ຊົນເຜົ່າໄຢ້ຢູ່ແຂວງລາວກາຍ

Lan Anh
Chia sẻ
ປະຈຸ​ບັນ, ຊາວ​ເຜົ່າ​ໄຢ້ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ບັນດາ​ແຂວງ​ລາວ​ກາຍ, ຮ່າ​ຢາງ, ລາຍ​ເຈົາ ​ແລະ ກາວ​ບັ່ງ. ດ້ວຍ​ຈຳນວນ​ພົນລະ​ເມືອງ 38.000 ກວ່າ​ຄົນ. ຊາວ​ເຜົ່າ​ໄຢ້ຍັງ​ມີ​ຊື່​ເອີ້ນ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຢັ້ງ, ​ເປົາ, ຖີ່​ນ, ຊ້າ.

(vovworld) - ປະຈຸ​ບັນ, ຊາວ​ເຜົ່າ​ໄຢ້ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ບັນດາ​ແຂວງ​ລາວ​ກາຍ, ຮ່າ​ຢາງ, ລາຍ​ເຈົາ ​ແລະ ກາວ​ບັ່ງ. ດ້ວຍ​ຈຳນວນ​ພົນລະ​ເມືອງ 38.000 ກວ່າ​ຄົນ. ຊາວ​ເຜົ່າ​ໄຢ້ຍັງ​ມີ​ຊື່​ເອີ້ນ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຢັ້ງ, ​ເປົາ, ຖີ່​ນ, ຊ້າ. ກໍ່​ເຊັ່ນ​ດຽວ​ກັນກັບ​ບາງ​ຊົນ​ເຜົ່າ​ທີ່​ຂຶ້ນ​ກັບ​ໝວດຊົນ​ເຜົ່າ​ໄຕ - ​ຊົນ​ເຜົ່າຜູ້​ໄທ, ຊົນ​ເຜົ່າ​ໄຢ້​ເຮັດ​ນາທາມ​ເປັນ​ຕົ້ນ ​ແລະ ລ້ຽງສັດ.

ຊົນເຜົ່າໄຢ້ຢູ່ແຂວງລາວກາຍ - ảnh 1

ເຮືອນຂອງຊົນເຜົ່າໄຢ້

        ຢູ່​ລາວ​ກາຍ, ຊາວ​ເຜົ່າ​ໄຢ້ດຳລົງ​ຊີວິດ​ຢູ່​ບ້ານ​ຕາ​ວານ​ໄຢ້, ຕາ​ແສງຕາ​ວານ, ​ເມືອງ​ຊາ​ປາ. ບ້ານ​ຕາວານ​ໄຢ້ ນອນ​ໃນ​ຮ່ອມ​ພູ​ເມື່ອ​ງຮວາ, ຫຼັງ​ອີງ​ໃສ່​ສາຍພູ​ຮ່ວາງ​ລຽນ​ເຊີນ. ບ້ານ​ຕາ​ວານ​ໄຢ້ ມີ​ຊາວ​ເຜົ່າ​ໄຢ້ 140 ກວ່າ​ຄອບຄົວ. ​ເຮືອນ​ຂອງ​ຊາວ​ເຜົ່າ​ໄຢ້ຕັ້ງ​ຢູ່​ຕາມເນີນ​ພູ​ ​ແລະ ​ນາ​ຂັ້ນ​ໄດ, ອັນ​ໄດ້​ເຮັດ​ໃຫ້​ທັດສະນີ​ຍະ​ພາບ​ຢູ່​ທີ່​ນີ້​ມີ​ຄວາມ​ສວຍງາມຕື່ມ​ອີກ. ​​​ເຂົາ​ເຈົ້າ​ທັງ​ມີ​ເຮືອນຮ້ານ ​ແລະ ​ເຮືອນ​ດິນ. ​​ເຮືອນ​ມີ 3 ຫ້ອງ, ໃນ​ນັ້ນ​ຫ້ອງ​ໃຈກາງ​ເປັນ​ບ່ອນ​ຕັ້ງ​ແທ່ນ​ບູຊາ ​ແລະ ຕ້ອນຮັບ​ແຂກ. ທ່ານ ຮ່ວາງ​ມຸກ, ຜູ້​ມີ​ອາຍຸ​ສູງ​ໃນ​ບ້ານ​ຕາ​ວານ, ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ຊາ​ວ​ເຜົ່າ​ໄຢ້ຍັງ​ດຳລົງ​ຊີວິດ​ໃນ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ. ຢູ່​ຕາ​ວານ, ບັນດາ​ເຮືອນ​ທີ່​ມີ​ມາ​ກ່ອນ​ນີ້​ແຕ່ 80 – 100 ປີ ຄື​ຂອງ​ຄອບຄົວ​ທ່ານ​ແມ່ນ​ບໍ່​ຫຼາຍ.

