ດົນຕີ ແລະ ການຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ

Chia sẻ
(VOVWORLD) -ເຜົ່າໂລໂລ ແມ່ນ ຊົນເຜົ່າສ່ວນຫນ້ອຍ ທີ່ມີມູນເຊື້ອປະຫວັດສາດ ວັດທະນະທຳມາແຕ່ດົນນານ. ຊາວເຜົ່າ ໂລໂລ ມີຄວາມເອກອ້າງທະນົງໃຈກ່ຽວກັບດ້ານວັດທະນະທຳ, ດົນຕີພື້ນເມືອງທີ່ອຸດົມສົມບູນ ສະແດງໃຫ້ເຫັນຜ່ານບັນດາວາດຟ້ອນ, ທຳນອງເພງພື້ນເມືອງທີ່ ເຕັມໄປດ້ວຍຄວາມຮັກແພງມະນຸດ, ຮັກຊີວິດ ແລະ ຮັກທຳມະຊາດ. ບົດຂຽນຂອງນັກຂ່າວ ໂຕຕວນ ທີ່ມີຫົວຂໍ້ວ່າ: ດົນຕີ ແລະ ການຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ.
ດົນຕີ ແລະ ການຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ - ảnh 1 ພາບປະກອບ

ເຜົ່າໂລໂລ ແມ່ນຫນຶ່ງໃນບັນດາເຜົ່າມີຄຸນງາມຄວາມດີໃນການຄົ້ນຫາເຂດພູສູງ ດົງວັນ, ແຂວງ ຮ່າຢາງ ແລະ ເມືອງ ບ໋າວລາກ ແຂວງ ກາວບັ່ງ. ຊີວິດການເປັນຢູ່ຂອງຊາວເຜົ່າ ໂລໂລ ແມ່ນຕິດພັນກັບບັນດາສາຍພູສູງຊັນທີ່ສະຫລັບຊັບຊ້ອນ, ຢູ່ ເຂດດິນແດນທີ່ມີອາກາດຮ້າຍແຮງ, ຊີວິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ເຂົາເຈົ້າຍັງຄົງສ້າງໃຫ້ຕົນບັນດາຄຸນຄ່າດ້ານວັດທະນະທຳຈິດໃຈທີ່ອຸດົມສົມບູນ, ໃນນັ້ນ ຕ້ອງເວົ້າເຖິງດົນຕີ ດ້ວຍບັນດາທຳນອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ ທີ່ເປັນເອກະລັກສະເພາະ.

        ຊາວເຜົ່າໂລໂລດຳລົງຊີວິດຢູ່ບັນດາເຂດພູສູງ, ຊີວິດແມ່ນຂ້ອນຂ້າງຕັດແຍກຢູ່ຕ່າງຫາກ ສະນັ້ນ ດົນຕີ ແລະ ທຳນອງເພງພື້ນເມືອງໄດ້ຮັບການຖ່າຍທອດຜ່ານຮູບການເລົ່າປາກຕໍ່ປາກເປັນຕົ້ນຕໍ. ຄຽງຄູ່ກັນນັ້ນ ຜ່ານບັນດາຮີດຄອງປະເພນີ, ບັນດາການເຄື່ອນໄຫວງານບຸນ, ການເຫລື້ອມໃສ ຊື່ງເຮັດໃຫ້ສຽງດົນຕີ, ທຳນອງເພງພື້ນເມືອງຍັງຄົງຮັກສາຈຸດທີ່ເປັນເອກະລັກສະເພາະ, ສີສັນວັດທະນະທຳພິເສດສະເພາະຂອງຊາວເຜົ່າ ໂລໂລໄວ້. ທ່ານນາງ ຖາວທິຢາງ, ນັກສິລະປີນຂັບຮ້ອງເພງພື້ນເມືອງ ຊາວເຜົ່າ ໂລໂລ ໃຫ້ຮູ້ວ່າ:

        “ມູນເຊື້ອຂອງຊາວເຜົ່າ ໂລໂລແມ່ນສືບທອດຈາກຄົນລຸ້ນກ່ອນ. ໃນນັ້ນ ການຮ້ອງເພງພື້ນເມືອງແມ່ນການເລົ່າຂານປາກຕໍ່ປາກຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ. ທຳນອງເພງພື້ນເມືອງ ຂອງຊາວເຜົ່າ ໂລໂລທຳມະດາແລ້ວແມ່ນມີ 2-3 ທຳນອງເພງ ແລະ ບົດຟ້ອນ 5 ບົດທີ່ເປັນມູນເຊື້ອ.”

