ບາງຈຸດກ່ຽວກັບຊົນເຜົ່າ ຊ໋ານຈີ

Lan Anh
Chia sẻ

ຊົນ​ເຜົ່າ ຊ໋ານຈີ ດຳລົງ​ຊີວິດ​ກະ​ແຈກ​ກະຈາຍ​ຢູ່​ບັນດາ​ແຂວງ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຫວຽດນາມ, ​ເຊິ່ງລວມມີ​ບັນດາ​ແຂວງ: ກາວ​ບັ່ງ, ລ້າງ​ເຊີນ, ກວາງ​ນິງ, ຕວຽນ​ກວາງ, ທ໋າຍງວຽນ. ຊາວ​ເຜົ່າ ຊ໋ານຈີ ​ເຮັດ​ອາຊີບ​ກະສິກຳ​ເປັນ​ຕົ້ນ, ​ເຂົ້າ​ເຈົ້າ​ຕັ້ງ​ພູມລຳ​ເນົາ​ຄົງ​ທີ່​ຕາມ​ແຕ່​ລະ​ບ້ານ, ​ໂດຍ​ມີ​​ການຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ, ດັ່ງ​ນັ້ນ​​ເຂົາ​ເຈົ້າຈຶ່ງ​ມີ​ລັກສະນະ​ປະຊາ​ຄົມ​ສູງ.


(vovworld) - ຊົນ​ເຜົ່າ ຊ໋ານຈີ ດຳລົງ​ຊີວິດ​ກະ​ແຈກ​ກະຈາຍ​ຢູ່​ບັນດາ​ແຂວງ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຫວຽດນາມ, ​ເຊິ່ງລວມມີ​ບັນດາ​ແຂວງ: ກາວ​ບັ່ງ, ລ້າງ​ເຊີນ, ກວາງ​ນິງ, ຕວຽນ​ກວາງ, ທ໋າຍງວຽນ. ຊາວ​ເຜົ່າ ຊ໋ານຈີ ​ເຮັດ​ອາຊີບ​ກະສິກຳ​ເປັນ​ຕົ້ນ, ​ເຂົ້າ​ເຈົ້າ​ຕັ້ງ​ພູມລຳ​ເນົາ​ຄົງ​ທີ່​ຕາມ​ແຕ່​ລະ​ບ້ານ, ​ໂດຍ​ມີ​​ການຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ, ດັ່ງ​ນັ້ນ​​ເຂົາ​ເຈົ້າຈຶ່ງ​ມີ​ລັກສະນະ​ປະຊາ​ຄົມ​ສູງ.

ບາງຈຸດກ່ຽວກັບຊົນເຜົ່າ ຊ໋ານຈີ - ảnh 1

ຊົນເຜົ່າ ຊ໋ານຈີ ແຂວງກວາງນິງ

(ພາບ: ອິນເຕີແນດ)

