ດົນຕີ, ເຄື່ອງດົນຕີ ແລະ ສິລະປະຟ້ອນຂອງຊາວເຜົ່າ ຮ່າຍີ່

To Tuan
Chia sẻ
ຊາວ ຮ່າ​ຍີ່​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍ, ຕິດ​ກັບ​ເຂດ​ຊາຍ​ແດນ, ດັ່ງ​ນັ້ນ​ບໍ່​ຖືກ​ຜົນ​ສະທ້ອນ​ຫຼາຍ​ຈາກ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ອື່ນໆ. ບັນດາ​ທຳນອງ​ເພງ​ພື້ນ​ເມືອງ, ບັນດາ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​​ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ຊົນ​ເຜົ່າ​ໜຶ່ງ​ເຖິງ​ວ່າ​ບໍ່​ທັນ​ມີ​ຕົວ​ໜັງສື

(vovworld) - ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່​ແມ່ນ​ອຸດົມສົມ​ບູນ, ​ເຊິ່ງປະກອບ​ດ້ວຍ​ບັນດາ​ວາດ​ຟ້ອນ, ທຳນອງ​ເພງ​ພື້ນ​ເມືອງ, ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ປະ​ເພດ. ພື້ນຖານ​ວັດທະນະທຳ​ພື້ນ​ເມືອງ​ນີ້​, ​ໄດ້ເຮັດ​ໃຫ້​ຊີວິ​ດທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ສົມ​ບູນ​ຍິ່ງ​ຂຶ້ນ.

ດົນຕີ, ເຄື່ອງດົນຕີ ແລະ ສິລະປະຟ້ອນຂອງຊາວເຜົ່າ ຮ່າຍີ່ - ảnh 1

(ພາບປະກອບ)

    ຊາວ ຮ່າ​ຍີ່​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍ, ຕິດ​ກັບ​ເຂດ​ຊາຍ​ແດນ, ດັ່ງ​ນັ້ນ​ບໍ່​ຖືກ​ຜົນ​ສະທ້ອນ​ຫຼາຍ​ຈາກ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ອື່ນໆ. ບັນດາ​ທຳນອງ​ເພງ​ພື້ນ​ເມືອງ, ບັນດາ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​​ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ຊົນ​ເຜົ່າ​ໜຶ່ງ​ເຖິງ​ວ່າ​ບໍ່​ທັນ​ມີ​ຕົວ​ໜັງສື, ​ແລະ ຕ້ອງ​ຜ່ານການ​ຜັນ​ແປຂອງ​ການ​ເວລາ, ​ແຕ່​ຍັງ​ຄົງ​ຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້​ໄດ້. ອ້າຍ ຫຼີ​ເໝີ​ຈື່, ຊາວ​ເຜົ່າ ຮ່າ​ຍີ່ຢູ່​ເມືອງ ​ເມື່ອ​ງ​ແຕ່, ​ແຂວງ ລາຍ​ເຈົາ, ​ໃຫ້​ຮູ້​ວ່າ:

    “ບັນດາ​ທຳນອງ​ເພງ​ພື້ນ​ເມືອງ ​ແລະ ວາດ​ຟ້ອນ​ຂອງ​ຊາວ ຮ່າ​ຍີ່​ແມ່ນ​ລ້ຳ​ຄ່າ​ຫຼາຍ, ຊາວ ຮ່າ​ຍີ່​​ເຄີຍອົບ​ພະຍົບ, ບໍ່​ສາມາດ​ນຳ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ໄປ​ຕາມ​ໄດ້, ​ເຖິງ​ວ່າບໍ່​ມີ​ຕົວ​ໜັງສື​ສະ​ເພາະກໍ່ຕາມ, ​ແຕ່​ບັນດາ​ບົດ​ເພງ​ພື້ນ​ເມືອງ, ບັນດາ​ວາດ​ຟ້ອນ​ຍັງ​ຄົງ​ໄດ້​ຮັບ​ການ​ສືບ​ທອດ​ແຕ່​ລຸ້ນກ່ອນ​ເຖິງ​ລຸ້ນປະຈຸ​ບັນ, ຍ້ອນ​ເຫດ​ນັ້ນ, ຊາວ ຮ່າ​ຍີ່​ຈຶ່ງ​ຮັກສາ​ສີສັນ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ຈົນ​ເຖິງ​ປະຈຸ​ບັນ“.

