ພິທີຕ້ອນຮັບງານບຸນກິນຈຽງຂອງຊາວເຜົ່າມົ້ງ |
ຍັງອີກ 2 – 3 ວັນ ຈື່ງຮອດວັນບຸນກິນຈຽງ, ແຕ່ຄອບຄົວຂອງພໍ່ເຖົ້າ ຢາງອາເກີ ຊາວເຜົ່າມົ້ງຢູ່ເມືອງ ເວິນໂຮ່, ແຂວງ ເຊີນລາ ກໍ່ໄດ້ຫ້າງຫາກະກຽມໃຫ້ງານບຸນກິນຈຽງເປັນທີ່ຮຽບຮ້ອຍແລ້ວ. ໃນຄອບຄົວ, ຜູ້ຊາຍຈະເປັນຜູ້ກະກຽມສ້ອມແປງ, ມ້ຽນມັດ, ອານະໄມ ແລະ ປະດັບປະດາຮ້ານບູຊາ, ສ່ວນແມ່ຍິງແມ່ນຜູ້ກະກຽມເຄື່ອງຢູ່ຂອງກິນໝົດມື້ ເພື່ອແຕ່ງພາເຂົ້າໃນວັນບຸນກິນຈຽງ. ຊາວເຜົ່າມົ້ງສ່ວນຫຼາຍແມ່ນດຳລົງຊີວິດຢູ່ເຂດພູສູງ, ມີຄວາມຊີນເຄີຍກັບການເຮັດກະສິກຳແບບກຸ້ມຕົນເອງ, ສະນັ້ນ ເກືອບຄືວ່າຄອບຄົວໃດກໍລ້ຽງໝູ, ລ້ຽງໄກ່ເອງ ເພື່ອຮັບໃຊ້ໃຫ້ງານບຸນກິນຈຽງນີ້. ພໍ່ເຖົ້າ ຢາງອາເກີ ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງກະກຽມບຸນກິນຈຽງສ່ວນຫຼາຍແມ່ນລ້ຽງໝູ, ລ້ຽງໄກ່, ພິເສດ ແມ່ນການກະກຽມເຮັດເຂົ້າປະປາ (ຢົວ) ໃຫ້ບັນດາຫຼານນ້ອຍ. ຊີ້ນທີ່ກະກຽມສຳລັບບຸນກິນຈຽງແມ່ນໝູ 01 ໂຕ ແລະ ໄກ່ 02 ໂຕ. ພາຍຫລັງກິນຈຽງແລ້ວແມ່ນຈະກະກຽມໃຫ້ປີຕໍ່ໄປອີກ”.
ວຽກງານທີ່ຊາວເຜົ່າມົ້ງຖືເປັນສຳຄັນທີ່ສຸດໃນບຸນກິນຈຽງແມ່ນການກະກຽມພາເຂົ້າສຳລັບວັນບຸນ. ຊາວເຜົ່າມົ້ງແຕ່ງພາເຂົ້າບູຊາໃນ 03 ມື້ ຂອງບຸນກິນຈຽງ ເພື່ອສະແດງຄວາມຮູ້ບຸນຄຸນບັນພະບຸລຸດ ແລະ ເພື່ອຕ້ອນຮັບແຂກ. ຊີ້ນໄກ່, ຊີ້ນໝູ ແມ່ນສິ່ງທີ່ຂາດບໍ່ໄດ້ໃນພາເຂົ້າໃນບຸນກິນຈຽງ. ຊາວເຜົ່າມົ້ງຈັດວັນບຸນກິນຈຽງເປັນເວລາ 03 ມື້ ແຕ່ກໍມີບາງແຫ່ງຈັດຮອດ 6 – 7 ມື້, ສະນັ້ນ ການຫ້າງຫາກະກຽມພາເຂົ້າໃນມື້ບຸນແມ່ນພິຖີພິຖັນພໍສົມຄວນ.
