ບັນດາວັດຂະແມທີ່ເປັນເອກະລັກສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງ

Sa Oanh, Thach Hong
Chia sẻ
​ເມື່ອ​ໄປຢ້ຽມຢາມຊາວ​ເຜົ່າ ຂະ​ແມ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດນັ້ນ​ແມ່ນ​ບັນດາ​ຫຼັງ​ຄາວັດທີ່​ໂກ່ງ​ງໍ​ຂຶ້ນ. ທົ່ວ​ເຂດ​ອາ​ໄສ​ຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້​ມີ​ວັດ​ໃຫຍ່​ນ້ອຍ​ທີ່​ແຕກ​ຕ່າງ​ກັນ​ປະມານ 600 ຫຼັງ.

(vovworld) - ​ເມື່ອ​ໄປຢ້ຽມຢາມຊາວ​ເຜົ່າ ຂະ​ແມ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດນັ້ນ​ແມ່ນ​ບັນດາ​ຫຼັງ​ຄາວັດທີ່​ໂກ່ງ​ງໍ​ຂຶ້ນ. ທົ່ວ​ເຂດ​ອາ​ໄສ​ຂອງ​ຊາວ​ເຜົ່າ ຂະ​ແມ​ຢູ່​ພາກ​ໃຕ້​ມີ​ວັດ​ໃຫຍ່​ນ້ອຍ​ທີ່​ແຕກ​ຕ່າງ​ກັນ​ປະມານ 600 ຫຼັງ. ວັດ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ມີ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​ແມ, ອັນ​ໄດ້​ສ້າງ​ເປັນ​​ບ່ອນ “ສັກສິດ“ ພິ​ເສດສະ​ເພາະ​ກ່ຽວ​ກັບ​ວັດທະນະທຳ​ພາກ​ໃຕ້​ຫວຽດນາມ.

ບັນດາວັດຂະແມທີ່ເປັນເອກະລັກສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1

ຫຼັງຄາວັດຂອງຊາວເຜົ່າຂະແມຢູ່ຊອກຈັງ
(ພາບອິນເຕີແນດ)

ສຳລັບ​ຊາວ​ເຜົ່າ ຂະ​ແມ, ວັດ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ສະທ້ອນ​ໃຫ້​ເຫັນ​ສະຖາປັດຕະຍະກຳ ​ແລະ ຄຸນຄ່າ​ສິລະ​ປະທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ​ເທົ່ານັ້ນ, ຫາກ​ຍັງ​ເປັນ​ແຫ່ງ​ສຶກສາດ້ານ​ຄຸນສົມບັດ, ​ແຫ່ງ​ເຄື່ອນ​ໄຫວ​ສາສະໜາ, ວັດທະນະທຳ, ຈັດພິທີ​ງານ​ບຸນອີກ​ດ້ວຍ. . ​ເມື່ອ​ເວົ້າ​ເຖິງ​ສະຖາປັດຕະຍະກຳ​ລວມຂອງ​ວັດ ຂະ​ແມ, ທ່ານ ຫຼີ​ເລັດ, ສະມາຊິກ​ສະມາຄົມ​ວິຈິດ​ສິນ ຫວຽດນາມ ​ໃຫ້​ຮູ້​ວ່າ:

“ວັດ​ຕົ້ນຕໍ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ຄົບ​ຖ້ວນ, ​ໃນ​ວັດມີ​ພະພຸດທະ​ຮູບທິກ​ກາ​ອົງ​ໜຶ່ງ, ​ພິ​ເສດ​ແມ່ນມີ​ພະ​ຮູບ​ໂຕ​ງູ​ທີ່​ປະກອບ​ດ້ວຍ 3 ຫົວ, 5 ຫົວ, 7 ຫົວ ​ແລະ ມີ​ເສົາ​ອີກ. ສ່ວນ​ຫຼັງຄາ​ມີ 3 ຂັ້ນ, ​ແຕ່ລະ​ຂັ້ນ​ລ້ວນ​ແຕ່​ມີ​ຫົວ​ມັງກອນ, ຕົນ​ໂຕມັງກອນ. ມີບາງ​ວັດ​ເຂົາ​ເຈົ້າ​ມຸງ​ຫຼັງຄາ​ທີ່​ມີຮູບ​ເກັດ​ມັງ​ກອນ“

ປະຈຸ​ບັນ, ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ມີ​ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ປະມານ 600 ຫຼັງ, ​ໃນ​ນັ້ນ​ມີ​ວັດ​ບູຮານ​ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີຫຼາຍ​ຫຼັງ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ລະດັບ​ຊາດ ​ແລະ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ.

