ຕາມທັດສະນະຂອງຊາວເຜົ່າ ຜູ້ໄທ ແລ້ວ, ນັບແຕ່ເມື່ອກຳເນີດເກີດມາຈົນເຖິງເວລາສິ້ນລົມຫາຍໃຈ, ຊາວເຜົ່າ ຜູ້ໄທ ຄົນໜຶ່ງ ຢ່າງໜ້ອຍສຸດຕ້ອງໄດ້ເອີ້ນຂວັນ 2 ເທື່ອ. ການເອີ້ນຂວັນແມ່ນເພື່ອໃຫ້ຂວັນກັບມາເຮືອນຊານມາຫາພໍ່ແມ່, ລູກເມຍ, ກັບມາຢູ່ນຳຮ່າງນຳຄີງ ເພື່ອບໍ່ໃຫ້ຂວັນໄປຢູ່ບ່ອນອື່ນເຊັ່ນ ແຄມຫ້ວຍ, ນ້ຳລຳເຊ, ປາກເຫວ ຫຼື ຫຼີກລ້ຽງບັນດາສັດສາວາສິ່ງທີ່ອັນຕະລາຍໃນປ່າ...ເຂົາເຈົ້າຍັງເອີ້ນຂວັນເພື່ອອວຍພອນຄື: ກ່ອນທີ່ຍິງສາວຈະເອົາຜົວ, ອ້າຍເອື້ອຍນ້ອງຄີງໃນເຮືອນຈະໄດ້ເຮັດພິທີເອີ້ນຂວັນເພື່ອອວຍພອນ ແລະ ໄປສົ່ງຢູ່ເຮືອນຜົວ; ເດັກນ້ອຍພາຍຫຼັງເກີດມາໄດ້ 3 ວັນ ຈະໄດ້ເຮັດພິທີເອີ້ນຂວັນເພື່ອລາຍງານຕໍ່ຜີເຮືອນ; ວັນບຸນປີໃໝ່ ເມື່ອໄປເຮືອນພໍ່ເຖົ້າແມ່ເຖົ້າແມ່ນຕ້ອງກຽມໄກ່ໂຕໃຫຍ່ 2 ໂຕ ເພື່ອເອີ້ນຂວັນໃຫ້ພວກຫຼານ, ພາວະນາຂໍໃຫ້ລູກຫຼານມີສຸຂະພາບແຂງແຮງ ໄປສຸດຫ້ວຍ 5 ຫ້ວຍ, ຂ້າມພູ 7 ໜ່ວຍ ແຕ່ຕາຍັງໃສແຈ້ງ, ແຄ່ງຂາຍັງແຂງແຮງດີ... ສ່ວນເວລາຜູ້ເຖົ້າໃກ້ຈະເສຍຊີວິດນັ້ນ, ໝາຍຄວາມວ່າ ຂວັນຂອງເຂົາເຈົ້າຈະພົ້ນອອກຈາກຮ່າງກາຍຢ່າງບໍ່ມີວັນກັບມາ. ນີ້ແມ່ນເວລາທີ່ຕ້ອງໄດ້ເອີ້ນຂວັນ ເພື່ອບໍ່ໃຫ້ວິນຍານຫຼົງທາງ ແລະ ຊອກຖືກທາງເພື່ອກັບຄືນມາຫາປູ່ຍ່າຕາຍາຍ ບັນພະບູລຸດ.