        “​​ເມື່ອປຸກ​ສ້າງ​ເຮືອນ​ຫຼັງ​ນີ້​ຂ້າພະ​ເຈົ້າ​ບໍ່​ທັນ​ໄດ້​ຮັບ​ການ​ກຳ​ເນີດ. ພໍ່​ຂ້າພະ​ເຈົ້າ​ໄດ້​ປຸກ​ສ້າງ​ເຮືອນ​ຫຼັງ​ນີ​​ເມື່ອ​ປີ 1930. ຂ້າພະ​ເຈົ້າ​ແມ່ນ​ລູກ​ຫຼ້າ​ຈຶ່ງ​ໄດ້​ຢູ່​ໃນ​ເຮືອນ​ຫຼັງ​ນີ້. ຢູ່​ຕາ​ວານ​ ໃນ​ປະຈຸ​ບັນ​, ​ເຮືອນສ່ວນ​ຫຼາຍ​ແມ່ນ​ຫາ​ກໍ່​ປຸກ​ສ້າງ, ​ສ່ວນເຮືອນ​​ເກົ່າແມ່ນປຸກ​ສ້າງ​ກ່ອນ​ນີ້ 30 – 40 ປີ​. ​ຄວາມ​ສູງ​ຂອງເຮືອນ​​ໄລ່​ແຕ່​ພື້ນ​ເຖິງ​ຂື່​ເຮືອນ​ແມ່ນສູງ​ພຽງ 1,8 ​ແມັດ​ເທົ່າ​ນັ້ນ, ​ສ່ວນລວງ​ກວ້າງ​ແມ່ນ 9 – 10 ​ແມັດ. ​ເຮືອງ​ມີ 3 ຫ້ອງ, ຫ້ອງ​ຢູ່​ໃຈກາງ​ແມ່ນກວ້າງກວ່າໝູ່“.

ຊົນເຜົ່າໄຢ້ຢູ່ແຂວງລາວກາຍ - ảnh 2

ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ໊

        ແມ່ຍິງຊາວເຜົ່າໄຢ້ຢູ່ຊາປາ ມີແຕ່ເຮັດນາ, ເຮັດ​ວຽກບ້ານການ​ເຮືອນ, ຫາກ​ບໍ່​ໄປ​ຂາຍ​​ເຄື່ອງ​ເປັນ​ທີ່​ລະ​ລຶກທີ່​ເຮັດ​ດ້ວຍ​ແພ​ພື້ນ​ເມືອງ​ໃຫ້​ແຂກ​ທ່ອງ​ທ່ຽວ​ຄື​ແມ່ຍິງ​ຊາວ​ເຜົ່າ​ຢ້າວ​ແດງ ຫຼື​ຊາວ​ເຜົ່າ​ມົ້ງ. ເຂົາ​ເຈົ້າ​ມີ​ແຕ່​ເຮັດ​ວຽກ​ຢູ່​ໃນ​ບ້ານ​ເທົ່າ​ນັ້ນ. ​ເວລາ​ຫວ່າງ​, ​ເຂົາ​ເຈົ້າ​ຫຍິບ​​ໂສ້ງ​ເສື້ອ​ໃຫ້​ທັງ​ຄອບຄົວ. ຊຸດ​ອາພອນ​ຂອງ​​ແມ່ຍິງ​ຊົນ​ເຜົ່າ​ໄຢ້ ​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ອື່ນ​ ​ແມ່ນ​ງ່າຍດາຍ​ກວ່າ, ປັກ​ແສ່ວ​ບໍ່​ຫຼາຍ​ມີ​ແຕ່​ຫຍິບ​ຜ້າ​ສີ​ໃສ່​ຕື່ມ​ຢູ່​ຄໍ​ເສື້ອ ​ແລະປີກ​ເສື້ອ​ເທົ່າ​ນັ້ນ. ປ້າ ລູກ​ທິຕ໋າ ​ໃຫ້​ຮູ້​ວ່າ, ຊຸດ​ອາພອນ​ຂອງ​ແມ່ຍິງ​ຊາວ​ເຜົ່າ​ໄຢ້ ນັບ​ແຕ່​ກ່ອນ​ມາ​ນີ້​ຍັງ​ຄົງ​ຮັກສາ​ໄວ້​ຄື​ເກົ່າ.

