(ພາບປະກອບ)
ໃນບັນດາເລື່ອງລາວບູຮານຂອງຊາວເຜົ່າ Kího, ພິທີການດື່ມເຫຼົ້າ ແລະ ປະເພນີຕີຄ້ອງເຄີຍຖືກເຕື້ອງເຖິງ. ເຫຼົ້າໄຫຍັງຖືກນຳໃຊ້ໃນບັນດາງານບຸນທີ່ກ່ຽວຂ້ອງເຖິງວິວັດແຫ່ງການຜະລິດກະກິກຳ, ຫຼືໃນງານແຕ່ງດອງ, ໃນພິທີງານສົບ…
ໃນບັນດາເລື່ອງລາວບູຮານ, ຊາວເຜົ່າ Kího ໄດ້ຮູ້ຈັກວິທີຜະລິດ ແລະ ດື່ມເຫຼົ້າໄຫ. ຕາມການຜະລິດທີ່ເປັນມູນເຊື້ອ, ວັດຖຸເພື່ອຜະລິດເຫຼົ້າໄຫແມ່ນບັນດາຜະລິດຕະພັນກະເສດ, ນັ້ນແມ່ນເຂົ້າໄຮ່ (ເຂົ້າທີ່ປູກຢູ່ຕາມເນີນພູ). ວິທີຜະລິດເຫຼົ້າຂອງຊາວເຜົ່າ Kího ງ່າຍດາຍພໍສົມຄວນ. ນັ້ນແມ່ນຕົ້ມເຂົ້າໃຫ້ສຸກ ແລ້ວຄົນກັບຂີ້ແກບ, ຢາຍອອກກວ້າງເພື່ອຕາກໃຫ້ແຫ້ງ. ໃນການຜະລິດເຫຼົ້າ, ຊາວເຜົ່າ Kího ຍັງເອົາມັນດາງ, ມັນຕົ້ນ, ສາລີໃສ່ຕື່ມ. ຊາວເຜົ່າ Kího ເຮັດແປ້ງເຫຼົ້າຈາກເຂົ້າ ແລະ ໃບໄມ້ບາງຊະນິດ. ຫຼັງຈາກນັ້ນ, ເອົາວັດຖຸປຸງແຕ່ງໃນຂັ້ນຕົ້ນທັງໝົດຖອກໃສ່ໄຫ, ແລ້ວບົ່ມໄວ້ດ້ວຍໃບຕອງແຫ້ງ. ພາຍຫຼັງໜຶ່ງເດືອນແມ່ນສາມາດດື່ມໄດ້. ເມື່ອດື່ມ, ຕ້ອງເອົາໃບຕອງສົດວາງຢູ່ເທິງ ແລະ ເອົານ້ຳຈືດມາຖອກໃສ່ໃຫ້ເຕັມໄຫ, ແລະປັກທໍ່ດູດລົງກົ້ນໄຫເຫຼົ້າ. ດື່ມເຫຼົ້າໄດ້ຫຼາຍເທົ່າໃດກໍ່ຕ້ອງເອົານ້ຳຈືດມາໃສ່ຕື່ມຫຼາຍເທົ່ານັ້ນ. ເຫຼົ້າໄຫຂອງຊາວເຜົ່າ Kího ຍິ່ງຮັກສາໄວ້ຫຼາຍປີຍິ່ງແຊບ, ຍິ່ງລ້ຳຄ່າ. ຍ້ອນເຫດນັ້ນ, ເມື່ອແຂກຜູ້ໃດຖືກເຊີນດື່ມເຫຼົ້າຫຼາຍປີ, ໝາຍຄວາມວ່າແຂກຜູ້ນັ້ນໄດ້ຮັບຄວາມນັບຖືຈາກທຸກຄົນທີ່ສຸດ.
ຊາວເຜົ່າ Kího ມີທັດສະນະວ່າ “ໄຫເຫຼົ້າແມ່ນທີ່ອາໄສຂອງເທວະດາເຫຼົ້າ”. ດັ່ງນັ້ນໄຫເຫຼົ້າແມ່ນສິ່ງທີ່ມີສັກສິດ ແລະ ປະເສດທີ່ສຸດ. ຊາວເຜົ່າ Kího ບໍ່ຜະລິດໄຫໃສ່ເຫຼົ້າດ້ວຍຕົນເອງໄດ້, ຫາກຕ້ອງນຳສິ່ງຂອງທີ່ມີຄ່າຫຼາຍຢ່າງມາເພື່ອແລກເອົາ, ສະນັ້ນມີໄຫເຫຼົ້າບູຮານບາງໜ່ວຍມີມູນຄ່າເທົ່າກັບຄວາຍນັບຫຼາຍສິບໂຕ. ໃນທັດສະນະຂອງຊາວເຜົ່າ Kího, ຄວາມຮັ່ງມີຂອງແຕ່ລະຄອບຄົວແມ່ນອີງໃສ່ຈຳນວນຄ້ອງ ແລະ ໄຫເຫຼົ້າ ທີ່ຄອບຄົວນັ້ນຮັກສາໄວ້. ມາຮອດປະຈຸບັນ, ຊາວເຜົ່າ Kího, ຍັງຄົງມີປະເພນີເກັບກຳໄຫເຫຼົ້າຊະນິດຕ່າງໆໄວ້. ທ່ານ ລືວແຢງແຢວງ, ນັກຄົ້ນຄ້ວາບັນດາເຜົ່າສ່ວນໜ້ອຍຢູ່ ໄຕງວຽນ, ໃຫ້ຮູ້ວ່າ:
“ສຳຫຼັບຊາວເຜົ່າ Kího, ວັດຖຸມີຄວາມປະເສີດທີ່ສຸດ ນັ້ນແມ່ນຊຸດຄ້ອງ ດົ່ງລາ (ລວມມີ 2 ໜ່ວຍ) ແລະ ບັນດາໄຫເຫຼົ້າ. ໃນແຕ່ລະຄອບຄົວຊາວເຜົ່າ Kího ຢ່າງໜ້ອຍສຸດກໍ່ຕ້ອງມີໄຫເຫຼົ້າ 2 ໜ່ວຍ. ອີງໃສ່ໄຫເຫຼົ້າ, ເຂົາເຈົ້າສາມາດຈຳແນກໄດ້ຄວາມຮັ່ງມີ ກໍ່ຄືຄວາມທຸກຍາກຂອງແຕ່ລະຄອບຄົວຊາວເຜົ່າ Kího”.
