ນອກຈາກກຸ່ມຊາວເຜົ່າ ກາຢອງ ແລ້ວ, ບັນດາກຸ່ມ ຕົ້ນຕໍຂອງຊາວເຜົ່າເຊີດັງຄື: ເຊີແຕງ, ເຕີດຣາ, ເມີເນີມ, ຮ່າລັງ ລ້ວນແຕ່ມີອາຊີບຕ່ຳແຜ່ນແພພື້ນເມືອງ. |
ໃນ 5 ກຸ່ມທ້ອງຖິ່ນ, ນອກຈາກກຸ່ມຊາວເຜົ່າ ກາຢອງ ແລ້ວ, ບັນດາກຸ່ມ ຕົ້ນຕໍຂອງຊາວເຜົ່າເຊີດັງຄື: ເຊີແຕງ, ເຕີດຣາ, ເມີເນີມ, ຮ່າລັງ ລ້ວນແຕ່ມີອາຊີບຕ່ຳແຜ່ນແພພື້ນເມືອງ. ກີ່ຕ່ຳຫູກຂອງຊາວເຜົ່າເຊີດັງ ແມ່ນຄ້າຍຄືກັນກັບກີ່ຕ່ຳຫູກຂອງຊາວເຜົ່າບານາຫລືຢາລາຍ. ເຂົາເຈົ້າສ່ວນຫລາຍຕ່ຳແຜ່ນແພມີລວງກວ້າງພຽງແຕ່ 30-40 cm, ແຕ່ບາງເທື່ອກໍ່ຕ່ຳແຜ່ນແພລວງກວ້າງປະມານ 80cm. ຍ້ອນມີອາຊີບຕ່ຳແຜ່ນແພ, ສະນັ້ນຊາວເຜົ່າເຊີດັງ ຍັງຄົງຮັກສາບັນດາປະເພດຊຸດອາພອນດ້ວຍຈຸດພິເສດສະເພາະຕາມບັນດາກຸ່ມທ້ອງຖິ່ນ. ຊຸດອາພອນຂອງຊາວເຜົ່າເຊີດັງ ມີພຽງ ສີຄາມ. ທ່ານນາງເລືອງແທງເຊີນ ນັກຄົ້ນຄ້ວາວັດທະນະທຳບັນດາເຜົ່າຢູ່ໄຕງວຽນໃຫ້ຮູ້ວ່າ: ຊຸດອາພອນຂອງຊາວເຜົ່າເຊີດັງ ແມ່ນຄ້າຍຄືກັນກັບຊຸດອາພອນຂອງເຜົ່າອື່ນໆຢູ່ເຂດໄຕງວຽນ.
“ກໍ່ເຊັ່ນດຽວກັນກັບບັນດາເຜົ່າອື່ນຢູ່ເຂດໄຕງວຽນ, ຊຸດອາພອນຂອງຊາວເຜົ່າເຊີດັງແມ່ນມີສີດຳ ແລະ ສ່ວນຫລາຍມີສີຄາມ. ລວດລາຍໃນຊຸດອາພອນຕົ້ນຕໍແມ່ນໄດ້ຮັບການປະດັບປະດາໃນເສື້ອ, ສີ້ນ.”
ຊຸດອາພອນເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າຢູ່ ໄຕງວຽນຂອງຊາວເຜົ່າເຊີດັງແມ່ນ ກະຕ່ຽວ, ເສື້ອຂອງເພດຊາຍ, ເສື້ອຊຸ້ມຫົວບໍ່ມີແຂນ ແລະ ສີ້ນຂອງແມ່ຍິງ, ຜ້າຄຽນຫົວ, ຜ້າບີງ. ສຳລັບຊຸດອາພອນປະຈຳເຜົ່າຂອງຊາວເຜົ່າເຊີດັງ, ເພດຊາຍແມ່ນນຸ່ງກະຕ່ຽວ, ເປືອຍໂຕ. ໃນງານບຸນຕ່າງໆ, ຊຸດອາພອນຂອງເພດຊາຍຍັງເອົາຜ້າມາພັນປຽງເອິກຕື່ມອີກ, ເບິ່ງຄືກັນກັບທະຫານພວມອອກສະຫນາມຮົບ. … ນັກຄົ້ນຄ້ວາວັດທະນະທຳບັນດາເຜົ່າຢູ່ໄຕງວຽນ, ທ່ານນາງ ລີງງາNieKdamໃຫ້ຮູ້ວ່າ:
“ແຕ່ລະເຜົ່າຢູ່ ໄຕງວຽນມີຈຸດສະເພາະກ່ຽວກັບຊຸດອາພອນ. ສຳລັບຊາວເຜົ່າ ຢາລາຍ, ຈູຣູ ເສື້ອມີແຂນຍາວ, ຕີນເສື້ອ, ຫນ້າເອີກເສື້ອມີລວດລາຍ. ຊາວເຜົ່າ ເຊີດັງ ນຸ່ງສີ້ນສັ້ນ, ເສື້ອສັ້ນ, ມີລວດລາຍຫລາຍກວ່າ.”
