ພິທີອຳລາຄົນຕາຍຂອງຊາວເຜົ່າຣາລາຍ

To Tuan
Chia sẻ

(vovworld) - ຊາວ​ເຜົ່າ ຣາລາຍ​ມີ​ທັດສະນະ​ວ່າ: ​ໃນ​ຊີວິດຍາມ​ໃດ​ກໍ່​ມີ​ສອງ​ໂລກ​ຄົງ​ຕົວ​ຢູ່​ພ້ອມ​ກັນ, ນັ້ນ​ແມ່ນ​ໂລກ​ຂອງ​ຜູ້​ຍັງ​ມີ​ຊີວິດ ​(​ໂລກມະນຸດ) ​ແລະ ​ໂລກ​ຂອງຄົນ​ຕາຍ (ນາລົກ). ​ໂລກ​ມະນຸດ​ແມ່ນ​ຊົ່ວຄາວ, ສ່ວນ​ນາລົກ​ແມ່ນ​ຕະຫຼອດ​ໄປ, ດັ່ງ​ນັ້ນ​ເມື່ອ​ມີ​ຄົນ​ຕາຍ. ຊາວ​ເຜົ່າ ຣາລາຍ ຈັດ​ຕັ້ງ​ພິທີ​ອຳ​ລາ​ຄົນ​ຕາຍ​ຢ່າງ​ສົມ​ກຽດ, ດ້ວຍ​ຄວາມ​ໝາຍ​​ເຮັດ​ໃຫ້​ຍາດຕິ​ພີ່ນ້ອງບໍ່​ຮູ້ສຶກໂສກ​ເສົ້າ​ອີກ.

(vovworld) - ຊາວ​ເຜົ່າ ຣາລາຍ​ມີ​ທັດສະນະ​ວ່າ: ​ໃນ​ຊີວິດຍາມ​ໃດ​ກໍ່​ມີ​ສອງ​ໂລກ​ຄົງ​ຕົວ​ຢູ່​ພ້ອມ​ກັນ, ນັ້ນ​ແມ່ນ​ໂລກ​ຂອງ​ຜູ້​ຍັງ​ມີ​ຊີວິດ ​(​ໂລກມະນຸດ) ​ແລະ ​ໂລກ​ຂອງຄົນ​ຕາຍ (ນາລົກ). ​ໂລກ​ມະນຸດ​ແມ່ນ​ຊົ່ວຄາວ, ສ່ວນ​ນາລົກ​ແມ່ນ​ຕະຫຼອດ​ໄປ, ດັ່ງ​ນັ້ນ​ເມື່ອ​ມີ​ຄົນ​ຕາຍ. ຊາວ​ເຜົ່າ ຣາລາຍ ຈັດ​ຕັ້ງ​ພິທີ​ອຳ​ລາ​ຄົນ​ຕາຍ​ຢ່າງ​ສົມ​ກຽດ, ດ້ວຍ​ຄວາມ​ໝາຍ​​ເຮັດ​ໃຫ້​ຍາດຕິ​ພີ່ນ້ອງບໍ່​ຮູ້ສຶກໂສກ​ເສົ້າ​ອີກ.

ພິທີອຳລາຄົນຕາຍຂອງຊາວເຜົ່າຣາລາຍ - ảnh 1

ຊາວເຜົ່າຣາລາຍດຳເນີນພິທີອຳລາຄົນຕາຍ
(ພາບ: ອິນເຕີແນດ)

ຊາວ​ເຜົ່າ ຮາ​ລາຍ ດຳລົງຊີວິດ​ແບບ​ປະຊາ​ຄົມ, ດັ່ງ​ນັ້ນ​ໃນ​ພິທີ​ອຳ​ລາ​ຄົນ​ຕາຍ​ຕ້ອງ​ມີປະຊາຊົນ​ໃນ​ບ້ານ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ໜ້າ​ພໍ​ຕາ ເພື່ອ​ພ້ອມກັນ​ປະຕິບັດພິທີ​ຕ່າງໆຢ່າງ​ຄົບ​ຖ້ວນ ​ແລ​ະ ສົມ​ກຽດ. ພິທີ​ອຳ​ລາ​ຄົນ​ຕາຍ​ເຄີຍ​ຈັດ​ຕັ້ງ​ພາຍຫຼັງ​ພີ່ນ້ອງຂອງ​ເຂົາ​ເຈົ້າ​ເສຍ​ຊີວິດ​ເປັນ​ເວລາ 2 ປີ. ຕາມ​ເຂົາ​ເຈົ້າ​ແລ້ວ, ຖ້າ​ບໍ່​ຈັດ​ພິທີ​ອຳ​ລາ​ຄົນ​ຕາຍ, ການ​ພົວພັນ​ລະຫວ່າງ​ຜູ້​ຍັງ​ມີ​ຊີວິດ ​ແລະ ຜູ້​ໄດ້​ເສຍ​ຊີວິດ​ ແລ້​ວຍັງ​ຄົງ​ຕົວ​ຢູ່, ຍ້ອນ​ເຫດ​ນັ້ນ​ຕ້ອງ​ຈັດ​ພິທີ​ອຳ​ລາ​ຄົນ​ຕາຍຄັ້ງ​ສຸດ​ທ້າຍ​. ທ່ານ ​ເມົ໋າກວົກຕ໋ຽນ, ນັກ​ຄົ້ນ​ຄ້ວາ​ວັດທະນະ​ທຳພື້ນ​ເມືອງ, ​ຊາວ​ເຜົ່າ ຣາລາຍ, ​ໃຫ້​ຮູ້​ວ່າ:

“ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ ຣາລາຍ ​ແລ້ວ, ​ແຕ່ລະ​ປີມີ​ຫຼາຍ​ພິທີງານ​ບຸນ, ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ພິທີ​ອຳ​ລາ​ຄົນ​ຕາຍ. ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ຣາລາຍ, ຖ້າ​ຫາກ​ມີ​ຄົນ​ຕາຍ, ຜູ້​ທີ່​ຍັງ​ມີ​ຊີວິດ​ຈະ​ຕ້ອງ​ຮັບຜິດຊອບວຽກງານທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ຄົນ​ຕາຍ, ​ໃນ​ນັ້ນ​ມີ​ພິທີ​ອຳ​ລາ​ຄົນ​ຕາຍ. ພິທີ​ນີ້​ຖືກ​ຈັດ​ຂຶ້ນ​​ເພື່ອ​​ໃຫ້ຜູ້​ຍັງ​ມີ​ຊີວິດສະ​ແດງ​ອາລົມ​ຈິດຂອງຕົນ​​ຕໍ່​ຜູ້​​ທີ່ໄດ້ລ່ວງ​ລັບ​ໄປ​ແລ້ວ.“

​ເຄື່ອງ​ຂອງ​ບູຊາ ​ແລະ ​ໃຊ້​ໃນ​ພິທີ​ອຳ​ລາ​ຄົນ​ຕາຍນັ້ນ ​ໂດຍ​ຄອບຄົວ​ຂອງ​ຄົນ​ຕາຍ​ກະກຽມ​ກ່ອນ​ນັ້ນ​ນັບ​ເປັນ​ເດືອນ. ​ເຊິ່ງລວມມີ: ໝູ, ​ໄກ່, ​ເຫຼົ້າ…ຊາວບ້ານ​ຈະ​ ປຸກສ້າງ​ສຸສານ, ​ເຮັດ Kagor (​ເຮືອ​ໄມ້​ລຳ​ໜຶ່ງ) ​ທີ່​ຄວັດ​ແກະ​ຮູບ​ນົກ ​ແລະ ສັດ​ຕ່າງໆຢ່າງ​ສວຍ​ງາມ. Kagor ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ຮັ່ງມີ, ​ເຊິ່ງຜູ້​ຍັງ​ມີ​ຊີວິດ​ເຮັດ​ເພື່ອ​ມອບ​ໃຫ້​ຄົນ​ຕາຍ. ພິທີ​ອຳ​ລາ​ຄົນ​ຕາຍມີ​ຈຸດ​ທີ່​ເປັນ​ເອກະລັກສະ​ເພາະ. ພິ​ເສດ​ແມ່ນ​​ຢູ່ແທ່ນ​ບູຊາ​ຄົນ​ຕາຍ, ມີ​ໄຫ​ອັນ​ໜຶ່ງ​ທີ່​ແຂວນ​ເທິງ​ຮູບ​ຄົນ​ຕາຍ, ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າຣາລາຍ ​ແລ້ວ, ​ໄຫແມ່ນ​ບ່ອນອາ​ໄສ​ຂອງ​ວີນຍານ​ຄົນ​ຕາຍ. ທ່ານ ​ເມົ໋າຊວນ​ແປງ, ຊາວ​ເຜົ່າ ຣາລາຍ, ​ໃຫ້​ຮູ້​ວ່າ:

“​ໄຫ​ນີ້ຖືກ​ຖື​ວ່າ​ແມ່ນ​ວັດຖຸ​ສິ່ງ​ຂອງ​ທີ່​ປະ​ໄວ້ ​ເພື່ອ​ໃຫ້​ລູກ​ຫຼານຄິດ​ຮອດ​ຄິດ​ເຖິງ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ກ່ອນນີ້​ເຂົາ​ເຈົາ​ເຮັດ​ຄື​ແນວ​ນັ້ນ, ​ແຕ່​ປະຈຸ​ບັນ​ພາຍຫຼັງ​ພິທີ​ອຳ​ລາ​ຄົນ​ຕາຍ, ​ເຂົາ​ເຈົ້າ​ບໍ່​ປະ​ໄວ້​ຄື​ກ່ອນ​ນີ້ີອີກ“.