    ​ເມື່ອ​ເວົ້າ​ເຖິງ​ມໍລະດົກ​ດົນຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ບັນດາ​ທຳນອງ​ເພງ: ຂັບ​ກ້ຽວ, ຂັບ​ຕອບ​ກັນ. ບັນ​ດາ​ຄູ່​ບ່າວ​ສາວຊາວ​ເຜົ່າ ຮ່າ​ຍີ່, ​ເມື່ອ​ຊອກ​ຮູ້​ກັນ​​ແມ່ນ​ເຄີຍ​ຜ່ານ​ຮູບ​ການຂັບ​ກ້ຽວ, ຂັບ​ຕອບ​ກັນ​ເພື່ອ​ສະ​ແດງ​ອາລົມ​ຈິດ​, ​ແນວ​ຄິດ​ຈິດ​ໃຈຂອງ​ຕົນ.

​ເທບ​ສຽງ​ປະກອບ

    ​ໃນ​ການ​ເຄື່ອນ​ໄຫວດົນຕີ​ຂອງ​ຊາວ ຮ່າ​ຍີ່, ບັນດາ​ເຄື່ອງ​ດົນຕີ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ການ​ຂັບ​ກ້ຽວ​ສະ​ແດງ​ຄວາມ​ຮັກ​ຂອງ​ຄູ່​ບ່າວ​ສາວ. ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ມີ​ຫຼາຍ​ປະ​ເພດ​ເຊັ່ນ: “ຈີ໋ປາ​ໂປ“ ​ແມ່ນ​ເຄື່ອງ​ດົນຕີ​ທີ່ຄ້າຍຄືກັນ​ກັບ ປີ່​ໃບ​​ໄມ້ຂອງ​ຊາວ​ເຜົ່າ​ມົ້ງ. ປີ່ “ຈີ໋ປາ​ໂປ“ ​ເຮັດ​ດ້ວຍ​ໃບ​ໄມ້​ສົດ, ​ເດັດ​ເທິງ​ງ່າ​ໄມ້, ​ພັບ​ເຂົ້າ, ​ແລ້ວ​ເປົ່າ, ສຽງຂອງ​ມັນ​ສົດ​​ໃສ, ມ່ວນ​ຄື​ສຽງ​ນົກ​ຮ້ອງ. ນອກ​ນັ້ນ​ຍັງ​ມີ​ຂຸ່ຍ…ອີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ນຳ​ໃຊ້​​ເຄື່ອງ​ດົນຕີ​ບາງ​ເທື່ອ​ກໍ່​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ໃຫ້​ເຂົາ​ເຈົ້າມາ​ຫາ​ກັນ​ເທົ່າ​ນັ້ນ. ອ້າຍ ​ເລ​ສີ​ທໍ້, ພະນັກງານ​ຄົ້ນ​ຄ້ວາ​ຊົນ​ເຜົ່າ ຮ່າ​ຍີ່ ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “​ໃນ​ການ​ຊອກ​ຮູ້​ແຟນ, ບັນດາ​ຄູ່​ບ່າວ​ສາວ​ຊາວ​​ເຜົ່າ ຮ່າ​ຍີ່​ມັກ​ນັ່ງ​ໂອ້​ລົມ​ກັນ​ກວ່າ. ບັນດາ​ຜູ້​ຊາຍ​ໄປ​ຊອກ​ຫາ​ເມຍ​ບໍ່​ແມ່ນ​ຜ່ານ​​ເຄື່ອງດົນຕີ​ເທົ່າ​ນັ້ນ, ຫາກ​ຍັງ​ຜ່ານ​ບັນດາ​ວຽກ​ງານ​ປະຈຳ​ອີກ​ດ້ວຍ.  ຖ້າ​ຫາກ​ບັນດາ​ຜູ້​ຊາຍ​ເຫັນ​ວ່າ​ກອງ​ຟືນ​ຂອງ​ຄອບຄົວຜູ້​ສາວທັງ​ໃຫຍ່ ​ແລະ ​ສູງ ​ແລະ ມີ​ຟືນດີ​ເຕັມ​ກອງ, ຜູ້​ຊາຍ​ຈະ​ຄິດ​ວ່າ​ນາງ​ສາວ​ຜູ້​ນີ້​ເປັນ​ຄົນ​ດຸ​ໝັ່ນ​ຂະຫຍັນ​ພຽນ. ​ເວລາ​ນັ້ນ, ຜູ້​ຊາຍ​ຈຶ່ງ​ໃຊ້​​ເຄື່ອງດົນຕີ​ເພື່ອ​ເຊີນຊວນ​ຜູ້​ສາວ​ໄປ​ລົມ​ກັນ“.

