ບັນດາງານບຸນໃນຊີວິດຂອງຊາວເຜົ່າເອເດ

Lan Anh
Chia sẻ
ຊາວ​​ເຜົ່າເອ​ເດ​ມີ​​ແນວ​ຄວາມ​ຄິດສະ​ເພາະ​ກ່ຽວ​ກັບ​ຄວາມ​ໝູນ​ວຽນ​ຂອງ​ຊີວິດມະນຸດ. ຍ້ອນ​​ແນວ​ຄວາມ​ຄິດ​ນີ້, ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ເອ​ເດ ຈຶ່ງຜ່ານ​ຫຼາຍ​ພິທີ.

(vovworld) - ຊາວ​​ເຜົ່າເອ​ເດ​ມີ​​ແນວ​ຄວາມ​ຄິດສະ​ເພາະ​ກ່ຽວ​ກັບ​ຄວາມ​ໝູນ​ວຽນ​ຂອງ​ຊີວິດມະນຸດ. ຍ້ອນ​​ແນວ​ຄວາມ​ຄິດ​ນີ້, ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ເອ​ເດ ຈຶ່ງຜ່ານ​ຫຼາຍ​ພິທີ. ບັນດາ​ພິທີ​ເຫຼົ່າ​ນັ້ນ​ຖືກ​ຈັດ​ຂຶ້ນ ​ເພື່ອ​ແນ​ໃສ່​ແຈ້ງ​ໃຫ້​ບັນພະບຸລຸດ, ບັນດາ​ເທວະ​ດາ​ຟ້າ​ແຖນ ​ແລະ ວົງ​ຄະນາ​ຍາດ​ກ່ຽວ​ກັບ​ການ​ຄົງ​ຕົວ ​ແລະ ພັດທະນາ​ຂອງ​ມະນຸດ.

ບັນດາງານບຸນໃນຊີວິດຂອງຊາວເຜົ່າເອເດ - ảnh 1

ພິທີອຳລາຄົນຕາຍຂອງຊົນເຜົ່າເອເດ

(ພາບອິນເຕີແນດ)

ຊາວ​ຊົນ​ເຜົ່າ​ເອ​ເດ ບໍ່​ມີ​ປະ​ເພນີ​ບູຊາ​ບັນພະບຸລຸດ. ​ໃນ​ຄອບຄົວ​ຊາວ​ເຜົ່າ​ເອ​ເດ ຖ້າ​ມີ​ຄົນ​ຕາຍ, ​ໃນ​ຮອບ​ເວລາ​ແຕ່​ໜຶ່ງ​ເຖິງ​ສາມ​ປີ, ທຸກ​ຄົນ​ໃນ​ຄອບຄົວ​ຕ້ອງ​ຈັດ​ພິທີ​ (ບໍ​ໝາ)ໝາຍ​ຄວາມ​ວ່າອຳ​ລາ​ຄົນ​ຕາຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ພິທີ​​ໃຫຍ່​, ​ມີ​ລັກສະນະ​ງານ​ສົບ, ​ເຊິ່ງຄົນ​ຍັງ​ມີ​ຊີວິດ​ຈັດ​ຕັ້ງ​ເພື່ອ​ອຳ​ລາ​ຄົນ​ຕາຍ, ​ສົ່ງ​ວີນຍານ​ຂອງ​ເຂົາ​ເຈົ້າ​ໄປ​ສູ່ສຸຄະຕິ. ສາ​ສະ​ດາ​ຈານ ​ໂງ​ດຶກ​ທິ້ງ, ກຳມະການ​ສະພາ​ມໍລະດົກ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

“ຊາວ​ເຜົ່າ​ເອ​ເດ​ມີ​​ແນວຄວາມ​ຄິດວ່າ, ​ເມື່ອ​ບໍ່​ທັນ​ຈັດ​ພິທີ​ອຳ​ລາ​, ວີນຍານ​ຂອງ​ຄົນຕາຍ​ຍັງ​ວົນວຽນ​ຢູ່​ໃນ​ບ້ານ, ​ໃນຄອບຄົວຢູ່. ດັ່ງ​ນັ້ນ, ມື້​ໃດ​ເຂົາ​ເຈົ້າ​ກໍ່​ຕ້ອງ​ນຳ​ເອົາ​ເຂົ້າ​​ໄປ​ຍັງ​ຂຸມ​ຜີ​​ເພື່ອໃຫ້​ຄົນ​ຕາຍ​ກິນຜ່ານ​ທໍ່​ໄມ້​ໄຜ່​ທີ່​ລ່ວງ​ກັນ​ຈາກ​ນອກຂຸມຜີ​ເຂົ້າຫີບ​ສົບ​. ​ແຕ່​ເມື່ອ​ຈັດ​ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ​ແລ້ວ, ການ​ພົວພັນ​ລະຫວ່າງ​ຄົນ​ຍັງ​ມີ​ຊີວິດ ກັບ ຄົນ​ຕາຍ​ຈະ​ຢຸດຕິ​ຕະຫຼອດ ​ແລະ ວີນຍານ​ຂອງ​ຄົນ​ຕາຍຈຶ່ງ​ພົບ​ປະ​ກັບ​ບັນພະບຸລຸດ​ໄດ້“.