ພິທີ​ອຳ​ລາ​ຄົນ​ຕາຍ​ຖືກ​ດຳ​ເນີນ​ໃນ 3 ວັນ ດ້ວຍຫຼາຍ​ພິທີທີ່​ແຕກ​ຕ່າງ​ກັນ. ​ແຕ່​ລະ​ພິທີ​ລ້ວນ​ແຕ່ມີ​ຄວາມ​ໝາຍ​ແຫ່ງ​ຈິດ​ວີນຍານ​ຢ່າງ​ເລິກ​ເຊິ່ງ, ​ເຊິ່ງ​ໄດ້​ຮັບ​ການສືບ​ທອດ​ມາ​ຫຼາຍ​ລຸ້ນຄົນ ​ແລະ ຍັງຮັກສາ​ໄວ້​ເໝືອນ​ເດີມ. ມື້​ທຳ​ອິດ​ແມ່ນ​ກະກຽມ​ເຄື່ອງ​ຂອງ​ບູຊາ ​ແລະ ​ແຈ້ງ​ໃຫ້​ອ້າ​ຍນ້ອງ, ​ເພື່ອນ​ມິດ​ຢູ່​ບ້ານ​ອື່ນ​ມາ​ຮ່ວມ​ພິທີ​ອຳ​ລາ​ຄົນ​ຕາຍ. ​ເຄື່ອງ​ຂອງ​ບູຊາ​ມີ​ເຫຼົ້າ 3 ​ໄຫ, ໝູ 3 ​ໂຕ, ງົວ ຫຼື​ຄວາຍ 1 ​ໂຕ​ພ້ອມ​ກັບ​ໄກ່, ​ເປັດ ​ແລະ ຜະລິດ​ຕະພັນ​ບາງ​ຢ່າງ​ຂອງ​ທ້ອງ​ຖີ່​ນ. ​ໃນ​ມື້​ທຳ​ອິດ, ​ເຈົ້າ​ຂອງ​ພິທີ​ແມ່ນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ​ປະຕິບັດ​ພິທີ​ບູຊາ​ວີນຍານ​ຄົນ​ຕາຍ, ​ແຈ້ງ​ກ່ຽວ​ກັບ​ວັນ, ​ເວລາ​ດຳ​ເນີນ​ພິທີ ​​ເພື່ອ​ໃຫ້​ຄົນ​ຕາຍ​ຮູ້​ແລະ​ມາ​ຮັບ​ເຄື່ອງ​ຂອງ​ບູຊາ​. ຫຼັງ​ຈາກ​ນັ້ນ​ແມ່ນ​ດຳ​ເນີນ​ການ​ຟ້ອນ, ​ຮ້ອງໄຫ້ ​ແລະ ພາວະນາ​ຂໍ​​ບັນພະບຸລຸດ​ໃຫ້​ວີນຍານ​ຄົນ​ຕາຍ​ໄປ​ສູ່​ນາລົກ​ພ້ອມ​ກັບ​ບັນພະບຸລຸດ. ມື້​ທີ​ສອງ​ຖືກ​ຖື​ວ່າ​​ແມ່ນມື​ສຳຄັນ, ​ໃນ​ມື້​ນີ້​ຍາດຕິ​ພີ່ນ້ອງ ​ແລະ ຊາວບ້ານ​ມາ​ຮ່ວມ​ພາ​ເຂົ້າ​ເພື່ອ​ອຳ​ລາ​ຄົນ​ຕາຍ. ​ເຈົ້າ​ຂອງ​ພິທີບູຊາພ້ອມ​ກັບ​ຍາດຕິ​ພີ່ນ້ອງ​ໃນ​ຄອບຄົວ​ຈະ​ໄປ​ຍັງ​ສຸສານ​ເພື່ອ​ຮ້ອງ​ໄຫ້, ຟ້ອນ​ມ້າ​ລາ (ຕີ​ຄ້ອງ) ​ເພື່ອ​​ແຫ່​ວີນຍານ​ຄົນ​ຕາຍ​ກັບ​​ເມືອ​ບ້ານ​ກິນ​ເຂົ້າ​ພ້ອມ​ກັບ​ຄອບຄົວ, ພິທີ​ນີ້​ສຳຄັນ​ທີ່​ສຸດ, ດັ່ງ​ນັ້ນ​ທຸກ​ຄົນ​ຕ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ ​ເພື່ອ​ພົບ​ປະ ​ແລະ ອຳ​ລາ​ຄົນ​ຕາຍ​ຄັ້ງ​ສຸດ​ທ້າຍ. ທຸກ​ຄົນ​ພ້ອມ​ກັນຮັບ​ປະທານ​ອາຫານ, ດື່ມ​ເຫຼົ້າ​ໄຫ, ​ຟ້ອນ​ລຳ​ທຳ​ເພງ​ຢູ່​ອ້ອມ​ກອງ​ໄຟ​ຕະຫຼອດ​ຄືນ.