    ບັນດາ​ເຄື່ອງ​ດົນຕີ​ໃຊ້​ວິທີເປົ່າຂອງ​ຊາວ​ເຜົ່າ ຮ່າ​ຍີ່​ແມ່ນ​ນຳ​ໃຊ້​ໃນ​ພິທີ​ ​ຕ່າງໆ ນັບທັງ​ງານດອງ ​ແລະ ງານສົບ, ສ່ວນ​ເຄື່ອງ​ດົນຕີ​ໃຊ້​ວິທີ​ເຄາະ​ເຊັ່ນ: ກອງ, ​ເຈິ​ບ​ແຈງ, ​ແທງ​ລາ… ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ນຳ​ໃຊ້​ໃນ​ງານ​ບຸນ, ບຸນປີ​ໃໝ່,ເພື່ອ​ສະ​ແດງ​ກຳລັງ​ແຮງ​ລວມໝູ່​ດ້ວຍ​ຈັ່ງ​ຫວະ​ດົນຕີທັງເຂັ້ມ​ແຂງ ​ແລະ ຟົດ​ຟື້ນ. 

ດົນຕີ, ເຄື່ອງດົນຕີ ແລະ ສິລະປະຟ້ອນຂອງຊາວເຜົ່າ ຮ່າຍີ່ - ảnh 2

(ພາບປະກອບ)

    ຊາວ ຮ່າ​ຍີ່​ ມີ​ເພງ​ພື້ນ​ເມືອງ​ຫຼາຍ​ປະ​ເພດ​ທີ່​ສົມທົບ​ກັບ​ວາດ​ຟ້ອນ​ຕ່າງໆ​ເຊັ່ນ: ຂັບ​ກ່ອມ​ລູກ; ຂັບ​ເຊີນ​ດື່ມ​ເຫຼົ້າ; ຂັບ​ສົ່ງ​ຄົນ​ຕາຍ; ຂັບ​ຄຳນັບ​ແຂກ; ຂັບ​ຂຶ້ນ​ເຮືອນ​ໃໝ່; ຂັບ​ອວຍພອນ​ເຂົ້ານາ​ໃໝ່; ຂັບ​ຕໍ່າ​ຜ້າ… ບັນດາບົດ​ເພງ​ພື້ນ​ເມືອງ​ນີ້​ເຄີຍ​ສົມທົບ​ກັບ​ບັນດາ​ວາດ​ຟ້ອນ​ໃນ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. ອ້າຍ ​ເລ​ວັນ​ທຽດ, ພະນັກງານ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ບັນດາ​ທຳນອງ​ເພງ, ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ຂອງ​ເຂົາ​ເຈົ້າ. ​ໃນ​ນັ້ນ​ມີ​ວາດ​ຟ້ອນ​ປັ່ນ​ຝ້າຍ. ແມ່ນ​ວາດ​ຟ້ອນ​ກ່ຽວ​ກັບ​ການ​ປັ່ນຝ້າຍ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ດົນຕີ, ວາດ​ຟ້ອນ​​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີສ່ວນ​ໃດ​ສ່ວນ​ໜຶ່ງ. ສ່ວນ​ໃນ​ງານ​ບຸນ ​ໂຄ​ຢ່າ​ຢ່າ, ​ເຊິ່ງ​ແມ່ນ​ງານ​ບຸນ​ໃຫຍ່​ກວ່າ​ໝູ່​ຂອງ​ຊົນ​ເຜົ່າ ຮ່າ​ຍີ່, ຍາມ​ໃດ​ກໍ່​ມີ​ວາດ​ຟ້ອນ​ທີ່​ມີ​ລັກສະນະ​ລວມໝູ່. ນັ້ນ​ແມ່ນ​ວາດ​ຟ້ອນ ຊາ​ມານ​ຢ໋າວ (ໝາຍ​ເຖິງ​ວາດ​ຟ້ອນ​ຮັບ​ໃຊ້​ໃຫ້​ສາສະໜາ) ​ແມ່ນ​ການ​ສົມທົບ​ລະຫວ່າງ​ດົນຕີ​ກັບຄຳ​ສວດມົນ​ຂອງ​ໝໍ​ຜີ“.

    ປະຈຸ​ບັນ, ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່ມີ​ການ​ປະສານ​ສົມທົບ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ອື່ນໆ. ມີ​ນັກົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຫຼາຍ​ທ່ານ​ຮູ້ສຶກ​ແປກ​ປະຫຼາດ​ເມື່ອ​ເຫັນ​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​ປະຊາ​ຄົມ​ຂອງ​ຊາວ ຮ່າ​ຍີ່ ​ໄດ້​ປະກົດ​ມີ​ບັນດາ​ບົດ​ເພງ​ດ້ວຍ​ເນື້ອ​ໃນ​ໃໝ່, ຊ້ຳ​ບໍ່​ໜຳ, ຍັງມີບັນດາ​ບົດ​ເພງ​ຂອງຕ່າງປະ​ເທດ​ໄດ້​ຮັບ​ການຂັບ​ຮ້ອງ​​ເປັນ​ພາສາ ຮ່າ​ຍີ່​ອີກດ້ວຍ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຮ່າ​ຍີ່​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ສືບ​ທອດ​​ຊີວິດປະຈຸ​ບັນ.