ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາ,ປົກປັກຮັກສາແຫຼ່ງນຳ້ຂອງຊາວຮ່າຍີ່

Quoc Hung – To Tuan
Chia sẻ
​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ຊາວ ຮ່າ​ຍີ່​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີວີນຍານ​ຄອບ​ງຳ. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່, ບັນດາ​ເທວະ​ດາ​ຄື: ​ເທວະ​ດາ​ເຈົ້າ​ປ່າ, ​ເຈົ້າ​ເຂົາ, ​ເຈົ້າ​ນຳ້​

(vovworld) - ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳ​ລົງ​ຊີວິດ​ຢູ່​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ, ຊາວ ຮ່າ​ຍີມີ​ສະຕິ​ສະໜິດ​ຕິດ​ພັນ​ກັບ​ພູຜາ​ປ່າ​ໄມ້ ​ແລະ ​ແມ​່ນຳ້​ລຳ​ເຊ​ມາ​ແຕ່​ດົນ​ນານ​ແລ້ວ. ​ໃນ​ຊີວິດ​ເຂົາ​ເຈົ້າ​ຖື​ປ່າ​​ແມ່ນ​ແຫຼ່ງດຳລົງ​ຊີວິດ​ຂອງ​ຕົນ, ​ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ທັງ​ປະຊາ​ຄົມ. ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ກີ້​ແຕ່​ກ່ອນ, ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ມີ​ປະ​ເພນີ​ຮັກສາ​ປ່າ, ບູຊາ​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ ​ແລະ ຮັກສາ​ແຫຼ່ງນ້ຳ. ປະ​ເພນີ ບູຊາ​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ ​ແລະ ນຳ້ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ຮັບ​ການ​ສືບ​ທອດ​ຜ່ານ​ຫຼາຍ​ລຸ້ນຄົນ.

ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາ,ປົກປັກຮັກສາແຫຼ່ງນຳ້ຂອງຊາວຮ່າຍີ່ - ảnh 1
ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາຂອງຊາວຮ່າຍີ່

(ພາບ: baomoi.com)

​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ຊາວ ຮ່າ​ຍີ່​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີວີນຍານ​ຄອບ​ງຳ. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່, ບັນດາ​ເທວະ​ດາ​ຄື: ​ເທວະ​ດາ​ເຈົ້າ​ປ່າ, ​ເຈົ້າ​ເຂົາ, ​ເຈົ້າ​ນຳ້​ ລ້ວນ​ແຕ່​ມີ​ຄວາມ​ໃກ້ຊິດ​ ​ແລະ ມີ​ຄວາມ​ໝາຍ​ພິ​ເສດສຳລັບຊີວິດ​ຂອງ​ເຂົາ​ເຈົ້າ. ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ ຮ່າ​ຍີ່​ມີ​ຊີວິດ​ໃກ້ຊິດ​ກັບ​ທຳ​ມະ​ຊາດ ​ແລະ ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ປະ​ເພນີ​ຮັກສາ​ປ່າ, ​ແຫຼ່ງນຳ້​ຢ່າງ​​ເຂັ້ມງວດ. ຊາວ ຮ່າ​ຍີ່​ຖື​ວ່າ: ປ່າ​ແຫ່ງ​ໃດ​ກໍ່​ມີ​ເທວະ​ດາ​ຄຸ້ມ​ຄອງ, ນັ້ນ​ແມ່ນ​ເທວະ​ດາ​ແຫ່ງ​ຄວາມ​ຜາ​ສຸກ​ຂອງ​ແຕ່​ລະ​ໝູ່​ບ້ານ, ດັ່ງ​ນັ້ນ​ຊາຕາກຳ​ຂອງ​ປະຊາຊົນ​ໃນ​ບ້ານ​ມີ​ການ​ກ່ຽວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ເຖິງ​ການ​ຄົງ​ຕົວ​ຂອງ​ປ່າ​ເຂົາ. ສຳລັບ​ຊາວ​ເຜົ່າ ຮ່າ​ຍີ່, ປ່າ​ແມ່ນ​ເຮືອນ​ຫຼັງ​ໃຫຍ່​ທີ່​ປ້ອງ​ກັນ​ໃຫ້​ແກ່​ມະນຸດ, ຍ້ອນ​ເຫດ​ນັ້ນ​ທຸກ​ການ​ກະທຳ​ລະ​ເມີດ​ປ່າ ລ້ວນ​ແຕ່​ຖືກ​ກ່າວ​ປະນາມ ​ແລະ ມີ​ການ​ລົງ​ໂທດ​ຢ່າງ​ເໝາະ​ສົມ. ​ແຕ່​ລະ​ບ້ານ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ລ້ວນ​ແຕ່​ມີ​ເຂດ​ປ່າ​ສະ​ເພາະ, ​ແລະ ປະຊາ​ຄົມ​ໃນ​ບ້ານ​ເປັນ​ຜູ້​ປົກຄອງ. ທ່ານ ຫງວຽນ​ຮື້​ວ​ເຊີນ, ພະນັກງານ​ພະ​ແນ​ກ ວັດທະນະທຳ ຖະ​ແຫຼ​ງຂ່າວ ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ບ້ານ​ໃດ​ກໍ່​ມີ​ເຂດ​ປ່າ​ສະ​ເພາະທີ່ມີ​ຄວາມສັກສິດ​ທີ່​ສຸດ. ບາງ​ເທື່ອ​ໃນ​ປ່າ​ມີ​​ຟືນ, ໄມ້​ຫັກຫຼາຍ, ​ແຕ່​ບໍ່​ມີ​​ໃຜ​ກ້າ​​ເກັບເອົາ, ປີ​ລະ​ເທື່ອ​ຊາວ​ເຜົ່າ ຮ່າ​ຍີ່​​ເຄີຍເຂົ້າ​ປ່າ​​ທຳພິທີ​ບູຊາ​ປ່າ​ເຂົາ“.