ສິ່ງທີ່ພິເສດແມ່ນໃນພາເຂົ້າບຸນກິນຈຽງຂອງຊາວເຜົ່າມົ້ງຈະບໍ່ມີເຍື່ອງໃສ່ຜັກຫຼາຍ, ເຖິງວ່າຜັກແມ່ນອາຫານທີ່ກິນປະຈຳວັນກໍຕາມ, ຄຽງຄູ່ກັນນັ້ນ, ເຍື່ອງແກງກໍບໍ່ປະກົດມີໃນພາເຂົ້າໃນວັນບຸນກິນຈຽງນີ້. ຕາມພໍ່ເຖົ້າ ຢາງອາເກີ ແລ້ວ, ສາຍເຫດທີ່ເປັນຄືແນວນັ້ນແມ່ນຍ້ອນວ່າ ຊາວເຜົ່າມົ້ງຄະລຳກິນຜັກ ແລະ ແກງໃນມື້ກິນຈຽງ. ພໍ່ເຖົ້າ ຢາງອາເກີ ໃຫ້ຮູ້ວ່າ:
“ໃນພາເຂົ້າວັນບຸນຕ້ອງມີຄົບທຸກເຍື່ອງອາຫານຄື: ຊີ້ນໝູ, ຊີ້ນໄກ່, ເຂົ້າປະປາ, ພິເສດ ນັບແຕ່ເຊົ້າວັນທີ 1, 2 , 3 ຂອງບຸນກິນຈຽງ ຊາວເຜົ່າມົ້ງຈະບໍ່ກິນຜັກ ພຽງແຕ່ຈະກິນຊີ້ນເທົ່ານັ້ນ, ຍ້ອນວ່າຕາມປະເພນີຜູ້ເຖົ້າຜູ້ແກ່ທີ່ໄດ້ສືບທອດກັນມາ, ກ້າວເຂົ້າສູ່ປີໃໝ່ແມ່ນກິນຊີ້ນຈຶ່ງມີໂຊກລາບ, ປະສົບຜົນສຳເລັດໃນໜ້າທີ່ການງານ. ຖ້າຫາກກິນເຂົ້າໃນວັນບຸນກິນຈຽງນັ້ນ ເມື່ອເວລາໄປໄຮ່ຝົນມັກຕົນ ແລະບໍ່ໄດ້ຮັບຄວາມສະດວກໃນການທຳມາຫາກິນ”
ຊາວເຜົ່າມົ້ງເຮັດເຂົ້າປະປາ |
ນອກຈາກເຍື່ອງຊີ້ນແລ້ວ, ໃນພາເຂົ້າວັນບຸນກິນຈຽງຂອງຊາວເຜົ່າມົ້ງຢູ່ແຂວງຮ່າຢາງ ຍັງມີເຂົ້າໜົມບົວລອຍ, ເຍື່ອງແມນແມນ ຊື່ງແມ່ນເຍື່ອງອາຫານທີ່ປຸງແຕ່ງຈາກແປ້ງສາລີນຳອີກ. ສຳລັບຊາວເຜົ່າມົ້ງຢູ່ຮ່າຢາງແລ້ວ, ເຂົ້າໜົ້ມບົວລອຍມີຮູບມົນກົມ ແມ່ນສັນຍາລັກໃຫ້ແກ່ຄວາມຮັ່ງມີ ແລະ ຜາສຸກ.
ພ້ອມກັນການກະກຽມພາເຂົ້າໃນວັນບຸນກິນຈຽງ ກໍແມ່ນການປະດັບປະດາຮ້ານບູຊາ ເຊິ່ງບັນດາຄອບຄົວຊາວເຜົ່າມົ້ງຖືເປັນສຳຄັນທີ່ສຸດ. ທຳມະດາແລ້ວ ເຈົ້າຂອງເຮືອນຈະພັບເຈັ້ຍຟາງ, ເຈັ້ຍສີແລ້ວຕັດໃຫ້ເປັນພວງຍອຍລົງເພື່ອປະດັບປະດາຮ້ານບູຊາ.
