ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈູຣູ

Vinh Phong
Chia sẻ
(vovworld)- ວັດ​ທະ​ນະ​ທຳ​​ຂອງ​ ​ເຜົ່າ​ຈູ​ຣູ ດ້ວຍບັນ​ດາຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​​ທີ່​ແປກ​ປະ​ຫລາດເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ

(vovworld)- ວັດ​ທະ​ນະ​ທຳ​​ຂອງ​ ​ເຜົ່າ​ຈູ​ຣູ ດ້ວຍບັນ​ດາຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​​ທີ່​ແປກ​ປະ​ຫລາດເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​​ມາ​ຢ້ຽມ​ຢາມ​ເຂດ​ໄຕ​ງວຽນກໍ່​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈແລະ​ຢາກ​ຄົ້ນ​ຫາ. ຈາກ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ຕະ​ຫລອດ​ຮອດ​ສິ​ລະ​ປະ​ພື້ນ​ເມືອງ, ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ທີ່​ເປັ​ນ​ມູ​ນ​ເຊື້ອ...ທັງ​ໝົດ​ເຫລົ່າ​ນັ້ນ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍຈາກ​ຊາວ​ເຜົ່າ​ຈູ​ຣູ. ບົດ​ຂຽນ​ຂອງ​ນັກ​ຂ່າວຫວີງ​ຟອງ.


ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈູຣູ - ảnh 1
ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຊາວ​ເຜົ່າ​ຈູ​ຣູ

ຊາວ​ເຜົ່າ​ຈູ​ຣູມີ​ສາງວັດ​ທະ​ນະ​ທຳ​ສິ​ລະ​ປະ​ເປັນ​ຫລາຍ​ຮູບ​ຫລາຍ​ສີແລະອຸ​ດົມ​ສົມ​ບູນ, ໃນ​ນັ້ນບັນ​ຈຸ​ແຫລ່ງ​ເອ​ກະ​ສານ​ປະ​ຫວັດ​ສາດ​ອັນ​ລ້ຳ​ຄ່າ.ນອກ​ຈາກ​ບັນ​ດາ​ບົດ​ເພງ​ພື້ນ​ເມືອງ​ແລ້ວ, ຊາວ​ເຜົ່າ​ຈູ​ຣູຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄຳ​ພະ​ຫຍາ, ສຸ​ພາ​ສິດຍ້ອງຍ​ໍ​​ສັນ​ລະ​ເສີນລະ​ບອບ​ມາ​ນ​ດາ​ສິດທິ​ລາດ, ເຊີດ​ຊູ​ບົດ​ບາດ​ຂອງ​ແມ່​ຍິງ ພ້ອມ​ກັບ​ການ​ຕໍ່​ສູ້​ກັບ​ທຳ​ມະ​ຊາດຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ເພື່ອ​ຍາດ​ເອົາ​ຄວາມ​ຜາ​ສຸກ. ກ່ຽວ​ກັບ​ເຄື່ອງ​ດົນ​ຕີ, ຊາວ​ເຜົ່າ​ຈູ​ຣູມີ​, ກອງ, ແຄ​ນ (Rokel), ຣະ​ຕົງ(r’tong) ກະ​ຢາວ(kwao), ເຕ​ເນຍ​(tenia)…. ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ຄ້ອງ, ​ແມ່ນ​ປະ​ເພດເຄື່ອງ​ດົນ​ຕີໄດ້​​ນຳ​ໃຊ້​ໃນ​ບັນ​ດາ​ງານ​ບຸນ​ຕ່າງໆ ພ້ອມ​ກັບ​ວາດຟ້ອນ TamyaArya ແມ່ນ​ວາດ​ຟ້ອນ​ອ່ອນ​ຊອ້ຍ​ທີ່​ມີ​ຊື່​ສຽງ ແລະ ມີ​ລັກ​ສະ​ນະ​ວົງ​ຄະ​ນາ​ຍາດ, ເກືອບ​ຄື​ວ່າ​ຜູ້​ໃດ​ກໍ່​ຟ້ອນ​ເປັນ ແລະ ນິ​ຍົມ​ວາດ​ຟ້ອນນີ້. ທ່າ​ນ​ນາງລີງ​ງາNieKdam, ນັກຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າຢູ່​ເຂດ​ໄຕ​ງວຽນ, ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າຈູ​ຣູມີ​ຊຸດຄ້ອງພຽ​ງ 3 ເຄື່ອງ.ໃນ​ຂະ​ນະ​ນັ້ນຊຸດ​ຄ້ອງ​ຂອງບັນ​ດາ​ເຜົ່າ​ອື່ນ​ຄືເຊ​ດັງ ​ແມ່ນ​ມີ​ຫລາຍ​ເຄື່ອງ, ໃນ​ງານ​ບຸນຜູ້​ລະ​ຈັບ​ຄ້ອງ​ເຄື່ອງ​ຫນຶ່ງ​ຍ່າງອ​ອ້ມ​ເຮືອນຫລືຕົ້ນ​ໄມ້​ໄຜ່, ທັງ​ຍ່າງ​ທັງ​ຟ້ອນ​ລຳ​ທຳ​ເພງ. ສ່ວນ​ຊາວ​ເຜົ່າ​ຈູ​ຣູ, ຄ້ອງ 3 ເຄື່ອງນັ້ນ​ຖືກ​ແຂວນ​ຂຶ້ນ​ ​ຫລື​ ຕັ້ງເທິງ​ຫິ້ງ ແລະ ມີ​ພຽງ​ຜູ້​ດຽວ​ລັ່ນຄ້ອງ​​ເທົ່າ​ນັ້ນ.

