ພິທີແຕ່ງງານທີ່ເປັນມູນເຊື້ອຂອງຊາວເຜົ່າ ມນົງ

To Tuan
Chia sẻ
ຊາວ​ເຜົ່າ ມນົງ ມີ​ຫຼາຍ​ຮີດຄອງ​ປະ​ເພນີ ​ແລະ ງານ​ບຸນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ພິທີ​ແຕ່ງງານ​ໄດ້​ຮັບ​ຖື​ວ່າ​ສຳຄັນ​ທີ່​ສຸດ. ພິທີ​ແຕ່ງງານ​ຂອງ​ຊາວ​ເຜົ່າ ມນົງ ​ແມ່ນ​ຮູບ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ​ໃນ​ເຂດ​ພູ​ພຽງ.
(vovworld) - ຊາວ​ເຜົ່າ ມນົງ ມີ​ຫຼາຍ​ຮີດຄອງ​ປະ​ເພນີ ​ແລະ ງານ​ບຸນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ພິທີ​ແຕ່ງງານ​ໄດ້​ຮັບ​ຖື​ວ່າ​ສຳຄັນ​ທີ່​ສຸດ. ພິທີ​ແຕ່ງງານ​ຂອງ​ຊາວ​ເຜົ່າ ມນົງ ​ແມ່ນ​ຮູບ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ​ໃນ​ເຂດ​ພູ​ພຽງ.

ພິທີແຕ່ງງານທີ່ເປັນມູນເຊື້ອຂອງຊາວເຜົ່າ ມນົງ - ảnh 1

        ບັນດາພິທີງານ​ບຸນ​​ຄື​: ບຸນຕີຄ້ອງ, ​ພິທີພາວະນາ​ຂໍ​ໃຫ້​ຝົນຕົກ ​ແລະ ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ບຸນ​ເຂົ້າ​ຈີ່, ບຸນຂັບ​ກ້ຽວ​ກັນ... ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບ່າວ, ສາວ​ຊາວ​ເຜົ່າ ມນົງ ຊອກ​ຮູ້ກັນ. ​ໂດຍ​ແມ່ນ​ໜຶ່ງ​ໃນ 5 ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽດນາມ​ທີ່​ຍັງ​ຮັກສາ​ລະບອບ​ມານ​ດາ​ສິດທິ​ລາດ, ດັ່ງ​ນັ້ນ​​ແມ່ຍິງ​ຊົນ​ເຜົ່າ ມນົງ ​ເຄີຍ​ເປັນ​ເຈົ້າ​ການ​ໃນ​ການ​ສົມລົດ. ​ເອື້ອຍ ຫງວຽນ​ທິງ​ອກ, ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ​ຢູ່​ຫໍພິພິດທະພັນຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ: ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ ມນົງ, ​ເລື່ອງ​ຫາ​​ລູກ​ເຂີຍ​ເປັນຄົນ​ດີ​​ໃຫ້​ໄດ້​ນັ້ນຈະ​ນຳ​ ​ເອົາຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ຮັ່ງມີ​ ມາ​ໃຫ້​ຄອບຄົວ​.

        “ຕາມ​ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ ມນົງ, ຜູ້​ຊາຍ​ຈະ​ເປັນ​ລູກ​ເຂີຍ​ຢູ່ກັບ​ຄອບຄົວ​ຂອງ​ເມຍ. ດັ່ງ​ນັ້ນ​ຄອບຄົວ​​​ຝ່າຍເຈົ້າບ່າວ​​ຈະ​ໄດ້​ແອ່ວ​ຄ່າ​ສິນ​ດອງ. ​ຄ່າ​ສິນ​ດອງ​ໃນ​ເມື່ອ​ກ່ອນ​ອາດ​ຈະ​ແມ່ນ​ໂຕ​ຄວາຍ ​ແລະ ​ເຄື່ອງ​ຂອງ​ຈຳນວນ​ໜຶ່ງ. ສ່ວນ​ຄອບຄົວ​​ຝ່າຍເຈົ້າສາວ​ຕ້ອງ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ ​ແລະ ​ເງື່ອນ​ໄຂທັງ​ໝົດໂດຍ​ຄອບຄົວຝ່າຍ​ເຈົ້າ​ບ່າວ​ຍົກ​ອອກ“.

