ເຕົາໄຟແມ່ນບ່ອນສ້າງຄວາມອຸ່ນ ແລະ ເປັນບ່ອນທີ່ທຸກໆຄົນໃນຄອບຄົວເຄີຍເຕົ້າໂຮມກັນ |
ຊາວເຜົ່າໄຕຖືເຕົາໄຟແມ່ນບ່ອນທີ່ສັກສິດ. ແມ່ນບ່ອນຢູ່ຂອງເຈົ້າເຕົາໃນເຮືອນ. ນາງ ຮວ່າງທິຍ້ວນ ນັກຄົ້ນຄວ້າວັດທະນະທຳຢູ່ແຂວງກາວບັ່ງໃຫ້ຮູ້ວ່າ ເທວະດາໄຟຂອງຊາວເຜົ່າໄຕຈະນຳຄວາມໂຊກດີຜາສຸກມາສູ່ຄອບຄົວ. ຕາມປະເພນີແລ້ວ, ເຕົາໄຟຂອງຊາວເຜົ່າໄຕ ຖືກເຮັດດ້ວຍຮູບສີ່ຫຼ່ຽມໃນເຮືອນຮ້ານ. ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄອບຄົວໃດກໍ່ມີຟືນໃຫຍ່ ເພື່ອຮັກສາໄຟເຊິ່ງເປັນສັນຍາລັກໃຫ້ໄມ້ຫາບດ້ວຍຫົວໜຶ່ງແມ່ນປີເກົ່າ ແລະ ອີກຫົວໜຶ່ງແມ່ນປີໃໝ່. ນາງຍ້ວນໃຫ້ຮູ້ວ່າ:
“ໃນຄ່ຳຄຶນສົ່ງທ້າຍປີເກົ່າຕ້້ອນຮັບປີໃໝ່,ຕາມປະເພນີແລ້ວບັນພະບູລຸດປູ່ຍ່າຕາຍາຍ ຜູ້ທີ່ໄດ້ລ່ວງລັບໄປແລ້ວຈະກັບມາເຮືອນຕ້ອນຮັບບຸນເຕັດກັບຄອບຄົວ, ດັ່ງນັ້ນໃນເຮືອນກໍ່ຕ້ອງມີຄວາມອົບອຸ່ນແລະສະອາດສວຍງາມ. ຄວາມອີ່ມໝຳສຳລານຂອງປີເກົ່າຈະສືບຕໍ່ຮອດປີໃໝ່ ແລະມີໄຟຈິ່ງມີຄວາມມີຊີວິດ”.
ເຮືອນຄົວມີເຕົາໄຟ ກ່ອນອື່ນໝົດແມ່ນເພື່ອປຸງແຕ່ງອາຫານ. ເພາະວ່າຊາວເຜົ່າໄຕຢູ່ໃກ້ພູຜາປ່າໄມ້ ດັ່ງນັ້ນເຊື້ອໄຟປຸງແຕ່ງອາຫານແມ່ນຟືນ.ໃນຍາມຄ່ຳຄືນອາກາດໜາວຈັດເຕົາໄຟກໍ່ຍັງມີຄຸນປປະໂຫຍດປຽບເໝືອນເຕົາຝີງເພື່ອສ້າງຄວາມອຸ່ນ. ເຮືອນຄົວທັງແມ່ນສາງເກັບຮັກສາສະບຽງອາຫານຍາວນານ. ນັກຄົ້ນຄວ້າວັດທະນະທຳ ຮວ່າງທິຍ້ວນໃຫ້ຮູ້ຕື່ມອີກວ່າ:
“ໄຟຖືກຮັກສາຢູ່ເຮືອນ, ແຕ່ຊາວເຜົ່າໄຕຍັງເອົາແພເສດມາພັນໃສ່ຫົວໄມ້ ເພື່ອໃຊ້ເປັນເຄື່ອງນຕໍ່ໄຟ ເອົາໄປທົ່ງໄຮ່ທົ່ງນາເພື່ອຈູດເຜົາຫຍ້າ, ຖ້າບໍ່ດັ່ງນັ້ນກໍ່ຕ້ອງເອົາໄມ້ນ້ອຍໆ ເພື່ອໃຊ້ເປັນຟືນເຄີຍເລືອກເອົາ ໄມ້ແຂງເພື່ອສາມາດຮັກສາຖ່ານຟືນລຸກໄໝ້ໄດ້ດົນ”.