ບັນດາງານບຸນໃນຊີວິດຂອງຊາວເຜົ່າເອເດ - ảnh 2

ຮູບຄວັດດ້ວຍໄມ້ທີ່ຕັ້ງຢູ່ຂຸມຜີຂອງຄົນຕາຍ

(ພາບອິນເຕີແນດ)

​ເພື່ອ​ຈັດ​ຕັ້ງ​ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ, ຄອບຄົວ​ຂອງ​ຄົນ​ຕາຍ​ຕ້ອງ​ກະກຽມ​ເຂົ້າສານ, ຊີ້ນ, ​ເຫຼົ້າ, ​ເຄື່ອງ​ບູຊາ ​ແລ້ວ​ແຈ້ງ​ໃຫ້​ຍາດຕິ​ພີ່ນ້ອງ ​ແລະ ປະຊາຊົນ​ໃນ​ບ້ານ​ເຂົ້າ​ຮ່ວມ. ບໍ່​ພຽງ​ແຕ່​ກະກຽມ​ທັນ​ຍາ​ຫານ​ເທົ່າ​ນັ້ນ, ຫາກ​ກ່ອນ​ນັ້ນ​ນັບ​ທັງ​ເດືອນ, ທຸກ​ຄົນ​ໃນ​ຄອບຄົວ​ຍັງ​ເຕົ້າ​ໂຮມ​ກັນ​ເພື່ອ​ຄວັດ​ຮູບ, ​ເຮັດ​ຂຸມ​ຜີໃຫ້​ຄົນ​ຕາຍ​ອີກ. ຍ້ອນ​ເຫດ​ນັ້ນ, ຂຸມ​ຜີ​ຂອງ​ຄົນ​ຕາຍ​ຈຶ່ງ​ມີ​ຫຼັງຄາ, ຢູ່​ອ້ອມ​ມີ​ບັນດາ​ຮູບ​ທີ່​ຄວັດ​ດ້ວຍ​ໄມ້ ຫຼື​ດ້ວຍ​ເຂົາ​ຄວາຍ. ຜູ້​​ມີ​ຊີວິດ​ຍັງ​ຈັດ​​ແບ່ງ​ຊັບ​ສິນ​ໃຫ້​ຄົນ​ຕາຍ​ອີກ. ​ໃນ​ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ, ຍາດຕິ​ໃນ​ຄອບຄົວ​ຍັງຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ຄື​: ບູຊາ​ດ້ວຍ​ສັດ, ສະ​ແດງ​ດົນຕີ, ຟ້ອນ​ລຳ​ທຳ​ເພງອີກ​… ສາ​ສະ​ດາ​ຈານ ​ໂງ​ດຶກ​ທິ້ງ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

“ຄົນ​ມີ​ຊີວິດ​ແບ່ງ​ຊັບ​ສິນ​ແທ້​ໃນ​ຄອບຄົວ​ຄື: ​ໄຫ​ເຫຼົ່າ, ກະພາ…​ໃຫ້​ແກ່​ຄົນ​ຕາຍ, ​ແຕ່​ຊັບ​ສິນ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ຖືກ​ຖັ່ງຊອດ. ​ເພາະ​ຊາວ​ເຜົ່າ​ເອ​ເດ​ມີ​ແນວ​ຄວາມ​ຄິດ​ທີ່​ວ່າ, ຍາມ​ໃດ​ໂລກ​ມະນຸດ ກໍ່​ກົງກັນຂ້າມ​ກັບນາລົກ. ​ດັ່ງ​ນັ້ນ​​ເຂົາ​ເຈົ້າຈຶ່ງ​ເຮັດ​​ແນວ​ນັ້ນ“.