ຊຸດອາພອນປະຈຳເຜົ່າຂອງ ແມ່ຍິງ ຊາວເຜົ່າ ເຊີດັງ ລວມມີ: ເສື້ອ, ສີ້ນ, ຜ້າບີງ. ເສື້ອຊຸບຫົວ, ບໍ່ມີແຂນ. ຜ້າບີງຂອງແມ່ຍິງ ຊາວເຜົ່າເຊີດັງ ແມ່ນຕ່ຳແຜ່ນຈາກເສັ້ນຝ້າຍດ້ວຍສີສັນຫລາກຫລາຍ, ແຕ່ຕົ້ນຕໍແມ່ນສີດຳ. ທ່ານນາງ Y mon ຢູ່ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ:
“ກ່ອນນີ້ ຊຸດອາພອນຂອງຊາວເຜົ່າ ເຊີດັງ ແມ່ນເສື້ອສີຂາວ, ສີ້ນສີດຳ ແລະ ມີສາຍຮັດແອວ. ແຕ່ປະຈຸບັນ ພວກຂ້າພະເຈົ້າຊື້ແຜ່ນແພມາຕັດຫຍິບຊຸດອາພອນເອງ.”
ບັນດານາງສາວຊາວເຜົ່າ ເຊີດັງ ເມື່ອເຖິງກະສຽນອາຍຸ, ເຂົາເຈົ້າເຄີຍໃຊ້ຜ້າບີງ ຄືແມ່ນສັນຍານບົ່ງບອກໃຫ້ບັນດາອ້າຍບ່າວຮູ້ຈັກວ່າ ຕົນເອງຍັງບໍ່ທັນແຕ່ງງານເທື່ອ ສະນັ້ນ ສາມາດໂອ້ລົມນຳກັນ, ຊອກຮູ້ເຊິ່ງກັນ ແລະກັນໄດ້. ເມື່ອແຕ່ງງານນຳກັນແລ້ວ ແລະ ມາຢູ່ນຳຄອບຄົວຂອງຜົວ, ຜູ້ເປັນເມຍຈະນຳເອົາຜ້າບີງໄປນຳ ແລະ ຮັກສາໄວ້ຄືດັ່ງເຄື່ອງທີ່ລະນຶກອັນລ້ຳຄ່າໃນຄາວຍັງເປັນສາວ. ຜ້າບີງຂອງແມ່ຍິງຊາວເຜົ່າ ເຊີດັງ ແມ່ນໄດ້ຕ່ຳແຜ່ນຈາກເສັ້ນຝ້າຍດ້ວຍສີສັນຫລາກຫລາຍ, ໃນນັ້ນ ຕົ້ນຕໍແມ່ນສີດຳ ແມ່ຍິງ ຊາວເຜົ່າ ເຊີດັງ ກໍ່ເຄີຍໃຊ້ເຄື່ອງເອ້ຢ້ອງ ຄື: ປອກແຂນ, ປອກຕີນ, ປອກຄໍ, ຕຸ້ມຫູ ທີ່ເຮັດດ້ວຍເງິນ,ທອງແລະສາຍແອວປະດັບປະດາດ້ວຍໝາກເດື່ອຫີນມີສີສັນຫລາກຫລາຍ.
ເຖິງວ່າ ຊີວິດມີການປ່ຽນແປງແລະພັດທະນາກໍຕາມ ແຕ່ຊາວເຜົ່າ ເຊີດັງ ມີການເລືອກເຟັ້ນຫລາຍຢ່າງເພື່ອຕັດຫຍິບ, ນຸ່ງບັນດາຊຸດອາພອນທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ ໃນງານບຸນຕ່າງໆ, ຊາວເຜົ່າ ເຊີດັງ ຍັງຄົງນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ ເພື່ອຮັກສາຈຸດວັດທະນະທຳ ແລະ ສີສັນຂອງຊາດຕົນໄວ້.