ຕະຫຼາດນັດເຂດພູສູງລາຍເຈົາ: ບ່ອນໂຄສະນາບັນດາຜະລິດຕະພັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າ

Vinh Phong
Chia sẻ
(VOVWORLD) -ດ້ວຍຈຳນວນ 20 ເຜົ່າດຳລົງຊີວິດຢູ່ຮ່ວມກັນ, ແຂວງລາຍເຈົາມີສາງວັດທະນະທຳຫຼາກຫຼາຍສີສັນໄດ້ດຶດງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ.ບໍ່ພຽງແຕ່ຮັກສາແລະ ເສີມຂະຫຍາຍຜ່ານບັນດາຕະຫຼາດນັດຢູ່ບັນດາໝູ່ບ້ານເທົ່ານັ້ນ ພໍ່ແມ່ພີ່ນ້ອງບັນດາເຜົ່າຍັງໄດ້ແນະນຳບັນດາຜະລິດຕະພັນວັດທະນະທຳອາຫານການກິນທີ່ເປັນເອກະລັກຂອງເຜົ່າຕົນ ໃຫ້ແກ່ແຂກທ່ອງທ່ຽວອີກດ້ວຍ.
ຕະຫຼາດນັດເຂດພູສູງລາຍເຈົາ: ບ່ອນໂຄສະນາບັນດາຜະລິດຕະພັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າ - ảnh 1ໄວໜຸ່ມບ້ານຊິນສວຍໂຮ່ແນະນຳວັດທະນະທຳຂອງເຜົ່າຕົນໃຫ້ແກ່ແຂກທ່ອງທ່ຽວ

     ໃນແຕ່ລະອາທິດ ຮອດມື້ວັນເສົາ,  ຕະຫຼາດນັດຢູ່ບ້ານຊິນສວຍໂຮ່ ເມືອງ ຟອງໂຖ໋ ແຂວງລາຍເຈົາ ກໍ່ຟົດຟື້ນມ່ວນຊື່ນດ້ວຍແຂກທ່ອງທ່ຽວແລະພໍ່ແມ່ພີ່ນ້ອງບັນດາເຜົ່າ. ນອກຈາກຊື້ຂາຍແລກປ່ຽນບັນດາຜະລິດຕະພັນກະເສດໂດຍປະຊາຊົນຜະລິດເອງຫຼືຂຸດຄົ້ນຈາກປ່າເທົ່ານັ້ນ ຕະຫຼາດນັດຢູ່ບ້ານຊິນສວຍໂຮ່ ຍັງແມ່ນບ່ອນເຕົ້າໂຮມຫຼາຍຜະລິດຕະພັນວັດທະນະທຳເຜົ່າມົ້ງ ຄືສິ້ນ,ແຄນເຜົ່າມົ້ງ, ບັນດາເຄື່ອງເອ້ຢ້ອງຫຼືເຄື່ອງທີ່ລະນຶກຂອງຊົນເຜົ່າ. ນາງຫ່າງທິແກຢູ່ບ້ານຊິນສວຍໂຮ່ ຕາແສງຊິນສວຍໂຮ່ ເມືອງຟອງໂຖ໋ ແຂວງລາຍເຈົາໃຫ້ຮູ້ວ່າ:

      “ນ້ອງກໍ່ພວມຂາຍສົ້ງເສື້ອ, ສິ້ນ, ເສື້ອເພດຊາຍ ແລະ ຖົງພາຍ. ນ້ອງກໍ່ນຳໃຊ້ສື່ສັງຄົມເພື່ອແນະນຳໃຫ້ແຂກທ່ອງທ່ຽວ ກ່ຽວກັບບັນດາຜະລິດຕະພັນຂອງເຜົ່າຕົນ".

      ໄລຍະທີ່ຜ່ານມາແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດໄດ້ມາທ່ຽວຢູ່ລາຍເຈົາແລະບ້ານຊິນສວຍໂຮ່ ນັບມື້ນັບຫຼາຍຂຶ້ນ, ເພາະສະນັ້ນຊາວບ້ານກໍ່ໄດ້ຕັ້ງໜ້າຜະລິດບັນດາຜະລິດຕະພັນເຄື່ອງທີ່ລະນຶກຫັດຖະກຳຄືຊຸດອາພອນປະຈຳເຜົ່າ, ຖົງພາຍ, ໝວກ ເພື່ອວາງຂາຍ ແລະ ແນະນຳໃຫ້ແຂກທ່ອງທ່ຽວ. ນາງກຸນນີເກີເຈີລໍ ແຂກທ່ອງທ່ຽວມາຈາກ ຝລັ່ງແບ່ງປັນວ່າ:

     “ຂ້າພະເຈົ້າເຫັນວ່າຕະຫຼາດນັດຢູ່ນີ້ຟົດຟື້ນມ່ວນຊື່ນທີ່ສຸດທຸກໆຄົນໄດ້ມາເຕົ້າໂຮມກັນດ້ວຍຫຼາຍຜະລິດຕະພັນວັດທະນະທຳທີ່ເປັນເອກະລັກ. ຂ້າພະເຈົ້າຊົມຊອບບັນດາຊຸດອາພອນປະຈຳເຜົ່າ, ຖົງພາຍເຮັດງາມທີ່ສຸດ. ຂ້າພະເຈົ້າຈະຊື້ບາງຜະລິດຕະພັນເມືອເປັນຂອງຕ້ອນໃຫ້ຍາດພີ່ນ້ອງ ແລະໝູ່ເພື່ອນ”.

       ນອກຈາກຕະຫຼາດນັດຊິນສວຍໂຮ່ແລ້ວ ກໍ່ຍັງມີຕະຫຼາດນັດຫຼືຕະຫຼາດຄ່ຳຄືນຊານທ່າງຢູ່ນະຄອນລາຍເຈົາ ກໍ່ໄດ້ສ້າງຂີດໝາຍຍາກທີ່ຈະລືມໄດ້ສຳລັບແຂກທ່ອງທ່ຽວ. ມາແຫ່ງນີ້ແຂກທ່ອງທ່ຽວຈະໄດ້ຊີມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ. ນາງນົ່ງທິງາ ຢູ່ບ້ານຊານທ່າງ ເຊິ່ງແມ່ນໜຶ່ງໃນບັນດາຄອບຄົວປະກອບອາຊີບຜະລິດເສັ້ນເຝີໃຫ້ຮູ້ວ່າ:

      “ນັບແຕ່ຄາວຍັງນ້ອຍ ພໍ່ແມ່ຂ້າພະເຈົ້າໄດ້ຖ່າຍທອດອາຊີບເຮັດເສັ້ນເຝີນີ້ໃຫ້ແກ່ຂ້າພະເຈົ້າ. ສຳລັບເສັ້ນເຝີທີ່ເຮົາເຮັດນັ້ນກໍ່ຂາຍໄດ້ດີທີ່ສຸດເຮົາມີຄວາມເບີກບານໃຈເມື່ອມີແຂກຫຼາຍຄົນໄດ້ມາຊື້ຊ່ວຍເຮົາ. ເສັ້ນເຝີນີ້ເຮົາກໍ່ເຮັດເອງ”.

     ສຳລັບເຝີຢູ່ຕະຫຼາດນັດຊານທ່າງ ກໍ່ເຮັດດ້ວຍເຂົ້າສານຫອມຢູ່ທ້ອງຖິ່ນ. ຈາກສອງຝາມືອັນຄ່ອງແຄ້ວຂອງເອື້ອຍນ້ອງແມ່ຍິງກໍ່ໄດ້ຊ່ວຍປຸງແຕ່ງບັນດາຖ້ວຍເຝີແຊບມີລົດຊາດເປັນເອກະລັກສະເພາະ. ແຂກທ່ອງທ່ຽວມານີ້ອາດຈະຊື້ເມືອເປັນຂອງຕ້ອນຫຼືຊີມລົດຊາດຂອງຖ້ວຍເຝີທີ່ແຊບນົວຢູ່ຕາມຮ້ານໃນຕະຫຼາດ. ອ້າຍຫງວຽນແທັງຫ໋າຍແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ:

        “ເຮົາໄດ້ມາທ່ຽວຢູ່ລາຍເຈົາໄດ້ສອງສາມຄັ້ງແລ້ວ, ແຕ່ເທື່ອນີ້ກໍ່ແມ່ນເທື່ອທຳອິດທີ່ເຮົາໄດ້ມາຕະຫຼາດນັດຊານທ່າງ. ເມື່ອກິນເຝີຢູ່ທີ່ນີ້ ເຮົາຮູ້ສຶກແຊບ,ເສັ້ນເຝີຫອມພິເສດມີຜັກຫອມກິນແຊບຫຼາຍ”.

     ຄວາມຫຼາກຫຼາຍສີສັນຂອງບັນດາເຜົ່າທີ່ດຳລົງຊີວິດຢູ່ບໍລິເວນແຂວງລາຍເຈົາໄດ້ສ້າງຄວາມດູດດື່ມເປັນເອກະລັກສະເພາະໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ບັນດາຜະລິດຕະພັນວັດທະນະທຳນີ້ ພວມໄດ້ຮັບການຮັກສາອະນະລັກແລະເສີມຂະຫຍາຍຄຸນຄ່າຈາກໄວໜຸ່ມໜຶ່ງໃນບັນດາວິທີໂຄສະນານີ້ ກໍ່ແມ່ນການປະຕິບັດຜ່ານຕະຫຼາດນັດ.

ຕອບກັບ