ກ່ອນ​ນີ້​​ເຄີຍ​ນຸ່ງ​ຄື​ແນວ​ນັ້ນ​ແລ້ວ, ​ແມ່​ຍ່າຂ້າພະ​ເຈົ້າ​ເວົ້າ​ວ່າ, ນຸ່ງ​ຖື​ຕ້ອງ​ເລືອກ​ເອົາ​ສີຟ້າ, ສີ​ບົວ. ​ເວລາ​ຍັງ​ໜຸ່ມ​ມັກ​ນຸ່ງ​ສີ​ບົວ, ສ່ວນ​ອາຍຸ​ສູງ​ແລ້ວ​ແມ່ນ​ນຸ່ງ​ສີຟ້າ, ສີດຳ. ​ໂສ້ງ​ເສື້ອ​ຂອງຂ້າພະ​ເຈົ້າ​ສ່ວນ​ຫຼາຍ​​ໂດຍ​ລູກ​ຕັດຫຍິບ​​​ໃຫ້, ຂ້າພ​ະ​ເຈົ້າ​ມີ​ແຕ່​ຊື້​ຜ້າ​​ແພມາເທົ່າ​ນັ້ນ. ກ່ອນ​ນີ້​ບໍ່​ມີ​ຈັກ​ຫຍິບ​​ຕ້ອງ​ຫຍິບ​ດ້ວຍ​ມື ​ແຕ່​ປະຈຸ​ບັນ​ແມ່ນ​ຫຍິບ​ດ້ວຍ​ຈັກ​ແລ້ວ“.

ຊົນເຜົ່າໄຢ້ຢູ່ແຂວງລາວກາຍ - ảnh 3

ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ໊

        ຊຸດ​ອາພອນ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ໄຢ້ຢູ່​​ລາວກາຍ ​ຕ່າງ​ກັບ​ຢູ່​​ລາຍ​ເຈົາ, ຮ່າ​ຢາງ. ​ແມ່ຍິງ​ຊາວ​ເຜົ່າ​ໄຢ້ນຸ່ງ​ໂສ້ງ​​ແພ​ໄໝ, ສີດຳ ​ແຕ່​ຫົວ​ໂສ້ງພັດ​ໃຊ້​ແພ​ສີ​ແດງ. ສ່ວນ​ເສື້ອ​ຂອງ​ແມ່ຍິງ​ມີ​ຫຼາຍ​ສີ ​ແຕ່​ບໍ່​ມີ​ສີຂາວ. ​ເສື້ອ​ຍາວ​ໃສ່​ກະດູມ​ດ້ວຍ​ແພ ຫຼື​ເງິນ​ ຂ້າງຂີ້​ແຮ້​ເບື້ອງ​ຂວາ. ຄໍ​ເສື້ອ​ຕັ້ງ, ຢູ່​ປີກ​ເສື້ອ​ບ່ອນ​ໃສ່​ກະ​ດູມ ​ແລະ ​ແນບ​ແຂນ​​ເສື້ອ​ແມ່ນ​ໃຊ້​​ແພ​ສີ​ຕ່າງກັບ​ສີ​ເສື້ອ. ປະຈຸ​ບັນ​, ສາວ​ເຜົ່າ​​ໄຢ້ສ່ວນ​ຫຼາຍມັກນຸ່ງ​ເສື້ອ​ທີ່​ປະກອບ​ດ້ວຍ​ຫຼາຍ​ສີ​ຢູ່ແນບ​ຄໍ, ​ແນບ​ແຂນ ​ແລະ ປີກ​ເສື້ອ. ​ຜູ້​ເຖົ້າ​ມັກ​ໃຊ້​ແນບເສື້ອ​ໃຫຍ່​, ສ່ວນ​ຜູ້​ໜຸ່ມ​ແມ່ນ​ໃຊ້​ແນບ​ເສື້ອ​ນ້ອຍ​ກວ່າ. ​​ໂສ້ງ​ເສື້ອ​ຂອງ​ຜູ້​ຊາຍ​ກໍ່​ງ່າຍ​ດ່າ​ຍ. ດ້ວຍ​ໂສ້ງຜ້າ​ຝ້າຍ, ​ສີ​ດຳ, ​ເສື້ອ​ສັ້ນ, ​ສີດຳ, ​ໃຊ້​ກະ​ດູມ​ຢູ່​ໜ້າ​ເອີກ, ຫົວ​ຄຽນ​ພ້າ​ຝ້າ​ຍສີ​ຄາມ. ອ້າ​ຍ ຮ່ວາງ​ຈິ່ງ, ຢູ່​ບ້ານ​ຕາ​ວານ​ໄຢ້, ​ໃຫ້​ຮູ້​ວ່າ: ຜູ້​ຊາຍ​ໄປ​ຮຽນ, ​ໄປ​ເຮັດ​ວຽກ​ບໍ່​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຄື​ແມ່ຍິງ, ​ແຕ່​ສິ່ງ​ດັ່ງກ່າວ​ກໍ່​ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ລືມ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ຊົນ​ເຜົ່າ​ຕົນ​ໄດ້.