        ປະ​ເພນີ​ແຕ່ງງານ​ຂອງ​ຊາວ​ເຜົ່າ ມນົງ ກໍ່​ມີ​ບາງ​ຂັ້ນ​ຕອນ​ທີ່ຄ້າຍຄື​ກັນ​ກັບ​ງານ​ແຕ່ງດອງ​ຂອງ​ຊາວ​ກິ​ງ. ກ່ອນ​ອື່ນ​ໝົດ​ແມ່ນ​ພິທີ​​​ ຢ້າມງໍ (ເບິ່ງ​ໜ້າ). ພິທີ​ນີ້​ເຄີຍ​ປະຕິບັດ​ໃນ​ຍາມ​ຄຳ່​ຄືນ​ເວລາ (​ແຕ່ 20 – 21 ​ໂມງ). ຄອບຄົວຜູ້ບ່າວ​ຕ້ອງ​ນຳ​ເອົາ​​ເຄື່ອງ​ຂອງ, ​ລວມມີ​ກະຈາ​ດ, ​ເຂົ້າສານຖ້ວຍ​ໜຶ່ງ, ​ໄກ່​ໂຕໜຶ່ງ, ສິ້ນຜືນ​ໜຶ່ງ...​ມາ​ຄອບຄົວ​ຜູ້ສາວ. ​ເມື່ອ​ມາ​ຮອດ​ແລ້ວ, ນ້າ​ບ່າວ ຫຼື ພໍ່​ສື່ຈຶ່ງຕ່າງ​ໜ້າ​ຜູ້ບ່າວ​ຂໍ​ນາງ​ສາວ​ເປັນ​ເມຍ. ກ່ອນ​ທີ່​ຈະ​ຮັບ​ເຄື່ອງ​ຂອງ​ຈາກ​ຄອບຄົວ​ຜູ້​ບ່າ​ວ, ພໍ່​ແມ່​ຜູ້​ສາວ​ຕ້ອງ​ຖາມ​ກ່ອນ, ຖ້າ​ລູກ​ສາວ​ເຫັນ​ດີ​ເຂົາ​ເຈົ້າ​ຈຶ່ງຮັບ. ​ເວລາ​ນີ້​ພໍ່​ແມ່​ນາງ​ສາວ​ຈຶ່ງນຳ​ເອົາ​ໄຫ​ເຫຼົ້າ​ໃຫຍ່​ມາ​​ຈັດພິທີ​ຮັບ​ໝັ້ນ. ພໍ່​ສື່​ກໍ່​ຕາງໜ້າ​ຄອບຄົວ​ຜູ້​ບ່າວ​ປຶກສາ​ຫາລື​ກັບ​ຄອບຄົວ​ຜູ້​ສາວ​ກ່ຽວ​ກັບ​ພິທີ​ຂໍ​ເມຍ.