        ຊອກ​ຈັງ​ແມ່ນ​ແຂວງ​ທີ່​ມີ​ຊາວ​ເຜົ່າ ຂະ​ແມ​​​ດຳລົງ​ຊີວິດເປັນ​ຈຳນວນ​ຫຼວງ​ຫຼາຍທີ່​ສຸດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ດັ່ງ​ນັ້ນ​ນີ້​ກໍ່​ແມ່ນ​ທ້ອງ​ຖີ່​ນທີ່​​ເຕົ້າ​ໂຮມ​ວັດ ​ຂະ​ແມ​ຫຼາຍ​ແຫ່ງ​ທີ່​ສຸດ. ​ໃນ​ນັ້ນ​ມີ​ວັດ ​ເຢີ​ຍ (ວັດ​ເຈຍ) ຫຼື​ເອີ້ນ​ວ່າ​ວັດ ມາ​ຮາ​ຕຸບ, ວັດ​ ມ້າ​ໂຕກ, ​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ລະດັບ​ຊາດ​ທີ່​ມີ​ມາ​ກ່ອນ​ນີ້ 400 ກວ່າ​ປີ. ຈຸດ​ພິ​ເສດ​ຂອງ​ວັດ​ເຈຍນັ້ນ​ແມ່ນ, ນອກຈາກ​ມີ​ສະຖາປັດຕະຍະກຳ​ຂອງ​ວັດ​ບູຮານ​, ດ້ວຍ​ເຈຍ​ນັບ​ພັນ​ໂຕ​ອາ​ໄສ​ໃນ​ແຕ່​ລະ​ວັນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຟັງ​ດົນຕີ​ພື້ນ​ເມືອງ​​ຂອງ​ຊາວ​ເຜົ່າ ຂະ​ແມ​ ​ໂດຍ​ກອງ​ດົນຕີ​ໃນ​ວັດບັນ​ເລງອີກ​ດ້ວຍ.

ບັນດາວັດຂະແມທີ່ເປັນເອກະລັກສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 2

ວັດເຈຍຂອງຊາວເຜົ່າຂະແມຢູ່ເຂດທົ່ງພຽງແມ່ນຳ້ຂອງ

(ພາບອິນເຕີແນດ)