(ພາບປະກອບ)
ໃນການດຳເນີນຊີວິດຂອງຊາວເຜົ່າ Kího, ພິທີການດື່ມເຫຼົ້າໄຫ ແລະ ປະເພນີຕີຄ້ອງແມ່ນຂາດບໍ່ໄດ້, ກີນເຫຼົ້າໄຫໃນສຽງຄ້ອງສຽງກອງ, ໃນບັນຍາກາດງານບຸນ, ພາໃຫ້ທຸກຄົນມີຄວາມໃກ້ຊິດຕິດພັນ, ສະໜິດສະໜົມກັນກວ່າ. ໂດຍອີງໃສ່ແຕ່ລະເຫດການ, ຜູ້ດື່ມເຫຼົ້າສາມາດມີວິທີເຊື້ອເຊີນ, ວິທີດື່ມເຫຼົ້າທີ່ແຕກຕ່າງກັນໃຫ້ເໝາະສົມ. ຕາມປະເພນີຂອງຊາວເຜົ່າ Kího, ຜູ້ຖອກນ້ຳຈືດໃສ່ໄຫເຫຼົ້າເພື່ອເຊີນແຂກ ຕ້ອງແມ່ນຜູ້ສາວທີ່ສວຍງາມ ແລະມີຝີມືດີ. ເພາະເຂົາເຈົ້າຖືວ່າ, ຖອກນ້ຳໃສ່ໄຫເຫຼົ້າແຕ່ບໍ່ມີຢາດໃດຕົກອອກ, ຄອບຄົວນັ້ນຈຶ່ງມີຄວາມໂຊກດີ. ພິທີການດື່ມເຫຼົ້າຕິດພັນກັບການເຄື່ອນໄຫວວັດທະນະທຳ ແລະ ກາຍເປັນປະເພນີທີ່ຂາດບໍ່ໄດ້ໃນຊີວິດການເປັນຢູ່ຂອງຊາວເຜົ່າ Kího. ເອື້ອຍ ເຊີນ, ຊາວເຜົ່າ Kího, ໃຫ້ຮູ້ວ່າ:
“ໃນຊີວິດການເປັນຢູ່ທາງດ້ານວັດທະນະທຳຂອງຊາວເຜົ່າ Kího, ເຫຼົ້າໄຫແມ່ນຂາດບໍ່ໄດ້. ຂ້າພະເຈົ້າຮຽນວິທີຕົ້ມເຫຼົ້ານັບແຕ່ເວລາຍັງນ້ອຍ. ແລະ ປີໃດກໍ່ຕົ້ມເຫຼົ້າ. ບໍ່ແມ່ນຮອດຍາມບຸນເຂົ້າຈີ່ຈຶ່ງຕົ້ມ. ປະຈຸບັນ, ເມື່ອເຫັນເຫຼົ້າທີ່ຂ້າພະເຈົ້າຕົ້ມແຊບ, ເຂົາເຈົ້າກໍ່ຈ່ອງຊື້ຫຼາຍ”.
ໃນເບື້ອງຕົ້ນການຜະລິດເຫຼົ້າໄຫພຽງແຕ່ເພື່ອຮັບໃຊ້ໃຫ້ພິທີງານບຸນຕ່າງໆຂອງຊົນເຜົ່າເທົ່ານັ້ນ, ແຕ່ປະຈຸບັນໄດ້ພັດທະນາກາຍເປັນບັນດາໝູ່ບ້ານຜະລິດເຫຼົ້າໄຫ ເພື່ອຮັບໃຊ້ແຂກທ່ອງທ່ອງທ່ຽວ. ຢູ່ທ້ອງຖີ່ນຈຳນວນໜຶ່ງໃນແຂວງ ເລິມດົ່ງ, ບິ່ງທ້ວນ,ແຫ່ງທີ່ມີຊາວເຜົ່າ Kího ດຳລົງຊີວິດ ນັ້ນ, ຄຽງຂ້າງບັນດາໝູ່ບ້ານປູກດອກໄມ້, ປູກມອນລ້ຽງມ້ອນ, ຕ່ຳແພໄໝນັ້ນ, ອາຊີບຜະລິດເຫຼົ້າໄຫກໍ່ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ອາຊີບຜະລິດເຫຼົ້າໄຫຂອງຊາວເຜົ່າ Kího ຊ້ອນແຝງບັນດາຄຸນຄ່າວັດທະນະທຳ, ປະກອບສ່ວນເສີມສ້າງຄວາມງາມໃຫ້ຕອນດິນທາງທິດໃຕ້ເຂດໄຕງວຽນຕື່ມອີກ.