(vovworld) - ຊາວເຜົ່າມົ້ງ ມີຫຼາຍງານບຸນທີ່ແຕກຕ່າງກັນ ແລະ ງານບຸນເຫຼົ່ານັ້ນເຄີຍຕິດພັນກັບການຜະລິດກະສີກຳ, ການພົວພັນໃນວົງຕະກຸນ ແລະ ປະຊາຄົມນຳກັນ. ໃນນັ້ນງານບຸນປີໃໝ່ປະຈຳເຜົ່າ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນກວ່າໝູ່ໃນຊີວິດຂອງຊາວເຜົ່າມົ້ງ ແລະ ຖືກດຳເນີນໃນໝູ່ປະຊາຄົມຊາວເຜົ່າມົ້ງທີ່ດຳລົງຊີວິດຢູ່ທຸກແຖບຖີ່ນໃນທົ່ວປະເທດ. ແຕ່ອີງຕາມແຕ່ລະທ້ອງຖີ່ນ, ຊາວເຂົາເຈົ້າກໍ່ສາມາດຈັດພິທີຕ້ອນຮັບປີໃໝ່ກ່ອນຫຼືຊ້າກວ່າວັນບຸນກໍ່ໄດ້.
ການລະຫຼິ້ນຂອງຊາວເຜົ່າມົ້ງໃນໂອກາດຕ້ອນຮັບປີໃໝ່
(ພາບ: ອິນເຕີແນດ)
ພິທີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່າມົ້ງຖືກດຳເນີນພາຍຫຼັງສຳເລັດການຜະລິດໃນເດືອນ 11, ກ່ອນບຸນປີໃໝ່ສາກົນ 1 ເດືອນ. ມັນກໍ່ເຊັ່ນດຽວກັບຊົນເຜົ່າອື່ນໆ, ບຸນປີໃໝ່ຂອງຊາວເຜົ່າມົ້ງກໍ່ມີຈຸດພິເສດສະເພາະ ແລະ ບັນດາເຍື່ອງອາຫານກໍ່ແຊບນົວ ແລະ ສ້າງຄວາມດູດດື່ມຫຼາຍ. ເຂົ້າໜົມໄຢ່ ແມ່ນອາຫານທີ່ຂາດບໍ່ໄດ້ໃນບຸນປີໃໝ່ຂອງຊາວເຜົ່າມົ້ງ, ສະແດງໃຫ້ເຫັນຄວາມລະອຽດ, ຄ່ອງແຄ້ວ ແລະ ຊຳນານຂອງຜູ້ທີ່ເຄີຍຕິດພັນກັບວຽກໄຮ່ການນາຕະຫຼອດປີ, ດ້ວຍຄວາມຫວັງມີຊີວິດອີ່ມໜຳສຳລານ ແລະ ມີຄວາມຜາສຸກ. ໃນໂອກາດບຸນປີໃໝ່, ຄອບຄົວໃດກໍ່ພະຍາຍາມເຮັດເຂົ້າໜົມໄຢ່ໃຫ້ຫຼາຍ, ເພື່ອທັງໃຫ້ຄອບຄົວກິນ, ທັງຕ້ອນຮັບແຂກ ແລະ ເປັນຂອງຕ້ອນມອບໃຫ້ຍາດຕິພີ່ນ້ອງ. ບຸນປີໃໝ່ກໍ່ແມ່ນໂອກາດເພື່ອໃຫ້ແມ່ຍິງເຜົ່າມົ້ງສະແດງຄວາມຊຳນານໃນການຕົ້ມເຫຼົ້າ, ເຮັດເຂົ້າໜົມສາລີ. ເຂົ້າໜົມໄຢ່ ແລະ ແກ້ວເຫຼົ້າສາລີຈະຖືກວາງໃນພາເຂົ້າບູຊາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພ້ອມກັບໄກ່ຜູ້ໂຕໜຶ່ງ. ເອື້ອຍ ເຈິ່ນທູຖູຍ, ຫົວໜ້າຫ້ອງການສຶກສາ, ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ແບ່ງປັນວ່າ:
”ໃນຊຸມວັນຕົ້ນປີໃໝ່, ຊາວເຜົ່າມົ້ງເຮັດພິທີຖວາຍຊີວິດໄກ່ຜູ້ໂຕໜຶ່ງ, ເພາະວ່າຕາມທັດສະນະຂອງຊາວເຜົ່າມົ້ງແລ້ວ, ໄກ່ແມ່ນສັດບູຊາຜີສາງນາງໄມ້. ຫຼັງຈາກນັ້ນ, ເຂົາເຈົ້າໄດ້ເອົາເລືອດ ແລະ ຂົນໄກ່ຕິດໃສ່ແທ່ນບູຊາ, ເສົາເຮືອນ ແລະ ເຮືອນຄົວກໍ່ຄືເຄື່ອງໃຊ້ໄມ້ສອຍທັງໝົດໃນຄອບຄົວ. ເຂົາເຈົ້າຖືວ່າເຮັດຄືແນວນັ້ນຈຶ່ງມີໂຊກມີລາບ”.