ພິທີແຕ່ງງານທີ່ເປັນມູນເຊື້ອຂອງຊາວເຜົ່າ ມນົງ - ảnh 2

        ຫຼັງ​ຈາກ​ນັ້ນໜຶ່ງ​ປີ, ຮອດ​ວັນ​ທີ່ໄດ້​ກຳນົດ​, ຄອບຄົວ​ຜູ້ບ່າວ​ກໍ່​ຈັດ​​ໃຫ້ຜູ້​ທີ່​ມີ​ອິດ​ທິພົນຊື່​ສຽງ​ພ້ອມ​ກັບ​ຜູ້​ບ່າວ​ທີ່​ແຂງ​ແຮງ​ບາງ​ຄົນ​ນຳ​ເອົາ​ສິນ​ດອງ​ມາ​ໃຫ້​ຄອບຄົວ​​ຜູ້​ສາວ​ເພື່ອ​ທຳ​ພິທີ​ຂໍ​ເມຍ. ​ໃນ​ມື້​ນີ້, ຄອບຄົວ​ຜູ້​ບ່າວ​ກໍ່​ນຳ​ເອົາ​ທໍ່​ໄມ້​ເຮ້ຍ​ສອງ​ທໍ່​ທີ່​ບັນຈຸ​ໜໍ່​ໄມ້​ສົ້ມ, ສາຍ​ໝາກ​ຕຸ້ມ, ປອກທອງ​​ເຖິງ​ຄອບຄົວ​ຜູ້​ສາວ​ແລ້ວ​ວາງ​ເທິງ​ກະຈາ​ດ ​ແລະ ຂໍ​ເມຍ​ໃຫ້​ລູກ​ຊາຍ​ຂອງ​ຕົນ. ດ້ວຍ​ພິທີ​ນີ້, ສອງ​ຄອບຄົວ​ໄດ້​​ເຫັນ​ດີ​ໃຫ້​ຄູ່​ບ່າວ​ສາວ​ກາຍ​ເປັນ​ຜົວ​ເມຍ​. ຄອບ​ຄົວ​ຜູ້​ສາວ​ກໍ່​ຈັດ​ພິທີ​ລາຍ​ງານ​ຕໍ່​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ​ຂອງ​ຕົນ​ວ່າ​ເຂົາ​ເຈົ້າ​ແມ່ນ​ຄົນ​ໃນ​ຄອບຄົວ​ດຽວ. ຫຼັງ​ຈາກ​ນັ້ນ​ທັງ​ສອງ​ຄອບຄົວ​ພ້ອມ​ກັນ​ດື່ມ​ເຫຼົ້າ​ໄຫ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ພິທີ​ແຕ່ງງານ​ໃຫ້​ຄູ່​ບ່າວ​ສາວ. ພິທີ​ແຕ່ງງານ​ເຄີຍ​ຈັດ​ຕັ້ງ​ຢູ່​ຄອບຄົວ​ຝ່າຍ​ເຈົ້າ​ສາວ​ພາຍຫຼັງ​ພິທີ​ຂໍ​ເມຍ​ໜຶ່ງ​ສັບປະດາ. ​ເພື່ອ​ກະກຽມ​ໃຫ້​ແກ່​ພິທີ​ແຕ່ງງານ. ຄອບຄົວ​ຝ່າຍ​ເຈົ້າ​ສາວ​ກະກຽມ​ເຂົ້າສານ 100 ກະພາ, ​ເຫຼົ້າ 100 ​ໄຫ, ງົວ 1 ​ໂຕ ​ເພື່ອ​ເຊີນ​ແຂກ​ມາ​ຮ່ວມ. ນອກ​ນັ້ນ​ຍັງ​ກະກຽມ​ຖ້ວຍ 50 ອັນ, ຈອກ 50 ອັນ, ສາຍ​ໝາກ​ຕຸ້ມ 50 ສາຍ ​ເພື່ອ​ເປັນ​ຂອງຂວັນມອບ​ໃຫ້​ພໍ່​ແມ່, ວົງ​ຕະກຸນ​ຝ່າຍເຈົ້າ​ບ່າວ. ທ່ານ ມາ​ຟອງ, ຊາວ​ຊົນ​ເຜົ່າ ມນົງ, ​ໃຫ້​ຮູ້​ວ່າ:

        “​ໃນ​ເມື່ອ​ກ່ອນ, ຄ່າ​ຈັດ​ພິທີ​ແຕ່ງງານ​ບໍ່​ຫຼາຍ​ປານ​ໃດ, ​ແຕ່​ເວລາ​ພັດ​ແກ່ຍາວ. ຄອບຄົວ​ຕ້ອງ​ຂ້າ​ງົວ, ໝູ, ​ໄກ່​ເພື່ອ​​ເຊີນ​ຄອບຄົວ​ທັງ​ສອງ​ຝ່າຍ ​ແລະ ທັງ​ໝູ່​ບ້ານ​ມາ​ກິນ. ​ໃນ​ພິທີ​ທຸກ​ຄົນ​ກໍ່​ດື່ມ​ເຫຼົ້າ, ຟ້ອນ​ລຳ​ທຳ​ເພງ, ຕີ​ຄ້ອງ​ເພື່ອ​ອວຍພອນ​ເຈົ້າ​ບ່າວ​ເຈົ້າ​ສາວ​ໃນ​ເວລາ 2-3 ວັນ“.