ຊາວ​ເຜົ່າ ຊ໋ານຈີ ດຳລົງ​ຊີວິດ​ຕາມ​ແຕ່​ລະ​ບ້ານ​ນ້ອຍໆ​ຢູ່​ບັນດາ​ເຂດ​ພູ​ດອຍ. ​ເຮືອນຮ້ານຂອງ​ເຂົາ​ເຈົ້າປະກອບ​ດ້ວຍ 4 ຫຼັງຄາຢ່າງ​ໝັ້ນ​ແກ່ນ​, ນີ້​ກໍ່​ແມ່ນ​ເຮືອນ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງຊາວ​ເຜົ່າ​ຊ໋ານຈີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຢູ່ແຕ່ລະ​ເຂດ​ເຮືອນ​ຂອງ​ຊາວ​ເຜົ່າ ຊ໋ານຈີ ​ ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ຢູ່​ກາວ​ບັ່ງ, ຕວຽນ​ກວາງ, ລ້າງ​ເຊີນ, ຊາວ​ເຜົ່າ ຊ໋ານຈີ ຢູ່​ໃນ​ເຮືອນຮ້ານ, ສ່ວນ​ຢູ່​ແຂວງ​ກວາງ​ນິງ ​ເຂົາ​ເຈົ້າ​ພັດ​ຢູ່​ໃນ​ເຮືອນ​ຝາ​ເຮັດ​ດ້ວຍ​ດິນ ຫຼື​ກໍ່ສ້າງ​ດ້ວຍ​ດິນ​ຈີ່​ບໍ່​ໄດ້​ເຜົາ. ປະຈຸ​ບັນ, ​ເສດຖະກິດ, ສັງຄົມ​ໄດ້​ຮັບ​ການ​ພັດທະນາ, ​ເຮືອນ​​ຂອງ​ຊາວ​ເຜົ່າ ຊ໋ານຈີ ກໍ່​ມີ​ການ​ປ່ຽນ​ແປງ​ທັງ​ຮູບຊົງ​ ​ແລະ ວັດຖຸ​ກໍ່ສ້າງ. ​ເຮືອນ​ມຸງຫຍ້າ​ໄດ້​ຮັບ​ການ​ປ່ຽນ​ແທນ​ດ້ວຍ​ເຮືອນ​ກໍ່ສ້າງ​ດ້ວຍ​ດີ​ນຈີ່​​ແບບ​ທັນ​ສະ​ໄໝ. ມີ​ບາງ​ຄອບຄົວ​ຊາວ​ເຜົ່າ ຊ໋ານຈີ ຍັງ​ກໍ່ສ້າງ​ເຮືອນ​ຫຼາຍ​ຊັ້ນ, ຫຼັງຄາ​ເບ​ຕົງ​ທີ່​ໝັ້ນ​ແກ່ນ​ຄື​ຂອງ​ຊາວ​ກິ​ງອີກ​.

        ຊາວ​ເຜົ່າ ຊ໋ານຈີ ​ເຮັດ​ນາ​ເປັນ​ຕົ້ນ, ​ເຂົາ​ເຈົ້າ​ສຳຜັດ ​ແລະ ໝູນ​ໃຊ້ພື້ນຖານ​ອະລິຍະ​ທຳ​ເຂົ້ານາ​ທາມ​ທີ່ມີມານັບ​ແຕ່​ດົນ​ນານ​​ແລ້ວ. ​ເຂົາ​ເຈົ້າ​ຍັງ​ລ້ຽງສັດ ​ແລະ ປູກຝັງ​. ນີ້​ແມ່ນ​ອາຊີບ​ທີ່​ສ້າງລາຍ​ຮັບ​ຕົ້ນຕໍ​ໃຫ້​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ ຊ໋ານຈີ. ຄຽງ​ຂ້າງ​ນັ້ນ, ​ເຂົາ​ເຈົ້າ​ຍັງ​ມີ​ອາຊີບ​ຫັດຖະກຳ​ຄື: ຊ່າງ​ໄມ້, ຈັກສານ​ເຄື່ອງຂອງດ້ວຍຫວາຍ, ​ໄມ້​ໄຜ່ ແລະ ຕີ​ເຫຼັກ​ອີກ. ​ແຕ່​ບັນດາ​ຜະລິດ​ຕະພັນ​ນີ້​ພຽງ​ແຕ່​ມີ​ລັກສະນະ​ສະໜອງ​​ໃນປະຊາ​ຄົມຊາວເຜົ່າ ຊ໋ານຈີ​ເທົ່າ​ນັ້ນ, ບໍ່​ທັນກາຍ​ເປັນ​ສິນຄ້າ​ໄດ້​ເທື່ອ. ປະຈຸ​ບັນ, ຊາວ​ເຜົ່າ ຊ໋ານຈີ ຍັງ​ຄົງ​ຮັກສາ​​ ​ແລະ ພັດທະນາຫຼາຍ​ອາຊີບ​ຫັດຖະກຳຢູ່. ທ່ານ​ນາງ ດັ້ງ​ທິຈິງ, ຊາວ​ເຜົ່າ ຊ໋ານຈີ ຢູ່ ມ໋ອງກ໋າຍ, ​ແຂວງ​ກວາງ​ນິງ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ ຊ໋ານຈີ ລ້ຽງ​ໝູ, ​ເຂົ້າ​ປ່າ, ປູກ​ມັນ​ຕົ້ນ, ສາລີ, ໝາກ​ຖົ່ວດິນ, ​ແລະ ຕົ້ນ​ໄມ້​ອື່ນ. ​ເຂົາ​ເຈົ້າບໍ່​ຮູ້​ວຽກ​ງານຄ້າຂາຍ, ພຽງ​ແຕ່​ຮູ້​ປູກຝັງ, ລ້ຽງສັດ, ຖ້າ​ໃຊ້​ບໍ່​ໝົດ​ຈຶ່ງ​ນຳ​ໄປ​ຂາຍ. ພຽງ​ແຕ່​ຄ້າຂາຍ​ນ້ອຍໆ​ເທົ່າ​ນັ້ນ. ລ້ຽງ​ງົວ​ສອງ​ສາມ​ປີ​ຈຶ່ງ​ຂາຍ​ໄດ້. ຕ້ອງ​ເຮັດ​ເສດຖະກິດ​ຫຼື​ຄ້າຂາຍ​ໃຫຍ່​ຈຶ່ງ​ຫາ​ເງິນ​ໄດ້​ຫຼາຍ“.

        ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ ຊ໋ານຈີ ​ໂດຍ​ແມ່ຍິງ ຊ໋ານຈີ ​ເຮັດ​ເອງ, ​ເຖິງ​ວ່າ​ທຳ​ມະ​ດາ, ບໍ່​ໄດ້​ປະກອບ​ດ້ວຍ​ຫຼາຍສີ​ຄື​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ມົ້ງ, ຢ້າວ​ກໍ່ຕາມ, ​ແຕ່​ຍັງ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ເມື່ອ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຊົນ​ເຜົ່າ​ຕົນ, ​ແມ່ຍິງ​ຕ້ອງ​ຄຽນ​ຜົມ, ​ແລະ ໃຊ້​ຜ້າສີດຳຄຽງ​ຫົວ​, ພ້ອມ​ກັບ​ເຄື່ອງ​ສຳອາງ​ຈຳນວນ​ໜຶ່ງ​ເຊັ່ນ: ປອກຄໍ, ປອກ​ແຂ​ນດ້ວຍ​ເງິນ. ຜູ້ຍິງ​ຊາວ​ເຜົ່າ​ຊ໋ານຈີ ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ສາຍ​ແອວ​ເຮັດ​ດ້ວຍ​ແພ​ໄໝ, ​​ເຊິ່ງປະກອບ​ດ້ວຍ​ຫຼາຍ​ສີ​ແຕກ​ຕ່າງ​ກັນທີ່​ເໝາະ​ສົມ​ກັບ​ຊຸດ​ອາພອນ​ຂອງ​ຕົນ​ຢ່າງ​ໜ້ອຍ​ສຸດ​​ແຕ່ 2 – 3 ສາຍ. ສ່ວນ​ຊຸດ​ອາພອນ​ຂອງ​ຜູ້​ຊາຍ​ກໍ່​ລຽບ​ງ່າຍ​ກວ່າ, ​ແຕ່​ຍັງ​ຄົງ​ອວດ​ຄວາມ​ງາມ​ແບບ​ເຂັ້ມ​ແຂງ​ແຮງ​ກ້າ, ດ້ວຍ​ເສື້ອ​ສີ​ຄາມ, ປະກອບດ້ວຍຖົງ​ກ້າວງ 2 ຖົງ; ​ໂສ້ງ​ຍາວ, ມີ​ຫົວ​ຢືດ, ຂາ​ກວ້າງ ​ເພື່ອ​ສະດວກ​ໃນ​ການ​ຂຶ້ນ​ພູ. ທ່ານ​ນາງ ດັ້ງ​ທິຈິງ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ ຊ໋ານຈີ​ ນຸ່ງ​ສິ້ນ, ​ໃຊ້​ຜ້າຄຽນ​ຫົວ. ກ່ອນ​ນີ້​ພໍ່​ເຖົ້າ​ແມ່​ເຖົ້າ​ເຄີຍ​ນຸ່ງ​ໂສ້ງ​ເສື້ອ​ຊົນ​ເຜົ່າ, ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​ພັດ​ນຸ່ງ​ໂສ້ງ​ເສື້ອ​ທຳ​ມະ​ດາ. ມີ​ແຕ່​ຮອດ​ງານ​ບຸ​ນ, ງານ​ດອງ​ຈຶ່ງ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າເທົ່ານັ້ນ“.

