ຊາວມົ້ງຂຽວຮັກສາວັດທະນະທຳຮີດຄອງປະເພນີຂອງເຜົ່າຕົນ

Ngoc Anh
Chia sẻ
(VOVWORLD) -ຢູ່ແຂວງລ່າວກາຍເຜົ່າມົ້ງມີຫຼາຍກຸ່ມໃນນັ້ນກຸ່ມມົ້ງຂຽວແມ່ນພິເສດກວ່າໝູ່. ຊາວມົ້ງຂຽວໃນປັດຈຸບັນມີພົນລະເມືອງກວ່າ 1.000 ຄົນເທົ່ານັ້ນແລະສ່ວນຫຼາຍດຳລົງຊີວິດແບບເຕົ້າໂຮມຢູ່ຕາແສງນ້ຳແສເມືອງວັນບ່ານແຂວງລ່າວກາຍ. ເຖິງວ່າ ມີຈຳນວນປະຊາກອນໜ້ອຍກໍ່ຕາມແຕ່ສີສັນວັດທະນະທຳຮີດຄອງປະເພນີຍັງຖືກຮັກສາໄວ້ເໝືອນເດີມແລະ ມີຄວາມເປັນເອກະລັກສະເພາະ
ຊາວມົ້ງຂຽວຮັກສາວັດທະນະທຳຮີດຄອງປະເພນີຂອງເຜົ່າຕົນ - ảnh 1ບ້ານເຜົ່າມົ້ງພຽງບ້ານດຽວໃນແຂວງລາວກາຍ

     ເມື່ອເວົ້າເຖິງວັດທະນະທຳຂອງເຜົ່າມົ້ງຂຽວຜູ້ຄົນທັງຫຼາຍກໍ່ເຄີຍຄິດເຖິງສິ່ງທຳອິດແມ່ນຊຸດອາພອນປະຈຳເຜົ່າ, ສຳລັບຊຸດອາພອນເພດຊາຍມີສີຄາມຂຽວດຳ. ເພາະສະນັ້ນຜູ້ຄົນທັງຫຼາຍເຄີຍເອີ້ນວ່າແມ່ນມົ້ງຂຽວ. ສະເພາະຊຸດອາພອນຂອງແມ່ຍິງກໍ່ມີສີສັນຫຼາກຫຼາຍມີລວດລາຍອຸດົມສົມບູນ. ຢູ່ຕາແສງນ້ຳແສພໍ່ແມ່ພີ່ນ້ອງເຜົ່າມົ້ງຂຽວ ຍັງຮັກສາອາຊີບປູກຕົ້ນແລັງເພື່ອຕ່ຳແຜ່ນແພເພື່ອຕັດຫຍິບຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກສະເພາະ. ຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ  ແມ່ຍິ່ງເຜົ່າມົ້ງຂຽວກໍ່ນັ່ງຕ່ຳແຜ່ນແພ. ປ້າຫວ່າງທິມາຍ ຢູ່ຕາແສງນ້ຳແສແບ່ງປັນວ່າ:

     “ຄາວມີອາຍຸ 17 ປີ ຂ້າພະເຈົ້າກໍ່ເລີ່ມຮຽນຕ່ຳແຜ່ນແພ, ປີໜຶ່ງກໍ່ສາມາດເຮັດໄດ້ປະມານສອງຊຸດຊາຍຊຸດໜຶ່ງແລະຍິງຊຸດໜຶ່ງ. ຂ້າພະເຈົ້າໄປເຮັດໄຮ່ເຮັດນາຕະຫຼອດມື້ ພຽງແຕ່ຮອດຕອນຄ່ຳຈຶ່ງມີເວລາຫວ່າງເທົ່ານັ້ນ. ຊາວເຜົ່າມົ້ງຂຽວຜູ້ໃດກໍ່ຕ້ອງມີຊຸດອາພອນເພື່ອນຸ່ງຖືໃນວັນບຸນນັບທັງລູກຊາຍລູກສາວກໍ່ຕ້ອງນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ”.

     ບໍ່ພຽງແຕ່ຕັດຫຍິບຊຸດອາພອນໃຫ້ບັນດາສະມາຊິກໃນຄອບຄົວເທົ່ານັ້ນແມ່ຍິງຜູ້ອາຍຸສູງຢູ່ບ້ານ ຕູເທື້ອງຕາແສງນ້ຳແສຕ່າງກໍ່ບອກສອນຖ່າຍທອດອາຊີບຕ່ຳແຜ່ນແພໃຫ້ແກ່ລູກຫຼານ. ເພື່ອສ້າງໃຫ້ມີຊຸດອາພອນປະຈຳເຜົ່າຊຸດໜຶ່ງຢ່າງຮຽບຮ້ອຍກໍ່ຕ້ອງເຮັດເປັນໄລຍະໜຶ່ງເພາະວ່າທຸກໆຂັ້ນຕອນກໍ່ຕ້ອງເຮັດດ້ວຍມື, ຖ້າວ່າຜູ້ໃດບໍ່ມີຄວາມອົດທົນກໍ່ບໍ່ສາມາດເຮັດໄດ້. ນາງຫວ່າງທິນາມຢູ່ຕາແສງນ້ຳແສໃຫ້ຮູ້ວ່າ:

         “ເຮົາໄດ້ຍາດແຍ່ງຍາມມີເວລາຫວ່າງກໍ່ໄປຮຽນອາຊີບຕ່ຳແຜ່ນແພນຳແມ່ ແລະພວກແມ່ປ້າ. ປັດຈຸບັນຂ້າພະເຈົ້າສາມາດຕ່ຳແຜ່ນແພແລະຫຍິບປັກທັກແສ່ວໄດ້ດີແລ້ວເພື່ອສາມາດສ້າງຊຸດອາພອນປະຈຳເຜົ່າຕົນ”.