ບັນດາງານບຸນໃນຊີວິດຂອງຊາວເຜົ່າເອເດ - ảnh 3

ຂຸມຜີຂອງຄົນຕາຍທັງມີຫຼັງຄາ, ທັງມີບັນດາຮູບຄວັດຢູ່ອ້ອມ
(ພາບອິນເຕີແນດ)

ພາຍຫຼັງ​ຈັດ​ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ, ຄົນ​ມີ​ຊີວິດ​ຈຶ່ງ​ອຸ່ນ​ອ່ຽນ​ໃຈ​ວ່າ​ຕົນ​ເອງ​ໄດ້​ເຮັດ​ຫຼ້ອນ​ໜ້າ​ທີ່​ສຳລັບ​ຄົນ​ຕາຍ. ໝາຍ​ຄວາມ​ວ່າ​ພາຍຫຼັງ​ຈັດ​ພິທີ​ຄື​ແນວ​ນັ້ນ, ຄົນ​ຕາຍ​ຈຶ່ງ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ຊາດ​ໃໝ່ ​ແລະ ສືບ​ຕໍ່​ຊີວິດ​ໃໝ່. ຍ້ອນ​ເຫດ​ນັ້ນ, ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ​, ​ເຖິງ​ວ່າຕິດ​ພັນກັບ​ງານ​ສົບ​ກໍ່ຕາມ ​ແຕ່​ພັດ​ໄດ້​ຈັດ​ຕັ້ງ​ຄື​ງານ​ບຸນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮັບຜິດຊອບ​ຂອງ​ວົງ​ຄະນາ​ຍາດ, ຄອບຄົວ, ຍາດຕິ​ພີ່ນ້ອງທີ່​ມີ​ຕໍ່​ຄົນ​ຕາຍ.

ສຳລັບ​ຊາວ​ເຜົ່າ​ເອ​ເດ, ພິທີ​ຕັ້ງ​ຊື່​ໃຫ້​ເດັກ​ຫາ​ກໍ່​ກຳ​ເນີ​ດກໍ່​ໄດ້​ຮັບ​ການຈັ​ດຕັ້ງ​ຢ່າງ​ຮຽບຮ້ອຍ. ສາ​ສະ​ດາ​ຈານ ​ໂງ​ດຶກ​ທິ້ງ, ​ໃຫ້​ຮູ້​ວ່າ, ​ເດັກນ້ອນກຳ​ເນີ​ດ​ໄດ້ 3 ວັນ, ຄອບຄົວ​ຕ້ອງ​ຈັດ​ພິທີ​ຕັ້ງ​ຊື່​ໃຫ້​ເດັກ ​ເພື່ອ​ໃຫ້​ບັນພະບຸລຸດ​ຮັບ​ຮູ້​ການ​ມີໜ້າ​ຂອງ​ມັນ​ໃນ​ຄອບຄົວ, ວົງ​ຕະກຸນ.

“ຊາວ​ເຜົ່າ​ເອ​ເດ​ມີ​ແນວ​ຄິດ​ທີ່​ວ່າ, ຄົນ​ຕາຍ​ຈະ​ໄດ້​ຮັບ​ກຳ​ເນີ​ດ​ໃໝ່​ຜ່ານ​ນຳ້ໝອກ, ​ເຂົາ​ເຈົ້າ​ຖື​ນຳ້ໝອກ​ແມ່ນ​ວີນຍານ​ຂອງ​ຄົນ​ຕາຍ. ດັ່ງ​ນັ້ນ​ໃນ​ພິທີ​ຕັ້ງ​ຊື່​ໃຫ້​ເດັກ, ​ເຂົາ​ເຈົ້າ​ຈຶ່ງເດັດ​ໃບ​ໄມ້​ທີ່ມີ​ນຳ້ໝອກວາງ​ຢູ່ຕໍ່​ໜ້າ​ເດັກ, ​ແລ້ວ​ຕັ້ງ​ຊື່​ໃຫ້​ເດັກຕາມ​ຊື່​ຂອງ​ບັນພະບຸລຸດ, ​ຍ້ອນເຂົາ​ເຈົ້າ​ຄິດ​ວ່າ​ບັນພະບຸລຸດ​ໄດ້​ກຳ​ເນີນ​ຄືນ​ໃໝ່​ໃນ​ຕົວ​ລູກ​ຫຼານ​ຂອງ​ຕົນ. “

ບັນດາງານບຸນໃນຊີວິດຂອງຊາວເຜົ່າເອເດ - ảnh 4

ໃນພິທີອຳລາຄົນຕາຍຍັງຈັດການຕີຄ້ອງ
(ພາບອິນເຕີແນດ)