        ດົນຕີພື້ນເມືອງ ແລະ ການຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ ເຄີຍໄດ້ສະແດງປະສານກັບສຽງຂອງບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ. ໃນການຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ, ນອກຈາກ ການຮ້ອງເພງກ່ອມນອນແລ້ວ, ເຖິງວ່າບັນດາຫົວເລື່ອງມີຄວາມແຕກຕ່າງກັນກໍຕາມ ລ້ວນແຕ່ມີສຽງດົນຕີດຽວ. ແຕ່ລະກຸ່ມທ້ອງຖິ່ນຂອງຊາວເຜົ່າ ໂລໂລ ລ້ວນແຕ່ມີທຳນອງເພງສະເພາະ ແຕ່ບັນດາທຳນອງເພງພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ ໂລໂລ ເວົ້າລວມ ຍັງຄົງສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ເປັນເອກະພາບ ຊາວເຜົ່າ ໂລໂລ ສາມາດຮ້ອງລຳທຳເພງຢູ່ທຸກບ່ອນ, ຢູ່ ເດີນຫນ້າເຮືອນ, ຢູ່ ທົ່ງໄຮ່, ຫລື ໃນໂອກາດງານບຸນຕ່າງໆ, ງານດອງ, ໄປຕະຫລາດ… ເຂົາເຈົ້າຮ້ອງເພງດ້ວຍພາສາຂອງເຜົ່າຕົນ. ເມື່ອພົບປະກັນ ເຖິງວ່າ ບໍ່ລຶ້ງເຄີຍກັນກໍຕາມ ແຕ່ກໍ່ສາມາດຮ້ອງເພງອວຍພອນກັນ. ນີ້ກໍ່ແມ່ນຈຸດວັດທະນະທຳສະເພາະສະແດງໃຫ້ເຫັນອາລົມຈິດທີ່ລຽບງ່າຍຂອງຊາວເຜົ່າ ໂລໂລ.

        ສອງຫົວເລື່ອງຕົ້ນຕໍຂອງເພງພື້ນເມືອງຊາວເຜົ່າ ໂລໂລ ນັ້ນ ແມ່ນຍ້ອງຍໍຄວາມຮັກຂອງບ່າວສາວ ແລະ ການອອກແຮງງານທຳການຜະລິດ. ພິເສດ ບັນດາທຳນອງເພງຂັບກ້ຽວຍິງຊາຍຂອງບັນດາອ້າຍບ່າວນາງສາວຊາວເຜົ່າ ໂລໂລ ທີ່ເປັນເອກະລັກສະເພາະ.   

ທຳນອງເພງແມ່ນສະແດງໃຫ້ເຫັນ ອາລົມຈິດ, ຄວາມມຸ້ງມາດປາດຖະຫນາກ່ຽວກັບຊີວິດອີ່ມໜຳສຳລານສົມບູນພູນສຸກ. ທຳນອງເພງ, ສຽງຂັບກ້ຽວຍິງຊາຍ ແມ່ນ ພາສາພິເສດ, ແມ່ນສັນຍານຂອງການພົວພັນລະຫວ່າງດິນຟ້າກັບຊີວິດຂອງມະນຸດ ແມ່ນຂົວຕໍ່ຂອງຄວາມຮັກບ່າວສາວ.

ດົນຕີ ແລະ ການຂັບຮ້ອງເພງພື້ນເມືອງຂອງຊາວເຜົ່າ ໂລໂລ - ảnh 2 ບ່າວສາວຊົນເຜົ່າພ້ອມກັນຮ້ອງລຳທຳເພງ

ໃນງານສົບຂອງຊາວເຜົ່າ ໂລໂລ ຢູ່ ດົງວັນ, ແມ່ວ ຫວາກ ແຂວງ ຮ່າຢາງ, ຢູ່ ບ໋າວລາກ ແຂວງ ກາວບັ່ງ ປະຈຸບັນ, ຊາວເຜົ່າ ໂລໂລ ຍັງຄົງຮ້ອງເພງ…..ເພື່ອສົ່ງຜູູ້ທີ່ຫາກໍ່ລ່ວງລັບໄປສູ່ຄະຕິພົບ. ບົດເພງເລົ່າຄືນບັນດາເສັ້ນທາງ, ເຂດດິນ ຊື່ງຊາວເຜົ່າ ໂລໂລ ໄດ້ໄປຜ່ານໃນວິວັດການເຖິງຊີວິດປະຈຸບັນ. ບັນດາສະຖານທີ່ໃນບົດເພງ ເຖິງວ່າ ບໍ່ລະອຽດ, ບໍ່ຈະແຈ້ງ ຍ້ອນຜ່ານຜ່າບັນດາການຜັນແປຂອງໄລຍະເວລາ, ແຕ່ທຳນອງເພງຄືດັ່ງຄຳຕັກເຕືອນໃຫ້ຊາວເຜົ່າ ໂລໂລ ຄິດເຖິງກົກເຄົ້າເຫງົ້າກໍ່ຂອງເຜົ່າຕົນ.

ຜ່ານການເວລາ, ດົນຕີ ແລະ ທຳນອງເພງພື້ນເມືອງ ແມ່ນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ໃນຊີວິດດ້ານວັດທະນະທຳຂອງເຜົ່າ ໂລໂລ. ຊາວເຜົ່າ ໂລໂລ ປະຈຸບັນ ຍັງຄົງຮັກສາພື້ນຖານດົນຕີ ແລະ ບັນດາທຳນອງເພງທີ່ເປັນມູນເຊື້ອຂອງຕົນ ເພື່ອໃຫ້ບັນດາຄຸນຄ່ານັ້ນຍືນຍົງຄົງຕົວຕາມການເວລາ ພ້ອມກັບການພັດທະນາຂອງປະເທດຊາດ.

ຕອບກັບ