ຄ້ອງບ້າງແມ່ນເຄື່ອງດົນຕີທີ່ຂາດບໍ່ໄດ້ໃນງານສົບຂອງຊາວເຜົ່າໂລໂລ |
ຊາວເຜົ່າ ໂລໂລ ມີຄວາມສຳນຶກວ່າ ຄວາມຕາຍຂອງຊົນເຜົ່າຕົນບໍ່ຄືກັບເຜົ່າ ອື່ນ, ເຂົາເຈົ້າຖືວ່າ ຜູ້ລ່ວງລັບໄປນັ້ນ ແມ່ນໄດ້ໄປເຕົ້າໂຮມຢູ່ກັບປູ່ຍ່າຕາຍາຍບັນພະບຸລຸດ ແລະ ເລີ່ມຕົ້ນຊີວິດໃຫມ່, ສະນັ້ນເຂົາເຈົ້າບໍ່ໂສກເສົ້າຫງ່ວມເຫງົາ ເມື່ອຄອບຄົວມີຄົນຕາຍ. ທຳອິດ ເຈົ້າຂອງເຮືອນ ໄດ້ເຊື້ອເຊີນ ໝໍຜີ ມາເປັນເຈົ້າພາບຈັດຕັ້ງ ແລະ ປະຕິບັດບັນດາພິທີກຳ. ໃນພາເຂົ້າບູຊາ ຕ້ອງມີຊີ້ນໄກ່, ເຂົ້າຫນຽວ, ເຫລົ້າ. ໄກ່ ໃນພາເຂົ້າມີຄວາມໝາຍພາທາງໃຫ້ຄົນຕາຍນັ້ນຜ່ານກີ່ວສູງ, ແມ່ນ້ຳກວ້າງໃຫຍ່, ຫ້ວຍຍາວຢຽດ ເພື່ອກັບຄືນສູ່ດິນແດນຂອງປູ່ຍ່າຕາຍາຍບັນພະບຸລຸດໃນເມື່ອກ່ອນ. ພໍ່ແມ່ພີ່ນ້ອງຊາວບ້ານ ໄດ້ ນຳເອົາ ທັນຍາຫານ, ອາຫານໄປມາກິນທານ ເພື່ອຊ່ວຍໃຫ້ຄອບຄົວມີຄົນຕາຍເຮັດງານສົບ. ທ່ານ ລໍ່ຢີປາວ ໝໍຜີ ຢູ່ ລາວຈ໋າຍ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:
“ເມື່ອໃນຄອບຄົວ ມີຄົນຕາຍ ຕ້ອງມີໄກ່ເພື່ອບູຊາ, ມື້ຝັງສົບຖ້າບໍ່ມີງົວກໍ່ຕ້ອງມີໝູ. ເມື່ອມີຄົນຕາຍ ຊາວເຜົ່າໂລໂລໃນບ້ານ ລ້ວນແຕ່ພາກັນມາຊ່ວຍ ສະນັ້ນ ເຈົ້າຂອງເຮືອນຕ້ອງໄດ້ແຕ່ງພາເຂົ້າໃຫ້ພໍ່ແມ່ພີ່ນ້ອງຊາວບ້ານກິນ. ພິທີກຳຂອງງານສົບແມ່ນດຳເນີນໄປໃນເວລາ ພຽງ 2 ມື້, ຫລັງຈາກທຳພິທີກຳແລ້ວ ວິນຍານຂອງຜູ້ລ່ວງລັບຖືກນຳຂຶ້ນແທ່ນບູຊາແມ່ນສຳເລັດ, ຮອດວັນເພງເດືອນ 7 ໄລ່ຕາມຈັນທະປະຕິທິນ ຫລື ວັນໄຫວ້ບູຊາ ຈຶ່ງເຮັດພິທີບູຊາ.”