ມື້​ທີ​ສາມ​ຖື​ວ່າ​ແມ່ນ​ມື້​ອຳ​ລາ​ຄົນ​ຕາຍ​ຕະຫຼອດ​ໄປ. ບັນດາ​ຜູ້​ຊາຍ​ແບກ​ຫາມ​ເຄື່ອງ​ຂອງ​ບູຊາ​​ໄປສູ່​ເຂດ​ສຸສານ ​ແລະ ວາງ​ຢູ່ອ້ອມ. ທຸກ​ຄົນ​ຢືນ​ຢູ່​ອ້​ອມສຸສານ​ ພາວະນາ​ນົບ​ໄຫວ້​ເພື່ອ​ອຳ​ລາ​ວີນຍານ​ຄົນ​ຕາຍ. ​ໃນ​ວັນ​ນີ້​ຈະ​ດຳ​ເນີນ​ປະ​ເພນີ​ສົ່ງ Kagor , ​ແບ່ງ​ຊັບ​ສິນ​ໃຫ້​ຄົນ​ຕາຍ. ທ່ານ ​ເມົ໋າກວົກຕ໋ຽນ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

“​ໃນ​ມື້​ນີ້​ພິທີ​ແບ່ງ​ຊັບ​ສິນ​ໃຫ້​ຄົນ​ຕາຍ​ພຽງ​ແຕ່​ມີ​ລັກສະນະ​ເປັນ​ສັນຍາລັກ​ເທົ່າ​ນັ້ນ. ກ່ອນ​ນີ້​ເຂົາ​ເຈົ້າ​ເຄີຍ​ແບ່ງ​​ເຄື່ອງ​ໃຊ້​ໄມ້​ສອຍ​ປະຈຳ​ວັນຕ່າງໆ​ເຊັ່ນ: ຄ້ອງ, ​ໄຫ​ເຫຼົ້າ, ພາ​ທອງ, ໝໍ້​ທອງ… ​ໃຫ້​ຄົນ​ຕາຍ, ​ແຕ່​ປະຈຸ​ບັນ​​ເຄື່ອງ​ຂອງ​ເຫຼົ່າ​ນັ້ນພຽງ​ແຕ່​​ແບ່ງເປັນ​ສັນຍາ​ລັກ, ສ່ວນ​ຊັບ​ສິນ​ແທ້​ແມ່ນ​ຮັກສາ​ໄວ້​ໃຫ້​ລູກ​ຫຼານ​ໃຊ້“.

ພິທີ​ອຳ​ລາ​ຄົນ​ຕາຍ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ຈິດ​​ໃຈ​ຂອງ​ຊາວ​ເຜົ່າ ຣາລາຍ. ​ໃນ​ພິທີ​ນີ້​​ເຄີຍ​ດຳ​ເນີນ​ຫຼາຍ​ຮູບ​ການ​ສິລະ​ປະຄື: ສະຖາປັດຕະຍະ ກຳ, ​ແກະ​ຄວັດ​ສະຫຼັກ, ​ແຕ້ມ, ດົນຕີ, ຟ້ອນ… ​ເພື່ອ​ສົ່ງ​ຄົນ​ຕາຍ​ໄປ​ຍັງ​ນາລົກ, ພ້ອມ​ທັງ​ຕັດຄວາມ​ຜູກ​ມັດ​ລະຫວ່າງ​ຜູ້​ຍັງ​ມີ​ຊີວິດ​ກັບ​ຄົນ​ຕາຍ. ດ້ວຍ​ບັນດາ​ຄຸນຄ່າ​ພົ້ນ​ເດັ່ນ​ດັ່ງກ່າວ, ປີ 2012, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຕົກລົງ​ຈັດ​ພິທີ​ອຳ​ລາ​ຄົນ​ຕາຍ​ຂອງ​ຊາວ​ເຜົ່າຣາລາຍ, ​ຢູ່ເມືອງ​ແຄ໋ງ​ເຊີນ, ​ແຂວງ​ແຄ໋ງຮ່ວາ ​ເຂົ້າ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ຊາດ, ຂຶ້ນ​ກັບ​ຮູບ​ການ​ປະ​ເພນີ​ສັງຄົມ ​ແລະ ​ເຊື່ອ​ຖື.

ຕອບກັບ