        ​ເປີດ​ສາກ​ພິທີ​ແຕ່ງງານ, ຄອບຄົວ​ຝ່າຍ​ເຈົ້າ​ສາວ​ຈະ​ມອບ​ເຂົ້າສານ​ໃຫ້​ຄອບຄົວ​ຝ່າຍ​​ເຈົ້າ​ບ່າວ​ຜູ້​ລະ​ຖ້ວຍ​ເຕັມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກມີ​ຊີວິດ​ອິ່ມໜຳສຳລານ. ​ເຂົ້າສານ​ແຕ່​ລະ​ຖ້ວຍ​ເທົ່າ​ທຽມ​ກັບ​ເຫຼົ້າ​ໄຫ​ທີ່​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ໄດ້​ມອບ​​ໃຫ້ຄອບຄົວ​ຝ່າຍ​ເຈົ້າສາວ. ​ໃນ​ພິທີ, ພໍ່​ສື່​ສວນ​ມບົດບາດ​ເປັນ​ເຈົ້າ​ໂຄດ​ໃນ​ງານ​ດອງ. ຜູ້​ນີ້​ຈະ​ພາ​​ເຈົ້າ​ບ່າວ, ​ເຈົ້າ​ສາວ​ເຖິງ​ເສົາ​ເຮືອນ​ຕົ້ນຕໍ, ສອງ​ຄົນ​ທີ່​ຕາງໜ້າ​ໃຫ້ສອງ​ຝ່າຍ​ຈະ​ນຳ​ເອົາ​ຜ້າ​ບີ​ງມາ​ມັດ​ໃສ່​ເສົາ​ເຮືອນ​ແລະ​ໃຫ້​ເຈົ້າ​ບ່າວ​ເຈົ້າ​ສາວ​ກຳ​ໃສ່​ຜ້າ​ບີງ​ແຜ່ນ​ນີ້, ດ້ວຍ​ຄວາມ​ໝາຍ​ອາລົມ​ຈິດ​ຂອງ​ສອງ​ຄົນ​ໄດ້​ຖືກ​ມັດ​ໃສ່​ກັນ, ຍາມ​ໃດ​ກໍ່​ໃກ້ຊິດ​ຕິດ​ພັນ​ກັນ. ຫຼັງ​ຈາກ​ນັ້ນ​ເຈົ້າ​ໂຄດ​ງານ​ດອງ​ຈະ​ຕັກ​ເຕືອນ​ເຈົ້າ​ບ່າວ, ​ເຈົ້າ​ສາວ​ກ່ຽວ​ກັບ​ທຳ​ມະ, ຄວາມ​ຮັບຜິດ​ຊອບ​ຂອງ​ແຕ່ລະຄົນ​ທີ່​ມີ​ຕໍ່​ພໍ່​ແມ່ ກໍ່​ຄື​ຄອບຄົວ, ​ຍາດຕິ​ພີ່ນ້ອງ. ຫຼັງ​ພິທີ​ດັ່ງກ່າວ, ​ສອງຜົວ​ເມຍ​ຈະ​ພ້ອມ​ກັນ​ດື່ມ​ເຫຼົ້າ​ໄຫ, ​ເປີດ​ສາກ​ໃຫ້​ພິທີ​ດື່ມ​ເຫຼົ້າ​ອວຍພອນ​ງານ​ແຕ່ງ​ດອງ.

ພິທີແຕ່ງງານທີ່ເປັນມູນເຊື້ອຂອງຊາວເຜົ່າ ມນົງ - ảnh 3

        ບັນດາ​ຜູ້​ທີ່​ເຂົ້າ​ຮ່ວມ​ພິທີ​ແຕ່ງງານ, ລ້ວນ​ແຕ່​ນຳ​ເອົາ​ເຫຼົ້າ, ​ເຂົ້າໜຽວ, ອາຫານ... ມາ​ເພື່ອ​ປະ​ສ່ວນ​​ເຂົ້າ​ງານ​ບຸນນີ້. ພາຍຫຼັງ​ພິທີ​ແຕ່ງງານ​ໜຶ່ງ​ວັນແມ່ນ​ພິທີ​ແຫ່​ເຈົ້າ​ບ່າວ​. ຫຼັງ​ງານ​ແຕ່ງດອງ​ສອງຜົວ​ເມຍ​ໜຸ່ມ​ຕ້ອງ​ຢູ່​ໃນ​ເຮືອນ 7 ວັນ, ບໍ່​ໄດ້​ອອກ​ນອກ, ບໍ່​ໄດ້​ພົບ​ປະ​ກັບ​ຄົນ​ແປກ. ​ເມື່ອ​ໝົດ​ເວລາ​ຄະລຳ, ​ເຂົາ​ເຈົ້າ​ຈະ​ກັບ​ເມືອ​ຄອບຄົວຝ່າຍ​ຊາຍ 7 ວັນ, ຫຼັງ​ຈາກ​ນັ້ນ​ແມ່ນ​ຢູ່​ໃນ​ຄອບຄົວ​ຝ່າຍຍິງ​ຕະຫຼອດ​ຊີວິດ.

        ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ ມນົງ ​ແມ່ນ​ຮີດຄອງ​ປະ​ເພນີ​ທີ່​ດີງາມ, ມີລັກສະນະ​ວັດທະນະທຳ​ມະນຸດ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ ​​ເຊິ່ງຊາວ​ເຜົ່າ​ມນົງ ​ໄດ້​​ເຄົາລົບ, ຮັກສາ​ໄວ້.

ຕອບກັບ