(ພາບປະກອບ)
(vovworld) - ປະເພນີບູຊາ ເຈົ້າແມ່ທໍລະນີຂອງຊົນເຜົ່ານຸ່ງ ແມ່ນການດຳເນີນຊີວິດ, ຄວາມເຊື່ອຖືຂອງຊົນເຜົ່ານຸ່ງ. ເຈົ້າແມ່ທໍລະນີ ແມ່ນເທວະດາຜູ້ທີ່ປົກປັກຮັກສາດິນດອນຕ່ອນຫຍ້າທີ່ປະຊາຊົນໃນບ້ານດຳລົງຊີວິດ.. ເມື່ອມາເຖິງເຂດດິນດອນຕ່ອນຫຍ້າໃໝ່ ເພື່ອສ້າງບ້ານ, ວຽກທຳອິດທີ່ຊາວເຜົ່ານຸ່ງຕ້ອງເຮັດ ແມ່ນສ້າງຫໍບູຊາເຈົ້າແມ່ທໍລະນີ. ການບູຊາ ເຈົ້າແມ່ທໍລະນີ ຍັງນຳມາໃຫ້ຄວາມໝາຍ ອາໄລຫາບັນດາຜູ້ທີ່ໄດ້ກໍ່ສ້າງບ້ານຄົນທຳອິດ. ບົດຂຽນ: “ປະເພນີບູຊາ ເຈົ້າແມ່ທໍລະນີ ຂອງຊົນເຜົ່ານຸ່ງ ” ຂອງ ໂຕຕ໋ວນ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
ຫໍບູຊາເຈົ້າແມ່ທໍລະນີ ຕາມປົກກະຕິແລ້ວແມ່ນໄດ້ສ້າງຂຶ້ນໃນທັນທີພາຍຫຼັງທີ່ໄດ້ເລືອກເຟັ້ນເອົາດິນດອນຕ່ອນຫຍ້າເພື່ອປຸກສ້າງບ້ານ. ຕອນດິນສັກສິດທີ່ໄດ້ສ້າງຫໍບູຊາເຈົ້າແມ່ທໍລະນີໃສ່ນັ້ນ ໂດຍໝໍດູໄດ້ກວດເບິ່ງ, ໝໍຜີໄດ້ທຳພິທີ ບູຊາ ແລະ ປະຊາຊົນໃນບ້ານທັງໝົດມີຄວາມເຫັນດີເປັນເອກະພາບກັນເລືອກເຟັ້ນ. ສະຖານທີ່ ທີ່ຖືກເລືອກເອົາເປັນບ່ອນສ້າງຫໍບູຊາເຈົ້າແມ່ທໍລະນີນັ້ນ ຕ້ອງເປັນສະຖານທີ່ເປົ່າຫວ່າງ, ສະຫງົບງຽບ ແລະ ເປັນບ່ອນທີ່ມີອາກາດປອດໂປ່ງເຢັນສະບາຍ ຢູ່ຫົວບ້ານ ຫຼື ຕີນບ້ານ. ຫໍບູຊາໃຫຍ່ ຫຼື ນ້ອຍ ແມ່ນຂຶ້ນກັບຄວາມມຸ່ງຫວັງຂອງປະຊາຊົນໃນບ້ານ. ຕາມປົກກະຕິ ຫໍບູຊາ ເຈົ້າແມ່ທໍລະນີ ມີຂອບເຮັດດ້ວຍໄມ້, ອ້ອມປົກດ້ວຍຝາກະແຕະ, ມຸງດ້ວຍດິນຂໍ ຫຼື ສັງກະສີ. ເຈົ້າແມ່ທໍລະນີ ໄດ້ຮັບຖືວ່າເປັນເທວະດາລວມຂອງທົ່ວບ້ານ. ຊາວບ້ານຈັດຕັ້ງການບູຊາເຈົ້າແມ່ທໍລະນີ ເພື່ອພາວະນາຂໍໃຫ້ມີຄວາມສະຫງົບສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ທ່ານ ເວືອງວັນເຢືອງ, ຢູ່ຕາແສງແທັກດ້ານ, ເມືອງກາວລົກ, ແຂວງລາງເຊີນ ໃຫ້ຮູ້ວ່າ:
“ຊາວເຜົ່ານຸ່ງຖືເປັນສຳຄັນທີ່ສຸດພິທີບູຊາເຈົ້າແມ່ທໍລະນີ, ເຖິງວ່າຈະດຳລົງຊີວິດຢູ່ແຫ່ງຫົນໃດກໍ່ຕ້ອງສ້າງຫໍບູຊາ ເພື່ອບູຊາເຈົ້າແມ່ທໍລະນີ. ປະຈຸບັນມີຊົນເຜົ່ານຸ່ງ 12 ຄອບຄົວຢູ່ອ້ອມແອ້ມເຮືອນຂອງຂ້າພະເຈົ້າ ເຂົາເຈົ້າໄດ້ສ້າງຫໍບູຊາລວມ ເພື່ອບູຊາເຈົ້າແມ່ທໍລະນີ. ນີ້ບໍ່ພຽງແຕ່ແມ່ນພິທີການດຳເນີນຊີວິດທາງດ້ານຈິດວິນຍານ, ຄວາມເຊື່ອຖືເທົ່ານັ້ນ ຫາກຜ່ານພິທີ ທຸກຄົນຍັງໄດ້ພົບປະແລກປ່ຽນ, ຢື້ຢາມຖາມຂ່າວກັນ, ແລກປ່ຽນບົດຮຽນໃນການດຳລົງຊີວິດນຳກັນອີກດ້ວຍ…. ”
ປະຊາຊົນຊາວເຜົ່ານຸ່ງທີ່ຢູ່ບາງທ້ອງຖິ່ນມີທັດສະນະວ່າ, ຫໍບູຊາໃດຍິ່ງທຳມະດາງ່າຍດາຍເທົ່າໃດ ຫໍບູຊານັ້ນຍິ່ງມີຄວາມສັກສິດເທົ່ານັ້ນ. ໃນເມື່ອກ່ອນພຽງແຕ່ມີຜູ້ຊາຍໃນບ້ານຈຶ່ງໄດ້ອອກບູຊາເຈົ້າແມ່ທໍລະນີ, ແຕ່ໃນຊຸມປີມໍ່ໆມານີ້ຜູ້ຍິງກໍ່ໄດ້ເຂົ້າຮ່ວມ. ຂອບເຂດສ້າງຫໍບູຊາເຈົ້າແມ່ທໍລະນີນັ້ນ ຖືກຊາວບ້ານປົກປັກຮັກສາຢ່າງເຄັ່ງຂັດ. ຢູ່ບັນດາບ້ານຂອງຊາວເຜົ່ານຸ່ງຍັງມີຂໍ້ກຳນົດ ຫ້າມບໍ່ອະນຸຍາດໃຫ້ໃຜຕັດໄມ້ຟືນ, ປູກຕົ້ນໄມ້ ຫຼື ທຳການຜະລິດຢູ່ຂອບເຂດຫໍບູຊາເຈົ້າແມ່ທໍລະນີນັ້ນ.
(ພາບປະກອບ)
ພິທີບູຊາເຈົ້າແມ່ທໍລະນີໄດ້ຮັບການຈັດຕັ້ງຂຶ້ນໃຫຍ່ທີ່ສຸດແມ່ນ ໃນວັນທີ່ 2 ຂອງບຸນປີໃໝ່ປະຈຳຊາດ. ແຕ່ລະວົງຕະກູນຈະເຂົ້າບູຊາຕາມລຳດັບຢ່າງເປັນລະບຽບ. ທຳອິດແມ່ນວົງຕະກູນໃຫຍ່ ຫຼື ມີອິດທິພົນຊື່ສຽງໃນບ້ານ, ຫຼັງຈາກນັ້ນຈຶ່ງຮອດບັນດາວົງຕະກູນອື່ນໆ. ເຄື່ອງຂອງບູຊາທີ່ຂາດບໍ່ໄດ້ແມ່ນໄກ່ຕອນ, ເຂົ້າຕົ້ມຄູ່ໜຶ່ງ, ພາເຂົ້າໜົມຂ໊າວ, ເຫຼົ້າ, ເຂົ້າໜຽວຂາວ, ເຂົ້າໜົມ…ໃນບັນດາເຄື່ອງຂອງບູຊາ, ໄກ່ບູຊາຂອງວົງຕະກູນໃດຕຸ້ຍພີ, ຊີ້ນເຫຼືອງ, ງາມຕາທີ່ສຸດ ໄດ້ຮັບຖືວ່າວົງຕະກູນນັ້ນທຳມາຫາກິນສະດວກດີ. ຢູ່ບາງທ້ອງຖິ່ນ, ພໍ່ແມ່ປະຊາຊົນກໍ່ຖືວ່າ ນີ້ແມ່ນການເສັງເພື່ອຜ່ານພາເຂົ້າ, ເຄື່ອງຂອງບູຊາ ສາມາດຮູ້ໄດ້ວົງຕະກູນ, ຄອບຄົວໃດມີໂຊກມີໄຊ ທຳມາຫາກິນໄດ້ຮັບຜົນດີໃນ. ນອກຈາກໂອກາດງານບຸນປີໃໝ່ປະຈຳຊາດແລ້ວ, ງານບຸນ ແທງມິນ ວັນທີ່ 2 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ງານບຸນ ດວານງໍ້ ໃນວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນ ຫຼື ງານບຸນອວຍພອນເຂົ້າໃໝ່ ວັນທີ 10 ເດືອນ 10 ໄລ່ຕາມຈັນທະປະຕິທິນ …….