ໃນໂອກາດຕ້ອນຮັບປີໃໝ່ຊາວເຜົ່າມົ້ງເຄີຍເຮັດເຂົ້າໜົມຫຼາຍ
(ພາບ: ອິນເຕີແນດ)
ຄວາມປາຖະໜາຂອງຊາວເຜົ່າມົ້ງໃນເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແມ່ນທຳມະດາສາມັນ ແລະ ແທດເໝາະທີ່ສຸດ. ເຂົາເຈົ້າພາວະນາຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ລະດູການປູກເຂົ້າໄດ້ຮັບຜົນດີ, ການລ້ຽງສັດສະດວກສະບາຍ. ໃນໂອກາດບຸນປີໃໝ່. ຊາວເຜົ່າມົ້ງກໍ່ເຄີຍຂະລຳບາງຢ່າງ. ເອື້ອຍ ເຈິ່ນທູຖູຍ ໃຫ້ຮູ້ຕື່ມອີກວ່າ:
”ໃນ 3 ວັນຂອງບຸນປີໃໝ່, ຊາວເຜົ່າມົ້ງໄດ້ຫ້າມບໍ່ໃຫ້ຄົນແປກໜ້າເຂົ້າເຮືອນ ກໍ່ຄືຂະລຳບໍ່ກິນຜັກ, ຍ້ອນຢ້ານຕ້ອງກິນຜັກຕະຫຼອດປີ. ເຮືອນຂອງຊາວເຜົ່າມົ້ງມີ 2 ປະຕູ ແມ່ນປະຕູທາງການ ແລະ ປະຕູສຳຮອງ. ໃນ 3 ວັນບຸນ, ຊາວເຜົ່າມົ້ງບໍ່ໄດ້ເຂົ້າອອກເຮືອນຜ່ານປະຕູທາງການ, ເພາະວ່ານີ້ແມ່ນບ່ອນບູຊາຜີປະຕູ, ຫາກຕ້ອງຜ່ານປະຕູສຳຮອງ. ພາຍຫຼັງ 3 ວັນບຸນ, ເຂົາເຈົ້າຈຶ່ງເອົາງ່າໄມ້ທີ່ຫ້ອຍຢູ່ຕໍ່ໜ້າເຮືອນອອກ, ເວລານັ້ນແຂກຈຶ່ງເຂົ້າເຮືອນໄດ້”.
