ລາຮາ ແມ່ນຊົນເຜົ່າທີ່ມີພົນລະເມືອງຫນ້ອຍ ດຳລົງຊີວິດຕົ້ນຕໍຢູ່ເຂດພູດອຍທາງທິດຕາເວັນຕົກສ່ຽງເຫນືອຂອງຫວຽດນາມ, ເຕົ້າໂຮມກັນຢູ່ຫລາຍກວ່າໝູ່ແມ່ນບັນດາແຂວງ ລາວກາຍ, ເຊີນລາ ແລະ ລາຍເຈົາ. ແຕ່ດົນນານມາແລ້ວ, ຊາວເຜົ່າ ລາຮາ ດຳລົງຊີວິດແບບແຍກຕົວອອກຢູ່ຕ່າງຫາກ, ຊີວິດການເປັນຢູ່ແມ່ນອາໄສທຳມະຊາດ. ສະນັ້ນ, ຍັງຄົງຮັກສາຮີດຄອງປະເພນີ, ການເຫລື້ອມໃສ ແລະ ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກສະເພາະໄວ້ໄດ້. ພິເສດ ງານບຸນຮົວມັງ (ໝາຍເຖິງງານບຸນຖະຫວາຍໜໍ່ໄມ້ ແລະດອກໄມ້ປ່າ) ແມ່ນງານບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ຊື່ງໄດ້ຈັດຂຶ້ນດ້ວຍຂອບຂະຫນາດໃຫຍ່ ແລະ ສຳຄັນທີ່ສຸດຂອງຊາວເຜົ່າ ລາຮາ.
ພິທີຖະຫວາຍໜໍ່ໄມ້
(ພາບ: thegioidisan.vn)
|
ບັນດານັກຄົ້ນຄ້ວາກ່ຽວກັບຊົນເຜົ່າໃຫ້ຮູ້ວ່າ: ຊາວເຜົ່າ ລາຮາ ມາດຳລົງຊີວິດຢູ່ເຂດພູດອຍ ໄຕບັກຫວຽດນາມ (ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອ) ແຕ່ດົນນານແລ້ວ. ຕາມບັນດາເອກະສານຂຽນດ້ວຍຫນັງສືຜູ້ໄທບູຮານ, ໃນສັດຕະວັດທີ XI, XII ເມື່ອຊາວເຜົ່າໄທດຳ ຍົກຍ້າຍໄປອາໄສຢູ່ເຂດດິນແຫ່ງນີ້, ເຂົາເຈົ້າໄດ້ພົບພໍ້ກັບບັນພະບຸລຸດຊາວເຜົ່າ ລາຮາ. ກ່ອນນີ້ ເຜົ່າ ລາຮາ ດຳລົງຊີວິດແບບແຍກຕົວຢູ່ຕ່າງຫາກ, ເຕັກນິກການປູກຝັງແມ່ນຫລ້າຫລັງ ແລະ ອີງໃສ່ຕາມບົດຮຽນຈາກຫລາຍລຸ້ນຄົນຖ່າຍທອດໃຫ້. ປະຈຸບັນ ຊາວເຜົ່າລາຮາ ມີຊີວິດສະຫນິດຕິດພັນກັບວົງຄະນາຍາດບັນດາເຜົ່າອື່ນ. ຢູ່ໝູ່ບ້ານຫລາຍແຫ່ງຂອງຊາວເຜົ່າ ລາຮາ ຍັງມີບັນດາເຜົ່າອື່ນດຳລົງຊີວິດຢູ່ຮ່ວມກັນຄື: ເຜົ່າຜູ້ໄທ, ເຜົ່າຢ້າວ. ພ້ອມກັນແບ່ງປັນບົດຮຽນ, ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະກັນ ສະນັ້ນ ຊີວິດການເປັນຢູ່ຂອງຊາວເຜົ່າ ລາຮາ ຄ່ອຍໆໄດ້ຮັບການຍົກສູງຂຶ້ນ. ທ່ານ ຮ່ວາງວັນແຕ໋ນ, ຊາວເຜົ່າ ລາຮາ ຢູ່ ເມືອງ ທານອວຽນ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ກ່ອນນີ້ ຊາວເຜົ່າ ລາຮາ ພຽງເຮັດໄຮ່ຢູ່ຕາມແຄມຫ້ວຍນ້ອຍເທົ່ານັ້ນ. ພາຍຫລັງໄດ້ພົບເຫັນຊາວເຜົ່າຜູ້ໄທປູກເຂົ້ານາທາມ ເຂົາເຈົ້າຈຶ່ງເຮັດຕາມ. ປະຈຸບັນ ມີທົ່ງເຂົ້ານາທາມຢູ່ໃກ້ກັບບ້ານເຮືອນ. ສະນັ້ນ ສະມັດຕະພາບໃນການປູກເຂົ້ານາທາມຈຶ່ງສູງກວ່າເມື່ອທຽບໃສ່ກ່ອນນີ້.”
ຊາວເຜົ່າ ລາຮາ ດຳລົງຊີວິດຢູ່ຕາມໝູ່ບ້ານ ຫລືເອີ້ນວ່າ ຄູນກາຍ. ຕາມປົກກະຕິແລ້ວ ບ້ານຂອງຊາວເຜົ່າ ລາຮາ ມີປະມານ 10 ຫຼັງຄາເຮືອນ. ຊາວເຜົ່າ ລາຮາ ດຳລົງຊີວິດເຮືອນຮ້ານ, ມີສອງປະຕູ ເຂົ້າອອກ ດ້ວຍຂັ້ນໄດຂຶ້ນ-ລົງຢູ່ສອງຫົວເຮືອນ, ປະຕູຫນຶ່ງແມ່ນເພື່ອຮັບແຂກ, ອີກປະຕູຫນຶ່ງແມ່ນເພື່ອໃຫ້ບັນດາສະມາຊິກໃນຄອບຄົວ. ຄອບຄົວເຜົ່າ ລາຮາ ແມ່ນຄອບຄົວນ້ອຍ ຜູ້ຊາຍແມ່ນຫົວຫນ້າຄອບຄົວ. ບໍ່ພຽງແຕ່ລູກເຕົ້າຖືນາມສະກຸນພໍ່ເທົ່ານັ້ນ ຫາກຜູ້ເປັນເມຍກໍ່ຕ້ອງຖືນາມສະກຸນຜົວອີກດ້ວຍ. ຊາວເຜົ່າ ລາຮາ ມີການສົມລົດແບບຜົວດຽວເມຍດຽວ ແລະ ຕາມຮີດຄອງປະເພນີມາແຕ່ດົນນານ ແມ່ນຍັງຖືເປັນສຳຄັນເລື່ອງຮຽກຄ່າດອງ. ພິທີສູ່ຂໍຂອງຊາວເຜົ່າ ລາຮາ ບໍ່ພິຖິີພິຖັນພໍປານໃດ ແຕ່ຕ້ອງມີສອງຢ່າງນັ້ນແມ່ນ ເງິນຄ່າດອງເພື່ອຕອບບຸນແທນຄຸນພໍ່ແມ່ຂອງເມຍທີ່ໄດ້ໃຫ້ກຳເນີດ, ລ້ຽງດູເຕີບໃຫຍ່ ແລະ ພາໃບພູໝາກຄ້ຽວ. ຕາມຮີດຄອງປະເພນີຂອງຊາວເຜົ່າລາຮາແລ້ວ, ຜູ້ຊາຍເຜົ່າ ລາຮາ ໃນປັດຈຸບັນຢາກແຕ່ງງານຢ່າງເປັນທາງການໄດ້ ຕ້ອງໄປເປັນເຂີຍຢູ່ເຮືອນເມຍໄລຍະຫນຶ່ງເສຍກ່ອນ. ພາຍຫລັງສຳເລັດງານດອງ, ເຈົ້າສາວຈະໄດ້ຮັບໄປຢູ່ເຮືອນຜົວ, ປ່ຽນນາມສະກຸນຂອງຕົນຕາມນາມສະກຸນຂອງຜົວ ແລະ ບໍ່ໄດ້ກັບຄືນເມືອຢູ່ນຳພໍ່ແມ່ຄີງອີກ.