ຊາວເຜົ່ານຸ່ງກໍ່ບູຊາເຈົ້າແມ່ທໍລະນີ, ແຕ່ວິທີການບູຊາມີພາກສ່ວນແຕກຕ່າງ ເມື່ອທຽບໃສ່ກັບພິທີບູຊາເຈົ້າແມ່ທໍລະນີໃນໂອກາດງານບຸນປີໃໝ່ປະຈຳຊາດ, ປະຊາຊົນພຽງແຕ່ຈັດສົ່ງກຸ່ມຄົນໜຶ່ງ. ທ່ານ ລົກຄາງ, ນັກສະສົມ, ຄົ້ນຄວ້າວັດທະນະທຳພື້ນເມືອງຢູ່ແຂວງລ້າງເຊີນ, ໃຫ້ຮູ້ວ່າ:
“ຫໍບູຊາ ແລະ ດິນແດນທີ່ສັກສິດນັ້ນ ເປັນບ່ອນດຳເນີນຊີວິດທາງດ້ານຈິດວິນຍານໃຫ້ທົ່ວບ້ານ. ແຕ່ລະເທື່ອເມື່ອຄອບຄົວມີວຽກງານໃດຄື: ກໍ່ສ້າງ, ແປງເຮືອນ, ເອົາຜົວ, ເອົາເມຍ, ງານສົບ……ກໍ່ນຳເອົາເຂົ້າໜຽວ, ຕົ້ມໄກ່ມາຫໍບູຊາ ຈູດທູບໄຫວ້ເພື່ອຂໍອະນຸຍາດນຳເຈົ້າແມ່ທໍລະນີ. ແຕ່ວ່າມີຄວາມສັກສິດທີ່ສຸດ ແລະ ມີຄວາມເບີກບານມ່ວນຊື່ນທີ່ສຸດ ແມ່ນພິທີບູຊາເຈົ້າແມ່ທໍລະນີໃນໂອກາດງານບຸນປີໃໝ່ປະຈຳຊາດໃນແຕ່ລະປີ ”
ພາຍຫຼັງພິທີບູຊາ, ທຸກຄົນຈະໄດ້ຮັບປະທານເຄື່ອງຂອງບູຊາແນວລະເລັກລະໜ້ອຍເພື່ອຮັບໂຊກຮັບລາບຢູ່ທີ່ຫໍບູຊາເຈົ້າແມ່ທໍລະນີ, ເຍັ້ນເຫຼົ້າອວຍພອນໃຫ້ກັນຈົ່ງມີຄວາມເບີກບານມ່ວນຊື່ນ. ສ່ວນໂຕໄກ່, ເຂົ້າຕົ້ມ ແລະ ເຂົ້າໜຽວເຫຼືອງແມ່ນຈະເອົາກັບຄືນເມືອບ້ານ. ຈອກເຫຼົ້າທີ່ໄດ້ເຍັ້ນບູຊາເຈົ້າແມ່ທໍລະນີນັ້ນແມ່ນຈະຖອກໃສ່ອ້ອມແອ້ມໂຖປັກທູບ ແລະ ອ້ອມຂ້າງຫໍບູຊາ. ສິ້ນສຸດພິທີບູຊາ, ຕາມເສັ້ນທາງກັບຄືນເມືອບ້ານນັ້ນ, ທຸກຄົນໄດ້ພ້ອມກັນເອີ້ນເອົາໄກ່, ເອົາໝູ ກັບຄືນເມືອເຮືອນນຳ ແລະ ເຂົ້າໜຽວເຫຼືອງນັ້ນກໍ່ໄດ້ເອົາໃຫ້ໄກ່ ແລະ ໝູກິນ. ຊາວເຜົ່ານຸ່ງມີຈິດສຳນຶກວ່າ: ເຮັດຄືແນວນີ້ ປີໜ້າຈຶ່ງໄດ້ໝູເຕັມຄອກ, ໄກ່ເຕັມລົກ, ການລ້ຽງສັດຈຶ່ງໄດ້ຮັບການພັດທະນາ ແລະ ມີໂຊກມີລາບ.
ປະຈຸບັນ ພໍ່ແມ່ປະຊາຊົນເຜົ່ານຸ່ງ, ເຖິງວ່າຈະດຳລົງຊີວິດຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນກໍ່ຕາມ, ແຕ່ຍັງຖືເປັນສຳຄັນພິທີບູຊາເຈົ້າແມ່ທໍລະນີ. ສຳລັບປະຊາຊົນເຜົ່ານຸ່ງແລ້ວ ນີ້ບໍ່ພຽງແຕ່ແມ່ນພິທີການດຳເນີນຊີວິດທາງຈິດວິນຍານ, ຄວາມເຊື່ອຖືເທົ່ານັ້ນ ຫາກໃນນັ້ນຍັງຊ້ອນແຝງຄວາມສາມັກຄີ, ຄວາມສະໜິດຕິດພັນ ລະຫວ່າງວົງຄະນະຍາດ ໃນເຂດຢູ່ອາໄສອີກດ້ວຍ.