ຊາວເຜົ່າມົ້ງຈະບໍ່ຊື້ເຄື່ອງປະດັບປະດາທີ່ເຮັດສຳເລັດຮູບແລ້ວ ແຕ່ຈະເຮັດເອງ ເພື່ອສະແດງຄວາມຈິງໃຈ, ຄວາມກະຕັນຍູຕໍ່ບັນພະບູລຸດ. ຕາມປົກກະຕິ, ແຕ່ລະຮ້ານບູຊາຈະມີກ່ອງເຈັ້ຍສີ່ລ່ຽມທີ່ມີມັດເຈັ້ຍເງິນເຈັ້ຍຄຳຢູ່ໃນກ່ອງ ແມ່ນ 03 ກ່ອງ, ນັ້ນເປັນສັນຍາລັກໃຫ້ບັນພະບູລຸດ 3 ຊົ່ວໂຄດ. ໄກ່ຜູ້ແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນກິນຈຽງຂອງຊາວເຜົ່າມົ້ງ ຍ້ອນວ່າ ຕາມປະເພນີ ແລ້ວ, ໄກ່ຜູ້ຈະຂັນເອີ້ນພະອາທິດນຳມາເຊິ່ງຄວາມໂຊກດີໃນວັນປີໃໝ່.
ວີທີປະດັບປະດາຮ້ານບູຊາຂອງຊາວເຜົ່າມົ້ງຂ້ອນຂ້າງລຽບງ່າຍ ແຕ່ບໍ່ແມ່ນຜູ້ໃດກໍເຮັດໄດ້, ຍ້ອນຕາມຮີດຄອງປະເພນີ ແມ່ນມີແຕ່ບັນດາຜູ້ຊາຍທີ່ມີໜ້າທີ່ຮັບຜິດຊອບສຳຄັນໃນຄອບຄົວ ຈິ່ງສາມາດເຮັດວຽກນີ້ໄດ້. ສ່ວນການບູຊາບັນພະບູລຸດຈະເລີ່ມຂຶ້ນ ເມື່ອພໍ່ເຖົ້າ ຢາງອາເກີ ນຸ່ງຊຸດທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ ແລ້ວນັ່ງລົງຕໍ່ໜ້າຮ້ານບູຊາພາວະນາຕໍ່ບັນພະບູລຸດ.
ພໍ່ເຖົ້າ ຢາງອາເກີ ທັງພາວະນາ, ທັງຕັກເຂົ້າ, ທັງຈີກຊີ້ນໄກ່ໃສ່ແຕ່ລະຖ້ວຍເຂົ້າບູຊາ ຄືດັ່ງສະແດງຄວາມໃສ່ໃຈໃນການເຊີນບັນພະບູລຸດມາຮ່ວມມ່ວນຊື່ນພ້ອມກັບລູກຫຼານໃນວັນບຸນກິນຈຽງ. ບົດສູດໃນພິທີບູຊາ ບາງເທື່ອແກ່ຍາວເຖິງ 30 ນາທີ. ຫຼັງຈາກພິທີບູຊາບັນພະບູລຸດສຳເລັດແລ້ວ ຈຶ່ງແມ່ນເວລາທີ່ໝົດທຸກຄົນໃນຄອບຄົວພ້ອມກັນເຕົ້າໂຮມກັນ ເພື່ອກິນເຂົ້າໃນຄາບເຂົ້າທ້າຍປີ.
ເຖິງວ່າຈະຢູ່ແຕ່ລະແຫ່ງທີ່ແຕກຕ່າງກັນ, ແຕ່ຮູບການ, ວິທີຕ້ອນຮັບບຸນກິນຈຽງຂອງຊາວເຜົ່າມົ້ງ ກໍຍັງມີຈຸດທີ່ຄ້າຍຄືກັນ. ບັນດາພາເຂົ້າໃນວັນບຸນກິນຈຽງຂອງຊາວເຜົ່າມົ້ງ ບໍ່ວ່າຢູ່ບ່ອນໃດກໍມີຊີ້ນໄກ່, ຊີ້ນໝູ ແລະ ເຫຼົ້າແຊບ ຄືດັ່ງສະແດງເຖິງຄວາມຫວັງວ່າ ໃນປີໃໝ່ຈະທຳມາຫາກິນສະດວກ, ປີຕໍ່ໄປຈະມີບຸນຈຽງທີ່ມັ່ງຄັ່ງ ແລະ ຜາສຸກກວ່າປີທີ່ຜ່ານມາ.