(vovworld) - ເພື່ອຮັກສາລະບອບມານດາສິດທິລາດ ພ້ອມກັບປະເພນີ: “ຈັບຜົວ“, ແມ່ຍິງເປັນເຈົ້າການໃນການສົມລົດແມ່ນວັດທະນະທຳທີ່ເປັນເອກະລັກສະເພາະເຊິ່ງໄດ້ມີມານັບແຕ່ດົນນານຂອງຊົນເຜົ່າ K'ho. ປະຈຸບັນ, ເຖິງວ່າບາງປະເພນີເດີມຍັງຄົງໄດ້ຮັບການຮັກສາໄວ້ນັ້ນ, ແຕ່ບັນດາຄູ່ຜົວເມຍຊາວເຜົ່າ K'ho ໄດ້ປະຕິບັດການສົມລົດຕາມທິດສີວິໄລ ແລະ ທັນສະໄໝ. ບົດຂຽນ “ປະເພນີຈັບຜົວ ແລະ ການສົມລົດຂອງຊາວເຜົ່າ K'ho“ ຂອງ ໂຕຕ໋ວນ, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ.
(ແມ່ຍິງK'ho )
ບໍ່ຮູ້ວ່າປະເພນີຈັບຜົວຂອງຊາວເຜົ່າ K'ho ເລີ່ມມີມາແຕ່ຍາມໃດ, ແຕ່ມາຮອດປະຈຸບັນມັນຍັງຄົງໄດ້ຮັບການຮັກສາໄວ້ຢູ່, ຕາມປະເພນີແລ້ວ, ຄອບຄົວຜູ້ສາວຈະເປັນເຈົ້າການໃນການສົມລົດ. ຖ້າຫາກຜູ້ສາວຮັກຜູ້ຊາຍຄົນໃດໃນບ້ານ, ຫຼືນອກບ້ານ ເຂົາເຈົ້າຈະລາຍງານຕໍ່ພໍ່ແມ່ຫາພໍ່ສື່ແມ່ສື່ໄປຍັງຄອບຄົວຜູ້ຊາຍເພື່ອຕັ້ງບັນຫາກ່ຽວກັບເລື່ອງ “ຢາກຈັບ“ ຜູ້ຊາຍຄອບຄົວນີ້ມາເປັນຜົວ. ຖ້າຫາກຜູ້ຊາຍເຫັນດີ, ຄອບຄົວຜູ້ສາວຈະຂໍວັນມາສູ່ຂໍຜົວ. ພໍ່ສື່ແມ່ສື່ຈະນຳເອົາເຄື່ອງຂອງ, ເຊິ່ງປະກອບມີ: ໄກ່, ເຫຼົ້າ, ໝາກປັດ…..ໄປຍັງຄອບຄົວຜູ້ຊາຍເພື່ອທຳພິທີສູ່ຂໍຜົວ. ຖ້າຫາກຄອບຄົວຜູ້ຊາຍບໍ່ເຫັນດີໃຫ້ຜູ້ສາວ “ຈັບມາເປັນຜົວ“ ຈະຊອກຫາວິທີປະຕິເສດດ້ວຍການຮຽກຄ່າສິນສອດແພງ, ເພື່ອໃຫ້ຄອບຄົວຜູ້ສາວເບື່ອໜ່າຍຈົນຕ້ອງປະລະຈຸດປະສົງຂອງຕົນ. ຕາມທັດສະນະຂອງຊາວເຜົ່າ K'ho, ກຳລັງຮ່າງກາຍ, ຄວາມສາມາດອອກແຮງງານຂອງຜູ້ຊາຍນັ້ນ ແມ່ນຊັບສົມບັດຂອງແຕ່ລະຄອບຄົວ, ຍ້ອນເຫດນັ້ນຄອບຄົວຜູ້ຊາຍມີສິດຮຽກຄ່າສິນສອດ. ຜູ້ຊາຍຍິ່ງມີສຸຂະພາບແຂງແຮງ, ມີຄວາມເກັ່ງກ້າສາມາດເທົ່າໃດ, ຄ່າສິນສອດກໍ່ຍິ່ງແພງເທົ່ານັ້ນ. ກ່ອນນີ້ເຄື່ອງຂອງສິນສອດບາງເທື່ອຈະແມ່ນໄກ່, ເຫຼົ້າໄຫ, ບາງເທື່ອແມ່ນໂຕຄວາຍ, ຄ້ອງ, ໄຫ, ພິເສດແມ່ນຄ້ອງດົ່ງລາ. ປະຈຸບັນເລື່ອງຄອບຄົວຜູ້ຊາຍຮຽກຄ່າສິນສອດຍັງມີຢູ່, ແຕ່ເຄື່ອງຂອງສິນສອດພັດງ່າຍດາຍກວ່າເກົ່າຫຼາຍ. ປ້າ K'Nam, ຊາວເຜົ່າ K'ho, ໃຫ້ຮູ້ວ່າ:
“ກ່ອນນີ້ຜູ້ສາວຕ້ອງມີສິນສົມລົດຈຶ່ງເອົາຜົວໄດ້. ຖ້າບໍ່ມີແມ່ນບໍ່ໄດ້ເອົາຜົວ. ປະຈຸບັນ, ຍັງມີປະເພນີຮຽກຄ່າສິນສອດຢູ່, ແຕ່ເຂົາເຈົ້າພັດຮຽກຄ່າສິນສອດດ້ວຍເງິນແຕ່ 30 ລ້ານ ເຖິງ 50 ລ້ານດົ່ງ. ຖ້າຜູ້ຊາຍມີຄວາມເກັ່ງກ້າສາມາດ, ມີວຽກເຮັດງານທຳ, ຄອບຄົວຈະຮຽກຄ່າສິນສອດເຖິງ 50 ລ້ານດົ່ງ, ສຳລັບຄົນທຳມະດາແມ່ນປະມານ 30 ລ້ານດົ່ງເທົ່ານັ້ນ“.
ເມື່ອຄອບຄົວຜູ້ສາວເຫັນດີຕໍ່ຄ່າສິນສອດແລ້ວ, ຮອດວັນແຕ່ງດອງຈະນຳເອົາເຄື່ອງຂອງເຫຼົ່ານັ້ນມາຄອບຄົວຜູ້ຊາຍ. ຄອບຄົວຜູ້ຊາຍຈະວາງເຄື່ອງຂອງສິນສອດຂອງຄອບຄົວຜູ້ສາວໄວ້ເທິງແທ່ນບູຊາຂອງຄອບຄົວຕົນເພື່ອບູຊາບັນພະບຸລຸດ, ແຈ້ງໃຫ້ບັນພະບຸລຸດຊາບວ່າ, ໄດ້ອະນຸຍາດໃຫ້ລູກຊາຍຂອງຕົນເອົາເມຍ. ພາຍຫຼັງທຳພິທີບູຊາຢູ່ຄອບຄົວຜູ້ຊາຍແລ້ວ, ຄອບຄົວຜູ້ສາວຈະແຫ່ເຈົ້າບ່າວມາ ແລະ ຈັດພິທີງານດອງຢູ່ເຮືອນຂອງຕົນ. ສ່ວນຄອບຄົວຜູ້ຊາຍກໍ່ຈັດຄະນະໜຶ່ງ ລວມມີຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂອງເຈົ້າບ່າວໄປສົ່ງເຈົ້າບ່າວເຖິງຄອບຄົວຜູ້ສາວ… ເຈົ້າກົກເຈົ້າເຫຼົ່າ, ຫຼືຜູ້ຕາງໜ້າຝ່າຍຄອບຄົວເຈົ້າສາວຈະທຳພິທີບູຊາບັນພະບຸລຸດ ແລະ ຟ້າແຖນ, ພາວະນາໃຫ້ຄູ່ບ່າວສາວມີຄວາມຜາສຸກ. ຫຼັງຈາກນັ້ນເຈົ້າກົກເຈົ້າເຫຼົ່າກໍ່ຕັກເຕືອນບອກສອນໃຫ້ຄູ່ຜົວເມຍໜຸ່ມມີຄວາມສັດຊື່ບໍລິສຸດຕໍ່ກັນ. ຈາກນັ້ນແມ່ນພິທີອວຍພອນໃຫ້ຄູ່ຜົວເມຍໜຸ່ມມີຄວາມຜາສຸກ. ຜູ້ບ່າວ, ຜູ້ສາວໃນບ້ານພ້ອມກັນຟ້ອນລຳທຳເພງ. ພາຍຫຼັງງານດອງ, ເຈົ້າບ່າວຈະຢູ່ນຳຄອບຄົວເຈົ້າສາວເລີຍ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ກ່ອນນີ້ຖ້າຫາກຄອບຄົວຜູ້ສາວນຳເອົາເຄື່ອງຂອງສິນສອດມາຄອບຄົວຜູ້ຊາຍບໍ່ທັນຄົບຖ້ວນ, ເຈົ້າບ່າວ ແລະ ເຈົ້າສາວຈະຕ້ອງຢູ່ນຳຄອບຄົວຜູ້ຊາຍຈົນເຖິງເວລາໃດສົ່ງຄືນຄ່າສິນສອດໃຫ້ໝົດ, ເຈົ້າບ່າວຈຶ່ງມາຢູ່ນຳຄອບຄົວເຈົ້າສາວສາວ. ດ້ວຍທັດສະນະຮັກສາລະບອບມານດາສິດທິລາດ, ດັ່ງນັ້ນລູກຫຼານເມື່ອໄດ້ຮັບການກຳເນີດຕ້ອງຖືສະກຸນຂອງແມ່.