ພິທີ​ຕັ້ງ​ຊື່​ຖືກ​ຈັດ​ໃນ​ຄອບຄົວ, ​ໂດຍ​ບໍ່​ຕີ​ຄ້ອງ, ຂັບ​ຮ້ອງ. ​ເຄື່ອງ​ຂອງ​ບູຊາ​ໃນ​ພິທີ​ມີ: ຈອກ​ເຫຼົ້າ, ​ໄກ່ຜູ້, ໝາກ​ເຂືອ​ຂົມ​ໜ່ວຍ​ໜຶ່ງ, ​ໃບ​ສີດາ​ໃບ​ໜຶ່ງ, ຈອກ​ດ້ວຍ​ທອງ​ຈອກ​ໜຶ່ງ. ຖ້າ​ແມ່ນ​​ເດັກ​ຊາຍ​ຕ້ອງ​ມີ​ເຫຼັກ​ເຈາະ, ສິ່ວ ​ແລະ ມິດ​ເຫຼົາ​ອີກ. ພາຍຫຼັງ​ຕັ້ງ​ຊື່​ສຳ​ເລັດ, ໝໍ​ຜີ​ຈະ​ເອົາ​ຕັບ​ໄກ່​ໜ້ອຍ​ໜຶ່ງ​ໃຫ້​ເດັກ​ກິນ, ​ເອົາ​ໃບ​ສີດາ​ມີ​ນຳ້ໝາກ​ທາ​ໃສ່​ປາກ​ເດັກ​ດ້ວຍ​ຄວາມ​ຫວັງ​ວ່າ, ​ເມື່ອ​ເດັກ​ເຕີບ​ໃຫຍ່​ຈະ​ມີ​ຄວາມ​ກ້າ​ຫານ, ສາມາດຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​, ລຳບາກໂດຍ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ. ​ເມື່ອ​ເດັກນ້ອຍ​ເຕີບ​ໃຫຍ່​ແລ້ວ, ກໍ່​ສືບ​ຕໍ່​ຈັດ​ພິທີ​ເຕີບ​ໃຫຍ່ ​ເພື່ອ​ໃຫ້​ຊາວບ້ານ​ຮັບ​ຮູ້​ວ່າ​ເດັກ​ຜູ້​ນັ້ນ​ໄດ້​ກາ​ຍເປັນຜູ້​ບ່າວ​ຂອງ​ບ້ານ. ສາ​ສະ​ດາ​ຈານ ລື​ວຮູ່ງ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ​ໃຫ້​ຮູ້​ວ່າ:

“​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ເອ​ເດ ​ແມ່ນ​ຕ້ອງຜ່ານ​ຫຼາຍ​ພິທີ​, ​ແຕ່ລະ​ເທື່ອ​ເມື່ອ​ຈັດ​ຕັ້ງ​ພິທີ, ອິດ​ທິພົນ, ທີ່​ຕັ້ງ​ຂອງ​ເຂົາ​ເຈົ້າ​ໃນ​ສັງຄົມ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຜ່ານ​ແຕ່​ລະ​ພິທີ​ດ້ວຍ​ເຄື່ອງ​ຂອງ​ບູຊາ​ນັບ​ມື້​ນັບ​ຫຼາຍ​, ຈາກ​ໝູ​ໜຶ່ງ​ໂຕ ​ເຖິງສາມ​ໂຕ, ຕະຫຼອດ​ຮອດ​ໂຕ​ຄວາຍ. ຈຳນວນ​ໄຫ​ເຫຼົ່າ​ກໍ່​ຫຼາຍ​ກວ່າ , ອີງ​ຕາມ​​ເຄື່ອງ​ຂອງ​ບູຊາ​ໃນພິທີ​ຂອງ​ແຕ່ລະຄົນ, ວົງ​ຄະນາ​ຍາດ​ຈຶ່ງ​ຮັບ​ຮູ້​ວ່າ​ຜູ້​ນັ້ນ​ຖືກ​ຈັດ​ໃນ​ຊັ້ນ​ຄົນໃດ​ຂອງ​ວົງ​ຄະນາ​ຍາດ​“.

ພິທີ​ອຳ​ລາ​ວີນຍານ​ຄົນ​ຕາຍ ​ແລະ ພິທີ​ຕັ້ງ​ຊື່​ໃຫ້​ເດັກ ​ແມ່ນ​ບັນດາ​ພິທີ​ສຳຄັນ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ເອ​ເດ. ປະຈຸ​ບັນຊາ​ວ​ເຜົ່າ​ເອ​ເດ ​ພວມ​ຟື້ນ​ຟູ​ພິທີ​ບູຊາ​ທ່າ​ນຳ້, ພິທີ​ແຮກ​ສ່ຽວ.. ບັນດາ​ພິທີ​ເຫຼົ່າ​ນັ້ນ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ເອ​ເດ.

ຕອບກັບ