        “ຍ້ອນ​ຊຸດ​ອາພອນ​ປະຈຳ​ເຜົ່າ​ບາງ, ​ລະດູ​ໜາວນຸ່ງ​ບໍ່​ໄດ້. ​ແຕ່​ພວກ​ຂ້າພະ​ເຈົ້າ​ຍັງ​ນຸ່ງ​ໃນ​ໂອກາດ​ບຸນປີ​ໃໝ່, ຫຼື​ງານ​ບຸນ​ຕ່າງໆ. ປະຈຸ​ບັນ, ສັງຄົມ​ພັດທະນາ​ແລ້ວ, ການ​ນຸ່ງ​ຖື​ກໍ່​ມີ​ການ​ປ່ຽນ​ແປງ​ໄປ​ນຳ, ​ແຕ່​ພວກ​ເຮົາ​ກໍ່​ພະຍາຍາມ​ຮັກສາ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້ .

        ບຸນປີ​ໃໝ່​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ອ້າຍ ຈິ່ງ ພ້ອມ​ກັບ​ໝູ່​ເພື່ອນ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ ​​ແລະ ຕ່າງ​ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ນຸ່ງ​ຊຸດ​ອາພອນ​ຂອງ​ເຜົ່າ​ຕົນ​. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ແຕ່ງອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​​ເຜົ່າ​​ໄຢ້.

        “ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ໄຢ້​ແມ່ນ​ປຸງ​ແຕ່ງ​ຍາກ​ທີ່​ສຸດ. ​ເຮັດ​ອາຫານ​ເຍື່ອງ​ໜຶ່ງ​ບາງ​ເທື່ອ​ຕ້ອງ​ເສຍ​ເວລາ​ເຖິງ​ເຄິ່ງມື້, ຕົວຢ່າງ​ຄື​ປິ້ງ​ຊີ້ນ​. ຕາມ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຢ້​ແມ່ນ​ຕ້ອງ​ປິງທັງ​ໂຕ, ຍ້ອນ​ປຸງ​ແຕ່ງ​ຍາກ ​ແລະ ເສຍ​ເວລາ​ຫຼາຍ, ດັ່ງ​ນັ້ນ​ຮອດ​ບຸນປີ​ໃໝ່ ຫຼີງານ​ບຸນ​ຕ່າງໆ​​ເຂົາ​ເຈົ້າຈຶ່ງ​ເຮັດ​ “.

ຊົນເຜົ່າໄຢ້ຢູ່ແຂວງລາວກາຍ - ảnh 4

ຊາວ​ເຜົ່າ​ໄຢ້ຍັງ​ມີ​ອາຫານ​ທຳ​ມະ​ດາ​ສາມັນ​ຫຼາຍ​ເຍື່ອງ​ຄື​ເຂົ້າໜົມ​ໂພງ, ​ເຂົ້າໜົມ​ໄຢ່, ​​ເສັ້ນ​ເຝີ…ອາຫານ​ເຫຼົ່າ​ນັ້ນ, ​ແມ່ຍິງ​ຊາວ​ເຜົ່າ​​ໄຢ້​ເຮັດ​ປະຈຳ​ວັນ, ບາງ​ຄົນ​ກໍ່​ເຮັດ​ອາຫານ​ນີ້​ເພື່ອ​ຫາ​ເງິນ​​ໃຊ້​ຈ່າຍ​ໃນ​ຊີວິດ​ປະຈຳ​ວັນ​ຂອງຄອບຄົວ​.

ຕອບກັບ