        ຊາວ​ເຜົ່າ ຊ໋ານຈີ ມັກ​ຂັບ​ຮ້ອງຫຼາຍ. ບັນດາ​ບົດ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋າຈີ່ ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​, ບັນດາ​ຮີດຄອງ​ປະ​ເພນີກໍ່ຄືວິວັດ​ແຫ່ງ​ການ​ອອກ​ແຮງ​ງານຂອງ​​ເຂົາ​ເຈົ້າ ​ແລະ ​ໄດ້​ຮັບ​ການສະ​ແດງ​ດ້ວຍ​ຫຼາຍ​ຮູບ​ການ.

​ເທບ​ສຽງ​ປະກອບ

        ທ່ານ ​ເລິ​ມມິ​ງ, ຊາວ​ເຜົ່າ ຊ໋ານຈີ ຢູ່​ມ໋ອງກ໋າຍ, ​ແຂວງ​ກວາງ​ນິງ, ​ໃຫ້​ຮູ້​ວ່າ:

        “ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ມັກຂັບ​ເພງ​ພື້ນ​ເມືອງ​ຄື​ແນວ​ນີ້. ກ່ອນ​ນີ້​ພໍ່​ແມ່​ຂ້າພະ​ເຈົ້າ​ກໍ່​ຂັບ​ຮ້ອງ. ຮອດ​ຍາມ​ຄຳ່​ຄືນ​ທຸກ​ຄົນ​ໃນ​ບ້ານເຄີຍເຕົ້າ​ໂຮມ​ກັນ​ເພື່ອ​ຂັບ​ຮ້ອງ, ບາງ​ເທື່ອ​ຂັບ​ຮ້ອງ​ເຖິງ​ເຊົ້າ​ມື້​ຕໍ່​ມາຈຶ່ງແລ້ວ, ດັ່ງ​ນັ້ນ​ຜູ້​ໃດ​ກໍ່​ຮູ້​ຂັບ​ຮ້ອງ“.

        ສຽງ​ເພງ​ຂອງ​ຊາວ​ເຜົ່າ ຊ໋ານຈີ ​ແມ່ນ​ອາຫານ​ທາງ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້, ມັນ​​ເປັນ​ແຫຼ່ງກຳລັງ​ໜູນ, ສົ່ງ​ເສີມ ​ແລະ ປຸກລະດົມ​ຊາວ​ເຜົ່າ​ທຸກ​ຄົນ​​ໃຫ້​​ໃກ້ຊິດ​ຕິດ​ພັນ​ກັນ, ຮັກ​ບ້ານ​ເກີດ​ເມືອງ​ນອນ ​ແລະ ຮັກ​ໝູ່​ບ້ານ​ຂອງ​ຕົນ​ກວ່າ​ອີກ.

ຕອບກັບ