ຊາວເຜົ່າຜູ້ໄທ ກະກຽມພິທີເອີ້ນຂວັນໃຫ້ລູກໃພ້ (ພາບ: VOV)
|
ໃນຊີວິດທາງດ້ານຈິດໃຈຂອງຊາວຊົນເຜົ່າຜູ້ໄທ ແລ້ວ, ໝໍເຢົາ ມີບົດບາດສຳຄັນທີ່ສຸດ. ນັ້ນແມ່ນຜູ້ທີ່ມີອຳນາດສາມາດສື່ສານກັບໂລກເທວະດາຟ້າແຖນ. ສະນັ້ນ, ໝໍເຢົາແມ່ນຜູ້ທີ່ບໍ່ອາດຂາດໄດ້ໃນພິທີເອີ້ນຂວັນ ເພື່ອນຳທາງ ແລະ ປະຕິບັດບັນດາຂັ້ນຕອນຕ່າງໆ. ກ່ອນຈະເຮັດພິທີເອີ້ນຂວັນ, ຕາມທຳມະດາແລ້ວ ຊາວເຜົ່າ ຜູ້ໄທ ຈະເລືອກເອົາມື້ສັນວັນດີ, ພ້ອມທັງກະກຽມຖົງແພ 1 ຖົງ ເພື່ອໃສ່ເສື້ອຂອງຜູ້ທີ່ຖືກເອີ້ນຂວັນ, ເພາະ ຊາວເຜົ່າ ຜູ້ໄທ ມີຄວາມສຳນຶກວ່າ ຂວັນຂອງຄົນເຮົາແມ່ນຢູ່ນຳເສື້ອໂຕທີ່ມັກນຸ່ງເປັນປະຈຳ, ພິເສດແມ່ນບໍ່ເອົາເສື້ອທີ່ມີສີຂາວມາເຮັດພິທີ. ໃນຖົງມີໄຂ່ຕົ້ມ 1 ໜ່ວຍ, ຫໍ່ປາປີ້ງ 1 ໂຕ ແລະ ຫວີງ 1 ອັນ, ມີຫຼົວມັດໜຶ່ງ ຍາວເກືອບເທົ່າກັບວາແຂນ. ເມື່ອກະກຽມແລ້ວໆ, ໝໍເຢົາຈະພາຍຖົງ, ມືໜຶ່ງຈັບຫວີງ, ມືໜຶ່ງຈັບທວນໄຟນັ່ງເອີ້ນຂວັນຢູ່ຕີນຂັ້ນໄດຂຶ້ນລົງຈົນຮອດເວລາໝົດບົດສູດເອີ້ນຂວັນ ແມ່ນຖືວ່າ ການເອີ້ນຂວັນໄດ້ສິ້ນສຸດ. ພໍ່ເຖົ້າ ກວ່າງວັນອວາຍ ຢູ່ບ້ານ ຟ່າງ, ຕາແສງ ຈ່ຽງດົງ, ເມືອງ ຕ່ວນຢ້າວ, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ໃນເມື່ອກ່ອນ ເຂົາເຈົ້າມີຄວາມສຳນຶກວ່າ ຄົນເຮົາຕ້ອງມີຂວັນ. ເຂົາເຈົ້າຈະເຮັດພິທີເອີ້ນຂວັນເມື່ອຂວັນຖືກຊັດເຊພະເນຈອນ, ເຮັດໃຫ້ຄົນເຮົາບໍ່ແຂງແຮງ. ໝໍເຢົາຈະບອກໃຫ້ເຈົ້າຂອງເຮືອນກະກຽມເຫຼົ້າ, ໝູ ເພື່ອເອີ້ນຂວັນກັບຄືນມາ...”.
ພາຍຫຼັງເຮັດພິທີກຳເອີ້ນຂວັນຢູ່ຕີນຂັ້ນໄດແລ້ວ, ເຈົ້າຂອງເຮືອນຜູ້ທີ່ຖືກເອີ້ນຂວັນຕ້ອງກະກຽມໄກ່ຕົ້ມ ຫຼື ໝູຕົ້ມໄວ້. ໃນພາເຂົ້າທີ່ໃຊ້ເຮັດພິທີຍັງມີ ເຂົ້າສານ 1 ຖ້ວຍ, ເຂົ້າໜຽວ 1 ຫໍ່, ເຫຼົ້າຂາວ 6 ຈອກ, ໂຖປັກທູບ 1 ໂຖ, ມີໝາກໄມ້, ເຂົ້າຕົ້ມ, ເຂົ້າໜົມ, ມີແກງເຄື່ອງໝູໄກ່ໃນຄົບຊຸດ 1 ຖ້ວຍ ເພື່ອເອີ້ນຂວັນມາກິນ. ຖ້າເອີ້ນຂວັນໃຫ້ຜູ້ໃຫຍ່, ຕາມປົກກະຕິແລ້ວແມ່ນຈະຂ້າໝູ ແລະ ໝໍເຢົາຈະເອີ້ນຂວັນຈາກສະຫວັນລົງມາ, ສ່ວນພິທີເອີ້ນຂວັນໃຫ້ເດັກນ້ອຍແມ່ນ ຈະເອີ້ນຂວັນຢູ່ໂລກມະນຸດ ບ່ອນທີ່ຂວັນຖືກຊັດເຊພະເນຈອນໃຫ້ກັບມາເຮືອນ. ພໍ່ແມ່ປະຊາຊົນ ຖືວ່າ ຄົນເຮົາມີຫຼາຍຂວັນທີ່ສຸດ, ສະນັ້ນ ໝໍເຢົາຈເອີ້ນຂວັນແຕ່ຫົວລົງຫາຕົນໂຕ ແລ້ວໄປຫາແຂນຂາຕີນມືແມ່ນຄົບຖ້ວນ.