        ​ຖັດຈາກ​ແຂວງ ຊອກ​ຈັງ, ແຂວງ ຈ່າ​ວິ​ງກໍ່​ແມ່ນ​ທ້ອງ​ຖີ່​ນທີ່​ມີ​ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ຫຼາຍ​ແຫ່ງ, ດ້ວຍ 140 ວັດ. ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ວັດ ວ່າມ​ໄຣ, ວັດ ​ໂນ​ດົນ, ວັດ​ ຮາງ, ວັດ ​ເອິງ. ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ວັດ ​ໂນ​ດົນ, ​ເຊິ່ງປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເຄີຍ​ເອີ້​ນວ່າ​ວັດກໍ່ (ວັດ​ນົກຍາງ) ​ເພາະວ່າ​ໃນ​ໄລຍະ​ເວລາ 100 ກວ່າປີ​ມາ​ນີ້, ​ຢູ່​ອ້ອມ​ວັດ, ກໍ່​ຄື​ບ່ອນ​ດຳ​ເນີນ​ຊີວິດ​ຂອງ​ຄູບາອາຈານ​​ໄດ້ກາຍ​ເປັນ​ທີ່ຢູ່​ອາ​ໄສ​ຂອງ​ນົກຍາງ​ຫຼາຍ​ປະ​ເພດ, ​ເຊັ່ນ​:ນົກຍາງ​ສີຂາວ, ນົກຍາງ​ສົບ​ສີເຫຼືອງ, ນົກຍາງ​ສົບ​ສີດຳ, ນົກຍາງ​ສົບ​ສີຂາວ... ວັດແຫ່ງ​ນີ້​ຍັງ​ແມ່ນ​ບ່ອນ​ສຶກສາອີກ. ມາ​ຮອດ​ປະຈຸ​ບັນ, ວັດ​ໄດ້ສຶກສາ​ນັກຮຽນ​ສົງ ​ແລະ ນັກຮຽນ​ນັບພັນ​ຄົນ. ວັດ​ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ສຶກສາ, ຫຼໍ່​ຫຼອມ​ຄຸນສົມບັດ ​ແລະ ຄວາມ​ສາມາດ​ໃຫ້​ນັກຮຽນ​ສົງ​ເທົ່າ​ນັ້ນ, ຫາກ​ຍັງ​ຈັດ​ຕັ້ງ​ການສຶກສາວັດທະນະທຳ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ​ແລະ ຕອນ​ປາຍ​ໃຫ້​ນັກຮຽນ​ອີກ​ດ້ວຍ. ສຳລັບ​ຊາວ​ເຜົ່າ ຂະ​ແມ, ຄູບາ​ເຈົ້າ​ອະທິການ​ວັດທັ​ງ​ແມ່ນ​ອາຈານ, ທັງ​ແມ່ນ​ຄູ​ສອນ​ທີ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຕີບ​ໃຫຍ່. ທ່ານໝໍ ​ເລິ​ມ​ເກືອ​ຍ, ຢູ່​ໂຮງໝໍ​ຫຼາຍ​ຂະ​ແໜງ​ແຂວງ ຊອກ​ຈັງ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຮູ້​ບຸນ​ຄຸນວັດ​ຫຼາຍ, ບັນດາ​ຄູບາໃນ​ວັດ​ໄດ້ສ້າງ​ເງື່ອນ​ໄຂ​ໃຫ້​ຂ້າພະ​ເຈົ້າໄດ້​ຮຳ່ຮຽນ​ເພື່ອ​ເຕີບ​ໃຫຍ່. ບໍ່​ພຽງ​ແຕ່​ສະ​ເພາະ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ອ້າຍ​ເອື້ອຍ​ນ້ອງ​ຂ້າພະ​ເຈົ້າ​ກໍ່​ໄດ້​ຮັບ​ການ​ຮຳ່ຮຽນ​ໃນ​ວັດ, ​ເມື່ອ​ເຕີບ​ໃຫຍ່​ແລ້ວ​ພວກ​ຂ້າພະ​ເຈົ້າ​ກໍ່ກັບ​ເມືອ​ເຮັດ​ວຽກ​​ໃນ​ທ້ອງ​ຖີ່​ນ“.

        ຕາມ​ຕົວ​ເລກ​ສະຖິຕິ, ປະຈຸ​ບັນ​ແຂວງ ຈ່າ​ວິ​ງມີວັດ ຂະ​ແມ 136/142 ​ແຫ່ງ​ໄດ້​ຈັດ​ຕັ້ງ​ການ​ສຶກສາ​ດ້ວຍພາສາ ຂະ​ແມ​ໃຫ້​ນັກຮຽນ​ແຕ່​ຫ້ອງ 1 ​ເຖິງ​ຫ້ອງ 5 ​ ​ເກືອບ 11 ພັນ​ຄົນໃນ​ໂອກາດ​ພັກ​ແລ້ງ. ພະ​ອາຈານ ຢາງ​ແທງ, ​ເຈົ້າ​ອະທິການ​ວັດ ຈະ​ໂຣຍ​ໂຕນ​ຊາ, ​ແຂວງ ຈ່າ​ວິ​ງ, ​ເຊິ່ງ​ແມ່ນ​ວັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ສຶກສາ​ລຸ້ນໜຸ່ມ, ​ໃຫ້​ຮູ້​ວ່າ:

        “ນອກຈາກ​ຮຽນ​ໜັງສື, ບັນດາ​ຄູບາ​ຍັງ​ສອນ​ພວກ​ນ້ອງ​ກ່ຽວ​ກັບ​ຄຸນສົມບັດ, ການ​ປະພຶດຕໍ່, ການ​ທັກ​ທາຍ​ພໍ່​​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່, ຄູ​ສອນ​ຕາມ​ປະ​ເພນີ​ຂອງ​ຊົນ​ເຜົ່າ. ພ້ອມ​ທັງ​ສະໜອງ​ຄວາມ​ຮູ້​ພື້ນຖານ​ທີ່​ສຸດ​ໃຫ້​ພວກ​ນ້ອງ​ກ່ຽວ​ກັບ​ດ້ານ​ວັດທະນທຳ, ສິລະ​ປະ, ​ເຊັ່ນ: ບັນດາ​ວາດ​ຟ້ອນ, ທຳນອງ​ເພງ​ພື້ນ​ເມືອງ, ຊຸດ​ອາພອນ​ປະຈຳ​ເຜົ່າ.. ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ ​ແລະ ຮູ້​ຮັກສາ​ວັດທະນະທຳ​ຂອງ​ຕົນ​ໄວ້.“

ບັນດາວັດຂະແມທີ່ເປັນເອກະລັກສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 3

ວັດນົກຍາງ

(ພາບອິນເຕີແນດ)

        ຕາມ​ປົກກະຕິ, ​ແຕ່​ລະ​ບ້ານ​ຂອງ​ຊາວ​ເຜົ່າ ຂະ​ເມ​ມີ​ວັດແຫ່ງໜຶ່ງ, ​ແຕ່ລະ​ແຫ່ງ​ມີ​ຄູບາ​ແຕ່ 15 ​ເຖິງ 30 ອົງ, ບາງ​ເທື່ອ​ມີເຖິງ 100 ອົງ. ພ້ອມ​ກັບ​ການ​ເບິ່ງ​ແຍງ​​ເຖິງ​ຊີວິດ​ທາງ​ດ້ານ​ວັດຖຸ​ແລ້ວ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຕ່າງໆ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ ຂະ​ແມ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​​ເປັນພິ​ເສດ​ເຖິງ​ວັດ​ຕ່າງໆ​ໃນ​ທ້ອງ​ຖີ່​ນ. ທ່ານ ຫຼີຊິງ, ຮອງ​ຫົວໜ້າ​ຄະນະ​ຊົນ​ເຜົ່າ​ນະຄອນ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

        “ນະຄອນ ​ເກິ່ນ​ເທີ​ມີວັດ ຂະ​ແມນິກາຍ​ ນາມ​ຕົງ 12 ​ແຫ່ງ, ພິ​ເສດ​ມີ​ວັດ Pothisomron ຢູ່ ​ໂອ​ມົນໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ຂອງ​ນະຄອນ. ທາງ​ນະຄອນ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຊ່ວຍ​ວັດ​ຕ່າງໆ​​ເສີມ​ຂະຫຍາຍ​ມູນ​ເຊື້ອ, ຮີດຄອງ, ປະ​ເພນີ, ການ​ເຊື່ອ​ຖື​ສາສະໜາ, ພິ​ເສດ​ແມ່ນ​ເສີມ​ຂະຫຍາຍ​ພາສາ, ຕົວ​ໜັງສື. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ວັດ ຂະ​ແມ​ລ້ວນ​ແຕ່​ໄດ້​ຮັບ​ການ​ບຸລະນະ, ປະຕິສັງຂອນ​ຢ່າງ​ໃຫຍ່​ໂຕ ​ແລະ ສວຍ​ງາມ“.

        ວັດ, ຄູບາ, ພະ​ທຳ ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ ຂະ​ແມ​ແຕ່ລະຄົນ, ວັດ ຂະ​ແມ​ສະ​ແດງ​ໃຫ້​ເຫັນ​ການ​​ປະສານ​ສົມທົບ​ດ້ານ​ວັດທະນະທຳ​ລະຫວ່າງ​ຊົນ​ເຜົ່າ​ຕ່າງໆ. ນີ້​ແມ່ນຊັບ​ສົມບັດ​ອັນ​ລຳ້​ຄ່າ​ບໍ່​ພຽງ​ແຕ່​ສຳລັບ​ຊາວ​ເຜົ່າ​ຂະ​ແມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ສ້າງ​ເປັນ​ສີສັນ​ວັດທະນະທຳ​ຂອງ​ຊາດ​ ຫວຽດນາມ​ອີກ​ດ້ວຍ.

 

ຕອບກັບ