ຊາວ​ເຜົ່າ​ຈູ​ຣູ ​ມີ​ສີ​ມື​ອັນ​ຄ່ອງ​ແຄ້ວແລະຄວາມ​ຮູ້​ດ້ານ​ສິ​ລະ​ປະ. ບັນ​ດາ​ນັກ​ສິ​ລະ​ປະ​ການຈູ​ຣູ ໄດ້ນຳ​ໃຊ້​ດິນ​ເພື່ອ​ຜະ​ລິ​ດ​ບັນ​ດາ​ເຄື່ອງ​ປັ້ນ​ດິນ​ເຜົາ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ. ບ້ານ ກ​ະ​ຣັງ​ເກາະ, ຕາ​ແສງ ປະ​ຣໍ ເມືອງເດີນ​ເຢືອງ, ແຂວງເລີມ​ດົງຊື່ງ​ແມ່ນ​​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ ຈູ​ຣູ, ປະ​ຈຸ​ບັນ​ຍັງ​ຄົງ​ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ສະ​ຫນິດ​ຕິດ​ພັນ​ກັບ​ຊາວ​ເຜົ່າ​ຈູ​ຣູ ນັບ​ພັນ​ປີ​ແລ້ວ. ເຕັກ​ນິກ​ການ​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ຂອງ​ຊາວ​ເຜົ່າຈູ​ຣູແມ່ນ​ງ່າຍ​ດ່າຍ, ບັນ​ດາ​ຜະ​ລິດ​ຕະ​ພັນ​​ເຄື່ອງ​ດິ​ນ​ເຜົາລ້ວນ​ແຕ່​ຖືກ​ປັ້ນ​ດ້ວຍ​ຄູ່​ມືອັນ​ຄ່ອງ​ແຄ້ວ. ໃນ​ລະ​ດູ​ແລ້ງ, ແຕ່​ເດືອນ 12 ຂອງປີ​ກ່ອນ​ຮອດ​ເດືອນ 3 ປີ​ຕໍ່​​ມາ, ​ຄອບ​ຄົວ​ໃດໃນ​ບ້ານກະ​ຣັງ​ເກາະ​ລ້ວນ​ແຕ່​​ຜະລິດເຄື່ອງ​ປັ້ນ​ດິນ​ເຜົາ. ທ່ານ​ນາງເລືອງ​ແທງ​ເຊີນ, ນັກ​ຄົ້​ນ​ຄ້​ວາ​ບັນ​ດາ​ເຜົ່າຢູ່​ເຂດໄຕ​ງວຽນແບ່ງ​ປັນ​ວ່າ:

        “ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ຂອງ​ຊາວ​ເຜົ່າ​ຈູ​ຣູ ແມ່ນ​ຄ້າຍ​ຄື​ກັນ​ກັບ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຊາວ​ເຜົ່າ​ຈຳ​ຢູ່​ບ້ານ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາເບົາ​ຈຸກ, ນັ້ນ​ແມ່ນບໍ່​ນຳ​ໃຊ້ໂຕະ​ໝູນເພື່ອປັ້ນ​ເຄື່ອງ​ດິນ​ເຜົາ. ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຊາວ​ເຜົ່າ ຈູ​ຣູ ມີ​ຄວາມ​ງາມ​ແບບດັ້ງ​ເດີມ.”

ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈູຣູ - ảnh 2
ການ​ຜ​ະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຊາວ​ເຜົ່າ​ຈູ​ຣູ 
ພາບ:ອິນ​ເຕີ​ແນັດ

        ຫນຶ່ງ​ໃນ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ຊີ​ວິດ​ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ​ຊາວ​ເຜົ່າ ຈູ​ຣູແມ່ນ​​ພິ​ທີ​ສູ່​ຂໍ, ງານດອງເພາະ​ຊາວ​ເຜົ່າ​ຈູ​ຣູຍັງ​ຄົງ​ຮັກ​ສາ​ລະ​ບອບ​ມານ​ດາ​​ສິດທິ​ລາດ. ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ຈູ​ຣູ , ແມ່​ຍິງ​ແມ່ນ​ຜູ້​ຕັດ​ສິນ​ທຸກວຽກ​ໃຫຍ່​ນ້ອຍ​ໃນ​ຄອບ​ຄົວ. ນັບ​ທັງ​ໃນ​ການ​ສົມ​ລົດ, ເຂົາ​ເຈົ້າ​ກໍ​ແມ່​ນ​ຜູ້​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ ແລະລູກ​ເຕົ້າ​ເມື່ອ​ກຳ​ເນີດຂຶ້ນ​ລ້ວນ​ແຕ່​ຖື​ນາມ​ສະ​ກຸນ​ຂອງ​ແມ່. ​ສຳ​ລັບ​ຊາວ​ເຜົ່າ​ອື່ນ, ຜູ້​ຊາຍ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ຕົນ​ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ​ໃນ​ການ​ສົມ​ລົດຈາກ​ເລື່ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຈົ້າ​ໂຄດ​ລຸງ​ຕາ​ຕະ​ຫລອດ​ຮອດ​ກະ​ກຽມ​ເຄື່ອງ​ສິນ​ສອດ ​ແລະ ງານດອງ. ແຕ່​ສຳ​ລັບ​ຊາວ​ເຜົ່າ​ຈູ​ຣູ ພັດ​ກົງ​ກັນ​ຂ້າມ. ມາ​ຮອດ​ປະ​ຈຸ​ບັນປະ​ເພ​ນີ “ຈັບ​ຜົວ” ຂອງຊາວ​ເຜົ່າ​ຈູ​ຣູຍັງ​ຄົງ​້​ໄ​ດ້​ຮັບ​ການຮັກ​ສາ​ໄວ້​​ໃນ​ຫລາຍ​ໝູ່​ບ້ານ​ຢູ່​ແຂວງເລີມ​ດົງ. ຕາມນັ້ນ​ແລ້ວ, ເມື່ອ​ຜູ້​ສາວ​ຊາວ​ເຜົ່າ​ຈູ​ຣູ​ເກີດຄວາມ​ຮັກ​ຕໍ່​ອ້າຍ​ບ່າວ​​ຜູ້ໃດ, ຜູ້​ສາວ​ຄົນ​ນັ້ນ​ຈະ​​ແຈ້ງ​ໃຫ້​​ພໍ່​ແມ່​ຂອງ​ຕົນ​ຊາບ​ເພື່ອ​ຂໍ​ອ​ະ​ນຸ​ຍາດ​ກະ​ກຽມ​ພິ​ທີ​ໄປ​ສູ່​ຂໍ​ກັບ​ຜູ້​ບ່າວ​ຄົນນັ້ນ. ເມື່ອ​ຮອດ​ລະ​ດູ​ບານ​ໃຫມ່, ຄອບ​ຄົວ​ຂອງ​ເຈົ້າ​ສາວ ເລືອກ​ເຟັ້ນ​ມື້​ສັນ​ວັນ​ດີ​ເອົາ​ເຄື່ອງ​ສິນ​ສອດ​ໄປ​ຍັງ​ຄອບ​ຄົວ​ເຈົ້າ​ບ່າວ. ຖ້າ​ຫາກ​ຄອບ​ຄົວ​ເຈົ້າ​ບ່າວບໍ່​ຍອມ​ຮັບ, ຄອບ​ຄົວ​ເຈົ້າ​ສາວ​ຈະ​ກັບ​ເມືອ​ແລະ​ໝັ້ນ​ໝາຍ​ຈະມາ​ອີກ​​ຈົນ​ເຖິງ​ເມື່ອ​ໃດ​ຄອບ​ຄົ​ວ​ເຈົ້າ​ບ່າວ​ເຫັນ​ດີ. ຖ້າ​ຫາກ​ເຈົ້າ​ບ່າວ​ບໍ່​ເຫັນ​ດີ, ບັນ​ດາ​ຜູ້​ເປັນ​ເພດ​ຊາຍ​ໃນ​ຄອບ​ຄົວ​ເຈົ້າ​ສາວ​ຈະໃສ່​ແຫວນ​ແຕ່ງ​ງານໃຫ້​ເຈົ້າ​ບ່າວ​ເພື່ອ​ຈັບ​ເຂີຍ​ໃຫ້​ໄດ້. ເມື່ອນີ້ວ​ມື​ຂອງ​ເຈົ້າ​ບ່າວ​ໃສ່​ແຫວນ​ຂອງ​ຄອບ​ຄົວ​ເຈົ້າ​ສາວ​ແລ້ວ,ເຈົ້າ​ບ່າວ​ຄົນ​ນັ້ນ​ກາຍ​ເປັນ​ລູກ​ເຂີຍ​ຢ່າງ​ເປັນ​ທາງ​ການ. ຖ້າຫາກບໍ່​ເຫັນ​ດີ, ເຈົ້າ​ບ່າວ​ແກ້​ແຫວນ​ອອກ​ມອບສົ່ງຄືນໃຫ້​ຄອບ​ຄົວ​ເຈົ້າ​ສາ​ວ​​ແລະ​ຄອບ​ຄົວ​ເຈົ້າ​ບ່າວ​ຕ້ອງ​ກະ​ກຽມ​ຄວາຍ,ເຫລົ້າ​ເພື່ອ​ຊົດ​ເຊີຍໃຫ້​ຄອບ​ຄົວ​ເຈົ້າ​ສາວ. ຖ້າ​ຫາກ​ສອງ​ຝ່າຍ​ເຫັນ​ດີ​ເຫັນ​ພ້ອມ, ຄອບ​ຄົວ​ເຈົ້າ​ສາວ​ຈະ​ກະ​ກຽມ​ເຄື່ອງ​ຂອງ​ຄົບ​ທຸກ​ຢ່າງ​ເພື່ອ​ໄປ​ຮັບ​ລູກ​ເຂີຍ. ທ່ານ​ນາງເລືອງ​ແທງ​ເຊີນ, ນັກ​ຄົ້ນ​ຄ້​ວາ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນໃຫ້​ຮູ້​ຕື່ມ​ອີກວ່າ:

        “ໃນ​ປະ​ເພ​ນີ​ສູ່​ຂໍ, ງານດອງ​ຂອງ​ຊາວ​ເຜົ່າ​ຈູ​ຣູແລະເຜົ່າ​ຈຳ​ນວ​ນ​ຫນຶ່ງ​ໃກ້​ຊິ​ດ​ ກັບ​ເຜົ່າຈູ​ຣູ, ເຄື່ອງ​ສິນ​ສອດ​ຕ້ອງ​ກະ​ກຽມເປັນ​ຈຳ​ນວນ​ຫລວງຫລາຍ​,ມີ​ຜ​ູ້​ສາວ​ຫລາຍ​ຄົນ​ບໍ່​ມີ​ເງື່ອນ​ໄຂ​ເອົາ​ຜົວຍ້ອນ​ຄອບ​ຄົວ​ທຸກ​ຍາກ. ພາ​ຍ​ຫລັງ​ແຕ່ງງານແລ້ວ, ເຈົ້າ​ບ່າວ​ຕ້ອງ​ໄປ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ສາວ. ​ແຕ່​ໃນ​ກ​ໍ​ລະ​ນີ​ໃດ​ຫນຶ່ງ, ເຈົ້າ​ບ່າວ​ຈະ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ສາວ​ໃນ​ໄລ​ຍະ​ຫນຶ່ງ​ເທົ່າ​ນັ້ນແຕ່ກ​ອ່ນນັ້ນເຈົ້າ​ສາວ​ຕ້ອງ​ໄປ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ບ່າວ​ໃນ​ໄລ​ຍະ​ຫນຶ່ງ.”

        ໃນ​ມື້​ງານດອງ, ຕົ້ນ​ຍາມ​ເຊົ້າ, ຄອບ​ຄົວ​ເຈົ້າ​ສາວແລະ ຄອບ​ຄົວ​ເຈົ້າ​ບ່າວ​ພ້ອມ​ກັນ​ດຳ​ເນີນ​ບັນ​ດາ​ຂັ້ນ​ຕອນ​ຂອງ​ພິ​ທີ​ສົ່ງ​ເຈົ້າ​ບ່າວ​ມາ​ຢູ່​ນຳ​ຄອບ​ຄົວ​ເຈົ້າ​ສາວ. ກ່ອນ​ທີ່ເດີນ​ທາງ, ແມ່​ຂອງ​ເຈົ້າ​ສາວ​​ບີງຜ້າມັດ​ຄູ່​ບ່າວ​ສາວ​ເຂົ້າ​ກັນ​. ເລື່ອງ​ ບີງ​ຜ້າ​ ໃຫ້​ເຈົ້າ​ສາວ​ເຈົ້າ​ບ່າວ​ແມ່ນ​ພິ​ທີ​ກຳ​ສຳ​ຄັນ​ເພື່ອ​ຂໍ​ໃຫ້​ຄູ່​ຜົວ​ເມຍ​ຍາມ​ໃດ​ກໍ່​ຮັກ​ແພງ​ກັນ​ແລະ​ ມີ​ຄວາມ​ຜາ​ສຸກ​ຕະ​ຫລອດ​ຊີ​ວິດ.


ຕອບກັບ