ນທາງຄົມມະນາຄົມອຳນວຍຄວາມສະດວກກໍ່ພາໃຫ້ແກ່ການປົກປັກຮັກສາປ່າດົງດິບເພີ່ມຄວາມລຳບາກ. ຊາວບ້ານໃຫ້ຮູ້ວ່າ ກໍ່ມີຫຼາຍເທື່ອບັນດາເປົ້າໝາຍແປກໜ້າມາຈອບອອຍໃຫ້ເງິນແກ່ພໍ່ແມ່ພີ່ນ້ອງເພື່ອຈະໄດ້ເຂົ້າໄປປ່າຕັດໄມ້ກໍ່ລ້ວນແຕ່ຖືກຊາວບ້ານປະຕິເສດຢ່າງເດັດຂາດ. ບໍ່ພຽງແຕ່ປົກປັກຮັກສາປ່າເທົ່ານັ້ນບັນດາຄອບຄົວໃນບ້ານກໍ່ຍັງມີກົດລະບຽບເພື່ອປ້ອງກັນແຫຼ່ງຜົນປະໂຫຍດທຳມະຊາດຈາກຫ້ວຍນ້ຳໄຫຼລຽບຕາມບ້ານ. ລະອຽດແມ່ນການຈັບຫາປາກໍ່ໄດ້ຖືກຢຸດຕິລົງເພື່ອແນໃສ່ການປົກປັກຮັກສາຄວາມຊີວະນາໆພັນຂອງປາ. ທ່ານຫຼາວັນວີ ຮອງປະທານຄະນະກຳມະການປະຊາຊົນຕາແສງຮ່າເລົາໃຫ້ຮູ້ວ່າ:
“ພໍ່ແມ່ພີ່ນ້ອງຊາວບ້ານທັງແມ່ນເຈົ້າກຳທັງແມ່ນຜູ້ຄຸ້ມຄອງ, ຊົມໃຊ້ແຫຼ່ງຜົນປະໂຫຍດຈາກປ່ານີ້ແມ່ນຊ່ອງຂໍ້ມູນຂ່າວສານຊ່ວຍໃຫ້ພວກຂ້າພະເຈົ້າປົກປັກຮັກສາປ່າ, ເປັນຕົ້ນແມ່ນເມື່ອບໍ່ດົນມານີ້ມີຂ່າວເຜີຍແບເປົ້າໝາຍແປກໜ້າເຂົ້າໄປປ່າຕັດໄມ້ທຳລາຍປ່າຢ່າງຜິດກົດໝາຍ”.
ທ່ານ ຮວ່າງວັນແຄັ້ງ ຫົວໜ້າກອງກວດກາປ່າໄມ້ ເມືອງ ຕຽນອຽນຢືນຢັນວ່າເຖິງວ່າໄດ້ມີດ່ານປ້ອງກັນປ່າລວມມີພະນັກງານກວດກາປ່າໄມ້,ຕຳຫຼວດ ແລະພະນັກງານຕາແສງກໍ່ຕາມແຕ່ຊາວບ້ານນາຮັກເອງຈຶ່ງແມ່ນຜູ້ຮັກສາປ່າຢ່າງແທ້ຈິງ. ທ່ານກ່າວວ່າ:
“ພວກຂ້າພະເຈົ້າໄດ້ຈັດສົ່ງພະນັກງານລັດຖະກອນແຮງງານ 11 ຄົນລົງຮັບຜິດຊອບວຽກງານປົກປັກຮັກສາເນື້ອທີ່ປ່ານັບຮ້ອຍເຮັກຕາດັ່ງນັ້ນການກຳເອົາແຫຼ່ງຂ່າວບາງຄັ້ງກໍ່ຖືກຈຳກັດຢູ່. ສະເພາະຮ່າເລົາ, ພວກຂ້າພະເຈົ້າໄດ້ແຕ່ງຕັ້ງແຮງງານສອງຄົນລົງບໍລິເວນເພື່ອຄຸ້ມຄອງການປົກປັກຮັກສາສັດປ່າ, ປົກປັກຮັກສາປ່າ”.
ເຖິງວ່າການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຂາດເຂີນຫຼາຍຢ່າງ ແຕ່ຊາວບ້ານ ນາຮັກຫຼາຍລຸ້ນຄົນຍັງບໍ່ເຄີຍຄຳນຶງເຖິງການຂຸດຄົ້ນຕັດໄມ້ປ່າ, ເພາະສະນັ້ນ ຮ່າເລົາບໍ່ພຽງແຕ່ມີຊື່ສຽງຍ້ອນມີຄວາມງາມຂອງຕະຫຼາດນັດເຂດພູສູງ, ຄວາມຫຼາກຫຼາຍສີສັນແລະ ເປັນເອກະລັກທາງດ້ານວັດທະນະທຳອັນເປັນປະເພນີຂອງບັນດາເຜົ່າເທົ່ານັ້ນ ຍັງດຶງດູດໃຈແຂກທ່ອງທ່ຽວຍ້ອນສີຂຽວຂອງບັນດາຕົ້ນໄມ້ໃຫຍ່ມີອາຍຸນັບຮ້ອຍປີ ແລະດ້ວຍຄວາມຮັກພູຜາປ່າໄມ້ຂອງຊາວບ້ານ ນາຮັກອີກດ້ວຍ.