(vovworld) - ຢູ່ເມືອງແມ່ວຫວາກ, ແຂວງຮ່າຢາງ, ມີແມ່ຍິງຊົນເຜົ່າມົ້ງຜູ້ໜຶ່ງ ໄດ້ປະກອບເຫື່ອແຮງ, ເງິນຄຳຂອງຕົນເພື່ອຊອກຫາ, ຮັກສາເຄື່ອງໃຊ້ສອຍ, ເຄື່ອງດົນຕີຂອງຊົນເຜົ່າມົ້ງໄວ້, ເພາະລາວຄິດວ່າ, ເຄື່ອງຂອງເຫຼົ່ານັ້ນແມ່ນວັດຖຸອັນລຳ້ຄ່າຂອງຊົນເຜົ່າຕົນ.
ນັກສິລະປະການ ຖ່າວທິຈົ໋ວ, ຜູ້ສຸດຈິດສຸດໃຈກັບການຮັກສາວັດທະນະທຳຂອງຊົນເຜົ່າມົ້ງ
(ພາບ: ອິນເຕີແນດ)
ຂ້າພະເຈົ້າໄດ້ພົບກັບປ້າ ຖ່າວທິຈົ໋ວ ໃນບ້ານວັດທະນະທຳບັນດາເຜົ່າຫວຽດນາມ ຢູ່ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ. ປ້າໄດ້ແນະນຳກ່ຽວກັບຊົນເຜົ່າຂອງຕົນວ່າ:
“ຂ້າພະເຈົ້າຮັກຊົນເຜົ່າຂອງຕົນຫຼາຍ, ດັ່ງນັ້ນຈຶ່ງພະຍາຍາມຮັກສາວັດທະ ນະທຳທີ່ເປັນເອກະລັກສະເພາະຂອງເຜົ່າມົ້ງໄວ້, ຖ້າບໍ່ເຮັດຄືແນວນັ້ນລຸ້ນໜຸ່ມຈະບໍ່ຮູ້ວັດທະນະທຳ ແລະ ກົກເຄົ້າເງົ້າກໍຂອງຊົນເຜົ່າຕົນໄດ້. ບໍ່ມີໄຜຮັກສາວັດທະ ນະທຳທີ່ເປັນມູນເຊື້ອນີ້ຈະຖືກສູນເສຍໄປ.“
ປ້າ ຖ່າວທິຈົ໋ວ ໄດ້ມອບໃຫ້ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມຢູ່ຮ່າໂນ້ຍ ເຄື່ອງຂອງບູຮານຫຼາຍຢ່າງຂອງຊົນເຜົ່າມົ້ງ. ເພື່ອມີເຄື່ອງຂອງເຫຼົ່ານັ້ນ, ປ້າຕ້ອງໃຊ້ເວລາຫຼາຍປີ ແລະ ປະກອບກຳລັງເຫື່ອແຮງ,ເງິນຄຳຂອງຕົນຢ່າງຫຼວງຫຼາຍ, ຕົວຢ່າງຄື: ຢາກມີໄຫເງິນບູຮານ, ປ້າຕ້ອງເອົາໝໍ້ສອງອັນພ້ອມກັບເງິນຂອງຕົນມາປ່ຽນ. ປ້າເວົ້າວ່າ, ເຄື່ອງຂອງບູຮານຂອງຊາວເຜົ່າມົ້ງບໍ່ມີຫຼາຍ, ຖ້າບໍ່ມີສະຕິຮັກສາໄວ້ມັນຈະຄ່ອຍໆສູນເສຍໄປ.
“ຄົນເຮົາອາດຈະເສຍຊີວິດໄປ, ແຕ່ເຄື່ອງຂອງ, ວັດຖຸພັດຍືນຍົງຄົງຕົວຕະຫຼອດໄປ. ເຄື່ອງຂອງຫຼາຍຢ່າງທີ່ຂ້າພະເຈົ້າຍັງຮັກສາໄວ້ນັ້ນ, ແມ່ນເພື່ອຮອດເວລາທີ່ຂ້າພະເຈົ້າບໍ່ສາມາດເຮັດວຽກໄດ້ຈະມອບໃຫ້ຫໍພິພິດທະພັນຫວຽດນາມ ຫຼືຫໍພິພິດທະ ພັນແຂວງຮັກສາໄວ້ເພື່ອໃຫ້ລຸ້ນຫຼັງຮູ້ໄດ້ກົກເຄົ້າຂອງຕົນ “.
ຍາມແລງມຶ້ໃດ, ປ້າ ຈົ໋ວ ກໍ່ໄປຍັງບັນດາໝູ່ບ້ານທັງຢູ່ໃກ້ ແລະ ໄກ ເພື່ອຊອກຫາເຄື່ອງໃຊ້ໄມ້ສອຍບູຮານຂອງຊາວເຜົ່າມົ້ງ. ປ້າໄດ້ໄປທົ່ວທຸກແຫ່ງໃນເຂດພູຫີນເມືອງແມ່ວຫວາກເພື່ອເຮັດວຽກງານດັ່ງກ່າວ:
“ໃນເວລາວ່າງ, ຂ້າພະເຈົ້າມັກເຂົ້າບ້ານເພື່ອຊອກຫາແລະຊື້ເຄື່ອງຂອງບູຮານຄື: ຖ້ວຍໄມ້ນ້ອຍ, ຄົກຕຳ່ໝາກເຜັດ, ແຄນ... ຫຼາຍຄົນຂັດຂ້ອງເປັນຫຍັງຂ້າພະເຈົ້າພັດຊື້ເຄື່ອງຂອງທີ່ເກົ່າແກ່ ແລະ ບໍ່ມີຄ່າຄືແນວນັ້ນ“.