(ພາບປະກອບ)
ເຖິງວ່າປະເພນີເດີມກ່ຽວກັບການສົມລົດໄດ້ຊຶມເລິກໃນຊີວິດການເປັນຢູ່ຂອງຊາວເຜົ່າ K'ho ແລ້ວກໍ່ຕາມ, ແຕ່ປະຈຸບັນ, ເຂົາເຈົ້າໄດ້ມີທັດສະນະໃໝ່ກ່ຽວກັບຄວາມຮັກ, ການສົມລົດ ແລະ ຄອບຄົວ. ບັນດາຮູບການສູ່ຂໍ, ແຕ່ງງານທີ່ສັບສົນ, ການກິນດຶ່ມຟູມເຟືອຍກໍ່ຖືກຍຸບເລີກ. ທ່ານ K'jan, ຊາວເຜົ່າ K'ho, ໃຫ້ຮູ້ວ່າ:
‘’ປະຈຸບັນ, ຊາວເຜົ່າ K'ho ມີເງື່ອນໄຂຕິດຕໍ່ສຳຜັດກັບຊົນເຜົ່າອື່ນໆຫຼາຍກວ່າ. ເຂົາເຈົ້າຍັງຄົງຮັກສາປະເພນີຄອບຄົວຜູ້ສາວນຳເອົາເຄື່ອງຂອງສິນສອດໄປຍັງຄອບຄົວຜູ້ຊາຍເພື່ອຂໍຜົວ. ຄອບຄົວຜູ້ຊາຍຮຽກຄ່າສິນສອດ, ແຕ່ພັດອີງໃສ່ເງື່ອນໄຂຕົວຈິງ, ບໍ່ບັງຄັບຕ້ອງມີເຄື່ອງຂອງສິນສອດຢ່າງຄົບຖ້ວນຈຶ່ງອະນຸຍາດໃຫ້ຈັດງານດອງ, ເພາະວ່າຄູ່ບ່າວສາວໄດ້ມີຄວາມຮັກນຳກັນແລ້ວ. ເຖິງຢ່າງໃດກໍ່ຕາມ, ບັນຫາຈັດຕັ້ງງານດອງແມ່ນຕ້ອງມີຢ່າງເດັດຂາດ.’’
ປະຈຸບັນ, ຊາວເຜົ່າ K'ho ໄດ້ຮູ້ໝູນໃຊ້ວັດທະນະທຳທີ່ເປັນເອກະລັກຂອງຕົນເຂົ້າໃນວຽກງານຮັກສາຄວາມສຸກໃນຄອບຄົວ, ຮັກສາການພົວພັນໃນປະຊາຄົມ. ປະເພນີຍົກສູງຄວາມສັດຊື່ບໍລິສຸດລະຫວ່າງຜົວເມຍ, ບັນດາກໍລະນີຫຼິ້ນຊູ້, ການຮ່ວມເພດກັບຄົນສາຍເລືອດດຽວກັນ, ການປະຮ້າງກັນ ຖືກປະຊາຄົມກ່າວປະນາມ ແລະ ໃຊ້ວິທີການປັບໄໝລົງໂທດຢ່າງໜັກໜ່ວງ, ຖ້າເປັນໂທດເບົາແມ່ນປັບໄໝດ້ວຍຄວາຍ, ເຫຼົ້າ. ສ່ວນໂທດໜັກ, ນອກຈາກຖືກປັບໄໝແລ້ວ, ບາງເທື່ອຈະຖືກໄລ່ອອກຈາກປະຊາຄົມ. ນີ້ແມ່ນຂໍ້ກຳນົດຢ່າງເຄັ່ງຄັດ, ແຕ່ພັດກ້າວໜ້າ, ເຊິ່ງເຄີຍມີມາແຕ່ບູຮານໃນປະຊາຄົມຊາວເຜົ່າ K'ho ແລ້ວ.