ຕາມປະເພນີຂອງຊາວເຜົ່າໄຕແລ້ວ ເມື່ອເຮືອນຖືກປຸກສ້າງສຳເລັດກໍ່ຕ້ອງເຮັດເຮືອນຄົວກ່ອນໝູ່. ເຮືອນຄົວຕ້ອງຕ່ຳກວ່າເຮືອນຮ້ານປະມານ 5 ຫາ 7 ຊັງຕີແມັດແລະຕ້ອງປ້ານດ້ວຍດິນດາກທີ່ເອົາຈາກບ່ອນທີ່ສະອາດກວ່າໝູ່. ໃນເຮືອນຄົວ ຊາວເຜົ່າໄຕເຄີຍໃຊ້ຫີນສາມກ້ອນຖືກເລືອກເອົາຈາກພູ ຫຼື ອາດຈະໃຊ້ຄຽງສາມຂາເພື່ອຄົວກິນ. ເມື່ອເຮັດເຮືອນຄົວສຳເລັດແລ້ວ, ຊາວເຜົ່າໄຕຈະທຳພິທີເຊື້ອເຊີນເທວະດາໄຟເຂົ້າເຮືອນ. ໃນເຮືອນຄົວຍາມໃດກໍ່ມີແທ່ນບູຊາ, ຊາວເຜົ່າໄຕຍັງຄົງເອີ້ນແມ່ນແທ່ນບູຊາເຈົ້າເຕົາ ແລະ ເທວະດາໄຟ. ແທ່ນບູຊານີ້ກໍ່ເຮັດຢ່າງງ່າຍດາຍດ້ວຍໄມ້ໄຜລວງຍາວ 50 ຊັງຕີແມັດ,ລວງກວ້າງ 20 ຊັງຕີແມັດຖືກແຂວນຢູ່ຂ້າງເຕົາໄຟ. ສຳລັບໂຖປັກທູບກໍ່ເຮັດດ້ວຍທໍ່ໄມ້ໄຜ່ ນັກສິລະປະການດີເດັ່ນ ເລືອງທຽນຝູ ຢູ່ບ້ານຈາງນ່າຕາແສງບິ່ງຮຸກເມືອງບິ່ງລຽວແຂວງກວ໋າງນິງໃຫ່ຮູ້ວ່າ:
“ແຕ່ປາງກ່ອນ ປູ່ຍ່າ ພໍ່ແມ່ພວກຂ້າພະເຈົ້າຍາມໃດກໍ່ຕັກເຕືອກພວກຂ້າພະເຈົ້າວ່າເມື່ອນັ່ງຂ້າງເຕົາໄຟບໍ່ໄດ້ວາງຕີນໃສ່ຄຽງຕ້ອງໃສ່ທໍ່ໄມ້ໄຜ່ປັກທູບຍ້ອນຕາມຄວາມສຳນຶກແລ້ວນີ້ແມ່ນບ່ອນຢູ່ຂອງເທວະດາໄຟ. ນອກຈາກນັ້ນບໍ່ໄດ້ຕັດຟືນໃນເຮືອນຄົວຫຼືຖົ່ມນ້ຳລາຍຢູ່ອ້ອມແອ້ມເຕົ່າໄຟ”.
ໃນທຸກວັນນີ້ເຖິງວ່າຊີວິດການເປັນຢູ່ຂອງຊາວເຜົ່າໄຕມີການປ່ຽນແປງແລ້ວກໍ່ຕາມ ແຕ່ຢູ່ຫຼາຍໝູ່ບ້ານເຂດພູສູງຍັງຄົງຮັກສາເຕົາໄຟແລະປະເພນີບູຊາເຈົ້າເຕົ່າຄືກ່ອນນີ້. ສຳລັບຊາວເຜົ່າໄຕແລ້ວເຕົາໄຟຍັງແມ່ນສັນຍາລັກໃຫ້ແກ່ຄວາມສາມັກຄີຄວາມຜູກພັນກັນຢ່າງສະໜິດແໜ້ນລະຫວ່າງພໍ່ກັບລູກ ອ້າຍນ້ອງ ຜົວເມຍ. ການເຫຼື້ອມໃສແລະການຮ່ວມຊີວິດຢູ່ຂ້າງເຕົາໄຟຈະສ້າງຈຸດວັດທະນະທຳທີ່ເປັນເອກະລັກແລະດູດດື່ມສຳລັບແຂກທ່ອງທ່ຽວເມື່ອມີໂອກາດແວ່ຍາມບັນດາຄອບຄົວຊາວເຜົ່າໄຕ.