      ບໍ່ພຽງແຕ່ປູກຕົ້ນແລັງຕ່ຳແຜ່ນແພເທົ່ານັ້ນຊາວເຜົ່າມົ້ງຂຽວຍັງຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຮີດຄອງປະເພນີຄືບັນດາທຳນອງເພງພື້ນເມືອງ, ວາດຟ້ອນ, ບັນດາງານບຸນແລະພິທີກຳອັນເປັນປະເພນີ. ສຳລັບຊາວເຜົ່າມົ້ງຂຽວແລ້ວພິທີກຳທີ່ສຳຄັນທີ່ຂາດບໍ່ໄດ້ ແມ່ນພິທີໄຫວ້ບູຊາບັນພະບູລຸດເຊິ່ງຖືກຈັດຂຶ້ນໃນວັນເພງເດືອນ 7 ແຕ່ວັນທີ 12 ຫາວັນທີ 15 ໄລ່ຕາມຈັນທະປະຕິທິນ. ແລະກໍ່ໃນວັນເພງເດືອນ 7 ສິ່ງທີ່ຟົດຟື້ນມ່ວນຊື່ນທີ່ສຸດຢູ່ບ້ານເຜົ່າມົ້ງຂຽວແມ່ນການຫຼິ້ນເກມພື້ນເມືອງທີ່ເຕັມໄປດ້ວຍສີສັນສະເພາະຂອງເຜົ່າຕົນຄືຫຼິ້ນໝາກຄ່າງ, ຂີ່ຊິງຊ່າ, ຂີ່ໄມ້ໂຢກເຢກ...        

            ນອກຈາກນັ້ນເຄື່ອງດົນຕີຂອງເຜົ່າມົ້ງຂຽວກໍ່ມີຄວາມແຕກຕ່າງກັບເຜົ່າອື່ນເຊິ່ງພົ້ນເດັ່ນຂຶ້ນແມ່ນຂຸ່ຍ. ພໍ່ແມ່ພີ່ນ້ອງເຜົ່າມົ້ງຂຽວຢູ່ຕາແສງນ້ຳແສມີເຄື່ອງດົນຕີເພື່ອເປັນເອກະລັກນັ້ນແມ່ນຂຸ່ຍຊາງລໍເພື່ອເປົ່າໃນພິທີສູ່ຂໍແລະງານດອງ. ຂຸ່ຍຂອງຊາວເຜົ່າມົ້ງຂຽວຖືກເຮັດຈາກລຳຕົ້ນຊາງລໍແຕ່ບໍ່ແມ່ນເຮັດຈາກຕົ້ນໄມ້ໄຜ່ຄືເຜົ່າອື່ນໆ.ເພື່ອເສີມຂະຫຍາຍປະສິດທິຜົນຂອງການອະນຸລັກ, ບັນດານັກສິລະປະການວັດທະນະທຳສິລະປະວັນນະຄະດີ ນາຍຊ່າງອາຊີບຫັດຖະກຳໃນກຸ່ມຊົນເຜົ່າມົ້ງຂຽວກໍ່ໄດ້ຮັບການຄັດເລືອກເພື່ອສ້າງເປັນສະໂມສອນມີການດຳລົງຊີວິດປະຈຳໄລຍະເພື່ອແນໃສ່ເສີມຂະຫຍາຍແຜ່ກະຈາຍໃນຊຸມຊົນ. ທ່ານເຢືອງຕ໊ວນເຫງຍຮອງຫົວໜ້າພະແນກວັດທະນະທຳກິລາແຂວງລ່າວກາຍໃຫ້ຮູ້ວ່າ:

       “ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງການສຳຫຼວດກວດກາສຳລັບມໍລະດົກວັດທະນະທຳທັງໝົດຂອງຊາວມົ້ງຂຽວຢູ່ເມືອງວັນບ່ານ. ພ້ອມກັນນັ້ນກໍ່ຍັງໜູນຊ່ວຍພໍ່ແມ່ພີ່ນ້ອງເຜົ່າມົ້ງຂຽວຟື້ນຟູບັນດາງານບຸນປະເພນີ”.

        ລຸ້ນໄວໜຸ່ມຊາວເຜົ່າມົ້ງຂຽວຢູ່ຕາແສງນ້ຳແສ ຍັງສືບທອດຄົນລຸ້ນກ່ອນເພື່ອເກັບຮັກສາຈຸດວັດທະນະທຳທີ່ເປັນເອກະລັກຮີດຄອງປະເພນີອັນເປັນມູນເຊື້ອຂອງເຜົ່າຕົນ. ຈາກນັ້ນທັງອະນຸລັກຮັກສາວັດທະນະທຳຂອງເຜົ່າຕົນທັງເປີດທິດກ້າວເດີນໃໝ່ໃນການພັດທະນາການທ່ອງທ່ຽວຄົ້ນຫາປະກອບສ່ວນສ້າງໝູ່ບ້ານໃຫ້ມີຄວາມສະຫງົບສຸກອີ່ມໜຳສຳລານແລະຜາສຸກ. 

ຕອບກັບ