ບັນດາສະມາຊິກໃນຄອບຊາວເຜົ່າມົ້ງຮັບປະທານປະຫານຕ້ອນຮັບປີໃໝ່
(ພາບ: ອິນເຕີແນດ)
ພາຍຫຼັງຈັດພິທີຕ່າງໆໃນເຮືອນແລ້ວ, ຊາວເຜົ່າມົ້ງຈຶ່ງຈັດຕັ້ງງານບຸນຢູ່ນອກ, ຢູ່ບາງແຫ່ງເຂົາເຈົ້າຕັ້ງໄມ້ໄຜ່ຕົ້ນໃຫຍ່ທີ່ປະດັບຄັນທຸງເທິງປາຍໃນເຂດດິນກວ້າງຂວາງ ເພື່ອໃຫ້ປະຊາຊົນຢູ່ບ້ານ, ຕາແສງອ້ອມຂ້າງມາຮ່ວມງານບຸນ. ຊາວເຜົ່າມົ້ງຈັດຕັ້ງການເຄື່ອນໄຫວວັດທະນະທຳສິລະປະທີ່ເຂັ້ມຄົ້ນໄປດ້ວຍສີສັນຊົນເຜົ່າຄື: ແກວ່ງໝາກປາປາວ, ຟ້ອນແຄນ, ຟ້ອນຄັນຮົ່ມ, ຍິງທະນູ, ຍູ້ໄມ້ເທົ້າ… ໃນນັ້ນແກວ່ງໝາກປາປາວໄດ້ດຶງດູດບ່າວສາວຫຼາຍຄົນເຂົ້າຮ່ວມ. ໝາກປາປາວເຮັດດ້ວຍແພຈະຖືກແກວ່ງໄປແກວ່ງມາລະຫວ່າງສອງທິມ. ອັນໄດ້ເປັນການເຊື່ອມຕໍ່, ຜູກມັດຄູ່ແຂ່ງດ້ວຍຄວາມປ່ອງດອງກັນ. ງານບຸນບໍ່ພຽງແຕ່ສ້າງຄວາມມ່ວນຊື່ນໃຫ້ທຸກຄົນເທົ່ານັ້ນ, ຫາກຍັງສ້າງຄວາມຮັກໃຫ້ຄູ່ບ່າວສາວອີກດ້ວຍ. ມີບ່າວສາວຫຼາຍຄູ່ເລີ່ມມີຄວາມຮັກຈາກການລະຫຼິ້ນໃນຊຸມມື້ຕົ້ນປີໃໝ່. ເອື້ອຍເຈິ່ນທູຖູຍ ໃຫ້ຮູ້ຕື່ມອີກວ່າ:
“ໃນຊຸມວັນບຸນນີ້, ບ່າວສາວຊົນເຜົ່າມົ້ງສາມາດຊອກຮູ້, ເຂົ້າຮ່ວມການລະຫຼິ້ນພື້ນເມືອງຢ່າງເສລີ. ຜູ້ຊາຍມັກຟ້ອນແຄນ, ຜູ້ຍິງມັກຂັບລຳ. ນີ້ແມ່ນໂອກາດເພື່ອໃຫ້ບ່າວສາວພົວພັນນຳກັນ, ຖ້າທັງສອງຄົນຮັກກັນຈະຈັດງານແຕ່ງດອງ. ຍ້ອນເຫດນັ້ນ, ງານແຕ່ງດອງຂອງຊາວເຜົ່າມົ້ງເຄີຍຈັດຕັ້ງໃນໂອກາດຕົ້ນປີໃໝ່”
ສຳລັບຊາວເຜົ່າມົ້ງ, ບຸນປີໃໝ່ປະຈຳເຜົ່າແມ່ນໂອກາດເພື່ອໃຫ້ເຂົາເຈົ້າພັກຜ່ອນພາຍຫຼັງອອກແຮງງານຢ່າງຫຍຸ້ງຍາກ, ລຳບາກຕະຫຼອດປີ. ນີ້ກໍ່ແມ່ນຈຸດເວລາດຳເນີນການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຂອງເຂົາເຈົ້າ. ພ້ອມກັບ 54 ຊົນເຜົ່າອ້າຍນ້ອງ, ຈຸດທີ່ເປັນເອກະລັກສະເພາະໃນງານບຸນຕ້ອນຮັບປີໃໝ່ຊອງຊາວເຜົ່າມົ້ງ, ໄດ້ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງຊາວຫວຽດນາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບກວ່າ.