ຕາມໝໍເຢົາ ແມວັນຢິງ ຢູ່ບ້ານ ນາຫ້ວຍ, ຕາແສງ ຈ່ຽງບັ່ງ, ເມືອງ ກວິ່ງຍາຍ, ແຂວງ ເຊີນລາ ແລ້ວ, ປະເພນີເອີ້ນຂວັນໄດ້ສືບທອດກັນມາແຕ່ຫຼາຍລຸ້ນຄົນ, ພໍ່ແມ່ປະຊາຊົນ ໄດ້ເຮັດພິທີເອີ້ນຂວັນໃນຫຼາຍກໍລະນີ, ຕົວຢ່າງຄື: ເມື່ອປະສົບເຄາະຮ້າຍຈາກອຸບັດຕິເຫດ, ເຈັບໄຂ້ໄດ້ປ່ວຍ, ຢູ່ໃນເຮືອນມີຄົນພັດພາກຈາກບ້ານໄປໄກກັບຄືນມາ, ພິເສດແມ່ນເອົາໃພ້ຂຶ້ນເຮືອນ ຫຼື ມີເດັກເກີດໃໝ່ ແມ່ນລ້ວນແຕ່ໄດ້ເຮັດພິທີເອີ້ນຂວັນເພື່ອລາຍງານຕໍ່ບັນພະບູລຸດວ່າ ຄອບຄົວໄດ້ສະມາຊິກໃໝ່ຕື່ມອີກ ພ້ອມກັບພາວະນາຂໍໃຫ້ຄຸ້ມຄອງຄ້ຳຄູນລູກຫຼານຍາມໃດກໍມີສຸຂະພາບແຂງແຮງ.
“ເອີ້ນຂວັນໃຫ້ຜູ້ໃຫຍ່ແມ່ນເອີ້ນຈາກສະຫວັນລົງມາ. ຈາກສະຫວັນລົງມາແມ່ນໄປຜ່ານບັນດາເຂດບ່ອນທີ່ຄົນເຮົາໄປສົ່ງວິນຍານຜູ້ເສຍຊີວິດຂຶ້ນເມືອເມືອງຟ້າຕາມລຳດັບ, ແລ້ວມາບ່ອນຢູ່ຂອງຜູ້ທີ່ຖືກເອີ້ນຂວັນ. ເດັກນ້ອຍແມ່ນຈະເອີ້ນຂວັນຢູ່ໂລກມະນຸດ...”.
ເມື່ອໝໍເຢົາເຮັດຂັ້ນຕອນພິທີເອີ້ນຂວັນສຳເລັດແລ້ວ, ກໍຈະເອີ້ນເອົາໝົດທຸກຄົນໃນຄອບຄົວມາກິນອາຫານໃນພາເຂົ້າບູຊາຜູ້ລະໜ້ອຍ ແລະ ດື່ມເຫຼົ້າ 2 ຈອກ ພ້ອມກັບອວຍພອນໃຫ້ຜູ້ທີ່ຖືກເອີ້ນຂວັນໃຫ້ມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນພ້ອມກັບຄອບຄົວ. ພາຍຫຼັງເຮັດພິທີບູຊາການເອີ້ນຂວັນສຳເລັດແລ້ວ, ຄອບຄົວ ແລະ ຕາງໜ້າຍາດຕິພີ່ນ້ອງແຕ່ລະຝ່າຍ ກໍຈະອວຍພອນໃຫ້ຜູ້ທີ່ຖືກເອີ້ນຂວັນ ແລະ ພາວະນາຂໍໃຫ້ມາຢູ່ກັບຄອບຄົວຍາມໃດກໍມີສຸຂະພາບແຂງແຮງ, ມີໂຊກລາບ ແລະ ມີຄວາມຜາສຸກ.
ປະເພນີເອີ້ນຂວັນຂອງຊາວເຜົ່າ ຜູ້ໄທ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຕາມປົກກະຕິແລ້ວແມ່ນຈະຈັດໃນຂອບເຂດພາຍໃນຄອບຄົວ. ພິທີເອີ້ນຂວັນກໍສະແດງໃຫ້ເຫັນເຖິງທັດສະນະຂອງບັນດາສະມາຊິກໃນຄອບຄົວນຳກັນ, ພາວະນາຂໍໃຫ້ໝົດທຸກຄົນໃນຄອບຄົວຍາມໃດກໍລ້ວນແຕ່ມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ. ສ່ວນອັນດີງາມອີກດ້ານໜຶ່ງຂອງປະເພນີເອີ້ນຂວັນນີ້ ກໍແມ່ນການເຮັດໃຫ້ຄວາມຜູກພັນຂອງພໍ່ແມ່ປະຊາຊົນຊາວເຜົ່າມີຄວາມຜູກພັນກັນເປັນປຶກແຜ່ນແໜ້ນໜາ ຂຶ້ນກວ່າເກົ່າ.