ຊາວ ຊ໋ານຈີ ພັດທະນາເສດຖະກິດ

Lan Anh
Chia sẻ

ຊາວ ຊ໋ານຈີ​ ສ່ວນ​ຫຼາຍ​ແມ່ນອາ​ໃສ​ຢູ່​ແຂວງ ບັກ​ຢາງ, ກວາງ​ນິງ, ທ໋າຍບິ່ງ ​ແລະ ປູກ​ເຂົ້າ, ​ເຮັດ​ໄຮ່​ເປັນ​ຕົ້ນ. ຢູ່ບາງ​ແຫ່ງທີ່​ມີ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກວ່າ, ຊາວ​ເຜົ່າ ຊ໋ານຈີ​ ຍັງ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ ​ແລະ ຕົ້ນ​ໄມ້​ເປັນ​ຢາອີກ.


(vovworld) - ຊາວ ຊ໋ານຈີ​ ສ່ວນ​ຫຼາຍ​ແມ່ນອາ​ໃສ​ຢູ່​ແຂວງ ບັກ​ຢາງ, ກວາງ​ນິງ, ທ໋າຍບິ່ງ ​ແລະ ປູກ​ເຂົ້າ, ​ເຮັດ​ໄຮ່​ເປັນ​ຕົ້ນ. ຢູ່ບາງ​ແຫ່ງທີ່​ມີ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກວ່າ, ຊາວ​ເຜົ່າ ຊ໋ານຈີ​ ຍັງ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ ​ແລະ ຕົ້ນ​ໄມ້​ເປັນ​ຢາອີກ.

ຊາວ ຊ໋ານຈີ ພັດທະນາເສດຖະກິດ - ảnh 1

ຊາວເຜົ່າ ຊ໋ານຈີ

(ພາບ: ອິນເຕີແນດ)

ປູກ​ຕົ້​ນໄມ້ທັນ​ຍາ​ຫານ​ຢູ່​ເຂດ​ດິນ​ຄ້ອຍຊັນ ​ແມ່ນ​ການ​ຜະລິດ, ຫາ​ເງິນ​ລ້ຽງ​ຊີບ​ຕົ້ນຕໍ​ຂອງ​ຊາວ​ເຜົ່າ ຊ໋ານຈີ. ຕົ້ນ​ໄມ້​ທັນ​ຍາ​ຫານທີ່​ຊາວ​ເຜົ່າ ຊ໋ານຈີ​ ປູກ​ຫຼາຍ​ກວ່າ​ໝູ່​ແມ່ນ: ​ເຂົ້າ, ສາລີ ​ແລະ ມັນ​ຕົ້ນ. ນອກ​ນັ້ນ​ຍັງ​ມີບາງປະ​ເພດທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ເຊັ່ນ: ຕົ້ນໝາກ​ຖົ່ວ, ໝາກອຶ, ໝາກ​ໂຕ່ນ, ໝາກນ້ຳ​ເຕົ້າ, ມັນ​ດາງ. ບໍ່​ພຽງ​ແຕ່​ປູກຝັງ​ເທົ່າ​ນັ້ນ, ຊາວ​ເຜົ່າ ຊ໋ານຈີ ຍັງ​ລ້ຽງສັດ, ​ເຮັດ​ອາຊີບ​ຫັດຖະກຳ ​ແລະ ຂ້າ​ຂາຍ​ອີກ. ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດຖະກິດ​ຂອງ​ຊາວ​ເຜົ່າ ຊ໋ານຈີ ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ທ່ານ​ນາງ ດຣ. ດັ້ງ​ທິຮວາ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄອບຄົວ ​ແລະ ​ເພດ, ​ໃຫ້​ຮູ້​ວ່າ:

“ຢູ່ເຂດລະຫວ່າງກາງບໍ່ມີພູສູງ, ແລະ ຊັນຄ້ອຍກໍ່ບໍ່ຫຼາຍ, ດັ່ງນັ້ນເນື້ອທີ່ປູກ ເຂົ້ານາທາມສອງລະດູແມ່ນຫຼາຍສົມຄວນ ແລະ ເຂົາເຈົ້າປູກເຂົ້ານາມທາມເປັນ ຕົ້ນ. ແຕ່ລະປີເຂົາເຈົ້າປູກເຂົ້າສອງລະດູ. ຊາວເຜົ່າ ຊ໋ານຈີ ຍັງປູກ​ຕົ້ນ​ລິ່ນ​ຈີ່, ຕົ້ນ​ໄມ​​້ຜະລິດ​ຢາ​ເປັນ​ສິນຄ້າ​ ແລະ ມີບັນດາຟາມລ້ຽງໝູປ່າ, ລ້ຽງປາຂະໜາດໃຫຍ່, ດັ່ງນັ້ນລາຍຮັບຂອງຄອບຄົວຊາວເຜົ່າ ຊ໋ານຈີ ຫຼາຍທີ່ສຸດ. ພື້ນຖານເສດຖະກິດ ການຕະຫຼາດຂອງຫວຽດນາມ ​ເວົ້າ​ລວມມີ​ການ​ກະທົບ​ຢ່າງ​ແນ່ນອນເຖິງ​ເສດຖະກິດ​ຄອບຄົວ​ຂອງ​ຊາວ​ເຜົ່າ ຊ໋ານຈີ ຕາມ​ທິດ​ຫັນ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເປັນ​ສິນຄ້າ​ຫຼາຍ​ກວ່າ“.

ປະຈຸ​ບັນ, ຕົ້ນ​ໄມ້​ໃຫ້​ໝາກ ກໍ່​ແມ່ນໜຶ່ງ​ໃນ​ບັນດາ​ຕົ້ນ​ໄມ້​ປູກ​ປະ​ເພດຕົ້ນຕໍ​ຂອງ​ຊາວ​ເຜົ່າ ຊ໋ານຈີ. ມີ​ຫຼາຍ​ຄອບຄົວ​ຊາວ​ເຜົ່າ ຊ໋ານຈີ ຢູ່ ລຸກ​ຫງ້າ​ນ, ບັກ​ຢາງ ​ໄດ້​ສ້າງ​ຄວາມ​ຮັ່ງມີ​ດ້ວຍ​ຕົ້ນ​ລິ່ນ​ຈີ່. ໝາກ​ລິ່ນ​ຈີ່​ບໍ່​ພຽງ​ແຕ່​ຈຳໜ່າຍ​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ໄປ​ຂາຍ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ຊາວ​ເຜົ່າ ຊ໋ານຈີ ຍັງ​ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ການ​ປູກຝັງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ສະມັດ​ຕະພາບ​ໃຫ້​ຕົ້ນ​ລິ່ນ​ຈີ່. ຄຽງ​ຂ້າງ​ນັ້ນ, ຊາວ​ເຜົ່າ ຊ໋ານຈີ່​ ກໍ່​ຮູ້​ຂຸດ​ຄົ້ນ​ແຫຼ່ງປະ​ໂຫຍ​ດຈາກ​ຕົ້ນ​ໄມ້​ເປັນ​ຢາ​ໃນ​ປ່າ​ອີກ. ດຣ. ດັ້ງ​ທິຮວາ, ​ໃຫ້​ຮູ້​ວ່າ:

“​ເຂົາ​ເຈົ້າ​ຮູ້​ນຳ​ໃຊ້​ຕົ້ນ​ໄມ້​ເປັນ​ຢາ​ດີທີ່​ສຸດ. ຕົ້ນ​ໄມ້​ເປັນ​ຢາ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ລາຍ​ຮັບ​ຕື່ມ​ອີກ​ໃຫ້​ຄອບຄົວ ​ແລະ ​ແມ່ນ​ແຫຼ່ງຫາ​ເງິນລ້ຽງ​ຊີບ​ສຳຄັນ. ຈາກ​ຕົນ​ໄມ້​ເປັນ​ຢາ​ໃນ​ປ່າ​ເຂົາ​ເຈົ້າ​ໄດ້​ປູ​ງ​ແຕ່ງ​, ​ເປັນກາວ, ເປັນ​ຢາ​ປິນປົວ​ພະຍາດ ​ເພື່ອ​ຂາຍ ​ແລະ ສົ່ງ​ອອກປະ​ເທດຈີນ, ​ໄຕ້​ຫວັນ. ຢູ່​ກວາງ​ນິງ ​ນອກຈາກ​ປູກ​ຕົ້ນ​ລິ່ນ​ຈີ່, ​ເຂາ​ເຈົ້າ​ຍັງ​ປູກ​ຕົ້ນ​ໄປ​ເປັນ​ຢາ​ຫຼາຍ​ທີ່​ສຸດ“.