ຊື່ງແມ່ນຊົນເຜົ່າມີປະຫວັດສາດແລະ ຮີດຄອງປະເພນີເຮັດກະສິກຳມາແຕ່ດົນນານ , ສະນັ້ນ ຊາວເຜົ່າລາຮາ ຈຶ່ງມີບັນດາຮີດຄອງປະເພນີດຳເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ຕິດພັນກັບຊີວິດອອກແຮງງານທຳການຜະລິດ. ຊາວເຜົ່າ ລາຮາ ບໍ່ຮູ້ປູກຝ້າຍຕ່ຳແຜ່ນ, ແຕ່ເຂົາເຈົ້າມີຄວາມເກັ່ງກ້າໃນການຈັກສານ, ເຮັດອາຊີບສິລະປະຫັດຖະກຳ. ທ່ານ ຮ່ວາງວັນແຕ໋ນ ຊາວເຜົ່າ ລາຮາ ໃຫ້ຮູ້ຕື່ມອີກວ່າ.
“ຊາວເຜົ່າ ລາຮາ ຮູ້ຈັກສານກະພາ, ກະດົ້ງ, ແຕະຕາກເຂົ້າ, ສາດປູນອນຊາວເຜົ່າລາຮາ ບໍ່ຮູ້ຕ່ຳແຜ່ນແພດ້ວຍຕົນເອງ ສະນັ້ນ ເຂົາເຈົ້າໄດ້ເອົາບັນດາເຄື່ອງຈັກສານໄປແລກເອົາເສື້ອ, ສີ້ນຈາກຊາວເຜົ່າຜູ້ໄທເພື່ອມານຸ່ງ, ສະນັ້ນ ການນຸ່ງຖືຂອງເຂົາເຈົ້າກໍ່ຄ້າຍຄືກັນກັບຊາວເຜົ່າຜູ້ໄທ.”
ພ້ອມກັບວິວັດການອອກແຮງງານທຳການຜະລິດ, ປະຊາຄົມຊາວເຜົ່າ ລາຮາ ກໍ່ມີບັນດາຮີດຄອງປະເພນີ ການເຫລື້ອມໃສ ແລະ ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ຊ່ວຍພໍ່ແມ່ພີ່ນ້ອງມີຄວາມເພິ່ງພໍໃຈໃນຊີວິດດ້ານຈິດວິນຍານ ແລະ ວັດທະນະທຳດ້ານຈິດໃຈ. ໃນບັນດາງານບຸນຕ່າງໆນັ້ນ ງານບຸນຮົວມັງ ແມ່ນງານບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ຖືກຈັດຂຶ້ນດ້ວຍຂອບຂະຫນາດໃຫຍ່ ແລະ ກໍ່ແມ່ນງານບຸນສຳຄັນທີ່ສຸດໃນປີຂອງຊາວເຜົ່າ ລາຮາ. ຜ່ານງານບຸນຮົວມັງ ຊາວເຜົ່າ ລາຮາ ຢາກສະແດງຄວາມເຄົາລົບນັບຖືພາວະນາຂໍໃຫ້ເທວະດາຟ້າແຖນ, ດົນບັນດານໃຈລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ.
ການບູຊາພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ
(ພາບ:thegioidisan.vn
|
ສ່ວນເຄື່ອງຂອງບູຊາແມ່ນໄດ້ກະກຽມກ່ອນນີ້ເປັນເວລາ 1 ເດືອນ. ງານບຸນພື້ນເມືອງຂອງຊາວເຜົ່າ ລາຮາ ຍັງຄົງຕົວຈົນເຖິງປະຈຸບັນ, ໄດ້ສະແດງໃຫ້ເຫັນຮີດຄອງປະເພນີ, ການເຫລື້ອມໃສພິເສດທີ່ແຕກຕ່າງກັບບັນດາເຜົ່າອື່ນໃນບໍລິເວນ. ບັນດາງານບຸນເຫຼົ່ານັ້ນ ບໍ່ພຽງແຕ່ແມ່ນບັນດາພິທີກຳເຫຼື້ອມໃສທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງໄດ້ແລກປ່ຽນຂໍ້ມູນຂ່າວ, ບົດຮຽນໃນການທຳມາຫາກິນ, ປິ່ນປົວພະຍາດເພື່ອພ້ອມກັນພັດທະນາອີກດ້ວຍ.