        ​ໃນ​ພິທີບູຊາ​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ, ປະຊາຊົນ​ຕັ້ງໄມ້​ເຮ້ຍລຳ​ໜຶ່ງ​, ພາສາ​ທ້ອງ​ຖີ່​ນ​ເອີ້ນ​ວ່າ “ຕາ​ແລວ“ ​ເພື່ອ​ຫ້າມ​ບໍ່​ໃຫ້​ໃຜ​ເຂົ້າ​ປ່າ. ພິ​ເສດ​ໃນ​ໜຶ່ງ​ປີ ມີ 3 ວັນ​ຖືກ​ຫ້າມ​ຢ່າງ​ເຂັ້ມ​ງວດ​ເພື່ອ​ໃຫ້​ປະຊາຊົນ​ທຳ​ພິທີບູຊາ​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ ​ແລະ ​ເຈົ້າ​ບ້ານ. ​ຢູ່ເທິງ​ປາຍ​ໄມ້ເຮ້ຍລຳ​ນັ້ນ, ​ເຂົາ​ເຈົ້າ​​ໄດ້ແຂວນ​ເລັບຕີນ​ໝູ​ໃສ່, ຖ້າ​ຫາກ​ວ່າໃນ​ສາມ​ວັນ​ດັ່ງກ່າວ​ນັ້ນ ​ຜູ້​ໃດ​ລະ​ເມີດຈະ​ຖືກ​ປັບ​ໄໝດ້ວຍ​ໝູ​ໂຕ​ໜຶ່ງ. ທ່ານ ຫຼີຊໍ​ເຈີ​, ຊາວ​ເຜົ່າ ຮ່າ​ຍີ່ ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ ບາດ​ຊາດ, ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຖ້າ​ຜູ້​ໃດ​ເຮັດ​ໃຫ້​ເລັບຕີນ​ໝູ​ທີ່​ແຂວນ​ຢູ່ປາຍໄມ້​ເຮ້ຍ​ຕໍ່ໜ້າ​ປະຕູ​ປ່າ​ປິ່ນ​ໄປ, ຜູ້​ນັ້ນ​ຈະ​ຖືກ​ລົງ​​ໂທດ. ​ໃນ​ຊຸມ​ວັນ​ຈັດ​ພິທີ​ບູຊາ​ຄົນ​ແປກ​ບໍ່​ໄດ້​ເຂົ້າ, ຫຼັງ 3 ວັນ​ຈັດ​ພິທີ​ທຸກ​ຄົນ​ຈຶ່ງ​ໄດ້​ເຂົ້າ​ປ່າ“.

ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາ,ປົກປັກຮັກສາແຫຼ່ງນຳ້ຂອງຊາວຮ່າຍີ່ - ảnh 2
ປະເພນີບູຊາເທວະດາເຈົ້າປ່າເຈົ້າເຂົາຂອງຊາວຮ່າຍີ່

(ພາບ: baomoi.com)

ຕາມ​ປະ​ເພນີ, ​ໃນພິທີບູຊາ​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ, ປະຊາຊົນ​ຈະ​ຖະຫວາຍ​ໄກ່, ໝູ ​ເພື່ອ​ບູຊາ​ໃຫ້​ເທວະ​ດາ​ປ່າ​ເຂົາ. ຊາວ ຮ່າ​ຍີ່​ຖື​ວ່າ: ໝູ​ແມ່ນ​ສັດ​ມົງຄຸນ​ເພື່ອ​ບູຊາ​ເທ​ວະ​ດາ ​ແລະ ສັດ​ມົງຄຸນ​ນີ້​ຈະ​ຮ່ວມ​ດຳລົງ​ຊີວິດ​ກັບ​ມະນຸດ​ໃນ​ຊາດ​ໜ້າ. ຍ້ອນ​ເຫດ​ນັ້ນ, ພາຍຫຼັງ​ທຳ​ພິທີ, ຊາວ ຮ່າ​ຍີ່​ຮັກສາ​ສ່ວນ​ກະດູກ​ໄວ້, ຄື​ຮັກສາ​ວີນຍານ​ຂອງ​ເທວະ​ດາ, ​ເພື່ອ​ດົນບັນດານ​ໃຫ້​ຊາວບ້ານ. ອ້າຍ ຈູ​ຢີທໍ, ຊາວ​ເຜົ່າ ຮ່າ​ຍີ່ ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ ບາດ​ຊາດ, ​ໃຫ້​ຮູ້​ວ່າ:

        “​ແຕ່ລະ​ປີ​ຊາວ​ເຜົ່າ ຮ່າ​ຍີ່​ຈັດ​ພິທີ​ບູຊາ​​ເທວະ​ດາ​ເຈົ້າ​ປ່າ​ເຈົ້າ​ເຂົາ. ​ເຄື່ອງ​ຂອງ​ບູຊາ​ມີ​ເຂົ້າໜຽວ, ໝູ, ​ໄກ່“.

        ​ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່, ​ເຂົາ​ເຈົ້າ​ຖື​ວຽກ​ງານ​ຄຸ້ມ​ຄອງ​ບັນດາ​ຊັບພະຍາກອນ, ປ້ອງ​ກັນ​ທີ່​ດິນ, ​ແຫຼ່ງນ້ຳ​ເປັນ​ສຳຄັນ. ​ໂດຍ​ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ກວ້າງ​ໃຫຍ່, ພົນລະ​ເມືອງ​ໜ້ອຍ, ຊາວ ຮ່າ​ຍີ່​ມີ​ມາດ​ຕະການ​ທີ່​ດີ​ໃນ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ທີ່​ດິນ, ​ແຫຼ່ງນ້ຳ, ຮັກສາ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ. ຊາວ ຮ່າ​ຍີ່​ມີ​ມູນ​ເຊື້ອ​ປູກ​ເຂົ້າ​ໃນ​ນາ​ຂັ້ນ​​ໄດ. ນັບ​ແຕ່​ຫຼາຍ​ສະຕະວັດ​ມາ​ນີ້, ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ບຸກ​ເບີກ​ທີ່​ດິນ, ສ້າງ​ເປັນ​ນາ​ຂັ້ນ​ໄດ​​ຕາມ​ເນີນ​ພູຢ່າງ​ສວຍ​ງາມ. ພິ​ເສດ​ແມ່ນ, ນາ​ຂັ້ນ​ໄດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ມີ​ລະບົບ​ຄອງ​ເໝືອງ​ໃຫ້​ນ້ຳມາ​​ເພື່ອ​ຫົດ​ນ້ຳຢ່າງ​ພຽງພໍ. ຊາວ ຮ່າ​ຍີ່​ຍັງ​ຮູ້​ນຳ​ໃຊ້ພະລັງ​ແຮງ​ນໍ້າເພື່ອ​ຕຳ​ເຂົ້າອີກ. ປະຈຸ​ບັນ, ຢູ່​ບັນດາ​ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່, ຍັງມີ​ຄົກ​ຂະໜາດ​ໃຫຍ່​ທີ່​ມີ​ມາ​ນັບ​ສິບ​ປີ​ຫຼາຍ​ຄົກ​ຍັງ​ເຄື່ອນ​ໄຫວ​ຢູ່, ອັນ​ໄດ້​ຊ່ວຍ​ຫຼຸດຜ່ອນ​ກຳລັງ​ແຮງ​ງານ​ໃຫ້​ແກ່​ປະຊາຊົນ.

        ປະຈຸ​ບັນ, ​ບັນດາ​ເຂດ​ປ່າດົງ​ດິບ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ຍັງ​ຄົງ​ຮົກ​ເຮື້ອຢູ່, ຍ່າງ​ໄປ​ໃນ​ປ່າພຽງ​ແຕ່​ຍີ​ນສຽງ​ໃບ​ໄມ້, ສຽງ​ນ້ຳ​ຫ້ວຍ​ໄຫລ​ເທົ່າ​ນັ້ນ. ​ເມື່ອ​ເຫັນ​ປ່າ​ທີ່​ຂຽວ​ອຸ່ມ​ທູ່​ມ ດ້ວຍ​ບັນດາ​ຕົ້ນ​ໄມ້​ໃຫຍ່​ຈົນ​ຫຼາຍ​ຄົນ​​ເອົາ​ແຂນ​​ໂອບ​ກອດກໍ່​ບໍ່​ຈອດນັ້ນ, ອາດ​ສາມາ​ດເຫັນ​ໄດ້​ວ່າ​ປະຊາຊົນ​ຢູ່​ທີ່​ນີ້​ມີ​ສະຕິ​ຮັກສາ​ປ່າ​ຄື​ແນວ​ໃດ. ປະ​ເພນີ​ປົກ​ປັກ​ຮັກສາ​ປ່າ, ແຫຼ່ງນ້ຳ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຊາວ ຮ່າ​ຍີ່​ແຕ່ລະຄົນ, ກາຍ​ເປັນ​ຮີດຄອງ, ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ເຜົ່າ​ເຂດ​ພູ​ສູງ.