ນອກຈາກສະສົມບັນດາເຄື່ອງໃຊ້ສອຍໃນຄອບຄົວແລ້ວ, ປ້າຈົ໋ວ ຍັງສະສົມແຄນຂອງຊົນເຜົ່າມົ້ງອີກ. ເມື່ອຊື້ແຄນບູຮານມາໄດ້, ປ້າຖະນຸຖະໜອມທີ່ສຸດ ແລະ ຮັກສາໄວ້ໃນຕູ້, ມີແຕ່ແຂກຜູ້ສະໜິດສະໜົມຈຶ່ງໄດ້ຮັບຊົມ. ປ້າເວົ້າວ່າ, ແຄນມີຄວາມສຳຄັນທີ່ສຸດສຳລັບຊາວເຜົ່າມົ້ງ, ແມ່ນຂົວຕໍ່ລະຫວ່າງໂລກວີນຍານກັບມະນຸດ.
“ແຄນແມ່ນເຄື່ອງດົນຕີທີ່ຂາດບໍ່ໄດ້ສຳລັບຊົນເຜົ່າມົ້ງ. ໃນສະພາບການໃດ, ແຄນກໍ່ຕິດພັນກັບເຂົາເຈົ້າ, ສຽງແຄນອ່ອນຊ້ອນ, ສ້າງຄວາມເມົາມົວໃຫ້ແກ່ຜູ້ຟັງ, ແຕ່ສຽງແຄນກໍ່ເຮັດໃຫ້ຜູ້ຟັງຮູ້ສຶກເສົ້າໃຈໃນພິທີງານສົບ. ຍ້ອນເຫດນັ້ນ, ສຽງແຄນຍາມໃດກໍ່ຕິດພັນກັບຊາວເຜົ່າມົ້ງ“.
ສຽງແຄນຕິດພັນກັບຊາວເຜົ່າມົ້ງຄືແນວນັ້ນ, ແຕ່ປະຈຸບັນ, ລຸ້ນໜຸ່ມຫຼາຍຄົນພັດບໍ່ຮູ້ເປົ່າ ແລະ ຟ້ອນແຄນ. ດັ່ງນັ້ນປ້າຈົ໋ວ ຈຶ່ງເປີດຊຸດຮຽນເປົ່າແຄນ ແລະ ຟ້ອນແຄນໃຫ້ຊາວເຜົ່າມົ້ງ ເພື່ອປຸກລຸກ, ສ້າງຄວາມເມົາມົວໃຫ້ແກ່ລຸ້ນໜຸ່ມ.ທັງປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຕົນໄວ້.
“ໃນເບື້ອງຕົ້ນຂ້າພະເຈົ້າລະດົມຜູ້ທີ່ຮູ້ເປົ່າແຄນມາສອນໃຫ້ເດັກນ້ອຍ, ເຂົາເຈົ້າບໍ່ເຫັນດີຍ້ອນພຽງແຕ່ສອນລ້າໆບໍ່ໄດ້ຮັບຜົນປະໂຫຍດ, ແຕ່ຂ້າພະເຈົ້າໄດ້ເວົ້າວ່າພວກເຈົ້າສອນໃຫ້ພວກຫຼານຮູ້ກ່ອນ, ຫຼັງຈາກນັ້ນພວກເຮົາຈຶ່ງມີໂອກາດໄປຢ້ຽມຢາມນະຄອນຫຼວງ ແລະ ແຂວງຕ່າງໆຢູ່ພາຍໃນປະເທດ. ແລະ ພວກຂ້າພະເຈົ້າໄດ້ສ້າງທຸກເງື່ອນໄຂໃຫ້ເດັນ້ອຍທີ່ມີອາຍຸແຕ່ 15 – 20 ປີໄປຮຽນ“.
ໃນເກືອບ 10 ປີຜ່ານມາ, ພ້ອມກັບການສະສົມເຄື່ອງຂອງບູຊາ, ເປີດຊຸດຮຽນຟ້ອນແຄນໃຫ້ແກ່ເດັກນ້ອຍ, ປ້າ ຖ່າວທິຈົ໋ວ ຍັງສອນໃຫ້ແມ່ຍິງວິທີປູກຕົ້ນໄມ້ເອົາຝ້າຍ, ຕຳຫູກ ແລະ ແນະນຳໃຫ້ລູກສາວສອງຄົນວິທີເຮັດຊຸດອາພອນປະຈຳເຜົ່າ. ຈາກນັ້ນໄດ້ມີແມ່ຍິງຫຼາຍຄົນນິຍົມອາຊີບຕຳ່ຫູກ ແລະ ຢາກເຮັດຊຸດອາພອນຊົນເຜົ່າມົ້ງ ດ້ວຍຕົນເອງ.
“ຢາກຕຳ່ຫູກຜ້າພື້ນເມືອງທີ່ສວຍງາມໃຫ້ໄດ້, ຕ້ອງມີຄວາມສຸດຈິດສຸດໃຈຈຶ່ງສາມາດເຮັດໄດ້.“
ຕະຫຼອດຊີວິດຂອງຕົນ, ປ້າ ຖ່າວທິຈົ໋ວ ພຽງແຕ່ມີຄວາມຫວັງຢ່າງຍິງວ່າ ຈະເຮັດແນວໃດເພື່ອຮັກສາວັດທະນະທຳຂອງຊົນເຜົ່າມົ້ງໄວ້, ເພື່ອໃຫ້ລຸ້ນລູກ, ລຸ້ນຫຼານຮູ້ໄດ້ກົກເຄົ້າເຫງົ້າກໍຂອງຕົນ. ນັ້ນແມ່ນຄວາມມ່ວນຊື່ນ, ຄວາມຜາສຸກຂອງປ້າ.