ໃນບັນດາພິທີງານສົບ, ຄ້ອງບ້າງ ແມ່ນອຸປະກອນທີ່ຂາດບໍ່ໄດ້. ສຳລັບ ຊາວເຜົ່າໂລໂລ, ຄ້ອງບ້າງບໍ່ພຽງແຕ່ແມ່ນຊັບສົມບັດອັນລ້ຳຄ່າ ເທົ່ານັ້ນ ຫາກຍັງແມ່ນເຄື່ອງດົນຕີພື້ນເມືອງທີ່ໄດ້ນຳໃຊ້ໃນບັນດາພິທີກຳການເຫລື້ອມໃສອີກດ້ວຍ. ຄ້ອງບ້າງແມ່ນສັນຍາລັກແຫ່ງດວງວິນຍານຂອງຊາວເຜົ່າ ໂລໂລ ສະນັ້ນ ພຽງແຕ່ຫົວຫນ້າວົງຕະກູນ ຫລື ຜູ້ມີອິດທິພົນຊື່ສຽງໃນບ້ານ ຈຶ່ງໄດ້ຮັກສາຄ້ອງບ້າງໄວ້ໄດ້ ແລະ ເມື່ອໃນວົງຕະກູນ ມີຄົນຕາຍ ຈຶ່ງນຳເອົາອອກມາໃຊ້. ຄ້ອງບ້າງທອງຂອງຊາວເຜົ່າໂລໂລ ລວມມີ ຄ້ອງບ້າງຜູ້ ແລະ ຄ້ອງບ້າງແມ່. ແຕ່ລະຄອບຄົວແມ່ນຮັກສາໄວ້ຄ້ອງຫນຶ່ງ. ຕາມຄວາມສຳນຶກຂອງຊາວເຜົ່າໂລໂລແລ້ວ ເມື່ອມີສຽງຄ້ອງບ້າງດັ່ງຂຶ້ນ ວິນຍານຂອງຄົນຕາຍຈຶ່ງຊອກໄດ້ຫົນທາງເພື່ອກັບຄືນໄປເຕົ້າໂຮມກັບບັນພະບຸລຸດ. ອ້າຍ ຫລືຢີຢ໋ຽງ, ຊາວເຜົ່າ ໂລໂລ ໃຫ້ຮູ້ວ່າ:
“ທຳມະດາ ຄ້ອງບ້າງໄດ້ເກັບຮັບການຮັກສາໄວ້ດ້ວຍວິທີຝັງໄວ້ໃຕ້ດິນ ເມື່ອມີງານສົບຈຶ່ງຂຸດຂຶ້ນມານຳໃຊ້. ຖ້າຫາກໄປຢືມນຳຄອບຄົວອື່ນ ຕ້ອງມີໄກ່ ມີເຂົ້າຫນຽວເພື່ອເອົາໄປບູຊາບັນພະບຸລຸດ. ເມື່ອງານສົບສຳເລັດເວລາເອົາ ໄປສົ່ງຕ້ອງມີເຄື່ອງບູຊາບັນພະບຸລຸດ.”
ດ້ວຍຄວາມສຳນຶກ ຄົນຕາຍຈະເລີ່ມຕົ້ນຊີວິດໃຫມ່ຢູ່ໂລກແຫ່ງອື່ນ ສະນັ້ນ ງານສົບຂອງຊາວເຜົ່າ ໂລໂລ ມີຫລາຍພິທີກຳທີ່ເປັນເອກະລັກສະເພາະຄື: ການແຕ່ງຕົວ, ຮ້ອງລຳທຳເພງ… ສຽງຄ້ອງບ້າງດັ່ງກ້ອງກັນວານຂຶ້ນ ເພື່ອຮຽກດ້ວງວິນຍານ. ແມ່ຍິງເຕັ້ນລຳໃນງານສົບ ເຂົາເຈົ້ານຸ່ງຊຸດອາພອນ ແລະ ປະດັບເຄື່ອງເອ້ຢ້ອງງາມທີ່ສຸດ ເພື່ອສົ່ງຄົນຕາຍກັບຄືນໄປເຕົ້າໂຮມກັບບັນພະບຸລຸດ. ໃນງານສົບຂອງຊາວເຜົ່າ ໂລໂລ, ມີສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນ ພິທີຟ້ອນຜີ ຫລື ເອີ້ນວ່າ ຟ້ອນກັບຄົນປ່າເພື່ອສົ່ງວິນຍານຄົນຕາຍກັບຄືນໄປເຕົ້າໂຮມກັບບັນພະບຸລຸດ. ເພື່ອປະຕິບັດພິທີກຳນີ້, ຄອບຄົວມີຄົນຕາຍ ຕ້ອງອີງໃສ່ຊາວຫນຸ່ມຢ່າງຫນ້ອຍສຸດ 4 ຄົນ ແຕ່ງຕົວເປັນຄົນປ່າ ດ້ວຍວິທີເອົາເປືອກໄມ້ມາອ້ອມຕົນໂຕ. ເພດຊາຍແຕ່ງຕົວຕ້ອງແມ່ນຜູ້ຍັງບໍ່ທັນແຕ່ງງານ, ຕ້ອງຮູ້ຈັກສະແດງວາດຟ້ອນຂອງເຜົ່າຕົນ ແລະ ທຸກຄົນເອີ້ນວ່າ ຄົນປ່າ. ຊາວເຜົ່າ ໂລໂລ ຖືວ່າ ກ່ອນນີ້ ບັນພະບຸລຸດຂອງຕົນ ນຸ່ງຖືຄືແນວນັ້ນ ສະນັ້ນ ຕ້ອງແຕ່ງຕົວ ໃຫ້ຄືກັບ ບັນພະບຸລຸດຈຶ່ງຮູ້ຈັກຮັບຄົນຕາຍມາດຳລົງຊີວິດນຳກັນຢູ່ໂລກບັນພະບຸລຸດ. ຜູ້ເຕັ້ນລຳຕາມຈັງຫວະຂອງຄ້ອງບ້າງແມ່ນສະແດງໃຫ້ເຫັນຂັ້ນຕອນໃນການຜະລິດຄື: ເຮັດນາ, ປູກສາລີ, ຕ່ຳແຜ່ນ…..
ພິທີໄວ້ທຸກຂອງຊາວເຜົ່າ ໂລໂລ ມີບາງຈຸດທີ່ແຕກຕ່າງກັນກັບຊາວເຜົ່າອື່ນຄືເລື່ອງ ລູກຊາຍພຽງໄວ້ທຸກໃຫ້ພໍ່ ບໍ່ໄວ້ທຸກໃຫ້ແມ່, ໃນຂະນະ ລູກສາວ ພຽງໄວ້ທຸກໃຫ້ແມ່ ບໍ່ໄວ້ທຸກໃຫ້ພໍ່. ວິທີໄວ້ທຸກຂອງແມ່ຍິງກໍ່ພິເສດທີ່ສຸດ, ເຂົາເຈົ້າພຽງເອົາເສື້ອປົກຫົວຈົນເຖິງມື້ຂຸດເອົາກະດູກໄປຝັງຢູ່ບ່ອນອື່ນ. ມີບາງກໍລະນີ, ລູກສາວໄວ້ທຸກແມ່ດ້ວຍວິທີຕັດຜົມຫນ້ອຍຫນຶ່ງຮັກສາໄວ້ຢູ່ບ່ອນປິດລັບ ເມື່ອເຂົາເຈົ້າຕາຍໄປ ຈະນຳເອົາຜົມນັ້ນໄປຝັງນຳ.
ຜ່ານການເວລາ, ບັນດາພິທີໄວ້ທຸກຂອງຊາວເຜົ່າ ໂລໂລ ໄດ້ປ່ຽນແປງໃຫ້ເໝາະສົມກັບຊີວິດໃຫມ່. ພິທີຟ້ອນຜີດ້ວຍວິທີເອີ້ນໃຫມ່ ແມ່ນ“ຟ້ອນຄົນປ່າ” ໄດ້ນຳມາເປັນວາດຟ້ອນຮັບໃຊ້ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມໝູ່ບ້ານຂອງຊາວເຜົ່າ ໂລໂລ. ສິ່ງດັ່ງກ່າວໄດ້ປະກອບສ່ວນໂຄສະນາຮີດຄອງປະເພນີຂອງຊາວເຜົ່າ ໂລໂລ ແລະ ເຮັດໃຫ້ສີສັນວັດທະນະທຳຂອງບັນດາເຜົ່າຫວຽດນາມ ອຸດົມສົມບູນກວ່າ.