ຊາວ​ເຜົ່າ ຊ໋ານຈີ ມີ​ທັດສະນະ​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ຈາກ​ທຳ​ມະ​ຊາດ​ແມ່ນ​ດີ​ທີ່​ສຸດ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສົ່ງ​ເສີມ​ສຸຂະພາບ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ​ທຳ​ມະ​ຊາດ. ​​ແລະ ມີ​ບົດຮຽນ​ຫຼາຍ​ໃນ​ການນຳ​ໃຊ້​ຕົ້ນ​​ໄມ້​ເປັນຢາ​ເພື່ອ​ປິນປົວ​ພະຍາດ. ຊາວ​ເຜົ່າ ຊ໋າຈີ ​ເຄີຍ​ຫາ​ຕົ້ນ​ໄມ້​ເປັນ​ຢາ​ໃນ​ປ່າດົງ​ດິບ ຫຼື​ໃນ​ພູ​ສູງ​ທີ່​ມີ​ຄົນ​ໄປມາ​ໜ້ອຍ, ​ແລ້ວ​ປຸງ​ເປັນ​ຢາ ຫຼື​ດອງ​ກັບເຫຼົ້າ​ເພື່ອ​ດື່ມ, ນວດ​ປິ່ນປົວ​ພະຍາດ. ດຣ. ດັ້ງ​ທິຮວາ ​ໃຫ້​ຮູ້​ວ່າ, ຢາ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານຈີ່ ນຳ​ໃຊ້​ຕົ້ນ​ໄມ້​ກວ່າ 200 ປະ​ເພດ​ເພື່ອ​ປຸງ​ແຕ່ງ.

“ຊາວ​ເຜົ່າ ຊ໋ານຈີ ຢູ່​ເມືອງ​ ​ເຊີນ​ດົ້ງ, ​ແຂວງ ບັກ​ຢາງ ມີ​ລາຍ​ຮັບ​ສູງ​ຈາກ​ຕົ້ນ​​ໄມ້ໄປ​ເປັນ​ຢາ. ​ເຂົາ​ເຈົ້າ​ໄດ້​ປຸງ​ແຕ່ງ​​ໃບ​ໄມ້​ປ່ານັບ​ຮ້ອຍ​ປະ​ເພດທີ່​ແຕກ​ຕ່າງ​ກັນ​ໃຫ້ເປັນ​ກາວ​ຢາ​ທີ່​ມີ​ຊື່​ສຽງ. ຢາ​ປະ​ເພດ​ນີ້​ດີ​ທີ່​ສຸດ, ພິ​ເສດ​ແມ່ນ​ສຳລັບ​ສຸຂະພາບ​ຂອງ​ແມ່ຍິງ. ​ເມື່ອ​ນຳ​ໃຊ້​ກາວ​ຢາງ​ນີ້, ຜູ້ຍິງ​ມີ​ກຳລັງ​ແຮງ​ຕື່ມ​ອີກ​ເພື່ອ​ສາມາດ​ຕ້ານ​ພະຍາດ​ ​ແລະ ບຳ​ລຸງ​ຮ່າງກາຍໄດ້​ດີ “.

​ໃນ​ເບື້ອງ​ຕົ້ນ​ຢາ​ເປັນ​ພະຍາດ​ແມ່ນ​ແຫຼ່ງປະ​ໂຫຍ​ດທຳ​ມະ​ຊາດ, ຊາວ​ເຜົ່າ ຊ໋ານຈີ​ ພຽງ​ແຕ່​ເກັບ​ມາ​ປຸງ​ແຕ່ງ​​ເອງເທົ່າ​ນັ້ນ. ຕໍ່​ມາ​ເມື່ອ​ເຂົ້າ​ໃຈ​ໄດ້​ຄວາມ​ສຳຄັນ​ຂອງ​ຕົ້ນ​ໄມ້​ເປັນ​ຢາ​, ​ເຂົາ​ເຈົ້າ​ໄດ້​ປູກ​ຕື່ມ​ອີກ. ຍ້ອນ​ມີ​ຕົ້ນ​​ໄມ້​ເປັນຢາ, ຊາວ​ເຜົ່າ ຊ໋ານຈີ​ ກໍ່​ມີ​ແຫຼ່ງລາຍ​ຮັບ​ຕື່ມ​ອີກ, ​ການ​ດຳລົງຊີວິດຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ.

 

ຕອບກັບ